ຕື່ມ

ຈາກ ວິກິພີເດຍ

ຄຳ : ຕື່ມ

ໃນ​ບັນດາ​ຄຳ​ໃນ​ພາສາ​ລາວ ທີ່​ບົ່ງ​ບອກ​ອາການ​ຂອງ​ຄຳ​ນາມ, ​ແທນ​ນາມ…ມີ​ຫລາຍ​ ນັບ​ບໍ່​ຖ້ວນ​ ໃນ​ເວລາ​ອັນ​ສັ້ນ ​ຫລື ອະທິ​ບາຍ​ ໃນໜ້າ​ເຈ້ຍ​ນີ້. ມື້​ນີ້ ຈຶ່ງ​ຂໍ​ສືບ​ຕໍ່​ສະ​ເໜີ​ຄຳ: ຕື່ມທີ່​ພວກ​ເຮົາ​ໃຊ້​ຫລາຍ ​ໃນ​ການ​ຄົບຄ້າ​ສະມາຄົມ ທຸ​ກອາ​ຊີບ, ​ເປັນ​ຄຳ​ທີ່​ເຂົ້າ​ໃຈງ່າຍ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ຄົບ​ຖ້ວນ​ໃນ​ຕົວ​ຂອງ​ມັນ, ​ແຕ່​​ເຖິງ​ປານ​ນັ້ນ ບາງ​ຄັ້ງ​ກໍ່​ມັກ​ພົບ​ເຫັນ​ ຫລື ຍິນການ​ໃຊ້​ຄຳ​ອື່ນ​ ມາ​ຕື່ມ​ໃສ່​ເລີຍ​ກາຍ​ເປັນ ​ຄຳ​​ເຫລືອ​ໂດຍ​ບໍ່​ຈຳ​ເປັນ.

ຄຳ: ຕື່ມ, ຕາມ​ພົດຈະນານຸກົມ ພາສາ​ລາວຫລາຍ​ສະບັບ ຂຽນ​ໄວ້​ວ່າ​ເປັນ​ຄຳ​ກຳມະ ​ເຊິ່ງມີ​ຄວາມ​ໝາຍວ່າ​ເປັນ​ຄຳ​ທີ່ບອກ​ອາການ ຂອງ​ຄຳ​ນາມ, ​ແທນ​ນາມ…ອາດ​ຈະ​ເປັນ​ອາການ​ໃຊ້​ມື ຄື​ການ​ເອົາ​ວັດຖຸ​ສິ່ງ​ຂອງ​ໃດ​ໜຶ່ງ ​​ເພື່ອ​ໃຫ້​ອີກ​ວັດຖຸ​ສິ່ງ​ຂອງ​ໜຶ່ງ​ມີ​ຈຳນວນ ຫລື ປະລິມານ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ຫລື​ບໍ່​ໃຫ້​ຂາດ, ຫລຸດ… ຫລື​ການ​ໃຊ້​ວາຈາປາກ/​ເວົ້າ (ຂະຫຍາຍ​ກຳມະ​ດ້ວຍ​ກັນ) ​ແລະ ອື່ນໆ ​ເຊັ່ນ​ມີບາງປະ​ໂຫຍ​ກວ່າ: ທ້າວ​ແດງ​ຕື່ມ​ສີ​ໃສ່​ຮູບ​ແຕ້ມ​ຂອງ​ລາວ ​ໃຫ້​ມັນສົດ​ໃສ​ຂຶ້ນ; ທ້າວ…ຕື່ມ​ຄວາມ​ໃສ່​ຮ້າຍ​ປ້າຍ​ສີ​ນາງ…; ​ຖ້າ​ເຈົ້າ​ບໍ່​ເຂົ້າ​ໃຈ​ບົດຮຽນ ​ຂໍ້​ນີ້ຄວນ​ຖາມ​ຕື່ມດັ່ງ​ນີ້​ເປັນ​ຕົ້ນ. ​ໃນ​ກໍລະນີ​ຄຳ​ນີ້​ ເຮັດ​ໜ້າ​ທີ່​ຂະຫຍາຍ ​ຄຳ​ນາມ ຫລື ກຳມະ​ດ້ວຍ​ກັນ ​ໃນ​ປະ​ໂຫຍ​ກ ຫລື ຈະ​ເປັນ​ກຳມະ​ວະ​ວີ​ ກໍ່​ແລ້ວ​ແຕ່, ຄວນ​ໃຊ້​ຄຳ​ຄຸນ​ນາມມາ​ຕໍ່​ທ້າ​ຍ ​ເພື່ອ​ໃຫ້​ໄດ້​ຄວາມ​ໝາຍ​ເລິກ​ເຊິ່ງ, ​ເຊັ່ນ: ​ເຈົ້າ​ຄວນ​ຖາມ​ຕື່ມ​ອີກ ຖ້າ​ບໍ່​ເຂົ້າ​ໃຈ; ທ່ານ​ຢາກ​ໄດ້​ຫຍັງ​ຕື່ມ​ອີກ​ບໍ່? ທ່ານ​ຄວນ​ເອົາ​ປາ​ແດກ​ຕື່ມ​ໃສ່​ອີກ ​ເພື່ອ​ໃຫ້​ແກງ​ແຊບ​ຂຶ້ນ ດັ່ງ​ນີ້​ເປັນ​ຕົ້ນ. ​ໃນ​ປະກົດ​ການ​ຕົວ​ຈິງພວກ​ເຮົາ​ພົບ​ເຫັນ ​ແລະ ​ໄດ້​ຍິນ​ການ​ໃຊ້​ຄຳ: "​ເພີ່ມ​ຕື່ມ" ​ເຊິ່ງຄວາມ​ໝາ​ຍການ​ສື່​ແມ່ນ​ອັນ​ດຽວ​ກັນ, ຄື​ມັກ​ພົບ: ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ທີ່…​ໃນ​ປະ​ໂຫຍ​ກ​ແບບ​ນີ້ຖ້າ​ໃຊ້​ວ່າ…ສອບ​ຖາມ​ຂໍ້​ມູນ​ຕື່ມ​ໄດ້​ທີ່…ກໍ່​ມີ​ຄວາມ​ໝາຍຄົບ​ຖ້ວນ​ແລ້ວ ຫລື ອີງ​ຕາມ​ອາຈານ ​ດ້ານ​ພາສາ​ລາວສະ​ໄໝ​ໃໝ່ ​ໃຫ້​ຂໍ້​ຄິດ​ມາ ກໍ່​ຄື ​ໃຊ້​ຄຳ: ​ເພີ່ມ​ເຕີມກໍ່​ໄດ້. ​ໃນ​ພົດຈະນານນຸກົມ​ພາສາ​ລາວ​ຂອງ​ທ່ານ ດຣ. ທອງຄຳ ອ່ອນ​ມະນີ​ສອນ (ພິມ​ປີ 2008) ກໍ່​ໄດ້​ຂຽນ​ບັນຈຸ​ຄຳ: "​ເຕີມ ​ເປັນ​ກຳມະ" ມີ​ຄຳ​ທີ່​ມີ​ຄວາມ​ໝາຍ, ​ໃຊ້​ຮ່ວມ​ກັນ​ໄດ້ ​ໃນ​ກຸ່ມ​ຄຳ​ນີ້: ຕື່ມ, ​ແຖມ, ​ເພີ່ມ​ເຂົ້າ.....

