ຄວາມຮູ້ພື້ນຖານກ່ຽວກັບການຕະຫລາດ

ຈາກ ວິກິພີເດຍ

I. ຄວາມໝາຍຂອງຕະຫລາດ ແລະ ການຕະຫລາດ[ດັດແກ້]

ຕະຫລາດແມ່ນສະຖານທີ່ທີ່ມີການຊື້-ຂາຍ ແລະ ແລກປ່ຽນ ສິນຄ້າ

II. ການນຳໃຊ້ ແລະ ຄວາມສຳຄັນຂອງການຕະຫລາດ[ດັດແກ້]

1. ການນຳໃຊ້ ການຕະຫລາດ
  • ໃນວົງການທຸລະກິດທຸກຢ່າງ ແມ່ນຂາດການຕະຫລາດບໍ່ໄດ້ ເພາະວ່າການຕະຫລາດແມ່ນເປັນປັດໃຈໜຶ່ງທີ່ສ້າງລາຍຮັບໃຫ້ແກ່ກິດຈະການອັນນຳໄປສູ່ ການສ້າງກໍາໄລໃນດ້ານທຸລະກິດ ແລະ ໃນທີ່ສຸດກໍ່ເປັນການ ພັດທະນາລະບົບເສດຖະກິດ ແລະ ສັງຄົມ, ການຄ້າລະຫວ່າງປະເທດ ແລະ ນອກຈາກນັ້ນທຸກຄົນທົ່ວໄປກໍ່ສາມາດນຳໃຊ້ຫລັກການການຕະຫລາດ ເພື່ອພັດທະນາການດຳເນີນທຸລະກິດສ່ວນຕົວ ແລະ ການດຳລົງ ຊີວິດຂອງຕົນໄດ້ເປັນຢ່າງດີ.
2. ຄວາມສຳຄັນຕົ້ນຕໍຂອງການຕະຫລາດ
  • ຢູ່ໃນໂລກປັດຈຸບັນ ການຕະຫລາດ ແມ່ນນັບມື້ມີຄວາມສຳຄັນເພີ້ມທະວີຂຶ້ນເລື້ອຍໆ ບໍ່ວ່າຢູ່ໃນໜ່ວຍງານທຸລະກິດທີ່ຫວັງຜົນກຳໄລ ແລະ ໜ່ວຍງານປະເພດທີ່ບໍ່ຫວັງຜົນກຳໄລ ກໍ່ລ້ວນແລ້ວຕ້ອງນຳໃຊ້ວິທີ ການຕະຫລາດໃນການດຳເນີນງານເພື່ອໃຫ້ບັນລຸເປົ້າໝາຍ,
2.1. ການດຳເນີນງານກິດຈະກຳທຸລະກິດທັງໝົດ ຈະຕ້ອງມີເປົ້າໝາຍອັນດຽວກັນຄື ເພື່ອໃຫ້ສິນຄ້າ ແລະ ບໍລິການສົ່ງສິນຄ້າ ຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກສຸດທ້າຍ (Ultimate Consumer)ໂດຍອາໃສລະບົບ ການແລກປ່ຽນກັນລະຫວ່າງສິນຄ້າ ແລະ ການບໍລິການຂອງຜູ້ຜະລິດ ກັບເງິນຂອງຜູ້ບໍລິໂພກ/ຜູ້ຊົມໃຊ້.
2.2. ການສະເໜີສິນຄ້າ ຫລື ການບໍລິການທຸກຢ່າງ ຈະຕ້ອງມຸ້ງເນັ້ນໃສ່ຄວາມສຳຄັນທີ່ລູກຄ້າ (Customer oriented)ຫລື ຕະຫລາດຫລາຍກວ່າຜະລິດຕະພັນ (Product oriented)ຫລື ການຜະລິດ ໝາຍຄວາມວ່າກ່ອນທີ່ເຮົາຈະຜະລິດສິນຄ້າ ແລະ ເຮັດການບໍລິການອັນໃດນັ້ນເຮົາຕ້ອງສຶກສາກ່ອນວ່າ, ລູກຄ້າຕ້ອງການສິນຄ້າແນວໃດ ແລະ ພາຍຫລັງທີ່ຮູ້ແລ້ວ ເຮົາຈິ່ງຜະລິດສິນຄ້າຕາມຄວາມຕ້ອງການນັ້ນ. ພິເສດ ບໍ່ຕ້ອງເຮັດການຜະລິດຕ່າງໆ ຕາມຄວາມສາມາດຂອງບໍລິສັດ ໂດຍບໍ່ໄດ້ຄຳນຶງເຖິງຄວາມຕ້ອງການຂອງລູກຄ້າ ຫລື ຜູ້ບໍລິໂພກ
2.3. ການດຳເນີນງານການຕະຫລາດທີ່ປະສົບຜົນສຳເລັດ ແມ່ນຈຳເປັນຕ້ອງບັນລຸເປົ້າໝາຍ-ວັດຖຸປະສົງຂອງບໍລິສັດ ທີ່ໄດ້ຮັບຜົນກຳໄລ ຫລື ກຳໄລສູງສຸດ, ເປັນເວລາຍາວນານ ໂດຍທີ່ຈະຕ້ອງເຮັດໃຫ້ລູກຄ້າ ໄດ້ຮັບຄວາມເພີ່ງພໍໃຈ.
2.4. ຄວາມຕ້ອງການບໍ່ສີ້ນສຸດຂອງຜູ້ບໍລິໂພກ ແມ່ນມີລັກສະນະປ່ຽນແປງໄປເລື້ອຍໆ ສະນັ້ນການດຳເນີນທຸລະກິດ ຈິ່ງຈຳເປັນຕ້ອງໄດ້ປັບປຸງ-ປ່ຽນແປງເຄື່ອງມືການຕະຫລາດ (Marketing Tools).

