ຍອມ

ຈາກ ວິກິພີເດຍ

ຄຳ “ຍອມ” :

ບົດກ່ອນໄດ້ສະເໜີຄຳ “ແພ້”, “ໄຊຊະນະ” ແລະ “ປະລາໄຊ”... ໄປແລ້ວ; ບົດນີ້ຂໍນຳເອົາຄຳ “ຍອມ” ໃນພາສາລາວຂອງເຮົາມາສະເໜີ ລັກສະນະລວມໆ ເພື່ອສຶກສາຮ່ວມກັນ ເຊິ່ງຄວາມເປັນຈິງກໍ່ເປັນຄຳພື້ນຖານ ແລະ ໃຊ້ປົກກະຕິມາທັງບໍ່ຄ່ອຍ ຈະມີຄຳອື່ນໆ ມາເຫລື້ອມຄວາມໝາຍ.

ຄຳ “ຍອມ” ໃນພົດຈະນານຸກົມ ພາສາລາວຂອງທ່ານ ດຣ. ທອງຄຳ ອ່ອນມະນີສອນ ພິມປີ 2008, ລວມ ທັງສະບັບຂອງທ່ານ ສີວຽງແຂກ ກອນນີວົງ ພິມປີ 2015 ໄດ້ບັນຈຸ ແລະ ອະທິບາຍຄືກັນວ່າ ຄຳດັ່ງກ່າວເປັນ “ກຳມະ” ມີຄວາມໝາຍ ອ່ອນນ້ອມ, ບໍ່ຂີດຂວາງ, ຕົກລົງນຳ.


ໃນທາງຄວາມໝາຍວັດຈະນະ, ຄຳ “ຍອມ” ໝາຍເຖິງອາການຂອງ ຄົນ, ສັດທີ່ສະແດງອອກເຖິງຄວາມທໍ້ຖອຍ, ບໍ່ຕໍ່ສູ້, ບໍ່ຂີດຂວາງ, ເຫັນດີນຳ (ດ້ວຍຄວາມຈຳໃຈ)...ທັງໝົດ ເຫລົ່ານັ້ນແມ່ນມາຈາກຄວາມອາດ ສາມາດໃນການຕໍ່ສູ້, ແກ້ງແຍ້ງແຂ່ງຂັນ, ຄວາມແຂງແຮງ​ (ທາງຮ່າງກາຍ)... ດ້ອຍກວ່າ ຫລື ມີໝ້ອຍກວ່າຄູ່ຕໍ່ສູ້ (ທາງກົງ ແລະ ທາງອ້ອມ) ເຊັ່ນ: ລາວຍອມເສຍເງິນ ເພື່ອຮັກສາໜ້າ... ຄວາຍບັກຕູ້ ຍອມບັກດ່ອນຍ້ອນບໍ່ແຂງແຮງ...