Jump to content

ຖໍ້ານາງອັ໋ນ

ຈາກ ວິກິພີເດຍ

ຖ້ຳ​ນາງ​ອັ່ນ​ເປັນ​ຖ້ຳ​ທຳ​ມະຊາດ​ຢູ່​ໃກ້ໆ​ບ້ານ​ນາ​ສົມ ເຂດ​ເທດສະ​ບານ​ຂອງ​ເມືອງ​ຈອມ​ເພັດ ແຂວງ​ຫລວງ​ພະ​ບາງ​ໄປ​ທາງຟາກ​ຝັ່ງ​ຂວາ​ແມ່­ນ້ຳ​ຂອງ​ຫ່າງ ຈາກ​ຕົວ​ເມືອງ​ຫລວງ​ພະ​ບາງ​ໄປ ປະ­ມານ 20 ກິ­ໂລ­ແມັດ ຖ້ຳ​ດັ່ງກ່າວ​ຕັ້ງ​ຢູ່​ຕີນ​ພູ​ສູງ​ໃກ້ໆ​ກັບ​ທົ່ງນາ​ຂອງ​ປະ­ຊາ­ຊົນ ເຊິ່ງ​ມີ​ຄວາມສູງ​ປະ­ມານ 320 ກວ່າ​ແມັດ, ຈາກ​ພື້ນ​ພຽງ​ຂອງ​ທົ່ງ​ນາ​ໄລ­ຍະທາງ​ຈາກ​ບ້ານ​ນາ​ສົມໄປ​ສູ່​ຕີນ ພູ​ປະ­ມານ 1 ກິ­ໂລ­ແມັດ.

ທິວ​ທັດ​ທຳ​ມະ​ຊາດ ຖືກ​ປົກຄຸມ​ໄປ​ດ້ວຍ​ປ່າ­ໄມ້​ສີ­ຂຽວ​ອຸ່ມ​ທຸ່ມສົດ­ຊື່ນ​ທີ່​ເບັ່ງ​ບານ​ຕະ­ຫລອດ​ປີ ເພາະ​ມັນ​ເປັນ​ເຂດ​ພູ​ສູງ ແລະ ຫມອກ​ປົກ​ຄຸມ​ເກືອບ​ວ່າ​ຫມົດ​ປີ, ຖ້າ​ຫາກ​ທ່ານ​ໄດ້​ໄປ​ທີ່​ນັ້ນ​ແມ່ນຈະ​ໄດ້​ຂ້າມ​ຫ້ວຍ​ໄມ້­ໄຜ່​ລຽນ​ລຳເຮັດ​ເປັນ​ຂົວ​ຂ້າມ​ຂອງ​ປະ­ຊາ­ຊົນໃນ​ເຂດ​ນັ້ນ ແລະ ຜ່ານ​ທົ່ງ​ນາດ້ວຍ​ການ​ຍ່າງ ຫລື ຂີ່​ລົດ­ຖີບ​ເທົ່ານັ້ນ ທີ່​ຈະ​ໄດ້​ຜ່ານ​ປ່າ​ເຂົ້າ​ໄປ​ຫາຖ້ຳ​ມີ​ພຽງ​ທາງ​ຍ່າງ​ນ້ອຍໆ​ພໍ­ໄດ້ຫມົ້ນ​ເຂົ້າ​ໄປ​ໄດ້ ເພາະ​ປ່າ­ໄມ້ນາໆ​ຊະ­ນິດ​ປົກ​ຄຸມ​ຫມົດ​ທັງສອງ​ຟາກ​ທາງ​ເຮັດ​ໃຫ້​ເຮົາ​ຮູ້­ສຶກເຢັນ​ສະ­ບາຍ ເມື່ອ​ໄດ້​ເຂົ້າ​ມາ​ໃນທີ່​ນີ້, ພໍ​ໄປ​ຮອດ​ຈະ​ສັງ­ເກດ​ເຫັນປາກ​ຖ້ຳ​ດັ່ງ­ກ່າວ ກວ້າງ​ປະ­ມານ 12 ແມັດ ສູງ​ປະ­ມານ 20 ແມັດ ຕັ້ງ​ຢູ່​ກ້ອງ​ຫນ້າ­ຜາ​ສູງ​ຊັນ ແຕ່​ສິ່ງສຳ­ຄັນ​ແມ່ນ​ມີ​ຕົ້ນ​ໄຮ​ໃຫຍ່​ໂອບກອດ​ກ້ອນ​ຫີນ​ນ້ອຍ-ໃຫຍ່​ດ້ວຍຮາກ​ຂອງ​ມັນ​ຢັ່ງ­ຢາຍ​ໄປ​ນັບ​ແຕ່ປາກ​ຖ້ຳ​ຈົນ​ຮອດ​ຫນ້າ­ຜາຢູ່​ທີ່​ນີ້ ກ້ອນ​ຫີນ​ນ້ອຍ-ໃຫຍ່​ຫລາຍຫນ່ວຍ​ເປັນ​ບ່ອນ​ພັກ​ເຊົາ​ແຮງຂອງ​ຜູ້​ທີ່​ເຂົ້າ​ມາ​ເຖິງ​ສະ­ຖານ­ທີ່ແຫ່ງ​ນີ້, ຈະ​ສັງ­ເກດ​ເຫັນ​ໄດ້​ຢູ່ປາກ​ຖ້ຳ​ມີ​ໂຕ​ຫນັງ­ສື​ຖືກ​ຂຽນ​ໄວ້ ເປັນ​ໂຕ​ທຳ​ມະ​ບາ​ລີສີ­ຂຽວ​ເຂັ້ມ ຢູ່​ສອງ​ຈຸດ​ຄື: ຂຽນ​ໄວ້​ທາງ​ເທິງ ຫນ້າ­ຜາທາງ​ເທິງ​ຈະ​ລຽນ​ກັນເປັນ​ຕົວຫນັງ­ສື​ສອງ​ແຖວ​ສ່ວນ​ຢູ່ກ້ອງ​ຈະ​ເປັນ​ໂຕ​ຫນັງ­ສື 3 ແຖວ ຊາວ­ບ້ານ​ເຂດ​ນັ້ນ​ເຊື່ອ​ວ່າ​ແມ່ນບົດ​ບັນ­ທຶກ​ທີ່​ຈາ­ລຶກ​ປະ­ຫວັດສາດ​ຂອງ​ນາງ​ອັ່ນ, ນາງ​ອັ່ນເປັນ​ສາວ​ງາມ​ປະ­ຈຳ​ຫມູ່​ບ້ານໃນ​ສະ­ໄຫມ​ນັ້ນ ເກີດ​ຢູ່​ບ້ານ​ສົມ ເມືອງ​ຊຽງ​ແມນດິນ­ແດນ​ແຫ່ງອາ­ນາ­ຈັກ​ຊຽງ​ທອງໃນ​ໄລ­ຍະນັ້ນ, ຈຸດ​ພິ­ເສດ​ຂອງ​ນາງ​ເປັນ​ຄົນງາມນິດ​ໄສ​ດີ ເປັນ​ຜູ້​ທີ່​ໄດ້​ຮັບການ​ຍ້ອງ­ຍໍ​ສັນ­ລະ­ເສີນ​ຈາກ​ທຸກ ຄົນ​ໃນ​ຫມູ່​ບ້ານ ເຊິ່ງ​ເລື່ອງ​ລາວ ກໍ່​ບໍ່​ແຕກ​ຕ່າງ​ຫຍັງ​ກັບ​ທ້າວ​ບາຈຽງ ແລະ ນາງ​ມະ­ໂລງສຸດ ທ້າຍ​ເລື່ອງ​ລາວ​ກໍ່​ຈົບ​ດ້ວຍ​ການຂ້າ​ໂຕ​ຕາຍ​ຄື​ກັນ.

ນາຍ­ບ້ານ ບ້ານ​ນາ​ໂຮມ​ໃຫ້​ຮູ້ວ່າ: ອີງ​ຕາມ​ເຫດ­ການ​ທາງ​ປະຫວັດ​ສາດ​ໃນ​ປາງ​ກ່ອນຂົງ­ເຂດນີ້ ​ມີ​ຕົວ​ອັກ­ສອນ​ເທວະ​ນາ​ຄຣີ ໄດ້​ແຜ່​ຈາກ​ປະ­ເທດ​ອິນ​ເດຍທາງ​ພາກ​ເຫນືອ​ເຂົ້າ​ມາ­ສູ່​ທາງ ພາກ​ເຫນືອ​ຂອງ​ລາວ ແລະ ບົດຈາ­ລຶກ​ອັນ​ປິດ­ສະ­ຫນາ​ດັ່ງ­ກ່າວ ບໍ່​ໄດ້​ບອກ​ຊື່​ຂອງ​ຜູ້​ຈາ­ລຶກ ແລະ ວັນ​ທີເດືອນ ປີ​ຢ່າງ​ລະ­ອຽດ​ແຕ່ຢ່າງ­ໃດ ມີ​ພຽງ​ແຕ່​ຕົວ​ອັກ­ສອນລາວ​ບູ­ຮານ​ທີ່​ຈັດ​ວາງ​ທີ່​ຫນ້າ­ຜາປາກ​ຖ້ຳ​ເທົ່າ​ນັ້ນ ທີ່​ໄດ້​ຕົ້ນ​ແບບມາ​ຈາກ​ພາ­ສາ​ອິນ​ເດຍ​ບູ­ຮານທີ່ມີ​ຊື່­ວ່າ: ອັກ­ສອນ​ເທວະ​ນາ​ຄຣີທີ່​ໃຊ້​ຂຽນ​ເປັນ​ພາ­ສາ​ສັນ­ສະ­ກິດ ເຊິ່ງ​ຄວາມ​ຫມາຍ​ຂອງ​ມັນ​ກໍ່ແມ່ນ​ເປັນ​ຖ້ຳ​ຂອງ​ນາງ​ອັ່ນ​ຫລົບຫນີ​ຈາກ​ການ​ບັງ­ຄັບ​ໃຫ້​ແຕ່ງດອງ​ກັບ​ຄົນ​ທີ່​ຕົນ​ບໍ່​ໄດ້​ຮັກ ດ້ວຍການ​ຂ້າ​ໂຕ​ຕາຍ​ຢູ່​ທີ່​ນັ້ນ.

