Jump to content

ຈອມເພັດ

ຈາກ ວິກິພີເດຍ

ເມືອງ​ຈອມ​ເພັດ ແຂວງຫລວງ​ພະ​ບາງ ແມ່ນ​ເຂດ​ຫນຶ່ງ​ທີ່ກຳ­ລັງ​ໄດ້​ຮັບ​ຄວາມນິຍົມ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ ໂດຍ​ສະ­ເພາະກໍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ­ເທດ ເນື່ອງ​ຈາກ​ສະ­ຖານທີ່ ​ດັ່ງກ່າວ​ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ດຶງດູດ​ໃຈ ເປັນ­ຕົ້ນ​ແມ່ນ​ບັນ­ດາ​ພູ­ຜາ, ປ່າ­ໄມ້, ຫ້ວຍ​ນ້ຳ, ລວມ​ເຖິງ​ຂະຫນົບ​ທຳ­ນຽມ​ແບບ­ແຜນ​ດຳ­ລົງ​ຊີວິດ​ຂອງ​ປະ­ຊາ­ຊົນ​ທ້ອງ­ຖິ່ນ.

ຖ້າ​ເບິ່ງ​ແບບ​ຜິວ​ເຜີນ​ແຕ່​ທາງພາຍ​ນອກ​ແລ້ວ ຈະ​ເຫັນ​ວ່າ​ເມືອງຈອມ​ເພັດ​ແມ່ນ​ຕົວ​ເມືອງ​ຊົນ​ນະບົດ​ອີກ​ເຂດ​ຫນຶ່ງ​ຂອງ​ແຂວງຫລວງ​ພະ​ບາງ ແຕ່​ໃນ​ຄວາມ​ເປັນຈິງ​ກໍ່​ມີ​ຈຸດ​ພິ­ເສດ​ອັນ​ໂດດ​ເດັ່ນ​ທີ່ຫນ້າ​ຄົ້ນ​ຫາ ສະ­ນັ້ນ ການ​ທີ່​ໄດ້ເດີນ­ທາງ​ໄປ​ທ່ອງ​ທ່ຽວ​ໃນ​ເຂດ​ດັ່ງກ່າວ ກິດ­ຈະ­ກຳ​ທີ່​ເຫມາະ​ສົມ​ທີ່ສຸດ​ກໍ່​ຄື​ການ​ຍ່າງ​ປ່າ​ເພາະ​ສາ­ມາດເຂົ້າ​ເຖິງ​ແຕ່​ລະ​ຫມູ່​ບ້ານ​ໄດ້​ງ່າຍດາຍ ເນື່ອງ​ຈາ​ກ ວ່າ​ປະ­ຊາ­ຊົນ​ຈຳນວນ​ຫລາຍ​ໄດ້​ພາ­ກັນ​ຕັ້ງ​ບ້ານເຮືອນ​ຢູ່​ຕາມ​ເນີນ​ພູ​ສູງ, ລຽບ​ຕາມສາຍ​ນ້ຳ­ຂອງ ເຊິ່ງ​ເລີ່ມ​ຕົ້ນ​ການເດີນ­ທາງ​ຈາກ​ດ້ວຍ​ການ​ຂີ່​ເຮືອລ່ອງ​ຕາມ​ນ້ຳ­ຂອງ​ຈາກ​ເມືອງຫລວງ​ພະ​ບາງ​ປະ­ມານ​ສາມ​ສິບນາ­ທີ​ກໍ່​ມາ​ເຖິງ​ບ້ານ​ເມືອງ​ຄຳ ເຊິ່ງຂຶ້ນ​ກັບ​ເມືອງ​ຈອມ​ເພັດ​ນັ້ນ​ເອງ ຈາກ​ນັ້ນທ່ານ​ສາ­ມາດ​ສືບ­ຕໍ່​ເດີນທາງ​ດ້ວຍ​ການ​ຍ່າງ ໂດຍ​ຜ່ານ​ປ່າໄມ້​ທີ່​ອຸ­ດົມ­ສົມ­ບູນ​ປະ­ມານ​ສອງຊົ່ວ­ໂມງ ​ຈິ່ງ​ເຖິງ​ບ້ານ​ຫ້ວຍ​ປົງ ເຊິ່ງ​ເປັນ​ບ້ານ​ຂອງ​ຊົນ­ເຜົ່າ​ຂະ­ມຸອາ­ໄສ​ຢູ່ ເມື່ອ​ສືບ­ຕໍ່​ເດີນ­ທາງ​ອີກປະ­ມານ 15 ນາ­ທີ ກໍ່​ມາ​ເຖິງສາຍ​ນ້ຳ​ຫ້ວຍ​ປົງ ກ່ອນ​ພັກ​ເຊົາເອົາ​ແຮງ​ພ້ອມ​ກິນ​ເຂົ້າ​ປ່າ​ຢູ່​ທີ່​ນັ້ນເລີຍ.

