ດູ່

ຈາກ ວິກິພີເດຍ
ລຳຕົ້ນເຄືອບດ້ວຍເປືອກເປັນເມັດໆ

ດູ່ ຫຼືໄມ້ດູ່ (Pterocarpus indicus) ແມ່ນໄມ້ຢືນຕົ້ນ ມີຊື່ພື້ນເມືອງອື່ນໆ ຄື ດູ່ປ່າ, ອະນອງ, ຫຼື ດູ່.

ລັກສະນະທາງພຶກສະສາດ[ດັດແກ້]

ດູ່ແມ່ນພັນໄມ້ຢືນຕົ້ນຂະໜາດໃຫຍ່ ມີຄວາມສູງປະມານ ໑໐-໒໕ ແມັດ ຜິວເປືອກລຳຕົ້ນມີສີດຳຫຼືສີຂີ້ເທົ່າ ລຳຕົ້ນເປັນພູບໍ່ກົມແຕກງ່າກ້ານສາຂາກວ້າງມີເຮືອນຍອດທຶບແຕກເປັນສະເກັດຮ່ອງຕື້ນໆ ໃບແມ່ນຊໍ່ແຕກອອກແຕ່ປາຍງ່າມີໃບຍ່ອຍປະກອບຢູ່ປະມານ ໖-໑໒ ໃບ. ລັກສະນະຂອງໃບແມ່ນຮູບມົນລີປາຍໃບແຫຼມໂຄນໃບມົນ ຂອບໃບຮຽບເປັນມັນສີຂຽວ ໃບມີຂະໜາດຍາວປະມານ ໒-໓ ນິ້ວ ກວ້າງປະມານ ໑-໒ ນິ້ວ ອອກດອກເປັນຊໍ່ອອກຕາມປາຍງ່າ ດອກມີຂະໜາດນ້ອຍສີເຫຼືອງ ຜົນມີຂົນໜ້ອຍໆປົກຄຸມ ຂະໜາດຜົນໂຕປະມານ ໔-໖ ຊອງຕິແມັດ.

ການປູກລ້ຽງ[ດັດແກ້]

ຕ້ອງການແສງແດດຈັດ ຫຼືກາງແຈ້ງ ຕ້ອງການປະລິມານນ້ຳປານກາງ ມັກດິນຜົງຟຸຍ ຂະຫຍາຍພັນໂດຍການເພາະມະເລັດ.

ການໃຊ້ປະໂຫຍດ[ດັດແກ້]

  • ດູ່ງ່າອ່ອນຫຼືດູ່ບ້ານສະສົມແຄດມຽມໄດ້ ໔໗໐ µg/g ເມື່ອລ້ຽງແບບໄຮໂດໂພນິກ[1]
  • ໄມ້ໃຊ້ເຮັດສິ່ງປູກສ້າງ ເຄື່ອງມືເຄື່ອງໃຊ້
  • ເປືອກໃຫ້ນ້ຳຝາດສຳລັບຟອກໜັງ ໃຫ້ສີນ້ຳຕານສຳລັບຍ້ອມຜ້າ ແກ່ນໃຫ້ສີແດງຄ້ຳສຳລັບຍ້ອມຜ້າ[2]

ອ້າງອິງ[ດັດແກ້]

  1. Suekhum, D., (2005). Phytoremediation of Cadmium by Selected Leguminous Plants from Hydroponic Culture. Thesis, Mahidol University.
  2. ประดู่ ข้อมูลพรรณไม้ สำนักงานโครงการอนุรักษ์พันธุ กรรมพืชอันเนื่องมาจากพระราชดำริ สมเด็จพระเทพรัตนราชสุดาฯ สยามบรมราชกุมารี