ທອງສັມລິດ ອ່ອນມະນີສອນ

ຈາກ ວິກິພີເດຍ
Jump to navigation Jump to search

ປະຈຸບັນ ກຳລັງສ້າງຜົນງານວິໄຈອັນຫນຶ່ງ ກ່ຽວກັບ ຄວາມສຳພັນ ລະຫວ່າງມົນລະພິດ ແລະ ອຸດສາຫະກຳ: ເຂດເສດຖະກິດພິເສດ ຢູ່ ສປປ ລາວ ໂດຍການນຳໃຊ້ທິດສະດີ ຂອງ ທ່ານ ໄຊມອນ ຄູເນັດ ນັກເສດຖະສາດລູກຊອດຣັດເຊຍ-ອາເມລິກາ

ເສັ້ນໂຄ້ງ ຄູເນັດ (Kuznets curve) ແມ່ນຕົວແທນຂອງສົມມຸດຖານ ຂອງທ່ານ ໄຊມອນ ຄູເນັດ ເສັ້ນໂຄ້ງ ຄູເນັດ ມີຄວາມຫມາຍວ່າ : ເມື່ອປະເທດໃດຫນຶ່ງມີການພັດທະນາ ຫມາຍວ່າ ຮອບວຽນທາງດ້ານເສດຖະກິດຂອງຊັບພະຍາກອນທຳມະຊາດປະເທດນັ້ນ ຍ່ອມມີການຂັບເຄື່ອນດ້ວຍແຮງຊຸກດັນຂອງຕະຫລາດ ເຊິ່ງເປັນແຮງທຳອິດທີ່ຊຸກໃຫ້ມີການກະຈາຍຕົວຂອງລາຍໄດ້ ທີ່ບໍ່ເທົ່າທຽມກັນ(inequality) ແລະ ຈາກນັ້ນ ລາຍໄດ້ດັ່ງກ່າວຈະເພີ່ມຂຶ້ນ ເມື່ອລາຍໄດ້ສະເລ່ຍທີ່ແນ່ນອນ ເກີດຂຶ້ນ. ຄວາມຫມາຍ ຂອງ ”ລາຍໄດ້ທີ່ບໍ່ເທົ່າທຽມກັນ ຫລື inequality ຍັງຫມາຍຄວາມວ່າ: ເປັນຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ຄວາມທຸກຈົນ...”


ຕົວຢ່າງ: ເປັນຫຍັງຈຶ່ງເກີດມີ ເສັ້ນໂຄ້ງດັ່ງກ່າວ, ມັນເກີດຂຶ້ນຍ້ອນວ່າ ໃນເບື້ອງຕົ້ນ ໂອກາດການລົງທຶນ ພັດທະນາ ແມ່ນມີຫລາຍ ຍ້ອນມີເງິນຫລາຍ ໃນຄະນະທີ່ຄ່າແຮງງານຊ້ຳພັດຕ່ຳ ຕ່ຳກໍ່ຍ້ອນວ່າ ຄວາມບໍ່ເທ່ົາທຽມກັນຂອງລາຍໄດ້ ໄປແກ່ດຶງການຂະຫຍາຍຕົວຂອງເສດຖະກິດ ຍ້ອນວ່າຄົນທຸກບໍ່ມີເງິນຈ້າງຄ່າຮຽນ ແລະ ອື່ນໆ.

ເສັ້ນໂຄ້ງ ຄູເນັດ ສະແດງຄວາມໄນໃຫ້ຮູ້ວ່າ ເມື່ອປະເທດໃດຫນຶ່ງ ກຳລັງຫັນເປັນອຸດສາຫະກຳ ຫັນຈາກກົນໄກ ດ້ານກະສິກຳ - ສູນກາງເສດຖະກິດຂອງຊາດນັ້ນ ຈະຫຍັບເຂົ້າສູ່ຕົວເມືອງ ຈຶ່ງເກີດມີຊ່ອງຫວ່າງ ລະຫວ່າງ ຕົວເມືອງ-ຊົນນະບົດ (ເຈົ້າຂອງກິດຈະການ ຍ່ອມໄດ້ກຳໄລ ໃນຂະນະທີ່ລູກຈ້າງ ຍ່ອມເສຍລາຍຮັບ). ນອກນັ້ນ, ຄົນຊົນນະບົດ ອາດຫລຸດລົງ ເມື່ອຄົນເມືອງເພີ່ມຂຶ້ນ, ເຮັດໃຫ້ຄົນຫລັ່ງໄຫລເຂົ້າເມືອງ ເພື່ອສະແຫວງຫາລາຍໄດ້. ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ຈະຫລຸດລົງ ເມື່ອລາຍໄດ້ສະເລ່ຍທີ່ແນ່ນອນໃດຫນຶ່ງເກີດຂຶ້ນ ແລະ ຄວາມເປັນອຸດສາຫະກຳ ຈະຊ່ວຍເພີ່ມສະຫວັດດີການຂຶ້ນ ເຮັດໃຫ້ໄດ້ປະໂຫຍດຈາກການຂະຫຍາຍຕົວໄວ ແລະ ຊ່ວຍເພີ່ມລາຍໄດ້ຕໍ່ຫົວຄົນ. ນີ້ແມ່ນຄວາມເຊື່ອຂອງທ່ານ ຄູເນັດ; ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ຈະໄປຕາມຮູບ ຂອງອັກສອນຢູ ປີ້ນ ຫລື inverted “U” shape ໂດຍເສັ້ນໂຄ້ງແລ່ນຂຶ້ນ ແລະ ຈາກນັ້ນກໍຫລຸດລົງ ຕາມການເພີ່ມຂຶ້ນຂອງລາຍໄດ້.

ເສັ້ນໂຄ້ງ ຄູເນັດ ສະແດງດ້ວຍ ຕົວອັກສອນຢູ ປີ້ນ, ເຖິງແມ່ນວ່າ ບັນດາຕົວແປຕ່າງໆ ຈະແລ່ນໄປຕາມແກນຢ່າງງົດງາມ, ຄວາມບໍ່ເທົ່າທຽມກັນຂອງລາຍໄດ້ ເທິງແກນ Y ແລະ ເວລາ ຫລື ລາຍໄດ້ຕໍ່ຫົວຄົນເທິງ ແກນ X ກໍ່ຕ້ອງການ ບົດຄວາມກ່ຽວຂ້ອງເພື່ອຢັ້ງຢືນ.

ນັບແຕ່ປີ 1991, ເສັ້ນໂຄງ ກູເນັດ ດ້ານສິ່ງແວດລ້ອມ ໄດ້ກາຍເປັນມາດຕະຖານສະເພາະ ໃນບົດຄວາມ ດ້ານວິຊາການ ກ່ຽວກັບ ນະໂຍບາຍດ້ານສິ່ງແວດລ້ອມ ເຊິ່ງມີການນຳໃຊ້ມັນຢ່າງຫລວງຫລາຍ.