ທິຣານາ

ຈາກ ວິກິພີເດຍ
ທິຣານາ
ເທສະບານ

ທຸງ

ກາ
ທິຣານາຕັ້ງຢູ່ໃນAlbania
ທິຣານາ
ທິຣານາ
ທິຣານາຕັ້ງຢູ່ໃນEurope
ທິຣານາ
ທິຣານາ
ພິກັດ: 41°19′44″N 19°49′04″E / 41.32889°N 19.81778°E / 41.32889; 19.81778
ປະເທດທຸງຊາດຂອງປະເທດອານບານີ ອານບານີ
ພາກພື້ນກາງ
ເຂດທິຣານາ
ກໍ່ຕັ້ງຄ.ສ 1614
ການປົກຄອງ
 • ປະເພດລັດຖະບານ
 • ນາຍົກເທສະມົນຕີເອຣີອອນ ເວລີອາຍ (ພັກສັງຄົມນິຍົມ)
 • ປະທານສະພາອັລດຣິນ ດາລີປີ
ພື້ນທີ່
 • ເທສະບານ1,110.03 ຕລ.ກມ. (Bad rounding here430 ຕລ.ໄມລ໌)
 • ເຂດເມືອງ41.8 ຕລ.ກມ. (Bad rounding here16 ຕລ.ໄມລ໌)
ຄວາມສູງ110 ແມັດ (Bad rounding here360 ຟຸດ)
ປະຊາກອນ
 • ຄວາມໜາແໜ້ນ502 ຄົນ/ຕລ.ກມ. (Bad rounding here1,300 ຄົນ/ຕລ.ໄມລ໌)
 • ເທສະບານ557,422[1]
 • ມະຫານະຄອນ906,166[2]
ເດມະນິມທິຣານາສ (ຊາຍ) ທິຣາເນສ (ຍິງ)
ທິຣອນ (ຊາຍ) ທິຣອນເຊ (ຍິງ) (ສຳນຽງທ້ອງຖິ່ນ)
ເຂດເວລາUTC+1 (ເວລາເອີຣົບກາງ)
 • ລະດູຮ້ອນ (ເວລາອອມແສງ)UTC+2 (CEST)
ລະຫັດໄປສະນີ1001–1028, 1031
ລະຫັດພື້ນທີ່04
ທະບຽນລົດTR
HDI (2018)0.818[3]ສູງຫຼາຍ · ອັນດັບທີ 1st
ເວັບໄຊເວັບໄຊຢ່າງເປັນທາງການ

ທິຣານາ (ອານບານີ: Tirona) ເປັນເມືອງຫຼວງ ແລະ ເມືອງທີ່ໃຫຍ່ທີ່ສຸດໃນດ້ານປະຊາກອນ ແລະ ພື້ນທີ່ຂອງປະເທດອານບານີ ນະຄອນຕັ້ງຢູ່ທາງພາກກາງປະເທດໂດຍມີພູໄດຕັ້ງຢູ່ທາງທິດຕາເວັນອອກ ແລະ ມີຮ່ອມພູເຊິ້ງຕັ້ງຢູ່ໃກ້ກັບທະເລເອເດຣຍຕິກທາງທິດຕາເວັນຕົກສຽງເໜືອ ເນື່ອງຈາກນະຄອນຕັ້ງຢູ່ໃນຮາບພຽງທິຣານາ ແລະ ຢູ່ໃກ້ກັບທະເລເມດີແຕຣາເນ. ນະຄອນຈຶ່ງໄດ້ຮັບອິດທິພົນຂອງພູມອາກາດແບບເມດີແຕຣາເນ. ທິຣານາຖືເປັນໜຶ່ງໃນນະຄອນທີ່ມີຝົນຕົກ ແລະ ມີແສງແດດຫຼາຍທີ່ສຸດຂອງທະວິບເອີຣົບ ໂດຍມີຊົ່ວໂມງທີ່ພົບແສງແດດປີລະ 2,544 ຊົ່ວໂມງ.[4][5]

ທິຣານາຖືກຈັດຕັ້ງເປັນນະຄອນໃນປີ ຄ.ສ 1614 ແຕ່ພື້ນທີ່ຂອງນະຄອນໃນປັດຈຸບັນ ມີເຜົ່າອິລີເຣຍເຂົ້າມາຕັ້ງຖິ່ນຖານຕັ້ງແຕ່ຍຸກເຫຼັກ ຕໍ່ມາໄດ້ຖືກຊາວໂຣມັນຍຶດຄອງ ແລະ ການເປັນສ່ວນໜຶ່ງຂອງຈັກກະວັດໂຣມັນພາຍຫຼັງຈາກສົງຄາມອິລີເຣຍ ແຫຼ່ງມໍລະດົກສຳຄັນໃນຍຸກນັ້ນທີ່ຍັງປາກົດໃນປັດຈຸບັນຄືບ້ານໂມເສກແຫ່ງທິຣານາ ຕໍ່ມາໃນຄຣິດສະຕະວັດທີ 5–6 ໂບດພາລີໂອຄຣິສຕຽນໄດ້ຖືກສ້າງຂຶ້ນບໍລິເວນແຫ່ງມໍລະດົກນັ້ນ.

ຫຼັງຈາກທີ່ຈັກກະວັດໂຣມັນຖືກແບ່ງອອກເປັນຕາເວັນອອກ ແລະ ຕາເວັນຕົກໃນຄຣິດສະຕະວັດທີ 4 ຈັກກະວັດບີຊານຕານໄດ້ເຂົ້າມາຄອບຄອງພື້ນທີ່ນີ້ ແລະ ສ້າງປາສາດເປເຕຣເລໃນໄລຍະການປົກຄອງຈັກກະພັດຍຸສຕິນິອານຸສທີ 1. ນະຄອນຖືກປ່ອຍລະເລີຍໂດຍບໍ່ມີຄວາມສໍາຄັນເປັນໄລຍະເວລາດົນນານ ຈົນມາຮອດໃນຄຣິດສະຕະວັດທີ 20 ລັດຖະສະພາລູຊະເຢໄດ້ປະກາດໃຫ້ທິຣານາເປັນເມືອງຫຼວງຂອງປະເທດຫຼັງຈາກທີ່ອານບານີປະກາດອິດສະຫຼະພາບໃນປີ ຄ.ສ 1912.

ປັດຈຸບັນ ທິຣານາເປັນສູນກາງດ້ານເສດຖະກິດ, ການເງິນ, ການເມືອງ ແລະ ການຄ້າທີ່ສຳຄັນຂອງປະເທດ ເນື່ອງຈາກນະຄອນຫຼວງຕັ້ງຢູ່ໃນພາກກາງ ແລະ ມີການຂົນສົ່ງຮູບແບບຕ່າງໆທີ່ທັນສະໄໝ ທັງທາງອາກາດ, ທາງນ້ຳ, ທາງລົດໄຟ ແລະ ທາງຖະໜົນ. ນະຄອນເປັນທີ່ຕັ້ງຂອງລັດຖະບານອານບານີ ເຊິ່ງເປັນທີ່ທຳການຂອງປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ລັດຖະສະພາອານບານີ. ນະຄອນໄດ້ຮັບລາງວັນເມືອງຫຼວງເຍົາວະຊົນເອີຣົບປະຈຳປີ 2022[6]

ອ້າງອີງ[ດັດແກ້]

  1. "Profili i bashkisë Tiranë". 11 May 2015. Archived from the original on 14 August 2017. Retrieved 8 February 2018. Popullsia: Sipas censusit të vitit 2011, në territorin e bashkisë së re Tiranë banojnë 557,422 banorë, ndërsa sipas Regjistrit Civil banojnë 757,361 banorë. Me një sipërfaqe prej 1,110.03 kilometrash katrorë, densiteti i popullsisë sipas të dhënave të Censusit është 502 banorë/ km2 ndërsa sipas Regjistrit Civil, densiteti është 682 banorë km2.
  2. "Popullsia e Shqipërisë" (PDF). instat.gov.al (in ອານບານຽນ). 1 January 2018. Archived from the original (PDF) on 2020-07-06. Retrieved 2024-02-06.
  3. "Subnational Human Development Index (2.1)". hdi.globaldatalab.org (in ອັງກິດ). Global Data Lab.
  4. "Sunniest Cities in Europe". currentresults.com. p. 1.
  5. "European Cities With the Wettest, Rainiest Weather". currentresults.com. p. 1.
  6. "Congratulations, Tirana! Winner of the European Youth Capital for 2022". youthforum.org (in ອັງກິດ). European Youth Capital. 21 November 2019. Archived from the original on 2020-10-06. Retrieved 7 December 2019.

ປຶ້ມອ່ານເພີ່ມເຕີມ[ດັດແກ້]

ແຫຼ່ງຂໍ້ມູນອື່ນ[ດັດແກ້]

ທິຣານາ ຈາກ Wikivoyage

Commons:Category
Commons:Category
Commons ມີພາບກ່ຽວກັບ:
ທິຣານາ