ທາດປວກ

ຈາກ ວິກິພີເດຍ
Jump to navigation Jump to search

ທາດປວກ ຕັ້ງຢູ່ບ້ານດອນມູນ, ເມືອງຄອບ, ຫ່າງຈາກເທດສະບານເມືອງຄອບ ປະມານ 3 ກິໂລແມັດ, ນັກທ່ອງທ່ຽວສາມາດໄປຊົມທາດປວກ ໂດຍໃຊ້ທາງລົດ. ຕາມເຖົ້າແກ່ບູຮານ ໄດ້ເລົ່າສືບຕໍ່ກັນມາວ່າ: ມີນົກອິນຊີສອງຜົວເມຍ ໄດ້ຄາບກະດູກຂອງພະເຈົ້າຕົນບຸນອົງໜຶ່ງ ມາແຕ່ເມືອງນາລັນທາ ປະເທດອິນເດຍ ແລະ ໄດ້ບິນມາຈັບຢູ່ຕົ້ນໂພ (ບ່ອນທີ່ທາດປວກຕັ້ງຢູ່ປະຈຸບັນນີ້) ເມື່ອມາຮອດ ກໍ່ພາກັນເອົາກະດູກດັ່ງກ່າວ ວາງໄວ້ເທິງງ່າຕົ້ນໂພ ແລ້ວພາກັນລົງໄປກິນນ້ຳຢູ່ໜອງເທົາ (ດົງໃຫຍ່ຂອງບ້ານດອນມູນ), ເມື່ອກັບຄືນມາຫາຕົ້ນໂພ ແລ້ວຊອກຫາກະດູກນັ້ນບໍ່ເຫັນ, ນົກທັງສອງ ຈຶ່ງເຊີນເອົາບັນດານົກຕ່າງໆ ທີ່ຢູ່ໃນປ່ານັ້ນມາຊອກຊ່ວຍ, ມີທັງນົກນ້ອຍ-ໃຫຍ່ ເປັນໝື່ນເປັນແສນໂຕ, ບິນເຈີດໄປເຈີດມາຢູ່ເທິງພູແຫ່ງນັ້ນ ແຕ່ກໍ່ບໍ່ເຫັນ. ມີນາຍພານຄົນໜຶ່ງ ຊື່: ທ້າວ ມັງ ເປັນຄົນບ້ານດົງຖ້ຳທອງ, ໄດ້ໄປລ່າສັດຢູ່ບໍລິເວນນັ້ນ ລາວສັງເກດເຫັນນົກເປັນຈຳ ນວນຫຼວງຫຼາຍ ບິນເຈີດໄປ-ມາ ແລະ ສົ່ງສຽງຮ້ອງຟົດສະໜັ່ນຢູ່ບໍລິເວນດັ່ງກ່າວ, ລາວຈິ່ງພະຍາຍາມເຂົ້າໄປເບິ່ງ. ເມື່ອໄປຮອດ ລາວເຫັນປວກເປັນຈຳນວນຫຼວງຫຼາຍ ພາກັນຂົນດິນມາເຮັດຈອມປວກ, ລາວຈິ່ງເຂ່ຍດິນອອກ ແລະ ເຫັນກະດູກອັນໜຶ່ງ, ແຕ່ປວກກໍ່ຂົນດິນຖົມກະດູກນັ້ນຢ່າງໄວວາ. ເມື່ອເຫັນເຫດການປະຫຼາດຄືແນວນັ້ນ ລາວຈິ່ງກັບຄືນມາບ້ານ ເພື່ອນຳເອົາເຫດການດັ່ງກ່າວ ໄປກາບທູນຕໍ່ພະຍາເຈົ້າເມືອງ ຢູ່ບ້ານດົງຖ້ຳທອງ (ບ້ານມ່ວງໃນປະຈຸບັນ). ຈາກນັ້ນ, ພະຍາກໍ່ແຕ່ງຕັ້ງເສນາອາມາດ 3 ຄົນໄປເບິ່ງ ແລະ ກໍເຫັນປວກຂົນດິນມາເຮັດຈອມປວກສູງພຽງແອວ ແລະ ສືບຕໍ່ເຮັດໄປເລື້ອຍໆ. ຈາກນັ້ນ, ເສນາອາມາດກໍ່ກັບມາກາບທູນລາຍງານຕໍ່ພະຍາເຈົ້າເມືອງ ຄື: ພະຍາຄອບຫານຈອມສັກ, ຫຼັງຈາກນັ້ນ ພະຍາຈິ່ງໄດ້ໄປເບິ່ງດ້ວຍໂຕເອງ ເມື່ອເຫັນເຫດການທີ່ແປກປະຫຼາດຄືແນວນັ້ນ ເພີ່ນຈິ່ງໄດ້ນຳພາບ່າວໄພ່ລາດສະດອນເມືອງຂອມໄຂ (ເມືອງຄອບໃນປະຈຸບັນ) ພ້ອມກັນມາກໍ່ທາດກວມຈອມປວກນັ້ນ ແລະ ໄດ້ເອົາແກ້ວເຄື່ອງວິເສດເຂົ້າໃສ່ຕື່ມ ໃນປີ ຄ.ສ. 1536. ເຊິ່ງກໍ່ດ້ວຍດິນຈີ່ ແລະ ປູນຂາວ, ຕີນທາດ 4 ວາມົນທົນ, ສູງ 2 ວາເຄິ່ງ, ມີ 7 ຊັ້ນແທ່ນ. ໃນລະຫວ່າງປີ 1920–1923 ຊາວເມືອງຄອບ ໄດ້ປະຕິສັງຂອນພະທາດໃຫ້ສວຍງາມ ແລະ ໃຫຍ່ກວ່າເກົ່າ ໂດຍແມ່ນພະຍາອິນ ເປັນຜູ້ນຳພາ. ຕີນທາດເປັນ 4 ຫຼ່ຽມມົນທົນ ແຕ່ລະເບື້ອງແທກໄດ້ 12ແມັດ, ສູງ 14 ແມັດ 90 ຊັງຕີແມັດ. ຊາວເມືອງຄອບ ໄດ້ຖືເອົາທາດລູກນີ້ ເປັນທາດຫຼັກເມືອງ, ແຕ່ລະປີໄດ້ພ້ອມກັນມາເຮັດບຸນສິນກິນທານ ໃນເດືອນ 6 ເພັງທຸກໆປີ (ເດືອນເມສາ) ເພື່ອຂໍຟ້າຂໍຝົນ ໃຫ້ການຜະລິດມີຄວາມອຸດົມສົມບູນ ແລະ ປະຊາຊົນຢູ່ເຢັນເປັນສຸກ.