ຄວາມເປັນມາຂອງໂລກ

ຈາກ ວິກິພີເດຍ

ຄວາມເປັນມາຂອງໂລກ ຫຼື ປະຫວັດສາດດາວໂລກ ເລີ່ມຕົ້ນທີ່ຍຸກຫີນເກົ່າ ປະຫວັດສາດໂລກບໍ່ລວມປະຫວັດສາດທຳມະຊາດເຊິ່ງບໍ່ແມ່ນມະນຸດຫຼືປະຫວັດສາດທໍລະນີວິທະຍາ ຍົກເວ້ນຕາບເທົ່າທີ່ໂລກທຳມະຊາດນັ້ນມີຜົນກະທົບຕໍ່ຊີວິດຂອງມະນຸດຢ່າງຫຼາຍຫຼວງ. ຄວາມເປັນມາຂອງໂລກປະກອບດ້ວຍການຮຽນຮູ້ທາງບູຮານະຄະດີແລະທາງຫຼັກຖານລາຍລັກອັກສອນຕັ້ງແຕ່ສະໄໝບູຮານ. ປະຫວັດສາດບູຮານທີ່ມີບັນທຶກນັ້ນ ເລີ່ມຕົ້ນຈາກການປະດິດການຂີດຂຽນ ແຕ່ວ່າ ຮາກເຫງົ້າແຫ່ງອາລະຍະທຳນັ້ນ ມີມາແຕ່ກ່ອນການປະດິດການຂີດຂຽນ. ສະໄໝກ່ອນປະຫວັດສາດເລີ່ມຕົ້ນໃນຍຸກຫີນເກົ່າ ຕໍ່ດ້ວຍຍຸກຫີນໃໝ່ແລະການປະຕິວັດທາງການກະເສດ (ຫວ່າງ 8000 ຫາ 5000 ປີກ່ອນຄະຣິດຕະການ) ໃນວົງດວງເດືອນສ້ຽວເຕັມປ່ຽມ (Fertile Crescent) ການປະຕິວັດທາງການກະເສດແມ່ນເຄື່ອງໝາຍການປ່ຽນແປງໃນການບັນທຶກຄວາມເປັນມາຂອງຜູ້ຄົນ ໂດຍມະນຸດຈະເລີ່ມຕົ້ນເຮັດການກະເສດ ໄດ້ແກ່ ກະສິກຳແລະການລ້ຽງສັດຢ່າງເປັນລະບົບ.[1][2][3] ເມື່ອການກະເສດກ້າວໜ້າຂຶ້ນ ມະນຸດສ່ວນຫຼາຍປ່ຽນຈາກວິຖີຊີວິດເຮ່ຮ່ອນມາຕັ້ງຖິ່ນຖານເປັນຊາວໄຮ່ຊາວນາໃນບ່ອນພັກອາໄສຢ່າງຖາວອນ. ການເຮ່ຮ່ອນມາຍັງມີຢູ່ໃນບາງແຫ່ງ ໂດຍສະເພາະແມ່ນໃນພື້ນທີ່ຫ່າງໄກອັນມີພືດຜັກທີ່ເພາະປູກໄດ້ໜ້ອຍຊະນິດ.[4] ແຕ່ຄວາມໝັ້ນຄົງສຳພັດແລະຜະລິຕະພາບທີ່ເພີ່ມຂຶ້ນຈາກກະສິກຳກໍ່ເຮັດໃຫ້ຊຸມຊົນມະນຸດຂະຫຍາຍເປັນໜ່ວຍທີ່ໃຫຍ່ກວ່າ ເຊິ່ງຄວາມກ້າວໜ້າທາງການຂົນສົ່ງກໍ່ມີສ່ວນຊ່ອຍ.

ອ້າງອີງ[ດັດແກ້]

  1. Tudge, Colin (1998). Neanderthals, Bandits and Farmers: How Agriculture Really Began. London: Weidenfeld & Nicolson. ISBN 0-297-84258-7.
  2. Bellwood, Peter. (2004). First Farmers: The Origins of Agricultural Societies, Blackwell Publishers. ISBN 0-631-20566-7
  3. Cohen, Mark Nathan (1977) The Food Crisis in Prehistory: Overpopulation and the Origins of Agriculture, New Haven and London: Yale University Press. ISBN 0-300-02016-3.
  4. See Jared Diamond, Guns, Germs and Steel.