ຄະຕິເຕືອນໃຈ

ຈາກ ວິກິພີເດຍ
  • ໃຈຮ້ອນໆໃຈ ມັກມີເຄາະຮ້າຍ ມັກໃຈຮ້າຍງ່າຍ ເບື່ອງ່າຍ ຂາດສະຕິງ່າຍ

ໃຈດີໆໃຈ ມັກຈະມີຄວາມສຸກ ແລະພົບກັບສິ່ງດີໆສະເໝີ

ໃຈເສຍໆໃຈ ເພາະບໍ່ໄດ້ດັ່ງໃຈ ເພາະສູນເສຍສິ່ງຂອງ ຫຼືຄົນອັນເປັນທີ່ຮັກໄປ

ໃຈເສຍອາຣົມກໍເສຍ ວາຈາ ການກະທຳກໍເສຍໄດ້ງ່າຍ

ໃຈນ້ອຍມັກນ້ອຍໃຈ

ໃຈຮ້າຍທຳລາຍຕົນ ແລະຄົນອື່ນ

ໃຈແຄບຄັບທີ່ ໃຈດີຄັບຍາກ

ໃຈອົດທົນໂອກາດສຳເລັດຍ່ອມມີຫຼາຍ

ໃຈອິດສາພາຕົນໃຫ້ເປັນທຸກ

ໃຈທີ່ມັກສະໜຸກເຮຮ່າພາຕົນເສົ້າໝອງ

ໃຈງ່າຍມັກຖືກຫຼອກລວງ

  • ຄວາມສາມັກຄີເກີດມີຂຶ້ນຢູ່ທີ່ໃດ ຄວາມສຸກຍ່ອມເກີດມີຂຶ້ນຢູ່ທີ່ນັ້ນເຊັ່ນກັນ

ຄວາມດຸຫມັ່ນຂະຫຍັນພຽນ ພາໃຫ້ຮຽນຮູ້ໄດ້ໄວ

ຄວາມດຸຫມັ່ນຂະຫຍັນພຽນ ພາໃຫ້ຮຽນຮູ້ໄດ້ເກ່ງ

ຄວາມດຸຫມັ່ນຂະຫຍັນພຽນ ພາໃຫ້ເຮັດວຽກໄດ້ເກ່ງ

ຄວາມດຸຫມັ່ນຂະຫຍັນພຽນ ຫົວໜ້າ ນາຍເພິ່ນກໍຮັກ

ຄວາມດຸຫມັ່ນຂະຫຍັນພຽນ ມີໃນຜູ່ໃດແລ້ວໃຜໆກໍຮັກແພງ

ຄວາມດຸຫມັ່ນຂະຫຍັນພຽນ ສ້າງຝັນໃຫ້ເປັນຄວາມຈິງໄດ້ງ່າຍຂຶ້ນ

ຄວາມດຸຫມັ່ນຂະຫຍັນພຽນ ສາມາດປ່ຽນຊີວິດໃຫ້ດີຂຶ້ນໄດ້

ຄວາມດຸຫມັ່ນຂະຫຍັນພຽນ ມີເງິນທອງເທົ່າໃດກໍບໍ່ອາດຊື້ໄດ້

ຄວາມດຸຫມັ່ນຂະຫຍັນພຽນ ແບ່ງປັນໃຫ້ກັນກໍບໍ່ໄດ້

ຄວາມດຸຫມັ່ນຂະຫຍັນພຽນ ລັກເອົາ ຫຼືຕົວະເອົາກໍບໍ່ໄດ້

ຄວາມດຸຫມັ່ນຂະຫຍັນພຽນ ເປັນທີ່ລວມລົງແຫ່ງຊັບ ແລະຄວາມຮູ້ຕ່າງໆ

ຄວາມດຸຫມັ່ນຂະຫຍັນພຽນ ພາໃຫ້ຄວາມປາຖານາສຳເລັດໄດ້ງ່າຍຂຶ້ນ

ຄວາມດຸຫມັ່ນຂະຫຍັນພຽນ ປ່ຽນຊີວິດຈາກໜ້າມືໃຫ້ເປັນຫຼັງມື

ຄວາມດຸຫມັ່ນຂະຫຍັນພຽນ ພາໃຫ້ຫຸ່ນດີງາມ ພໍດີໄດ້ຕາມຕ້ອງການ

ຄວາມດຸຫມັ່ນຂະຫຍັນພຽນ ເປັນທີ່ຕ້ອງຕາຕ້ອງໃຈຂອງຜູ່ທີ່ພົບເຫັນ

ຄວາມດຸຫມັ່ນຂະຫຍັນພຽນ ເປັນສະເໜ່ຢ່າງຍິ່ງ

ຄວາມດຸຫມັ່ນຂະຫຍັນພຽນ ປຽບຄືແກ້ວສາລະພັດນຶກ

ຄວາມດຸຫມັ່ນຂະຫຍັນພຽນ ສາມາດເຮັດໃຫ້ສຸຂະພາບດີໄດ້

ຄວາມດຸຫມັ່ນຂະຫຍັນພຽນ ປຽບເໝືອນຍານພາຫະນະນຳທາງໄປສະຫວັນ ພຣະນິບພານ

ຄວາມດຸໝັ່ນຂະຫຍັນພຽນ ແມ່ນພື້ນຖານຂອງທຸກຄົນທີ່ຄວນມີ

ເຖິງບໍ່ມີເງິນຄຳຈັກກີບແຕ່ມີຄວາມດຸຫມັ່ນຂະຫຍັນພຽນຍ່ອມຈະບໍ່ອົດຕາຍ

ເຖິງຈະມີຄວາມຮູ້ໜ້ອຍແຕ່ກໍສາມາດສ້າງຄວາມຮຸ່ງເຮືອງໄດ້ດ້ວຍຄວາມດຸຫມັ່ນຂະຫຍັນພຽນ

ຢາກມີ ຢາກໄດ້ຕ້ອງລົງມືເຮັດລົງມືສ້າງຂຶ້ນມາດ້ວຍຕົວຂອງທ່ານເອງ