ຊ່ວຍເຫຼືອ:ສ້າງບົດຄວາມໃໝ່
Jump to navigation
Jump to search
ການສ້າງບົດຄວາມໃໝ່ ໃນວິກິພີເດຍ ສາມາດສ້າງໄດ້ຫຼາຍແບບໃນວິທີໃດວິທີໜຶ່ງ. ວິທີສ້າງຫຼັກ ໆ ໄດ້ແກ່:
- ສ້າງຕໍ່ຈາກບົດຄວາມເດີມໂດຍການກົດລິງຄ໌ສີແດງໃນບົດຄວາມໃດ ໆ ບົດຄວາມໃໝ່ກໍຈະຖືກສ້າງດ້ວຍໂຕເອງຄັນມີການບັນທຶກຫຼັງແຕ່ນັ້ນ. ຄັນບົດຄວາມນັ້ນບໍ່ມີລິງຄ໌ ກໍສາມາດສ້າງລິງກ໌ໃໝ່ໄດ້ໂດຍການພິມ [[ ]] ຮອບຂໍ້ຄວາມໃດ ໆ.
- ພິມຊື່ທີ່ຕ້ອງການ ຫຼັງຈາກຊື່ເວັບໃນ ຊ່ອງ URL ທາງເທິງ http://lo.wikipedia.org/wiki/ຊື່ບົດຄວາມທີ່ຕ້ອງການ ແລະເລືອກ edit/ດັດແກ້ ເພື່ອຂີດຂຽນບົດຄວາມນັ້ນ.
- ສ້າງບົດຄວາມຈາກຄຳສັ່ງທາງລຸ່ມນີ້ ໂດຍພິມຊື່ບົດຄວາມທີ່ຕ້ອງການ.
ຢ່າງໃດກໍຕາມ ຄັນຍັງບໍ່ຊຳນານຫຼືຕ້ອງການກວດສອບຜົນລັບກ່ອນ ກໍຄວນທົດສອບຈາກ ວິກິພີເດຍ:ທົດລອງຂຽນ ກ່ອນລົງມືສ້າງບົດຄວາມໃໝ່.
ທຸກຄົນລວມທັງທ່ານ ສາມາດຊ່ອຍຂຽນວິກິພີເດຍໄດ້ ພຽງພິມຊື່ເລື່ອງທີ່ທ່ານຕ້ອງການລົງໃນກ່ອງທາງລຸ່ມ (ເບິ່ງ ຫຼັກການຕັ້ງຊື່ບົດຄວາມອັນເໝາະສົມ) ແລ້ວຄະລິກປຸ່ມ "ສ້າງບົດຄວາມ" ແລ້ວເລີ່ມຂຽນໄດ້ໂລດ.
ລາຍລະອຽດເພີ່ມຕື່ມ ເບິ່ງຕື່ມໄດ້ຢູ່ ວິທີສ້າງບົດຄວາມໃໝ່. ຄັນມີຂໍ້ສົງໄສກ່ຽວກັບການຂຽນບົດຄວາມເທິງວິກິພີເດຍ ກໍເຊີນຢູ່ ເລຂາຊາວວິກິພີເດຍ
ຂໍ້ດີຂອງການສ້າງບົດຄວາມຕໍ່ຈາກບົດຄວາມເດີມ ແມ່ນຈະສົ່ງຜົນໃຫ້ບົດຄວາມໃໝ່ມີຫົວຂໍ້ອັນເຊື່ອມໂຍງເຂົ້າຫາກັນໄດ້ງ່າຍ.