ຊ່ວຍເຫຼືອ:ຫ້ອງສາງ

ຈາກ ວິກິພີເດຍ

ຫ້ອງສາງ ແມ່ນໜ້າບົດຄວາມໃນວິກິພີເດຍສຳຫຼັບເກັບຮັກສາຂໍ້ມູນການສົນທະນາທີ່ຜ່ານແລະຈົບໄປແລ້ວ ເຊິ່ງມີເນື້ອໃນຍາວຫຼາຍ ແລະ ຕ້ອງການເກັບແຍກອອກເປັນໜ້າອື່ນ ເກັບໄວ້ໃຫ້ຜູ້ໃຊ້ອື່ນໃຊ້ສຳຫຼັບສຶກສາຫຼືອ້າງອິງ.ໂດຍທົ່ວໄປແລ້ວຫ້ອງສາງນີ້ຈະບໍ່ທຳການດັດແກ້ພາຍຫຼັງຈາກທີ່ໄດ້ຈັດເກັບ. ໜ້າສົນທະນາປົກກະຕິຈະບໍ່ເກັບເຂົ້າຫ້ອງສາງ ຖ້າໜ້າສົນທະນານັ້ນຍັງສັ້ນຢູ່.

ວິທີການເກັບເຂົ້າຫ້ອງສາງ[ດັດແກ້]

ວິທີການເກັບເຂົ້າຫ້ອງສາງນັ້ນ ສາມາດເຮັດໄດ້ 2 ວິທີ ຄື (1) ວິທີການປ່ຽນຊື່ໜ້າ.ວິທີນີ້ ຈະເກັບຂໍ້ມູນໄດ້ຄົບຖ້ວນ ເຊິ່ງຮວມເຖິງປະຫວັດການດັດແກ້ໜ້າ ແຕ່ຈະມີຂັ້ນຕອນຊັບຊ້ອນຫຼາຍກ່ວາວິທີທີ່ 2 (2) ວິທີການກ່າຍເອົາເນື້ອໃນ.ວິທີນີ້ຊິງ່າຍກ່ວາວິທີທຳອິດ ແຕ່ຂໍ້ເສຍ ແມ່ນ ປະຫວັດຂອງໜ້າບໍ່ໄດ້ຖຶກຍ້າຍຕາມໄປນຳ.

ວິທີການເກັບເຂົ້າຫ້ອງສາງແບບປ່ຽນຊື່ໜ້າ[ດັດແກ້]

  1. ໄປໜ້າສົນທະນາທີ່ຕ້ອງການເກັບເຂົ້າຫ້ອງສາງ
  2. ກດທີ່ປຸ່ມ "ຍ້າຍ" ດ້ານເທິງເພື່ອເຮັດການປ່ຽນຊື່ໜ້າສົນທະນາເປັນຫ້ອງສາງ ໂດຍໃຊ້ຊື່ໃໝ່ວ່າຕາມຫຼັງດ້ວຍຄຳວ່າ "ທ້າວກໍ/ຫ້ອງສາງ" ແລ້ວຍະຫວ່າງແລະຕາມດ້ວຍຕົວເລກລຳດັບ ເຊັ່ນ "ສົນທະນາກັບຜູ້ໃຊ້:Tuinui/ຫ້ອງສາງ 1"
  3. ເຂົ້າໄປທີ່ໜ້າຫ້ອງສາງທີ່ສ້າງມາໃໝ່ ໃຫ້ໃສ່ແມ່ແບບ {{ຫ້ອງສາງ}} ໄວ້ດ້ານເທິງຂອງໜ້າ ເພື່ອແຈ້ງກັບຜູ້ອື່ນວ່າໜ້ານີ້ແມ່ນໜ້າຫ້ອງສາງ ແລະບໍ່ຄວນດັດແກ້ແຕ່ຢ່າງໃດ
  4. ເຂົ້າໄປໜ້າສົນທະນາເດິມ ເຊິ່ງປັດຈຸບັນແມ່ນ ໜ້າໂອນ ເມື່ອເຂົ້າໄປໃຫ້ເລືອກ ບ່ອນຄຳວ່າ "ໂອນມາຈາກ ___" ຢູ່ ເບື້ອງຊ້າຍເທິງຂອງບົດຄວາມ ໂດຍກົດເລືອກເຂົ້າໄປ
  5. ດັດແກ້ໜ້າສົນທະນາເດິມ ດັດແກ້ຈາກໜ້າໂອນເປັນໜ້າສົນທະນາປົກກະຕິ ໂດຍລຶບຄຳວ່າ "#REDIRECT ___ ອອກ
  6. ເຮັດລິງກ໌ຈາກໜ້າສົນທະນາໄປຍັງໜ້າຫ້ອງສາງ ເພື່ອໃຫ້ຜູ້ອື່ນສາມາດເຂົ້າໄປອ່ານໄດ້ ຫຼືພຽງແຕ່ ໃສ່ແມ່ແບບ {{ກັບສາງ|auto=short}}

ວິທີການເກັບເຂົ້າຫ້ອງສາງແບບກ່າຍເນື້ອໃນ[ດັດແກ້]

  1. ໄປໜ້າສົນທະນາທີ່ຕ້ອງການເກັບເຂົ້າຫ້ອງສາງ
  2. ກົດ "ດັດແກ້" ດ້ານເທິງແລະທຳການກອບປີ້ເອົາຂໍ້ມູນທັງໝົດ
  3. ສ້າງໜ້າໃໝ່ ໂດຍໃສ່ຊື່ "/ຫ້ອງສາງ" ແລ້ວຍະຫວ່າງແລະຕາມດ້ວຍຕົວເລກລຳດັບ ເຊັ່ນ "ສົນທະນາກັບຜູ້ໃຊ້:ທ້າວກໍ/ຫ້ອງສາງ 1"
  4. ເປສຂໍ້ມູນທີ່ໄດ້ກອບປີ້ໄວ້ ໃສ່ ຫ້ອງສາງ ທີ່ສ້າງມາໃໝ່ ແລ້ວໃສ່ແມ່ແບບ {{ຫ້ອງສາງ}} ໄວ້ດ້ານເທິງຂອງໜ້າ ເພື່ອແຈ້ງກັບຜູ້ອື່ນວ່າໜ້ານີ້ແມ່ນໜ້າຫ້ອງສາງ ແລະບໍ່ຄວນດັດແກ້ແຕ່ຢ່າງໃດ
  5. ເຮັດລິງຄ໌ຈາກໜ້າສົນທະນາໄປຍັງໜ້າຫ້ອງສາງ ເພື່ອໃຫ້ຜູ້ອື່ນສາມາດເຂົ້າໄປອ່ານໄດ້