ທາດຫຼວງວຽງຈັນ
ຕາມຕຳນານອຸຣັງຄະທາດທາດຫຼວງຖືກສ້າງຂຶ້ນເທື່ອແຮກໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິສັກ ພ້ອມດ້ວຍພຣະອໍຣະຫັນ5ອົງ(ພຣະສົງລາວ)ທີ່ກັບມາຈາກການສຶກສາທຳມະແລະໄດ້ນຳເອົາພຣະບໍຣົມມະທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ ການສ້າງທາດຫຼວງເທື່ອແຮກນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນແລະມີຮູບສີ່ລ່ຽມ ກວ້າງດ້ານລະ5ວາ ໜາ2ວາ ແລະ ສູງ4ວາ3ສອກ
ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິຣາດໄດ້ກໍ່ສ້າງທາດຫຼວງເປັນເທື່ອທີສອງແລະໄດ້ສ້າງເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາດນ້ອຍ30ອົງອ້ອມທາດໃຫຍ່ເປັນບໍຣິວານພ້ອມດ້ວຍກົມມະລຽນແລະຫໍໄຫວ້ທັງ4ທິດ ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກ4ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ)ແລະຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເຣັດເພິ່ນໄດ້ໃສ່ຊື່ທາດວ່າ”ພຣະເຈດີໂລກະຈຸລາມະນີ” ແຕ່ຄົນສ່ວນຫຼາຍມັກເອີ້ນວ່າທາດຫຼວງ ເຊິ່ງມີຄວາມໝາຍວ່າທາດທີ່ໃຫຍ່ ພາຍຫຼັງສ້າງສຳເຣັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິຣາດໄດ້ພຣະຣາຊດຳເນີນທາງລົງໄປເມືອງອັດຕະປືແລ້ວຊົງຫາຍສາບສູນໄປໃນປີຄສ 1571
ປີຄສ 1827 ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງແລະວັດວາອາຮາມນັບເປັນຮ້ອຍໆວັດ ຖືກຈູດເຜົາເປັນເທົ່າຖ່ານ ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພທາດນ້ອຍອ້ອມທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດ ຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ
ປີຄສ 1900 ເມື່ອຝຣັ່ງໄດ້ຍຶດຄອງດິນແດນລາວແລ້ວ ພວກຝຣັ່ງເສດໄດ້ເຮັດການສ້ອມແປງສ່ວນຍອດຂອງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າແລະໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດທາດໄປ ອີກຕໍ່ມາປີຄສ 1929 ຣັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເຣັດ ການສ້ອມແປງເທື່ອນີ້ໄດ້ສ້ອມແປງຍອດທາດ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກແລະທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ
ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະຣະພາບເປັນເອກກະຣາດສົມບູນ ຣັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ(ພ.ໍສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປແລະໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ
ທາດຫຼວງສູງ45ແມັດ ມີໃບສີມາອ້ອມ228ໃບ ມີບໍຣິວານ(ທາດນ້ອຍ)30ອົງອ້ອມຮອບເອິ້ນວ່າປາຣະມີສາມສິບທັດ ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ69ແມັດ ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ68ແມັດແລະກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ91.75ແມັດ
ທາດຫຼວງວຽງຈັນເປັນບູຮານນະສະຖານທີ່ເປັນເອກກະລັກສະເພາະຕາມຮູບແບບສະຖາປັດຕະຍະກຳສິນລະປະລາວ ເປັນທາດສີຄຳຮຸ່ງເຫຼື້ອມແລະເປັນທາດທີ່ໃຫຍ່ສູງສະຫງ່າງາມ ມີຄວາມໝາຍຄວາມສຳຄັນທີ່ສຸດຢູ່ໃນສປປລາວ ຂອບເຂດບໍຣິເວນທາດຫຼວງໄດ້ມີການມາຕັ້ງຖິ່ນຖານອາໄສຢູ່ເປັນເວລາຫຼາຍຮ້ອຍປີ ຄືໃນຍຸກສະໄໝອານາຈັກຂະເໝນບູຮານ(ສັດຕະວັດທີ11- 13)ເປັນຕົ້ນມາ
ສະຖານທີ່ຕັ້ງໄກຈາກຈຸດໃຈກາງເມືອງໄປປະມານ3ກິໂລແມັດ ມີຫຼາຍຄົນເວລາໄປທ່ຽວນະຄອນຫຼວງວຽງຈັນຈຳຕ້ອງໄດ້ໄປຊົມແລະກາຍໄຫວ້ສັກກະຣະບູຊາທາດຫຼວງ ຍ້ອນເປັນສະຖານທີ່ມີຄວາມໝາຍຫຼາຍທາງປະຫວັດສາດຂອງຊົນຊາດລາວຢ່າງຍາວນານ ມິຄວາມສຳຄັນທາງດ້ານສາດສະໜາ ເຊື່ອວ່າໃນທາດຫຼວງບັນຈຸພຣະບໍຣົມມະທາດຂອງພຣະພຸດທະເຈົ້າ ເປັນທາດທີ່ໂດດເດັ່ນໃນທຸກຍຸກສະໄໝ ເບິ່ງສວຍງາມໃນຍາມຕາເວັນຕົກດິນເມື່ອມີແສງສາດສ່ອງໃສປະກາຍສີ
ທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວແລະເປັນມິ່ງຂວັນຂອງປະຊາຊົນລາວກໍ່ຄືຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