ຍູຟາແຊມປ້ຽນລີກ

ຈາກ ວິກິພີເດຍ

ຢູຟາ ແຊມປ້ຽນລີກ (ຫຍໍ້ວ່າ UCL ) ເປັນການແຂ່ງຂັນ ບານເຕະ ປະຈຳປີຂອງສະໂມສອນທີ່ຈັດໂດຍ ສະຫະພັນບານເຕະເອີຣົບ (UEFA) ແລະ ເຂົ້າແຂ່ງຂັນໂດຍ ສະໂມສອນຊັ້ນນໍາຂອງເອີຣົບ, ຕັດສິນຜູ້ຊະນະການແຂ່ງຂັນຜ່ານຮອບແບ່ງກຸ່ມເພື່ອເຂົ້າຮອບຮອງຊະນະເລີດໃນຮູບແບບແຂ່ງຂັນແບບໄປເຕະໃນນານທີມເຢືອນ ແລະ ທີມເຈົ້າບ້ານ, ແລະ ການແຂ່ງຂັນນັດດຽວໃນຮອບຊີງຊະນະເລີດ. ມັນເປັນຫນຶ່ງໃນການແຂ່ງຂັນບານເຕະທີ່ມີຊື່ສຽງທີ່ສຸດໃນໂລກ ແລະການແຂ່ງຂັນຂອງສະໂມສອນທີ່ມີຊື່ສຽງທີ່ສຸດໃນບານເຕະເອີຣົບ, ເຂົ້າຫຼິ້ນໂດຍແຊ້ມລີກຂອງແຕ່ລະຊາດ (ສໍາລັບບາງປະເທດ, ແມ່ນຮອງແຊ້ມໜຶ່ງທີມ ຫລື ຫລາຍທີມ) ຂອງສະມາຄົມບານເຕະແຫ່ງຊາດຂອງເຂົາເຈົ້າ.