III. ລັກສະນະຂອງການຕະຫລາດ[ດັດແກ້]

(1). ການຕະຫລາດຈຸລະພາກ (Micro marketing)
  • ແມ່ນການຕະຫລາດຂອງອົງການ ( ບໍລິສັດ,ກຸ່ມຄົນ,ອົງການຕ່າງໆ,.................ຂອງເອກະຊົນ)
(2). ການຕະຫລາດມະຫາພາກ (Macro marketing)
  • ແມ່ນການຕະຫລາດທັງໝົດຂອງລະບົບເສດຖະກິດ ແລະ ສັງຄົມ (ສະມາຄົມ, ພະແນກການ,...........ຂອງພາກລັດ)
(3). ການຕະຫລາດສຽງ (Sound marketing)
  • ແມ່ນການຕະຫລາດທີ່ມີຄວາມສຳຄັນຫລາຍທີ່ສຸດຕໍ່ກັບຄວາມສຳເລັດໃນໜ່ວຍງານທຸລະກິດ ແລະ ການເມືອງທຸກລະດັບ ຫລື ຂະໜາດໜ່ວຍງານຫວັງເອົາກຳໄລ ແລະ ບໍ່ຫວັງເອົາກຳໄລ( ການເຮັດທຸລະກິດ, ການຊອກຫາສຽງ,.................)
(4). ການຕະຫລາດເອເລັກໂຕຣນິກ (E-Marketing)
  • ແມ່ນການຕະຫລາດທີ່ມີຄວາມສຳຄັນພິເສດທີສຸດໃນຍຸກສັດຕະວັດທີ 21 ຕໍ່ກັບການປະຫຍັດ, ຜົນໄດ້ຮັບ, ຜົນກຳໄລ, ຂອງໜ່ວຍງານທຸລະກິດ ແລະ ການເມືອງທຸກລະດັບ- ທຸກຂະໜາດທີ່ເປັນໜ່ວຍງານຫວັງ ເອົາກຳໄລ ແລະ ບໍ່ຫວັງເອົາກຳໄລ( ການເຮັດທຸລະກິດ, ການຊອກຫາສຽງ,..............)ໂດຍຜ່ານ Electronics