ຄວາມກົດອາກາດ
Jump to navigation
Jump to search
ຄວາມກົດອາກາດ ແມ່ນ ຄວາມກົດດັນ ຢູ່ ຈຸດໃດໜຶ່ງ ຂອງ ຊັ້ນບັນຍາກາດ ຂອງ ໂລກ. ໂດຍທົ່ວໄປ ຄວາມກົດອາກາດ ຈະປະມານເທົ່າກັບ ຄວາກົດດັນ ທີ່ເກີດຂຶ້ນ ຍ້ອນນໍ້າໜັກ ຂອງ ອາກາດ ຢູ່ເທິງຈຸດນັ້ນໆ. ໝາຍຄວາມວ່າ ຈຸດທີ່ມີຄວາມກົດອາກາດຕໍ່າ ຈະມີ ອາກາດທີ່ມີມວນສານຕໍ່າກ່ວາຢູ່ເທິງມັນ. ດ້ວຍເຫດຜົນແບບດຽວກັນ ຄວາມກົດອາກາດ ຈະຕໍ່າລົງ ເມື່ອລະດັບຄວາມສູງເພີ່ມຂຶ້ນ. ຄວາມກົດອາກາດ ຕໍ່ ເນື້ອທີ່ໜຶ່ງແມັດມົນທົນ ຢູ່ ໃນລະດັບໜ້ານໍ້າທະເລ ຈະເທົ່າກັບ 100 ກິໂລນິວເຕິນ ຫຼື ເທົ່າກັບ 10.2 ໂຕນ.
ຄວາມກົດອາກາດມາດຕະຖານ[ແກ້ໄຂ]
ຄວາມກົດອາກາດມາດຕະຖານ (ເຄື່ອງໝາຍ: atm) ແມ່ນ ຫົວໜ່ວຍຄວາມກົດດັນ ທີ່ຖືກກຳນົດໃຫ້ເທົ່າກັບ 101.325 ກິໂລປາສການ.
ຄວາມກົດອາກາດຕາມຄວາມສູງ[ແກ້ໄຂ]
ທຽບໃສ່ 1 atm | ຄວາມສູງໂດຍສະເຫຼ່ຍ | |
---|---|---|
(ແມັດ) | (ຟີດ) | |
1 | 0 | 0 |
1/2 | 5,486 | 18,000 |
1/3 | 8,376 | 27,480 |
1/10 | 16,132 | 52,926 |
1/100 | 30,901 | 101,381 |
1/1000 | 48,467 | 159,013 |
1/10000 | 69,464 | 227,899 |
1/100000 | 96,282 | 283,076 |