ຈັນທີ ເດືອນສະຫວັນ

ຈາກ ວິກິພີເດຍ
Jump to navigation Jump to search

I. ປະຫວັດຫຍໍ້, ຊີວິດ ແລະ ການປະດິດແຕ່ງ.


ທ່ານ ຈັນທີ ເດືອນສະຫວັນ ເກີດເມື່ອວັນທີ 6 ຕຸລາ 1940 ( ປີມະໂລງ ) ຢູ່ທີ່ບ້ານນ້ອຍແຫ່ງໜຶ່ງຂອງ ເມືອງ ຄໍາ ແຂວງ ຊຽງຂວາງ ໃນຄອບຄົວຍາກຈົນເມື່ອໄດ້ອາຍຸ 5 ປີ, ພໍ່ຂອງເພິ່ນຖືກທະຫານລ່າເມືອງຂຶ້ນເກົ່າຈັບຕົວໄປຂັງຄຸກທີ່ ເມືອງ ໜອງແຮດ ໃນຂໍ້ກ່າວຫາວ່າເປັນໄມ້ມືຂອງລາວອິດສະຫຼະ. ລະດູຝົນໃນປີ 1945 ຍ້ອນບໍ່ມີທີ່ເພິງພາອາໄສ, ແມ່ຈຶ່ງໄດ້ເຈຍເພິ່ນໜີຈາກບ້ານຊັດເຊພະເນຈອນໄປທຸກຫົນທຸກແຫ່ງເພື່ອຊອກຫາບ່ອນລ້ຽງຊີວິດ.

                                                  ມື້ໜຶ່ງຂອງປີ 1946  ສອງແມ່ລູກໄດ້ໄປຍຸດເຊົາຢູ່ໃນໝູ່ບ້ານຊົນເຜົ່າມົ້ງແຫ່ງທີ່ມີຊື່ວ່າ " ພູໝູຫຼົງ " ລະຫວ່າງຊາຍແດນລາວຫວຽດ.ຍ້ອນສະພາບແວດລ້ອມຂອງສັງຄົມ ແລະ ຊີວິດອັນແສນຈົນຂອງສອງແມ່ລູກໃນທີ່ສຸດແມ່ຂອງເພິ່ນກໍສິນລົມຫາຍໃຈໃນຕູບນ້ອຍຮ້າງຫຼັງໜຶ່ງຍ້ອນຄວາອຶດຫິວ ແລະ ເຈັບປ່ວຍ. ໃນເວລານັ້ນອາຍຸຂອງເພິ່ນໄດ້ຍ່າງເຂົ້າ 10 ປີ ( 1950 ). ເມື່ອແມ່ຈາກໄປ, ເພີ່ນກໍໄດ້ກາຍເປັນລູກກໍາພອຍ, ທີ່ຈະຕ້ອງເຮັດໜ້າທີ່ແທນແມ່ຢູ່ໃນເຮືອນຂອງພະຍາ ເພຍຕົງ ຜູ້ໂຫດຫ້ຽມ.
    ທ່ານ ຈັນທີ ເດືອນສະຫວັນ ໃຊ້ຊີວິດເປັນຂ້ອຍຂ້າຂອງເພຍຕົງ. ຈົນຮອດຄໍ່າຄືນຂອງມື້ໜຶ່ງໃນລະດູໝາກຄາຍສຸກປີ 1956, ເພິ່ນໄດ້ໂຕນໜີໄປຫາກອງທະຫານລາວອິດສະຫຼະ. ເວລາຜ່ານໄປຫຼາຍມື້ເພີ່ນໄດ້ພົບກັບກອງທະຫານປະຕີວັດກອງໜຶ່ງ. ເພິ່ນໄດ້ກາຍເປັນນັກຮົມນ້ອຍອິດ