ໃນ​ພາສາ​ລາວ​ເຮົາ ມີ​ມາກ​ມາຍ​ຫລາຍ​ຄຳ​ ທີ່​ສາມາດ​ໃຊ້​ແທນ​ຄວາມ​ໝາຍ​ກັນ​ໄດ້, ອີງ​ຕາມ​ແຕ່​ລະ​ກໍລະນີ​ໄປ ​ເຊິ່ງກໍ່​ຄ້າຍ ຄື​ກັນ​ກັບ​ພາສາ​ຊາດ​ອື່ນໆ, ຍ້ອນ​ວ່າ​ມັນ​ໄດ້​ຜ່ານ​ຂະ​ບວນການ​ກັ່ນ​ຕອງ ​ແລະ ​​ຂະຫຍາຍຕົວ​ໄປ​ຕາມ​ຈັງຫວະ​ ການ​ຂະຫຍາຍຕົວ​ຂອງ​ສະພາບ ​ເສດຖະກິດ-ສັງຄົມ​ນັ້ນໆ. ມີ​ຫລາຍ​ຄຳ ​ເກີດ​ຂຶ້ນ​ໃໝ່ກໍ່​ແມ່ນ​ ເພື່ອ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ຍຸກ​ສະ​ໄໝ, ມີ​ບາງ​ຄຳ​ກໍ່​ກາຍ​ເປັນ​ຄຳ​ເກົ່າ ​ທີ່​ບໍ່​ຄ່ອຍ​ຖືກ​ນຳ​ມາ​ໃຊ້, ​ແຕ່​ມັນ​ກໍ່​ຍັງ​ຄົງ​ໄວ້​ ໃນ​ຄັງ​ສາງ​ວັດຈະ​ນາ​ນຸກົມ ທີ່​ພ້ອມ​ອອກ​ມາ​ຮັບ​ໃຊ້​ທຸກ​ເວລາ, ​ແຕ່​ດີ​ແທ້ຄຳ​ໃດ​ທີ່​ເຮົາ​ ມີ​ແລ້ວ​ກໍ່​ຄວນ​ໃຊ້ ​ແລະ ບໍ່​ຄວນ​ນຳ​ເອົາ​ຄຳ​ພາສາ​ອື່ນ​ ທີ່​ມີ​ຄວາມ​ໝາຍ ​ກະຈາ​ມາ​ໃຊ້ນັ້ນ​ລະດີ.