ຖ້ຳຜີເສື້ອ

ຈາກ ວິກິພີເດຍ

ຖ້ຳ​ຜີ​ເສືອ​​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ມີ​ຊື່ສຽງອີກ​ແຫ່ງ​ຫນຶ່ງ​ຂອງ​ແຂວງ​ຄຳ​ມ່ວນ, ບັນດາ​ນັກ​ທ່ອງ​ທ່ຽວສາມາດ​ເຂົ້າ​ເຖິງ​ສະຖານ​ທີ່​ດັ່ງກ່າວ​ດ້ວຍ​ການ​ຍ່າງຜ່ານ​ທົ່ງ​ນາ​ທີ່​ກວ້າງ​ໃຫຍ່, ຫ່າງ​ຈາກ​ບ້ານ​ໂພນ​ທັນ, ​ເມືອງ​ຫີນ​ບູນປະມານ2,5 ກິ​ໂລ​ແມັດ, ຖ້ຳ​ແຫ່ງ​ດັ່ງກ່າວ​ນີ້ມີ​ຄວາມ​ລຶກລັບ​ສະ​ເພາະ​ຕາມ​ຄວາມ​ເຊື່ອ​ຖື​ເຊິ່ງບັນດາ​ນັກ​ທ່ອງ​ທ່ຽວທີ່​ເຂົ້າ​ໄປ​ທ່ຽວຊົມ​ທຸກ​ຄົນຈະ​ຕ້ອງ​ໄດ້​ປະຕິບັດຕາມຄຳ​ແນະນຳ​ຂອງພະນັກງານ​ນຳ​ທ່ຽວຂັ້ນ​ທ້ອງ​ຖິ່ນ​ຢ່າງ​ເຄັ່ງ​ຄັດ.

ຖ້ຳ​ຜີ​ເສືອ​ມີ​ຕຳນານ​ອັນ​ລຶກລັບຕາມ​ການ​ເລົ່າ​ຂານ​ຈາກປາກ​ຕໍ່ປາກຂອງ​ປະຊາຊົນທ້ອງຖິ່ນ​ໃນ​ເຂດ​ດັ່ງກ່າວ​ໄດ້​ຮູ້​ວ່າ: ຖ້ຳແຫ່ງ​ນີ້ຈັດ​ວ່າ​ເປັນ​ສະຖານ​ທີ່​ງົດ​ງາມຫນ້າ​ທ່ຽວຊົມ​ແຕ່​ສັກສິດ, ປາກ​ຖ້ຳມີ​ຄວາມ​ກວ້າງ​ປະມານ15 ​ແມັດ, ສ່ວນ​ຂ້າງ​ໃນ​ຂອງ​ຖ້ຳ​ມີລວງ​ກວ້າງ​ປະມານ40 ​ແມັດແລະ​ ສູງ25 ​ແມັດ, ​ເຊິ່ງທາງ​ເຂົ້າ​ລ້ວນ​ແຕ່​ປູ​ດ້ວຍ​ກ້ອນ​ຫີນທຳ​ມະ​ຊາດ, ຂ້າງ​ໃນ​ເບື້ອງຂວາ​ມື​ແມ່ນ​ຈະ​ພົບ​ກັບ​ບວກ​ຫນອງຈຳນວນ​ຫນຶ່ງ​ແລະ​ຍັງ​ມີ​ບັນດາ​ສັດ​ປີກ​ຈຳພວກ​ເຈຍ​ພາກັນອາ​ໄສ​ຢູ່​ເປັນ​ຈຳນວນ​ຫລວງຫລາຍ​ແລະ​ ກໍ່ປາກົດ​ວ່າ ​ມີ​ສິ່ງ​ລຶກລັບທີ່​ບໍ່ມີ​ຕົວ​ຕົນ​ແຝງ​ຊ້ອນຢູ່​ທຸກ​ເວລາ. ​ເຊິ່ງ​ເລື່ອງ​ກໍ່ມີ​ຢູ່​ວ່າ:

ດົນ​ນານ​ມາ​ແລ້ວມີ​ຄອບຄົວ​ຊາວນາ​​ຄອບຄົວ​ຫນຶ່ງມີ​ລູກ​ຊາຍ​ສອງ​ຄົນ, ພວກ​ເຂົາ​ພາກັນ​ຕັ້ງ​ບ້ານ​ເຮືອນ​ຢູ່​ກາງ​ປ່າ​ໃກ້​ກັບ​ຖ້ຳແຫ່ງ​ຫນຶ່ງ​ເຊິ່ງ​ເມື່ອ​ກ່ອນ​ຊາວບ້ານ​ພາກັນ​ເອີ້ນ​ວ່າຖ້ຳ​ຜາ​ແດງ​(ແມ່ນ​ຖ້ຳຜີ​ເສືອ​ໃນ​ປະຈຸ​ບັນ​ນີ້​ເອງ), ​ເມື່ອ​ລູກ​ຊາຍ​ສອງ​ຄົນ​ໃຫຍ່​ເປັນ​ບ່າວທັງ​ສອງ​ກໍ່ພາກັນ​ອອກ​ໄປ​​ຊ່າວ​ໄຮ່ນາພ້ອມ​ປູກ​ເຂົ້າ, ​ແລງ​ວັນ​ຫນຶ່ງຫລັງ​ຈາກ​ທີ່​ສອງອ້າ​ຍນ້ອງ​ພາກັນ​ເຮັດ​ວຽກຫມົດ​ມື້​ດ້ວຍ​ຄວາມ​ອິດ​ເມື່ອຍຜູ້​ເປັນ​ນ້ອງ​ຊາຍຈິ່ງຈັບ​ເອົາ​ບັ້ງ​ໄມ້​ໃຜ່​ແລ້ວ​ແລ່ນ​ລົງໄປ​ຕັກ​ເອົາ​ນ້ຳຢູ່​ບໍ່​ເຊິ່ງໃກ້​ກັບ​ຖ້ຳ​ຜາ​ແດງ, ​ເມື່ອ​ດື່ມ​ນ້ຳພໍ​ຫລຸດຜ່ອນ​ຄວາມ​ຫິວ​ຊົ່ວຄາວ​ເປັນ​ທີ່​ຮຽບຮ້ອຍກ່ອນ​ຈະ​ພາກັນ​ກັບ​ບ້ານ​ ​ແຕ່ທັງ​ສອງ​ຄົງ​ບໍ່ຮູ້​ວ່າມີ​ຜີ​ແມ່​ຍ່າ​ໂຕ​ຫນຶ່ງ​ກຳລັງ​ຈອບ​ເບິ່ງພຶດຕິ​ກຳ​ຂອງ​ພວກ​ເຂົາ​ແລະ​ສຸ​ດທ້າຍຜີ​ແມ່​ຍ່າ​ໂຕ​ນັ້ນ​ກໍ່ຈັບ​ເອົາ​ສອງອ້າຍນ້ອງໄປ​ຂັງ​ໄວ້​ໃນ​ຖ້ຳ​ຜາ​ແດງ.

