ຈິນຕະຫຣາ ພູນລາບ

ຈາກ ວິກິພີເດຍ
ຈິນຕະຫຣາ ພູນລາບ
Occupationsນັກຮ້ອງ

ຈິນຕະຫລາ ພູນລາບ ມີຊື່ຈິງວ່າ "ທອງໃບ ຈັນເຫຼືອງ" ເປັນຊູເປີຣ໌ສະຕານັກຮ້ອງລູກທຸ່ງໝໍລຳໝາຍເລກ 1 ຂອງປະເທດໄທ ກາລັນຕີໄດ້ຈາກການຄອງຂວັນໃຈມະຫາຊົນແລະມີເພງດັງຕໍ່ເນື່ອງກັນເປັນເວລາຍາວນານ ມີຜົນງານເພງເປັນທີ່ຮູ້ຈັກ ເຊັ່ນ ເພງຮັກສະຫຼາຍດອກຝ້າຍບານ ພະລັງຮັກ ໄດ້ຮັບສົມຍານາມວ່າ "ນັກຮ້ອງສາວສຽງພິນ", "ແຫບສະເນ່" ແລະ "ລູກຄໍ 9 ຊັ້ນ" ພ້ອມເອກະລັກປະຈຳຕົວຄື ຜົມມ້າສັ້ນ ແລະຍັງເປັນສິລະປິນຕົ້ນແບບຂອງຫຼາຍໆ ສິລະປິນໃນຍຸກປັດຈຸບັນ

ປະຫວັດ[ດັດແກ້]

ຈິນຕະຫລາ ພູນລາບ ເກີດເມື່ອວັນພະຫັດທີ 6 ມີນາ ຄ.ສ. 1969 ບ້ານຈານທຸ່ງ ຕ.ສິງໂຄກ ອ.ກະເສດວິໄສ ຈ.ຮ້ອຍເອັດ ເປັນລູກຄົນທີ 4 ຈາກທັງໝົດ 5 ຄົນຂອງຄອບຄົວທີປະກອບອາຊີບກະເສດຕະກຳ ເລິ່ມຮ້ອງເພງຕັ້ງແຕ່ຍັງເປັນເດັກນ້ອຍ ຫຼັງຈາກຊະນະການປະກວດຮ້ອງເພງທີ ຈ.ຂອນແກ່ນ ໄດ້ຮັບການຊັກຊວນຈາກ "ເຮຍຍິ້ງ" ຊາຍ ສີບົວເລີດ ນັກຈັດລາຍການວິທະຍຸເພງລູກທຸ່ງ ເພື່ອເຂົ້າເປັນນັກຮ້ອງສຽງກັບຄ່າຍແກມມີ້ ແລະເຮັດການຕະຫຼາດໂດຍຈີເອັມເອັມ