ຄົນດີຂອງສັດຕະວັດທີຊາວເອັດ

ຈາກ ວິກິພີເດຍ

ໃນທາງພຸດທະສາດສະໜານັ້ນເພິ່ນຍົກຍ້ອງໃຫ້ຜູ້ຖືສິນຫ້າໄດ້ຢ່າງບໍ່ບົກຜ່ອງວ່າເປັນຄົນດີແຕ່ໃນສັງຄົມປະຈຸບັນຄົນຖືສິນຫ້າອາດຈະບໍ່ໄດ້ຖືກຍົກຍ້ອງຫຼືເປັນທີ່ຍອມຮັບກໍ່ເປັນໄປໄດ້.ດັ່ງນັ້ນຈຶ່ງເກີດຄໍາຖາມຂຶ້ນມາວ່າຄົນດີໃນຍຸກປະຈຸປັນ(ຍຸກສັດຕະວັດທີຊາວເອັດ)ແມ່ນຄົນແບບໃດກັນແທ້,ເພາະຖ້າເຈົ້າຕົວະບໍ່ເປັນຫຼືບໍ່ຍອມຕົວະພວກເຂົາກໍ່ຈະຫາວ່າເຈົ້າເປັນຄົນໂງ່ຫຼືບໍ່ກໍ່ຫາວ່າເປັນຄົນປາກໂປ້ງ,ຖ້າຮູ້ແລ້ວຄວາມຈິງແລ້ວບໍ່ຍອມເວົ້າເຂົາກໍ່ຈະຫາວ່າຮູ້ເຫັນເປັນໃຈໄປກັບພວກຄົນຊົ່ວເຂົ້າໄປອີກ,ເວົ້າກໍ່ຜິດບໍ່ເວົ້າກໍ່ຜິດ...

ນອກຈາກຕົວຢ່າງຂ້າງເທິງນັ້ນແລ້ວກໍ່ຍັງມີອີກຫຼາຍເຫດການທີ່ຂັດກັບສິນຫ້າແຕ່ພວກເຂົາກໍ່ຍົກຍ້ອງກັນວ່າດີ.ດັ່ງນັ້ນມາດຕະຖານຂອງຄົນດີໃນປະຈຸບັນນີ້ມັນແມ່ນຫຍັງກັນແທ້ຂໍແກ້ວ່າຄົນດີໃນປະຈຸບັນນີ້ແມ່ນຄົນທີ່ເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງພໍໃຈໄດ້ຈຶ່ງແມ່ນຄົນດີ,ເພາະສັງຄົມປະຈຸບັນນີ້ຄົນຊົ່ວມັນຫຼາຍກວ່າຄົນດີ,ຄົນໂງ່ຫຼາຍກວ່າຄົນສະຫຼາດ,ແມ້ວ່າພວກເຂົາຈະມີຄວາມຮູ້ຫຼວງຫຼາຍແຕ່ພວກເຂົາກໍ່ບໍ່ໄດ້ຂຶ້ນຊື່ວ່າເປັນຜູ້ມີປັນຍາ,ຖ້າເຈົ້າຢາກຈະເປັນຄົນດີຂອງຄົນສ່ວນຫຼາຍເຈົ້າກໍ່ຕ້ອງເຮັດໃຫ້ຄົນສ່ວນຫຼາຍພໍໃຈເຊັ່ນ:ເຮັດຕົວໃຫ້ໂງ່ກວ່າພວກເຂົາ,ເອີນໍຫໍ່ມົກໄປນໍາພວກເຂົາເສຍທຸກຢ່າງຈະຂຶ້ນພູຫຼືລົງເຫວກະຊ່າງຫົວມັນ,ລັກໂລບໃຫ້ໄດ້ຫຼາຍໆແລ້ວມາປັນກັນໃຊ້ຖ້າບໍ່ດັ່ງນັ້ນພວກເຂົາຈະບໍ່ນັບເຂົ້າເປັນພວກ,ໄປກິນນໍ້າເມົາຮ່ວມກັນສະເໝີຖ້າບໍ່ໄປຈະຖືວ່າບໍ່ໃຫ້ກຽດກັນ,ຈະຖືວ່າເປັນຄົນພວກແບ່ງແຍກຄວາມສາມັກຄີ...

ຈາກຂໍ້ຄວາມຂ້າງເທິງນັ້ນອາດຈະພໍສະຫຼຸບໄດ້ວ່າຄົນດີໃນຍຸກນີ້ແມ່ນຄົນທີ່ເຮັດໄດ້ຕາມທີ່ພວກພ້ອງຕ້ອງການບໍ່ແມ່ນຜູ້ມີສິນທໍາ.