ດອກເບ້ຍ

ຈາກ ວິກິພີເດຍ

ດອກເບ້ຍ ແມ່ນຄ່າຕອບແທນ ໃນການຢຶມ (ກູ້)ເງິນ. ຈຳນວນເງິນທີ່ໃຫ້ກູ້ ເອີ້ນວ່າ ຕົ້ນ, ໃນນີ້ ດອກເບ້ຍ ຈະເທົ່າກັບ ອັດຕາດອກເບ້ຍ ຄູນໃຫ້ ຕົ້ນ.

ໃນເສດຖະສາດ ດອກເບ້ຍ ຖືກເຂົ້າໃຈວ່າ ແມ່ນ ລາຄາ ຂອງ ເງິນ, ສະນັ້ນ ມັນກໍ່ຕ້ອງຂຶ້ນ ກັບ ຫຼັກເກນ ການສະໜອງ ແລະ ຄວາມຕ້ອງການ. ການພະຍາຍາມ ຄວບຄຸມອັດຕາດອກເບ້ຍ ໂດຍ ການພິມເງິນເປັນເທື່ອທຳອິດ ແມ່ນ ເຮັດໂດຍ ທະນາຄານກາງຝຣັ່ງ ໃນ ປີ 1847.

ປະເພດ ຂອງ ດອກເບ້ຍ[ແກ້ໄຂ]

ດອກເບ້ຍພື້ນຖານ[ແກ້ໄຂ]

ໃນນີ້​ A ແມ່ນ ມູນຄ່າດອກເບ້ຍ, P ແມ່ນ ຕົ້ນ, r ແມ່ນ ອັດຕາດອກເບ້ຍເປັນເປີເຊັນ ຫຼື ສ່ວນຮ້ອຍ ຕໍ່ເວລາກຳໜົດ, ແລະ n ແມ່ນ ຈຳນວນໄລຍະເວລາກຳໜົດທີ່ຜ່ານໄປ ນັບແຕ່ການກູ້.

ດອກເບ້ຍປະສົມ[ແກ້ໄຂ]

ໃນນີ້ A, P, r ແລະ n ມີຄວາມໝາຍຄືທາງເທິງ.


ອັດຕາດອກເບ້ຍຄົງທີ່ ແລະ ລອຍໂຕ[ແກ້ໄຂ]

ໂດຍທົ່ວໄປ ໃນ ທຸລະກິດຈະນຳໃຊ້ອັດຕາດອກເບ້ຍ ແບບປະສົມ ແຕ່ມັນກໍ່ບໍ່ສະເໝີໄປວ່າ ອັດຕາດອກເບ້ຍ ຈະບໍ່ມີການປ່ຽນແປງ. ອັດຕາດອກເບ້ຍ ແບບທີ່ບໍ່ມີການປ່ຽນແປງຫຼັງຈາກ ຖືກກຳໜົດຂຶ້ນ ເອີ້ນວ່າ ອັດຕາດອກເບ້ຍຄົງທີ່, ແລະ ອັດຕາດອກເບ້ຍ ທີ່ມີການປ່ຽນແປງໂດຍອີງໃສ່ ການເໜັງຕີງຂອງອັດຕາພື້ນຖານໃດໜຶ່ງ ເອີ້ນວ່າ ອັດຕາດອກເບ້ຍລອຍໂຕ.