ຊົນເຜົ່າລື້

ຈາກ ວິກິພີເດຍ

ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງໃນວົງຄະນະຍາດແຫ່ງຊາດ ລາວ ໂດຍສ່ວນໃຫຍ່ດຳລົງຊີວິດຢູ່ທາງພາກເໜືອຂອງ ສປປ ລາວ ມີພາສາ, ຮີດຄອງປະເພນີທີ່ເປັນເອກະລັກຂອງຕົນເອງ

ປະຫວັດຄວາມເປັນມາ

ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງຂອງ ວົງຄະນະຍາດ ແຫ່ງ ສປປ ລາວ ເຊິ່ງໄດ້ມາຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດລາວ ພ້ອມກັນກັບຊົນເຜົ່າໃນໝວດ ພາສາ ລາວ-ໄຕ ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອສ່ຽງໃຕ້ຂອງປະເທດ ຈີນ ບໍລິເວນມົນທົນ 12 ພັນນາເຂົ້າສູ່ບັນດາແຂວງ ພາກເໜືອຂອງລາວເຮົາໃນຕອນທ້າຍສະຕະວັດທີ XIII ເປັນຕົ້ນມາ. ປະຈຸບັນ ຊົນເຜົ່າລື້ ທີ່ອາໃສຢູ່ ສປປ ລາວ ນັ້ນສ່ວນຫລາຍຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ທາງພາກເໜືອຂອງ ລາວ ເຊັ່ນ: ແຂວງ ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ເປັນຕົ້ນ. ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວເຫັນວ່າຊົນເຜົ່າລື້ມີອັດຕາກວມເອົາເກືອບ 3 %. ນອກຈາກມີຢູ່ລາວແລ້ວ, ຊົນເຜົ່າລື້ ຍັງມີຢູ່ ຈີນ, ມຽນມາ ແລະ ຫວຽດນາມ. ຊົນເຜົ່ານີ້ ມີພາສາປາກເວົ້າເປັນຂອງຕົນເອງຈັດຢູ່ໃນໝວດພາສາລາວ-ໄຕ ພ້ອມກັນນີ້ເຂົາເຈົ້າຍັງມີຕົວໜັງສືຂຽນເປັນຂອງຕົນເອງ, ສ່ວນຫລາຍຈະພົບເຫັນຢູ່ໃນໃບລານ ເຊິ່ງມີລັກຊະນະຄ້າຍຄືຕົວທຳ.