ເມື່ອ​ພັກ​ກິນ​ເຂົ້າ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ກໍ່​ສືບ­ຕໍ່​ເດີນ­ທາງ​ເຂົ້າ​ສູ່ເຂດ​ເນີນ​ພູ​ສູງ​ກ່ອນ​ຈະ​ມາ​ເຖິງບ້ານ​ພູ​ຫລວງ​ໃຕ້ ໂດຍ​ໃຊ້​ເວ­ລາປະ­ມານ​ສອງ​ຊົ່ວ­ໂມງ ນະ​ທີ່​ນັ້ນ ທ່ານ​ຈະ​ໄດ້​ພົບ​ກັບ​ຈຸດ​ທິວ​ທັດ​ອັນງົດ​ງາມ​ຢູ່​ເບື້ອງ​ລຸມ ໂດຍ​ແລ​ຈາກຂອບ​ຟ້າ​ອັນ​ແສນ​ໄກ​ເຖິງ​ແມ່ນ​ຈະໃຊ້​ເວ­ລາ​ຫລາຍ​ໃນ​ການ​ເດີນ­ທາງ ແຕ່​ທ່ານ​ກໍ່​ຍັງ​ສາ­ມາດ​ສຳ­ຜັດ​ກັບພາບ​ທຳ​ມະ​ຊາດ​ອັນ​ອຸ­ດົມ­ສົມ­ບູນ ແລະຫາ​ໄດ້​ ຍາກ ເຊິ່ງ​ບາງ​ຄັ້ງ​ກໍ່ຍັງ​ປາ­ກົດ​ເຫັນ​ບັນ­ດາ​ສັດ­ປ່າ​ບາງຊະ­ນິດ​ຜ່ານ​ກາຍ​ຕໍ່­ຫນ້າ ແລະ ກໍ່ບໍ່​ມີ​ຫຍັງ​ຈະ​ປະ​ທັບ​ໃຈ​ເທົ່າ​ກັບການ​ໄດ້​ສູດ​ດົມ​ເອົາ​ອາ­ກາດ​ອັນສົດ­ຊື່ນ ປັດ​ສະ​ຈາກ​ມົນ​ລະ​ພິດ​ທີ່ຜະ­ລິດ​ອອກ​ມາ​ຈາກ​ຕົ້ນ­ໄມ້​ໃຫຍ່ຫລາຍ​ຊະ­ນິດ​ລວມ​ກັນ​ຈົນ​ກາຍ ເປັນ​ປ່າ­ດົງ​ອັນ​ຕຶບ­ຫນາ ແລະ ບ້ານພູ​ຫລວງ​ໃຕ້ ກໍ່​ແມ່ນ​ເຂດ​ຫນຶ່ງ​ທີ່​ຊຸມຊົນ­ເຜົ່າ​ມົ້ງ​ພາ­ກັນ​ອາ­ໄສ​ຢູ່ກ່ອນ​ທີ່ທ່ານ​ຈະ​ເລືອກ​ພັກ­ຜ່ອນ​ຕາມ​ອັດທະ​ຍາ​​ໄສ ພ້ອມ​ລໍ­ຖ້າ​ການ​ຮັບ​ປະທານ​ອາ­ຫານ​ຄ່ຳ​ທີ່​ກະ­ກຽມ​ໂດຍຊາວ­ບ້ານ​ໃນ​ເຂດ​ດັ່ງ­ກ່າວ ພ້ອມກັນ​ນັ້ນ ທ່ານ​ຍັງ​ຈະ​ໄດ້​ພົບ​ກັບ​ຄ່ຳຄືນ​ທີ່​ຫນ້າ​ປະ​ທັບ​ໃຈ ໂດຍ​ສະເພາະ​ການ​ໄດ້​ຟັງ­ ສຽງ​ແຄນ​ອັນອ່ອນ​ຊ້ອຍ ແລະມ່ວນ­ຊື່ນ​ທີ່​ຫລິ້ນຈາກ​ນັກ​ເປົ່າ​ແຄນ​ມື​ອາ­ຊີບ ແລະ ການ­ສະ­ແດງ​ຂອງ​ຊົນ­ເຜົ່າ​ທີ່​ເຫັນແລ້ວ​ລືມ​ໄດ້​ຍາກ ກ່ອນ​ຈະ​ນອນຫລັບ​ຢ່າງ​ແຈບ​ຈົມ​ຢູ່​ທີ່​ເຮືອນ​ໄມ້ ເຊິ່ງ​ສ້າງ​ ໃນ​ຮູບ​ແບບ​ຂອງ​ເຮືອນຊົນ­ເຜົ່າ​ມົ້ງ.