ສະຫຼະເປັນເວລາໜຶ່ງປີກວ່າ. ຈາກນັ້ນ, ເພິ່ນກໍຖືກສົ່ງໄປສູ່ເຂດທີ່ໝັ້ນປະຕິວັດສູນກາງ ລາວອິດສະຫຼະ. ຈາກເດັກນ້ອຍທີ່ບໍ່ເຄີຍພໍ້ກະດານດໍາ, ສໍຂາວແມ່ນແຕ່ນາຍຄູສອນໜັງສືກໍບໍ່ເຄີຍເຫັນ, ເມື່ອໄປຮອດເຂດສູນກາງລາວອິດສະຫຼະເພິ່ນໄດ້ຮັບການບົວລະບັດດູແລທາງສຸຂະພາບ, ໄດ້ຮັບການຮໍ່າຮຽນໜັງສື ແລະ ບົ່ມສອນແນວຄິດປະຕິວັດ. ຈົນໃນທີ່ສຸດ, ທ້າວກໍໄດ້ເຕີບໃຫຍ່ຂຶ້ນໃນຖັນແຖວ ແລະ ໄດ້ຄ່ອຍໆໄຕ່ເຕົ້າຈາກນັກຮົບລາວອິດສະຫຼະທໍາມະດາຂຶ້ນເປັນພະນັກງານຝ່າຍແນວຄິດການເມືອງຂອງພັກ. ບັນດາອາຈານທີ່ທ່ານ ຈັນທີ ເດືອນສະຫວັນ ບໍ່ມີວັນລື່ມໄດ້ຄື: ປ້າຄໍາຫຼ້າ ວົງສັກ ( ຊື່ເກົ່າເອີ້ນວ່າ ປ້ານາລີ ວົງສັກ )ປ້າຄໍາແພງ ບຸບຜາ ອາຈານທັງສອງເຄີຍເປັນຜູ້ສິດສອນໜັງສື ແລະ ເປັນທັງແມ່ບຸນທໍາຂອງເພິ່ນຕັ້ງແຕ່ເວລາມີໜ້າຢູ່ຖັນແຖວອິດສະຫຼະ.

    ຫຼັງຈາກຮຽນຈົບຊັ້ນປະຖົມບໍລິບູນ, ເພິ່ນຖືກສົ່ງໄປປະຈໍາຢູ່ກະຊວງສຶກສາທິການ ໃນໜ້າທີ່ເປັນສະໝຽນຕີພິມດີດໃຫ້ທ່ານ ເຈົ້າສຸກ ວົງສັກ. ການລວມລາວຄັ້ງທໍາອິດໃນປີ 1957 ລະ ຫວ່າງຝ່າຍແນວລາວຮັກຊາດ ກັບຝ່າຍລາຊາອານາຈັກ, ທ່ານ ຈັນທີ ເດືອນສະຫວັນ ຖືກບັນຈຸເຂົ້າເປັນລາຊະການໃນໜ້າທີ່ຕໍາແໜງສະໝຽນຕີພິມດິດຂອງທ່ານ ພູມີ ວົງວິຈິດ ເຊິ່ງກໍາກະຊວງ ທໍາມະການ ແລະ ສິລະປະກອນ. ການເປັນຂ້າລາຊະການປະສົມກັບຝ່າຍວຽງຈັນ ຂອງຄົນປະຕິວັດມີຄວາມຫຍຸ້ງຍາກຫຼາຍກ່ຽວກັບດ່ານພາສາ ແລະ ຄວາມຮູ້ຕ່າງໆທີ່ເຫັນວ່າຫຼຸດແຕ້ມຝ່າຍວຽງຈັນຫຼາຍໂດຍສະເພາະພາສາລາຊະການໃນສະໄໝນັ້ນ, ແມ່ນເອົາພາສາຝຣັ່ງເປັນພາສາກາງ ແລະ ພາສາລາວເປັນພາສາທ້ອງຖິ່ນ. ເມື່ອເປັນເຊັ່ນນັ້ນ, ທ່ານ ຈັນທີ ເດືອນສະຫວັນ ກໍຕັດສິນໃຈສະລະເງິນເດືອນຈ້າງຮຽນພາສາຝຣັ່ງ ແລະ ພາສາອັງກິດ ທ່ານອາຈານ ເຮສສະມາເຢີ ຄົນເຍຍລະມັນ. ໃນຂະນະທີ່ພວມຮຽນດ້ວຍຄວາມຈູບຈ້າວຢູ່ນັ້ນ, ກໍເກີດມີການທໍລະຍົດຂອງລັດຖະ

