ງານສົບ

ຈາກ ວິກິພີເດຍ
Jump to navigation Jump to search

ໄປງານສົບພົບທັມມະ

Posted: 04/27/2011

ທະຫະຣາ ຈະ ມະຫັນຕາ ຈະ ເຍພາລາ ເຍຈະ ປັນດິຕາ ສັບເພມັດຈຸ ວະສັງຍັນຕິ ສັບເພມັດຈຸ ປະຣາຍະນາ ເຊິ່ງຈະແປເປັນສຳນວນກະວີໃຫ້ເຂົ້າໃຈງ່າຍ ມີໃຈຄວາມວ່າ: “ທັງຄົນໜຸ່ມແກ່ເຖົ້າເຂົ້າສັງຂານ ທີ່ສຸດແນ່ນອນກໍຕ້ອງອັນຕະຣະທານກາຍເປັນຜີ, ທັງຄົນໂງ່ຄົນສະຫຼາດນັກປາດແລະເມທີ, ທັງທຸກຍາກໄຮ້ຮັ່ງມີຫຼືເສດຖີ ກໍຕ້ອງເຂົ້າໂລງຜີ ດ້ວຍກັນເສກສັນດຽວ”. ເພາະຫຍັງ ? ກໍເພາະວ່າ “ອັນຄວາມຕາຍ ເປັນສະຫາຍເພື່ອນສະໜິດ, ມີຊີວິດຄວນກຽມພ້ອມເພື່ອອຳລາ ທ່ານທັງຫຼາຍຈົ່ງ ພຽນພ່ຳພາວະນາ, ເປັນມົນຕາ ເພື່ອກີດກັ້ນ ແລະກັນລືມ. ໃນອະພິນຫະປັດຈະເວກຂະນະສູດ ພຣະພຸດທະອົງຊົງຕັດເຕືອນໃຫ້ບຸກຄົນທັງຫຼາຍ ພິຈາລະນາເພື່ອບໍ່ໃຫ້ປາໝາດເນື່ອງໆ ຫ້າປະການວ່າ: “ໜຶ່ງເຮົາໜີແກ່ບໍ່ໄດ້, ສອງເຮົາໜີເຈັບໄຂ້ບໍ່ພົ້ນ, ສາມໝົດທຸກຄົນຈັກຕ້ອງຕາຍ, ສີ່ສັບພະສິ່ງທັງຫຼາຍ ຫຼືຄົນຮັກຕ້ອງຈາກຈິງ, ຫ້າສັບພະສິ່ງໃນໂລກລ້ວນ ຍ່ອມເປັນໄປຕາມວັດຕະຈັກຂອງກັມ. ສິ່ງທັງຫຼາຍທີ່ກ່າວນັ້ນ ເປັນສິ່ງມະນຸດຕ້ອງກຳນົດຈົດຈຳໄວ້ເນື່ອງໆ ເພື່ອເຕືອນສະຕິໄວ້ ເພື່ອໃຫ້ຕົນບໍ່ພາດພັ້ງ ໄປທຳຄວາມຊົ່ວ ສ້າງແຕ່ຄວາມດີ ທັງໝົດທີ່ກ່າວນັ້ນມັນເປັນບ້ວງແຫ່ງວັດຕະ ຄືກຳມະວັດຕະ, ເພາະກຳມະວັດຕະນີ້ແລ້ວ ມັນເຮັດໃຫ້ມະນຸດຕ້ອງພົບກັບຂອງ ໔ ປະການໃນ ໕ ຢ່າງທີ່ກ່າວແລ້ວ, ສິ່ງທັງຫ້າຢ່າງມັນເກີດຂຶ້ນຈຶ່ງ ເຮັດໃຫ້ມີການວຽນວາຍຕາຍເກີດ ອັນໃດເຮັດໃຫ້ວຽນວາຍຕາຍເກີດ ອັນນັ້ນກໍຄືກິເລດ ຜູ້ຕັດກິເລດໄດ້ກໍສິ້ນກຳ ກ​ໍຄືພົ້ນຈາກວັຕ ຕະ ຫຼືຕັດວັຕຕະໄດ້ໂດຍສິ້ນເຊີງ. ເມື່ອທຸກຊີວິດຈຳຕ້ອງປະສົບພົບພໍ້ກັບຄວາມຕາຍເຊັ່ນນີ້ ຈຶ່ງບໍ່ຄວນປາໝາດມົວເມົາໃນຊິວີດ ຮີບຫາທາງແກ້ໄຂ ກຽມຕົວກຽມໃຈໃຫ້ພ້ອມ ຊັກຊ້ອມໄວ້ໃຫ້ດີ ຈະບໍ່ເສັຍທີພາດທ່າ ໃນເມື່ອຄວາມຕາຍເຂົ້າມາເຖິງ ຕ້ອງກຽມສະບຽງ ຄືຄຸນນະທຳ ສິນທັມ ພໍ່າຄວາມດີ ເປັນເຂົ້າໄຖ່ເຂົ້າຖົງໄປສຳປາລະຍະພົບ ຄືພົບເບື້ອງໜ້າໃຫ້ພຽບພ້ອມ ດັ່ງກັບສຳນວນບູຮານກ່າວໄວ້ວ່າ “ກຽມຕົວກໍຕາຍ, ກຽມກາຍກ່ອນແຕ່ງງານກຽມແຫຼ່ງນ້ຳລຳທານກ່ອນແຫ້ງແລ້ງ, ກຽມເຂົ້າຂອງເງິນແດງກ່ອນອອກເດີນທາງ”. ອັນໃດກໍຕາມ ຫາກບໍ່ກຽມຕົວກ່ອນໃຫ້ສົມບູນບໍລິບູນແລ້ວ ກໍຈະເກີດຄວາມຫຍຸ້ງຍາກສັບສົນແທບທັງນັ້ນ ເຊັ່ນຕົວຢ່າງ “ນັກກິລາ ບໍ່ກຽມຕົວກ່ອນແຂ່ງຂັນກິລາ, ຄົນຢາກມີເງິນຄ່າດອງແຫວນໝັ້ນ ບໍ່ກຽມເງິນຊື້, ທະຫານບໍ່ກຽມສັບພາວຸດກ່ອນຈະອອກຮົບ, ນັກຮຽນນັກ ສຶກສາບໍ່ກຽມວິຊາກ່ອນເຂົ້າສອບເສງ”. ຈະໄປແຂ່ງຂັນ, ຈະໄປບໍ່ຂໍໝັ້ນສາວ, ຈະອອກສູ້ຮົບ ແລະຈະສອບເສງ ຢ່າງໃດຢ່າງໜຶ່ງ ມີແຕ່ເສັຍກັບເສັຍຫາຄວາມສຳເລັດບໍ່ໄດ້ແນ່ນອນ. ຫາກຈະຂະຫຍາຍຄວາມຕໍ່ໄປອີກ “ພໍ່ຄ້າບໍ່ກຽມຕົວອອກໄປຄ້າຂາຍ, ທະນາຍຄວາມບໍ່ກຽມຕົວອອກວ່າຄວາມໃນສານ, ລັດຖະການບໍ່ກຽວຕົວກ່ອນຈະທຳໜ້າທີ່, ຊາວນາບໍ່ກຽມຕົວກ່ອນປັກດຳນາແລ້ງ ນາປິ, ຜົວເມັຍບໍ່ກຽມຕົວກ່ອນຈະມີລູກ” ລອງຄິດເບິ່ງວ່າ ຄວາມເສັຍຫາຍຈະມີຫຼາຍກວ່າການໄດ້ ຫຼືດີຈະຫຼາຍກວ່າຮ້າຍໄດ້ບໍ ?. ນີ້ຄືການກະກຽມໃນການປະຕິບັດພັນທະກິດໃນໂລກນີ້ ເຖິງເປັນໄປຕາມກຳຕາມໜ້າທີ່ ແກ່ກໍຕ້ອງໄດ້ກຽມຕົວ ແຕ່ຄວາມຕາຍນີ້ເຖິງເປັນໄປຕາມກຳ ແຕ່ມັນກໍຍິ່ງກວ່າກຳທີ່ເປັນໄປຕາມໜ້າທີ່ ເພາະມັນເປັນສິ່ງທີ່ມະນຸດຕ້ອງປະສົບ, ເປັນຫົນທາງທີ່ຕ້ອງໄປ ແລະເປັນທາງສາຍປ່ຽວໂດດດ່ຽວເອກາສາດ້ວຍ ບໍ່ມີໃຜຈະໄປປະດັບປະຄອງ ຄອຍຊ່ວຍ ເຫຼືອເກື້ອກູນ ເໝືອນຕອນເຮົາຍັງມີຊີວິດຢູ່ ສິ່ງທີ່ຕິດຕ້ອຍຫ້ອຍຕາມ ຄອຍຊ່ວຍເຫຼືອເກື້ອກູນເຮົາໄດ້ກໍເຫັນແຕ່ບຸນກຸສົນ ຫາກເຮົາບໍ່ກຽມຕົວໄວ້ກ່ອນແລ້ວ ບຸນກຸສົນທີ່ ໃດຈະໄປຊ່ວຍເຫຼືອເຮົາ ມີແຕ່ບາບອະກຸສົນເທົ່ານັ້ນ ຈະດຶງເຮົາໄປທີ່ຕ່ຳຈຶ່ງກ່າວວ່າ: ບຸນກຸສົນທີ່ເຮົາສ້າງສະສົມເປັນນິດຈະການ, ຈະຕິດຕາມຕົວທ່ານໄປທຸກທີ່ທຸກສະຖານ, ເປັນເໝືອນຊັບສິນສະບຽງອາຫານ ການເດີນທາງ, ບໍ່ອ້າງວ່າງເໝືອນມີມິດຕິດຕາມຕົນ. ເພາະສະນັ້ນບຸນກຸສົນ ເປັນສົມບັດແທ້ ທີ່ມະນຸດຄວນໄຄວ່ຄວ້າສະແຫວງຫາ ມາໄວ້ປະດັບຕົນ ເຊັ່ນວ່າ. “ບຸນກຸສົນເປັນສົມບັດແທ້, ເຖິງຄາວຕາຍກາຍດັບບໍ່ດັບຫາຍ, ຈະເປັນສິ່ງສະຖິດ ສະໜິດ ແໜ້ນແທນຮ່າງກາຍ, ເຖິງຄາວຕາຍ ຊື່ຍັງຢູ່ ເຊີດຊູຄຸນ. ດ້ວຍເຫດນັ້ນ, ທ່ານທັງຫຼາຍ ຈຶ່ງຕ້ອງໝັ່ນສ້າງຄວາມດີໄວ້ໃຫ້ພ້ອມ, ການສ້າງບຸນກຸສົນນີ້ ເຮົາສ້າງເອງ ເຮັດເອງ ຈະຫວັງເພິ່ງຄົນອື່ນນັ້ນບໍ່ໄດ້ ສົມດັ່ງກອນທີ່ອາຕະມາປະພັນໄວ້ ດັ່ງນີ້: ວັດຖຸຂອງເຄື່ອງໃຊ້ ໃນໂລກເມືອງມະນຸດ, ເງິນໂກດກືກອງຫຼາຍ ເພິ່ງກັນກະພໍໄດ້, ອັນວ່າຄວາມດີນັ້ນ ເຖິງມີໃນໂລກບິແບ່ງກັນບໍ່ໄດ້ ໃຜສ້າງຍ່ອມມີ, ບາບກໍເປັນດັ່ງນີ້ ສະເໝີດັ່ງບຸນຍະກຳ, ໃຜຫາກທຳກຳໜັກບາບກໍຕາມຕິດຕື້, ຕີນມືທັງກາຍນັ້ນ ຂອງໃຊ້ສັນຫຼາຍຫຼາກ, ແບ່ງປັນກັນຊ່ວງໃຊ້ ຍາມຮ້ອນເຫືອດຫາຍ, ຄວາມຕາຍໃຜຫ່ອນຫາມຫອບຫິ້ວ ສິນຊັບໄປນຳ ບໍ່ໄດ້ແລ້ວ, ເງິນໂກດກືກອງຫຼາຍ ເອົາໄປນຳບໍ່ມີໄດ້ລົດລາງໂຮງເຮືອນຮ້ານ ຫໍຫຼວງຕຶກໃຫຍ່, ກະບະເກັ່ງຄັນໃຫຍ່ເຫຼື້ອມ ຍັງບໍ່ໄດ້ແກ່ໃສ່ໂລງ ທ່ານເອີຍ, ອັດຕາຕົນທີ່ບອກໄວ້ ອາໄສເພິ່ງຕົນເອງ, ໃຜຫາກມີປັນຍາ ຈົ່ງພິຈານວິໄຈແຈ້ງ, ອັດຕາຄົນຄວນຄົ້ນ ຄົນເອົາໃຫ້ຮູ້ເຫດ ເພື່ອໃຫ້ສົມມາດແມ້ງ ເຫັນແຈ້ງແຫ່ງຕົນ, ຍາມຕາຍຕາຍມອດມ້ຽນ ອັດຕາແຈບໝົດສິດ, ສິ່ງຂອງມີພຽງໃດ ກໍເອົາໄປບໍ່ມີໄດ້, ໝູ່ກອງຜົວເມັຍນັ້ນ ຈະຫາມໂລງນຳສົ່ງ, ໄປຮອດພຽງປ່າຊ້າ ເຫຼືອນັ້ນແມ່ນຕົນເອງ, ອັນນີ້ບົງບອກໃຫ້ ເຫັນເຫດແຫ່ງອັດຕາ, ການທີ່ເຄີຍທຳການ ບາບບຸນຈັ່ງໃດແທ້, ຊົ່ວດີຈັກຕາມຕື້ ອັດ ຕາຕົນຄົນປະກອບ, ບໍ່ມີໃຜແບ່ງໃຫ້ ໃຜສ້າງກໍຮັບເອງ ທ່ານເອີຍ.


ເພາະເຮົາຮູ້ແທ້ແນ່ນອນວ່າ ສັງຂານທັງຫຼາຍບໍ່ທ່ຽງສົມກັບ ພຣະປາລີວວ່າ: “ອະນິຊຈາ ວະຕະ ສັງຂາຣາ ອຸປາທະວະຍະທັມມິໂນ, ອຸປັຊຊິຕະວາ ນິຣຸຊຊັນຕິ ເຕສັງ ວູປະສະໂມ ສຸໂຂ, ແປໄດ້ວ່າ “ອະນິຈຈາ ວະຕະ ສັງຂາຣາ : ສັງຂານທັງຫຼາຍບໍ່ທ່ຽງໜໍ, ອຸປາທະວະຍະທັມມິໂນ : ມີອັນເກີດຂຶ້ນ ແລະເສື່ອມໄປເປັນທັມມດາ, ອຸປັຊຊິ ຕະວາ ນິຣຸຊຊັນຕິ : ບັງເກີດຂຶ້ນແລ້ວຍ່ອມດັບໄປ, ເຕສັງ ວູປະສະໂມ ສຸໂຂ : ການເຂົ້າໄປລະງັບສັງຂານເຫຼົ່ານັ້ນໄດ້ ຍ່ອມເປັນຄວາມສຸກ. ບົດສູດມົນທຸກບົດ ເປັນຄຳສອນຂອງສົມເດັດພຣະສຳມາສຳພຸດທະເຈົ້າທັງສິ້ນ, ຖ້າເຮົາສູດໄດ້ເຂົ້າໃຈພ້ອມ ໃນຂະນະທີ່ເຮົາສູດ ຫຼືໄດ້ຍິນໄດ້ຟັງ ຮູ້ຊຶ້ງເຊິ່ງຄຳແປແລະຄວາມໝາຍຂອງຄຳແປນັ້ນ, ກໍຈະກໍ່ໃຫ້ເກີດປັນຍາ ມີປະໂຫຍດຫຼາຍ ຄືເປັນວິປັດສະນາຍານ ໄປດ້ວຍ, ຖ້າສູດຫຼືຟັງບໍ່ຮູ້ເລື່ອງ ກໍໄດ້ແຕ່ສມາທິ(ສະມະຖະ)ແລະຍານ ຄືຄວາມສະຫງົບຈິດໃຈເທົ່ານັ້ນ, ສະນັ້ນເຮົາເຫັນວ່າ ພຣະສົງເຮົາໄຫວ້ ພຣະເຊົ້າ ໄຫວ້ພຣະເດິກ ໄຫວ້ພຣະແລງນັ້ນ ເປັນການອົບຮົມສະ ມະຖະກຳມັດຖານ, ການນັ່ງສະມາທິເຂົ້າຊານ ກໍເປັນວິປັດສະນາກຳມັດຖານ ພຣະສົງກໍມີໜ້າທີ່ ອົບຮົມສະມັດຖະ ແລະວິປັດສະນາ ເຊິ່ງຮຽກວ່າ ວິປັດສະນາທຸລະ ແລະວຽກຄັນຖະທຸລະ ກໍຄືການສຶກສາພັດທະນາ ແລະປົກຄອງຄະນະສົງ. ໃນບົດສູດບັງສະກຸນຕາຍ ທີ່ຍົກຂຶ້ນມາ ເຊິ່ງມີບົດຕົ້ນວ່າ “ອະນິດຈາ ວະຕະສັງຂາຣາ” ນັ້ນມີຄຳວ່າ ສັງຂານ ແລະການລະງັບສັງຂານ, ທີ່ນີ້ເຮົາມາສຶກສາ ຄວາມໝາຍຂອງຄຳວ່າສັງຂານ ແລະການລະງັບສັງຂານ, ສັງຂານໝາຍເຖິງຫຍັງ ແລະການລະງັບສັງ ຂານຄືຫຍັງ ? ສັງຂານນັ້ນ ຄື ຂັນທັງ ໕ ອັນໄດ້ແກ່ (ຮູບ-ເວທະນາ-ສັນຍາ-ສັງຂານ-ວິນຍານ), ເປັນສັງຂະຕະ ຫຼືສັງຂະຕະທັມ ໝາຍເຖິງສິ່ງທີ່ຖືກປັດໄຈປຸງແຕ່ ສິ່ງທີ່ເກີດຈາກເຫດປັດໄຈ ເປັນທັງຮູບທຳ, ນາມະທຳ, ສະພາບທີ່ປຸງແຕ່ງໃຫ້ດີຫຼືຊົ່ວ ກົງກັບສັງຂານຂັນ ໃນຂັນ ໕. ສະພາບປຸງແຕ່ງຊີວິດ ຄືກາຍະສັງຂານ(ປຸງແຕ່ງທາງກາຍ ຫຼືລົມຫາຍໃຈເຂົ້າ-ອອກ) ວະຈີສັງຂານ (ປຸງແຕ່ງທາງວາຈາ ຄືວິຕົກ “ວິຈານ” ວິຈາຣະນະ) ຈິຕຕະສັງຂານ(ປຸງແຕ່ງທາງໃຈ ຄື ສັນຍາ ແລະເວທະນາ). ສັງຂາລະທຸກ ທຸກເພາະເປັນສັງຂານ ຄື ເພາະເປັນສະພາບອັນຖືປັດໄຈປຸງແຕ່ງຂຶ້ນ ຈຶ່ງຕ້ອງຜັນແປໄປຕາມເຫດ-ປັດໄຈ ເປັນສະ ພາບອັນປັດໄຈບີບຄັ້ນ ຂັດແຍ້ງ ຄົງທົນຢູ່ບໍ່ໄດ້. ສັງຂາລະໂລກ ໂລກຄືສັງຂານ ໄດ້ແກ່ຊຸມນຸມແຫ່ງສັງຂານທັງປວງ ອັນຕ້ອງເປັນໄປຕາມທຳມະດາ ຫຼືທຳມະຊາດຂອງເຫດ-ປັດໄຈ. ການລະງັບສັງຂານ ຄື ການລະງັບ ຫຼືດັບຄວາມຄິດປຸງແຕ່ງເຫຼົ່ານີ້ສາໂດຍສິ້ນເຊິງ (ເຄື່ອງມືໃນການທີ່ຈະລະງັບສິ່ງເຫຼົ່ານັ້ນ ຄືວາງກັບປົງ) ປົງວາງໂດຍການໃຊ້ຫຼັກພິຈາລະນາວ່າ. ສັບເພ ສັງຂາຣາ ອະນິດຈາ : ສິ່ງທັງຫຼາຍເປັນຂອງບໍ່ທ່ຽງ, ສັບເພ ສັງຂາຣາ ທຸກຂາ : ສິ່ງທັງຫຼາຍເປັນທຸກ, ສັບເພ ທັມມາ ອະ ນັດຕາ : ທຳທັງຫຼາຍ ບໍ່ແມ່ນຕົວຕົນ (ຫຼືໄຮ້ຕົວຕົນ), ອາຕະມາກໍປະ ພັນເປັນກອນ ເພື່ອອະທິບາຍເພີ່ມຕື່ມຕໍ່ພຣະປາລີ ທີ່ຍົກມານັ້ນ ດັ່ງນີ້ “ສັບພະສິ່ງໃນໂລກລ້ວນ ມີມາກອະນັນນັບ, ຫາກຮູ້ທັນປ່ອຍວາງ ຍ່ອມກະເສີມກະສັນແທ້, ຈິດກໍສຸຂີລົ້ນ ໃຈບານເບີຍເບີກ, ຄວາມທຸກຫາຍເຫດແຫ້ງ ຄວາມສຸກແຈ້ງຢູ່ກະເສີມ, ສັບພະສິ່ງຫຼາກລ້ວນ, ມວນມາກເກີດແລ້ວດັບ, ບໍ່ມີໃຜບັງຄັບທຸກອັນໃຫ້ຄົງໄດ້, ທຸກອັນມວນມີລົ້ນ “ອະນັດຕາ” ຫາຮູບ ບໍ່ມີແລ້ວ, ຄວາມຄົງຢູ່ທີ່ຢືດໝັ້ນ ກໍສູນສ້ຽງບໍ່ເຫຼືອ, ຄວາມຢືດໝັ້ນມາກລົ້ນ ໃຈກໍໝົ່ນບໍ່ກະເສີມ, ຄວາມທຸກວຽນວົນກັບ, ທັບປັນຍາໃຫ້ຕັນຕຶ້ງ, ໃຈກໍກາຍເປັນເສົ້າ ໃຈບໍ່ທັນທຽບເທົ່າ, ຄວາມທຸກຫຼາຍມັນກໍໍ່ກາຍເປັນເສົ້າ ຄວາມອຸກເອົ້າກໍເຂົ້າແທນ, ຍືດໝັ້ນລົດຄ່ອຍຄ້ອຍ ໜ້ອຍນິດຕາມຈັງຫວະ, ຄວາມທຸກຄາກໍຫຼຸດລົດ ເສື່ອມລົງປົງໄດ້, ຄວາມທາລຸນໃຈບໍ່ມາໄກ້ ປັນຍາໃສຮູ້ກະຈ່າງ, ການປ່ອຍວາງເພີ່ມຂຶ້ນເລື້ອຍ ຄວາມທຸກແທ້ກໍເຫືອດຫາຍ, ຄວາມທຸກໃນໂລກນີ້ ບໍ່ທຽມເທົ່າກັບທຸກໃຈ ດອກນາທຸກກາຍພໍພຽງຍາມ ອາດບັນ ເທົາລົງໄດ້, ທຸກທາງໃຈເໝືອນໄຟໄໝ້ສຸມຊວງໃນມັນດັບຍາກ, ການປ່ອຍວາງເທົ່ານັ້ນ ເປັນຢາແກ້ທຸກໃຈ, ຈົ່ງປ່ອຍວາງໃຫ້ໄດ້ ເຫັນຊ່ອງທາງສຸກມີ, ທານສີນພາວະນານຶກ ສ້າງກຸສົນເລີງເລື້ອຍ, ອະໄພທານນຳພ້ອມ ພົມວິຫານກໍໍ່ກຳເນີດ, ຈິດເມດຕາພ່ຳພ້ອມກຸສົນເພີ່ມເປັນຍອດຄົນ, ທັມປະຫານຄວາມທຸກນັ້ນ ຄືອະຣິຍະສັດທັງສີ່, ຄັນທຸກມີເກີດຂຶ້ນ ຈົ່ງຫາຕົ້ນເຫດແຫ່ງມັນ, ພ້ອມວິທີການດັບທຸກນັ້ນ ຈຶ່ງຊິເຫັນທາງສຸກແທ້, ມັກທັງແປດເປັນທຳແກ້ ໃຫ້ເຮົາຮູ້ປ່ອງເດີນ, ທາງແປດເສັ້ນບອກແຈ້ງເຫັນປ່ອງທາງທຽວ, ອະໂຫສິກຳທຳບຸນນຳ ໃຫ້ຄົບສາມສະເໝີດ້າມ, ການປ່ອຍວາງລົງໄວ້ ໂລກີຍະທຳເປັນທີ່ທ່ອງ, ໂລກຸດຕະຣະທຳເປັນບ່ອນມຸ້ງ ທາງສຸກແທ້ແມ່ນນິບພານ ທ່ານເອີຍ. ແຕ່ສິ່ງທີ່ຢາກຈະໃຫ້ເຂົ້າໃຈ ແລະມີຄວາມເຫັນເປັນອັນດຽວກັນກໍຄື ການໄປງານສົບ ເຮົາຈະໄດ້ຫຍັງຈາກງານສົບນັ້ນ ເຊິ່ງມີສິ່ງທີ່ຄວນພິຈາລະນາຢູ່ ໔ ຢ່າງ ດັ່ງນີ້. ໑. ໄປງານສົບ ເພື່ອໃຫ້ພົບສັດຈະທຳ. ໒. ໄປງານສົບນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍແລະຍາດພີ່ນ້ອງ. ໓. ໄປງານສົບ ໄປສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ. ໔. ໄງານສົບໄປຊ່ວຍກັນຮັກສາພັດທະນາຈາຮີດອັນດີງານຂອງຊາດ ຂອງພຸດທະສາສະໜາໄວ້. ຂໍ້ທີ່ວ່າ ໄປງານສົບ ເພື່ອໃຫ້ພົບສັດຈະທຳນັ້ນ ໝາຍຄວາມວ່າ ປົກກະຕິເຮົາບໍ່ໄດ້ນຶກເຖິງ ຄວາມຕາຍເທົ່າໃດ ເພາະມີສິ່ງອື່ນມາເຮັດໃຫ້ເຮົາຕ້ອງຄິດຫຼາຍກວ່າ ມົວສົນລະວົນຢູ່ກັບການທຳມາຫາກິນ ລ້ຽງປາກລ້ຽງທ້ອງ ລ້ຽງລູກລ້ຽງຫຼານ ທຳໜ້າທີ່ການງານ ເພື່ອປະດັບກຽດ ສັກສີ ຍົດຖາບັນດາສັກ ຮຽກວ່າໃຊ້ເວລາສ່ວນໃຫຍ່ເພື່ອກິນ, ກາມ, ກຽດ.ເມື່ອມີງານສົບ ເຮົາກໍຈະໄດ້ພົບວ່າ ໂອ….ຄວາມຕາຍນັ້ນມີຈິງ ເມື່ອເຮົາຮູ້ສິ່ງນີ້ ອາດບັນເທົາຄວາມຢືດໝັ້ນຖືໝັ້ນລົງໄດ້, ເມື່ອຄວາມຕາຍມາມາເຖິງ ມີຍົດກໍຕ້ອງຖິ້ມຍົດ, ມີກຽດຕ້ອງຖິ້ມກຽດ, ມີຊັບສົບບັດພັດສະຖານ ມີລູກ ຜົວ ເມັຍ ກໍບໍ່ສາມາດທີ່ເປັນເຈົ້າຂອງຢຶດຄອງເປັນຂອງຕົນໄດ້ ແລະອື່ນໆ. ຂໍ້ທີ່ວ່າ ນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍ ແລະຍາດພີ່ນ້ອງ, ໝາຍເຖິງວ່າ ເຮົາຄວນຈະສະແດງນໍ້າໃຈໃຫ້ກັນແລະກັນ ທ່ານກ່າວວ່າ ການສະແດງນ້ຳໃຈໃຫ້ກັນ ແລະກັນມີ ໔ ສະຖານ ຄື. ໑. ຍາມທຸກຈົນ, ໒. ຍາມຈາກພາກໄປໄກ, ໓, ຍາມເຈັບໄຂໄດ້ພະຍາດ, ແລະ ໔. ແລະຍາມຕາຍ, ສະຖານທັງສີ່ທີ່ເກີດຂຶ້ນແລ້ວ ຄົນເຮົາຄວນສະແດງນ້ຳໃຈ ໃຫ້ກັນ ແລະກັນໃຫ້ຫຼາຍໆ. ຂໍ້ທີ່ວ່າສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ, ໝາຍເຖິງວ່າ ການທຳບຸນອຸທິດສົ່ງຜົນຫາຜູ້ຕາຍນັ້ນມີການໃຫ້ທານ, ການຮັກສາສີນ ແລະການຟັງທຳ ຈະເລີນພາວະນາ, ການທີ່ເຮົາທຳເພື່ອຜູ້ຕາຍກໍຈິງ ແຕ່ຜົນທີ່ໄດ້ເຕັມສ່ວນບໍລະບວນກໍແມ່ນເຮົາ ເປັນຜູ້ທຳເອງເຮັດເອງ, ເຮົາມາງານສົບ ກໍມາເຮັດບຸນເຮົາໄດ້ສະຫຼະຊັບທຳທານ, ໄດ້ສະຫງົບກາຍ ວາຈາ ແລະໄດ້ຟັງທັມ ຊື່ວ່າການເຮັດບຸນເພື່ອເຮົາເອງດ້ວຍ. ຂໍ້ທີ່ວ່າ ການຮັກສາພັດທະນາ ຈາຮີດອັນດີງານຂອງຊາດ ຂອງພຸດທະສາສນາໄວ້, ຂໍ້ນີ້ເຮົາຈະເຫັນໄດ້ຈະແຈ້ງວ່າງານຊານະປະກິດສົບຂອງໃຜໆກໍຕາມ ຈະເປັນຄົນຮັ່ງມີເປັນດີ ທຸກຈົນທົນແຄ້ນ ຫຼືເຈົ້າຄົນນາຍຄົນ ກໍຕ້ອງໄດ້ເຮັດງານສົບແບບດຽວກັນໝົດ ຊາວລາວເປັນຊາວພຸດ ກໍໄດ້ທຳແບບພຸດທະສາສະໜາ ແລະມີພຣະສົງນຳໜ້າທັງນັ້ນ, ນອກຈາກນັ້ນ ຍັງມີພິທີກຳອື່ນໆອີກທີ່ເກີດຂຶ້ນໃນງານສົບ ທີ່ເປັນວັດທະທຳ ປະເພນີທາງວັດຖຸ ປະເພນີວັດທະນະທຳທາງຈິດໃຈ ກໍມີຫຼາຍຢ່າງ ບໍ່ວ່າຊິເປັນການເຄົາລົບ ນອບນ້ອມ ຊ່ວຍເຫຼືອເກື້ອກູນ ການມີເມດຕາ ກາລຸນາ ແລະຫວັງໃຫ້ຄົນອື່ນພົ້ນທຸກ ແລະອື່ນໆ. ໃນທີ່ສຸດແຫ່ງພຣະສັດທຳມະເທດສະໜານີ້ ຂໍອ່ວຍພອນ ໃຫ້ ເຈົ້າພາບສັດທາ ຈົ່ງປະສົບພົບພໍ້ແຕ່ຄວາມສຸກ ຄວາມຈະເລີນ ມີອາຍຸ ວັນນະ ສຸຂະ ພະລະ ທຸກທີພາລາຕີການ ດັ່ງຮັບປະທານມາ ກໍສົມ ຄວນແກ່ການເວລາ ນິດຖີຕາ.