ເມື່ອ​ຮອດ​ຮຸ່ງ​ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງ​ຈາກ​ທີ່​ຮັບ​ປະ­ທານ​ອາຫານ​ເຊົ້າ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ທ່ານ​ສາ­ມາດ​ສືບ­ຕໍ່​ເດີນ­ທາງ​ສູ່ບ້ານ​ສົມ ໂດຍ​ໃຊ້​ເວ­ລາ​ປະ­ມານ 1,5 ຊົ່ວ­ໂມງແລ້ວ​ສືບ­ຕໍ່​ຍ່າງ ຕື່ມ​ອີກ​ບໍ່​ໄກ​ກໍ່​ມາ​ພົບ​ກັບ​ທຳ​ມະຊາດ​ຖ້ຳ​ນາງ​ແອ່ນ ເຊິ່ງ​ບໍ່​ມີ​ພຽງແຕ່​ຢູ່​ແຂວງ​ຄຳ​ມ່ວນ​ເທົ່າ​ນັ້ນ ແຕ່ໃນ​ຄວາມ​ເປັນ​ຈິງ​ການ​ຕັ້ງ​ຊື່​ຂອງ​ຖ້ຳ​ດັ່ງ­ກ່າວ​ແມ່ນ​ອີງ​ຕາມ​ຕຳ­ນານການ​ເລົ່າ​ຂານ​ກັນ​ສືບ​ທອດ​ມາ ແຕ່​ສະ­ໄຫມ​ປູ່​ຍ່າ​ຕາ​ຍາຍ​ນັ້ນ​ເອງ, ກ່ອນ​ທີ່​ຈະ​ພັກ­ຜ່ອນ ຫລື ທ່ຽວ​ຊົມຖ້ຳ​ຕາມ​ອັດ­ທະ­ຍາ­ໄສ ແລ້ວ​ເດີນທາງ​ກັບ​ສູ່​ເມືອງ​ຫລວງ​ພະ​ບາງໃນ​ວັນ​ນັ້ນ​ເລີຍ.

ຢ່າ​ງໃດ​ກໍ່​ຕາມ ການ​ເດີນ­ທາງດ້ວຍ​ການ​ຍ່າງ ໂດຍ​ສະ­ເພາະ​ການທ່ອງ​ທ່ຽວ​ໃນ​ເຂດ​ເມືອງ​ຈອມ​ເພັດລ້ວນ​ແຕ່​ນຳ​ຜົນ​ປະ­ໂຫຍດ​ຫລາຍຢ່າງ ເປັນ­ຕົ້ນ​ແມ່ນ​ການ​ທີ່​ໄດ້​ສຳຜັດ​ກັບ​ແບບ­ແຜນ​ການ​ດຳ­ລົງ​ຊີວິດ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ລວມ​ທັງ​ທຳ​ມະ​ຊາດ​ໄດ້​ຢ່າງ​ທົ່ວເຖິງ ເຊິ່ງ​ເປັນ​ການ​ຍາກ​ທີ່​ຈະ​ໄດ້ສຳ­ຜັດ​ສິ່ງ​ນີ້.