ບານ ຜູຍ ຊະນະນິກອນ, ພວກເຂົາໄດ້ທໍາການຈັບກຸມ ສະເດັດເຈົ້າ ສຸພານຸວົງ ແລະ ບັນດາຜູ້ນໍາແນວລາວຮັກຊາດໃນເດືອນ ພຶດສະພາ ປີ 1959. ເມື່ອສະພາບເປັນເຊັ່ນນັ້ນ, ທ່ານ ຈັນທີ ເດືອນສະຫວັນ ໄດ້ຖືກຕົກຢູ່ໃນວົງລ້ອມຂອງພວກຂວາຈັດຢູ່ພາຍໃນກະຊວງ, ແຕ່ທ່ານ ຈັນທີ ເດືອນສະຫວັນ ກໍບໍ່ໄດ້ທໍ້ຖອຍຍັງສືບຕໍ່ພົວພັນກັບທ່ານ ສາລີ ວົງຄໍາຊາວ ເພື່ອຮັບເອົາທິດທາງການນໍາຈາກພັກປະຕິວັດຮັບເອົາໃບປິວ ແລະ ເອກະສານຕ່າງໆເພື່ອນໍາເຂົ້າໄປວ່ານໃນວຽງຈັນ ແລະ ເອົາເຂົ້າໄປສົ່ງໃຫ້ບັນດາຜູ້ນໍາແນວລາວຮັກຊາດຢູ່ໃນຄຸກໂພນເຄັງ. ເພື່ອນຮ່ວມງານຜູ້ຂະ ຫຍັນ ແລະ ໄວ້ໃຈຂອງການປະຕິວັດໃຕ້ດິນໃນຍາມນັ້ນມີທ່ານ ໂປ້ ໂພທິສັກ ເປັນຂ້າລາຊະ ການຢູ່ກະຊວງປະຊາສົງເຄາະ, ໃບປິວ ແລະ ເອກສານທັງໝົດແມ່ນເວົ້າເຖິງການຕໍ່ສູ້ເພື່ອປົດປ່ອຍສະ ເດັດເຈົ້າ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດເປັນອິດສະຫຼະ.

    ກະແສຟອງປະຕິວັດຢູ່ໃນເມືອງ ແລະ ບ້ານນອກນັບມື້ນັບຟົດເດືອດຂຶ້ນເລື້ອຍໆຈົນກ້າວໄປເຖິງກອງທະຫານລາບອາກາດທີ 2 ຂອງກອງທັບແຫ່ງຊາດໄດ້ລຸກຂຶ້ນເຮັດລັດຖະປະຫານໃນຄືນວັນທີ 8 ສິງຫາ 1960 ແລະ ໄດ້ຮັບໄຊຊະນະຢ່າງສົມບູນໃນເຊົ້າຂອງວັນທີ 9 ສິງຫາ 1960 ເຊິ່ງເປັນການລັດທະປະຫານ, ພາຍຫັງການແຫກຄຸກສໍາເລັດຜົນຂອງຜູ້ນໍາແນວລາວຮັກຊາດບໍ່ພໍເທົ່າໃດເດືອນ. ຊຸມມື້ແຫ່ງການຍຶດອໍານາດປະຕິວັດທີ່ວຽງຈັນ, ໜັງສືພິມລາວຮັກຊາດທີ່ຖືກປິດໃນເມື່ອກ່ອນກໍຖືກຟື້ນຟູຄືນໂດຍແມ່ນທ່ານ ສີຊະນະ ສີສານ ເປັນບັນນາທິການ ແລະ ທ່ານ ຈັນທີ ເດືອນສະຫວັນ ເປັນຜູ້ຊ່ວຍຂອງເພິ່ນ.
    ເດືອນ ພະຈິກ ປີ 1960 ກຸ່ມທະຫານຂວາຈັດທີ່ນໍາໂດຍ ກຸປະສິດ ທີ່ສົມຮູ້ຮ່ວມຄິດ ພູມີ ໜໍ່ສະຫວັນ ໄດ້ທໍາການລັດທະປະຫານຊ້ອນ ແລະ ທໍາການຕໍ່ຕ້ານກໍາລັງຮັກຊາດ. ຍ້ອນເຫຼັກຫຼາຍກວ່າຖ່ານໃນທີ່ສຸດຮອດວັນທີ 13 ທັນວາ 1960 ກອງກໍາລັງປະຕິວັດທັງໝົດໄດ້ຖອນຈາກນະຄອນວຽງຈັນຂຶ້ນເມື່ອປົດປ່ອຍທົ່ງໄຫຫີນຊຽງຂວງ.