ໃນ​ຂະນະ​ດຽວກັນ​ນັ້ນຜູ້ເປັນ​ອ້າຍ​ກໍ່​ໄດ້​ໃຊ້​ອຸບາຍ​ຕົວະຜີ​ແມ່​ຍ່າ​ ​ແຕ່ຜີ​ແມ່​ຍ່າ​ເອງ​ກໍ່ຮູ້​ດີ​ແລ້ວ​ວ່າ​ເປັນ​ພຽງກົນອຸບາຍສະ​ນັ້ນມັນ​ຈິ່ງ​ຖາມ​ລາຍ​ລະອຽດຕ່າງໆຈົນ​ຄົບ​ຖ້ວນ​ແລະ​ ກ່ອນ​ຈະ​ອະນຸຍາດ​ສອງອ້າຍນ້ອງ​ກັບ​ບ້ານ​ແລະ​ໃຫ້​ອ້ອຍ​​ແກ່​ທັງ​ສອງ​ຄົນ​​ເມື່ອເຫັນ​ລູກກັບ​ຄືນ​ມາ​ເຮືອນ​​ຂອງ​ຕົນພໍ່​ແມ່​ດີ​ໃຈ​ຢ່າງ​ບອກ​ບໍ່ຖືກ​ແຕ່​ວ່າ​ພວກ​ເຂົາ​ຊ້ຳຜັດ​ພາກັນ​ກິນອ້ອຍທີ່​ຜີ​ແມ່​ຍ່າ​ໃຫ້​ມາແລະ​ຖິ້ມ​ເປືອກ​ມັນ​ຈົນ​ທົ່ວ​ຫມູ່​ບ້ານ, ຄືນ​ຕໍ່ມາເມື່ອ​ຜີ​ແມ່​ຍ່າ​ບໍ່​ເຫັນ​ສອງອ້າຍນ້ອງ​ກັບ​ມາຈິ່ງ​ຕັດສິນ​ໃຈ​ນຳ​​ຂີ້​ອ້ອຍ​ທີ່​ສອງອ້າຍນ້ອງ​ຖິ້ມ​ຕາມ​ຫວ່າງ​ທາງ​ໃນ​ຂະນະ​ກັບ​ບ້ານສຸດ​ທ້າຍ ​ຈິ່ງ​ມາ​ພໍ້​ຕູບ​ນ້ອຍ​ຫລັງ​ຫນຶ່ງມັນ​ກໍ່ບໍ່​ໄດ້​ລໍ​ຊ້າຟ້າວ​ໂດດ​ຄຸບ​ກິນ​ຜູ້​ເປັນ​ນ້ອງ​ຊາຍ​ທັນທີ​ ​ແລະ​ຄືນ​ຕໍ່ມາຜີ​ແມ່​ຍ່າ​ກໍ່ກັບ​ມາ​ກິນ​ຜູ້​ເປັນ​ອ້າຍ​ອີກ ​ເຊິ່ງບໍ່ມີ​ຜູ້​ໃດ​ສາມ​າດປາບ​ຜີ​ແມ່​ຍ່າ​ໂຕ​ນີ້​ໄດ້, ​ເມື່ອ​ເປັນ​ແນວ​ນັ້ນບັນດາ ​ຊາວບ້ານ​ຫລາຍຄົນ​ ຈິ່ງ​ຄິດ​ຫາ​ວິທີ​ປາບ​ຜີ​ດ້ວຍ​ການບະບົນ​ວິ້ງວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສິ່ງ​ສັກສິດຈິ່ງ​ມີ​ເສືອ​ເຊິ່ງຈັດ​ວ່າ​ເປັນ​ສັດ​ທີ່​ເກ່ງ​ກ້າແລະ​ ຂານ​ອາສາ​ມາ​ປາບ​ຜີ​ແມ່​ຍ່າຕາມ​ດ້ວຍ​ແມງງອດ, ງູ​ຕາ​ແຫ​ແລະ​ງູ​ເຫົ່າ, ​ເຊິ່ງບັນດາ​ສັດ​ດັ່ງກ່າວ​ພາກັນ​ຈັດແບ່ງ​ຫນ້າ​ທີ່​ຢ່າງ​ລະອຽດ.

