ຈຽງເຈີມິນ
ຮູບຮ່າງການສະແດງຜົນ
ຈຽງເຈີມິນ (17 ສິງຫາ 1926 – 30 ພະຈິກ 2022) ເປັນນັກການເມືອງຈີນເຄີຍດຳລົງຕຳແໜ່ງເປັນ ເລຂາທິການ ໃຫຍ່ ພັກກອມມູນິດ ຈີນແຕ່ປີ 1989 – 2002, ເຄີຍເປັນ ປະທານ ຄະນະກຳມະການການທະຫານສູນກາງ ແຕ່ປີ 1989 – 2004. ແລະ ໄດ້ເປັນ ປະທານປະເທດຈີນ ແຕ່ປີ 1993 ຫາປີ 2003. ທ່ານຈຽງເປັນ ຜູ້ນຳທີ່ສຳຄັນ ຂອງ ຈີນ ແຕ່ປີ 1989 ຫາປີ 2002. ເພີ່ນເປັນ ຜູ້ນຳຫຼັກ ຂອງການນຳຈີນ ລຸ້ນທີ 3, ເຊິ່ງແມ່ນໜຶ່ງໃນຈຳນວນຜູ້ນຳຫຼັກພຽງ 4 ທ່ານພ້ອມດ້ວຍ ທ່ານເໝົາເຈີ້ຕົງ, ເຕິງສຽວປິງ ແລະ ສີຈິ້ນຜິງ.