ເດືອນ ພຶດສະພາ 1961, ທ່ານ ຈັນທີ ເດືອນສະຫວັນ ຖືກເປັນສະໝຽນຮັບໃຊ້ປະຈໍາທ່ານ ພູນ ສີປະເສີດ ທີ່ກອງປະຊຸມເຈລະຈາ 3 ຝ່າຍທີ່ບ້ານນາມອນ ວັງວຽງ. ຕໍ່ຈາກນັ້ນ, ທ່ານ ຈັນທີ ເດືອນສະຫວັນ ກໍຖືກຮຽກຕົວກັບຄືນຊຽງຂວງ-ຄັງໄຂ ເປັນສະໝຽນຕິພິມດິດໃຫ້ສະເດັດເຈົ້າ ສຸພານຸວົງ ແລະ ສະເດັດ ເຈົ້າ ສຸວັນນະພູມມາ. ຕໍ່ມາກໍຍ້າຍໄປເປັນສະໝຽນຕີພິມດິດໃຫ້ທ່ານ ໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງຫົວພັນ. ປີ 1961 ຫາ 1962 ຖືກສົ່ງໄປຮຽນວິຊານັກໜັງສືພິມປະຫວັດຕິຊາດທີ່ຮ່າໂນ້ຍ ປະເທດ ຫວຽດນາມ. ພາຍຫຼັງຮຽນຈົບກໍເຂົ້າປະຈໍາການຢູ່ສະຖານີວິທະຍຸກະຈາຍສຽງຝ່າຍປະເທດລາວ, ໂດຍພາຍໃຕ້ການນໍາຂອງທ່ານ ສີຊະນະ ສີສານ. ເດືອນ 3 ປີ 1963, ທ່ານ ຈັນທີ ເດືອນ ສະຫວັນ ຖືກເລື່ອນຂຶ້ນເປັນຫົວໜ້າໜ່ວຍບັນນາທິການໜັງສືພິມລາວຮັກຊາດ.

    ໃນຕະຫຼອດໄລຍະສົງຄາມຕໍ່ຕ້ານພວກລາເມືອງຂຶ້ນແບບໃໝ່, ທ່ານ ຈັນທີ ເດືອນສະຫວັນ ໄດ້ກາຍເປັນນັກໜັງສືພິມຂອງທຸກແນວຮົບທີ່ສໍາຄັນເຊັ່ນ: ບັ້ນຮົບເມືອງເປິນ ປີ 1965, ບັ້ນຮົບຜາຖີ່ ປີ 1968 ແລະ ອີກຫຼາຍແຫ່ງ, ເຄີຍເປັນນັກຂ່າວໃຕ້ດິນຊຸມປີ 1971 ຫາ 1972 ຢູ່ເຂດທົ່ງພຽງວຽງຈັນ ແລະ ວຽງຈັນ.
    ກ່ອນຈະເຂົ້າສູ່ເສັ້ນທາງການຂີດຂຽນທ່ານ ຈັນທີ ເດືອນສະຫວັນ ເປັນນັກອ່ານ, ນັກຄົ້ນຄວ້າ ກ່ຽວກັບວັນນະຄະດີລາວ ກໍຄືວັນນະຄະດີສາກົນເປັນຈໍ່ານວນຫຼາຍຮ້ອຍຫົວເລື່ອງ ໂດຍສະເພາະແມ່ນ ບັນດາປຶ້ມນະວະນິຍາຍຂອງລັດເຊຍ, ຈີນ, ຝຣັ່ງ, ຫວຽດນາມ ແລະ ອື່ນໆ ເປັນພາສາຫວຽດນາມ ແລະ ພາສາໄທ. ປຶ້ມນະວະນິຍາຍທີ່ທ່ານ ຈັນທີ ເດືອນສະຫວັນ ມັກທີ່ສຸດໃນຊີວິດແມ່ນປຶ້ມ " ສາມກົກ " ຂອງຈີນສະໄໝບູຮານເປັນປຶ້ມທີ່ເພິ່ນສາມາດຈື່ຕົວລະຄອນເກືອບທຸກຕົວ.
    ເນື່ອງໃນໂອກາດວັນຄົບຮອບ 20 ປີແຫ່ງມື້ປະກາດປະເທດລາວເປັນເອກະລາດ ວັນທີ 12 ຕຸ ລາ ( 1945 ຫາ 1965 ), ຄະນະນໍາໂຄສະນາແນວລາວຮັກຊາດໄດ້ລະດົມໃຫ້ທ່ານ ຈັນທີ ເດືອນສະຫວັນ ຂຽນກ່ຽວກັບຊີວິດເບື້ອງຫຼັງຂອງຕົນ. ຜ່ານໄລຍະບໍ່ເທົ່າໃດເດືອນທ່າມ ກາງຫາລະເບີດທີ່ຖະຫຼົ່ມລົງມາຈາກຝູງບິນອາເມລິກາໃນທີ່ສຸດປຶ້ມ " ແສງສະຫວ່າງຂອງການປະຕິວັດ " ກໍໄດ້ອອກສູ່ສາຍຕາຂອງພະນັກງານ ແລະ ປະຊາຊົນເຂດປົດປ່ອຍ. ຍ້ອນເປັນປຶ້ມຫວນຄືນຫຼັງທີ່ປະທັບໃຈຜູ້ອ່ານ. ສະນັ້ນ, ບໍ່ເທົ່າໃດປີຕໍ່ມາທ່ານ ຈັນທີ ເດືອນສະຫວັນ ກໍໄດ້ປ່ຽນຊື່ຈາກ ແສງສະຫວ່າງຂອງການປະຕິວັດ ມາເປັນ " ເສັ້ນທາງແຫ່ງຊີວິດ ". ປຶ້ມດັ່ງກ່າວທາງສໍານັກພິມສູນກາງລາວຮັກຊາດໄດ້ພິມຄືນເຖິງ 4 ຄັ້ງ ແລະ ໄດ້ຈໍາໜ່າຍໄປທົ່ວປະເທດກາຍເປັນປຶ້ມທີ່ຮຽນໃນຫຼັກສູດວັນນະຄະດີປະຫວັດສາດຢູ່ໃນໂຮງຮຽນສາມັນ ແລະ ມະຫາວິທະຍາໄລຈົນເທົ່າທຸກວັນນີ້.
    ໃນປີ 1969 ທ່ານ ຈັນທີເດືອນສະຫວັນ ໄດ້ແຕ່ງດອງກັບນາງ ແສງຄໍາ ຄູສອນຊັ້ນກາງ ທີ່ ເມືອງ ວຽງໄຊ, ໄດ້ລູກນໍາກັນ 4 ຄົນເປັນຊາຍ 3 ແລະ ຍິງ 1 ຄົນ.


ຄັດຈາກ ປື້ມແບບຮຽນ ວັນນະຄະດີ ຊັ້ນມັດທະຍົມ ປີທີ 7 ( ສະບັບຊົ່ວຄາວ ) ໜ້າ 141 ຫາ 146, ກະຊວງສຶກສາທິການ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.


ປີ 1973 – 1975 ເປັນຜູ້ຕາງໜ້າຂ່າວສານປະເທດລາວຢູ່ ສສ ຫວຽດນາມ. ປີ 1978 – 1979 ເປັນຜູ້ວ່າການກົມໜັງສືພິມປະຊາຊົນ ແລະ ຂ່າວສານປະເທດລາວ. ປີ 1990 ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ ຄັ້ງທີ I ຂອງສະມາຄົມນັກປະພັນ ລາວເປັນຄະນະບໍລິຫານສະມາຄົມ, ປີ 1999 ໄດ້ຮັບລາງວັນ ວັນນະກໍາຍອດຢ້ຽມແຫ່ງອາຊຽນ ຫຼື " ຊີໄຣ " ( S.E.A WIRITE AWARD ) . ປີ 2002 – 2010 ໄດ້ເປັນປະທານສະມາຄົມນັກປະພັນລາວ. ຜົນງານການຂຽນທີ່ໂດດເດັ່ນໄດ້ແກ່ນະວະນິຍາຍເຊັນ: ເສັ້ນທາງແຫ່ງຊີວິດ. ເລື່ອງສັ້ນ ເຊັນ: ໄປຮຽນວຽງຈັນ, ຄ້າງຄືນໃນປ່າເລິກ, ມວຍລາວລົ້ມມວຍຝຣັ່ງ ແລະ ອື່ນໆ. ປີ 2007 ໄດ້ຮັບລາງວັນແມ່ນໍ້າຂອງ, ລາງວັນ ວັນນະກໍາສາມຊາດອິນດູຈີນຄື: ລາວ, ຫວຽດນາມ ແລະ ກໍາປູເຈຍ. ປີ 2010 ໄດ້ຮັບນາມມະຍົດສິລະປິນແຫ່ງຊາດ ສາຂາວັນນະກໍາ.

ຄັດມາຈາກປຶ້ມໂຮມເລື່ອງສັ້ນ ລາງວັນ " ຊີໄຣ " ລາງວັນສ້າງສັນຍອດຢ້ຽມແຫ່ງອາຊຽນ ຮິບໂຮມໂດຍ ທອງໃບ ໂພທິສານ ສໍານັກພິມ ແສງສຸວັນ 29 09 2011