ເມື່ອ​ຕົກລົງ​ກັນ​ເປັນ​ທີ່​ຮຽຮ້ອຍ​ແລ້ວຕາງ​ຝ່າຍ​ຕ່າງ​ກໍ່ກຽມການ​ປະ​ຕິ​ບັດ​ແຜນການ​ປາບຜີ​ແມ່​ຍ່າ​ຜູ້​ໂຫດ​ຮ້າຍ​ທັນທີ, ຕົກກາງຄືນ​ມາ​ເມື່ອ​ຜີ​ແມ່​ຍ່າ​ກັບ​ມາ​ແຕ່​ກິນ​ເດັກນ້ອຍ​ຄົນ​ຫນຶ່ງ​ໃນ​ຫມູ່​ບ້ານມັນ​ຈິ່ງ​ກ້າວ​ຂຶ້ນ​ນອນ​ຢູ່​ເທິງບ່ອນ​ດ້ວຍ​ຄວາມ​ອີ່ມ​ຫນຳ​ສຳລານ​ໃຈ, ຂະນະ​ທີ່​ມັນ​ກຳລັງ​ນອນ​ຫລັບ​ຢູ່​ນັ້ນ​ແມງງອດຜູ້ລີ້​ ຢູ່​ກ້ອງຕຽງກໍ່ຄ່ອຍ​ໄຕ່​ຂຶ້ນ​ມາ​​​ຕອດ​ທີ່​ແຂນ​ຜີ​ແມ່​ຍ່າ​ເຮັດ​ໃຫ້ມັນ​ຕື່ນ​ຕົກ​ໃຈພ້ອມ​ລຸກ​ໄປ​ຊອກໄຟ​ຢູ່​ເຮືອນຄົວ​ເພື່ອ​ຈະ​ມາ​ຂ້າ​ແມງງອດ​ແຕ່ງູ​ຕາ​ແຫຜູ້​ທີ່​ລີ້​ຊ່ອນ​ຢູ່​ຂ້າງ​ເຕົາ​ໄຟກໍ່​ເປົ່າ​ຂີ້​ເຖົ່າຮ້ອນ​ໃສ​່ຕາ​ຜີ​ແມ່​ຍ່າເຮັດ​ໃຫ້​ມັນ​ໂມໂຫ​ ເພີ່ມ​ຂຶ້ນ, ​ເມື່ອ​ບໍ່ມີ​ທາງ​ສູ້ມັນຈິ່ງ​ ແລ່ນ​ມາ​ຫາ​ຫມໍ້​ນ້ຳ​ເພື່ອ​ຫວັງ​ຈະ​ລ້າງ​ຕາ​ ​ແຕ່​ໂຊກ​ບໍ່ດີ​ເລີຍຊ້ຳຜັດ​ມີ​ງູ​ເຫົ່າ​ທີ່​​ລີ້​ຊ່ອນຢູ່​ໃນ​ຫມໍ້​ນ້ຳກໍ່ພົ່ນ​ພິດ​ເຂົ້າ​ໃສ່​ຕາ​ຜີ​ແມ່​ຍ່າຢ່າງ​ ບໍ່ປານີ​ເຮັດ​ໃຫ້​ມັນ​ມື​ດ​ແປດ​ດ້ານຮີບ​ແລ່ນ​ອອກ​ຈາກ​​ເຮືອນອັນເປັນການ​ເປີດ​ໂອກາດ​ໃຫ້​ເສືອ​ຜູ້​ທີ່​​ລີ້​ຊ່ອນຢູ່​ກາງ​ທາງຮີບ​ກະ​ໂດດເຂົ້າ​ໃສ່​ຜີ​ແມ່​ຍ່າທັງ​ຊອກ​ກັດ​ທີ່​ຈຸດ​ສຳຄັນ​ຂອງ​ມັນສຸດ​ທ້າຍ​ມັນ​ກໍ່​ໃຈ​ຂາດ​ຕາຍ​ແລະ​ ຖ້ຳ​ຜາ​ແດງ​ໃນ​ເມື່ອ​ກ່ອນກໍ່​ໄດ້​ປ່ຽນຊື່​ມາ​ເປັນ​ຖ້ຳ​ຜີ​ເສືອ​ເນື່ອງ​ຈາກ​ຈາລຶກ​ບຸນຄຸນ​ຂອງ​ຜີເສືອ​ທີ່ສາມາດ​ປາບ​ຜີ​ແມ່​ຍ່າ​ໄດ້​ແລະ​ ກໍ່ຄອຍ​ປົກ​ປ້ອງ​ປະຊາຊົນ​ຜູ້​ທີ່​ໃຫ້​ຄວາມ​ເຄົາລົບ​ເລື້ອຍ​ມາ.