ກ່ອນ​ເຂົ້າ​ຖ້ຳ​ແຫ່ງ​ນີ້ ຜູ້​ພາ​ໄປ ເພິ່ນ​ບອກ​ວ່າ: ຕ້ອງ​ໃຊ້​ໄຟ​ເຍືອງທາງ ເພາະ​ມັນ​ເປັນ​ຖ້ຳ​ມືດ​ມີຫລາຍ​ທາງ​ຍ່າງ​ເຂົ້າ​ໄປ​ໃນ​ຕ້ອງຍ່າງ​ໄປ​ເປັນ​ຫມູ່​ຄະ­ນະ, ຖ້າ​ຫາກຍ່າງ​ໄປ​ຄົນ​ດຽວ​ອາດ​ຈະ​ຫລົງທາງ​ໄດ້, ຢູ່​ທາງ​ໃນ​ຖ້ຳ​ມີ​ເຫວເລິກ​ທີ່​ອັນ­ຕະ­ລາຍ ເຊິ່ງ​ຕ້ອງ​ມີ​ຜູ້ສຳ​ນານ​ທາງ​ເທົ່າ​ນັ້ນ​ພາ​ໄປ ເພື່ອຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງທ່ຽວ, ພາຍ​ໃນ​ຖ້ຳ​ອາ­ກາດ​ເຢັນ, ພື້ນ​ຮາບ​ພຽງ​ດີ, ບາງ​ບ່ອນ​ເປັນຫີນ​ງອກ​ຕັ້ງ​ຢູ່​ສູງ​ຊັນ​ຂຶ້ນ​ໄປ​ດັ່ງຮູບ​ທາດ ຢູ່​ເພ­ດານ​ດ້ານ​ເທິງ​ເປັນຫີນ​ຍ້ອຍ​ໂຕ່ງ​ໂຕ່ຍ​ລົງ​ມາ ເຊິ່ງຄົນ​ທ້ອງ­ຖິ່ນ​ນີ້​ເອີ້ນ​ວ່າ: ນົມ​ຜາ, ທີ່​ຜາ​ຜະ­ຫນັງ​ຖ້ຳ​ກໍ່​ມີ​ຫີນ​ຍ້ອຍ​ລົງ ມາ​ເກາະ​ຢູ່​ຕາມ​ຜາ​ຜະ­ຫນັງ​ຖ້ຳມີ​ຫລາຍ​ຮູບ​ຫລາຍ​ສີ​ເຫັນ​ແລ້ວ ສຸດ​ທີ່​ອອນ­ຊອນ​ເຫລືອ​ທີ່​ຈະ​ພັນລະ​ນາ​ໃນ​ຄວາມ​ງາມ​ຂອງ​ທຳ ມະ​ຊາດ​ສ້າງ​ໄວ້, ທັງ​ເປັນ​ບ່ອນ ນອນ​ຂອງ​ຈຳ­ພວກ​ເຈຍ ແລະ ນົກ​ອື່ນໆ​ອີກ ຫລາຍ​ຊະ­ນິດ​ພວກເຮົາ​ໃຊ້​ເວ­ລາ​ປະ­ມານ 30 ນາ­ທີ ທ່ຽວ​ຊົມ​ຄວາມ​ງາມ​ຢູ່​ພາຍ​ໃນຖ້ຳ​ທີ່​ທຳ​ມະ​ຊາດ​ສ້າງ​ໄວ້​ຢ່າງປາ­ນີດ ຈົບ­ງາມ​ມີ​ສີ­ສັນ​ຮູບ​ລັກສະ​ນະ​ຕ່າງໆ​ຫລາກ​ຫລາຍ​ເມື່ອໄດ້​ເຫັນ​ຮູ້­ສຶກ​ວ່າ​ເຫມືອນ​ມີ​ສິ່ງມະ­ຫັດ­ສະ­ຈັນ​ທີ່​ຖືກ​ສ້າງ​ຂຶ້ນ​ໃນຖ້ຳ​ແຫ່ງ​ນີ້.