ຂີ່ຊີບລາຍ ສາຍພູດົງຫົວສາວ ເມືອງປາກຊ່ອງ

ຈາກ ວິກິພີເດຍ

ບໍ­ລິ­ສັດ​ທ່ອງ​ທ່ຽວ​ກຣີນ ດິດ​ສະ​ໂກ​ເວີ​ຣີ (Green discovery) ໄດ້​ເປີດ​ຈຸດ​ທ່ອງ​ທ່ຽວ​ຜະຈົນ​ໄພ​ໃນ​ຮູບ​ແບບ​ໃຫມ່​ທີ່​ເຂດສາຍ­ພູ​ດົງ​ຫົວ​ສາວທີ່­ຢູ່​ໃກ້​ກັບເມືອງ​ປາກ​ເຊ ນັ້ນ​ກໍ່​ຄື​ການ​ຂີ່​ຊີບ ລາຍ (Zip-Line) ຈາກ​ຟາກຫນຶ່ງ​ໄປ​ຫາ​ອີກ​ຟາກ​ຫນຶ່ງ​ນັ້ນເອງ ນັບ​ວ່າ​ເປັນ​ວິ­ທີ​ການ​ທ່ອງທ່ຽວ​ອີກ​ແບບ​ຫນຶ່ງ​ທີ່​ສ້າງຄວາມ​ປະ​ທັບ​ໃຈ​ນັກ​ທ່ອງ​ທ່ຽວ​ທີ່ມັກ​ໃນ​ສິ່ງ​ທ້າ​ທາຍ​ແບບ​ບໍ່​ເຄີຍ​ມີມາ​ກ່ອນ​ໃນ​ເຂດ​ນີ້​ທັງ​ເປັນ​ການສ້າງ​ຄວາມ​ສົນ­ໃຈ​ໃຫ້​ນັກ​ທ່ອງທ່ຽວ​ເຂົ້າ​ມາ​ທ່ຽວ​ໃນ​ບ່ອນ​ນີ້​ໃຫ້ຫລາຍ​ຂຶ້ນ​ເລື້ອຍໆ.

ຖ້າ​ຫາກ​ມາ​ຮອດ​ບ່ອນ​ທີ່​ເພິ່ນກະ­ກຽມ​ໄວ້​ແລ້ວ​ກໍ່​ຈະ​ໄດ້​ພົບ​ກັບຄວາມ​ຕື່ນ­ເຕັ້ນ​ນັ້ນ​ກໍ່​ຄື​ຈະ​ໄດ້​ຂີ່ເຊືອກ​ສາຍ​ຊີບ​ລາຍ ພ້ອມ​ສຳ­ຜັດດ້ວຍ​ຕົນ​ເອງ ເມື່ອ​ເຫັນ​ທຳ​ອິດທ່ານ​ອາດ​ຈະ​ຮູ້­ສຶກ​ຕົກ­ໃຈ​ຢ່າງໃຈ​ຫາຍ­ໃຈ​ຂ້ວມ​ກັບ​ຄວາມ​ສູງຂອງ​ມັນ ຕົ້ນ­ໄມ້​ໃຫຍ່​ສູງ​ຊັນ​ສີຂຽວ​ອຸ່ມ​ທຸ່ມ​ທາງ​ດ້ານ​ລຸ່ມ​ເປັນຕົວ​ຊີ້​ວັດ​ເພາະ​ທ່ານ​ຈະ​ໄດ້​ຜ່ານປາຍ​ໄມ້​ເຫລົ່າ­ນັ້ນ​ໄປ ແຕ່​ກໍ່​ບໍ່​ເປັນຫຍັງ​ເພາະ­ວ່າ​ສາຍ​ລວດ​ນັ້ນ​ຮັບປະ­ກັນ​ຢ່າງ​ເຕັມ­ທີ່​ຢູ່​ແລ້ວ ເມື່ອທ່ານ​ໃສ່​ຊຸດ​ຮຽບ​ຮ້ອຍ​ແລ້ວ​ກໍ່​ກະໂດດ​ລົງ​ຈະ​ຜ່ານ​ຮ່ອມ​ພູ​ທີ່​ສູງ​ຊັນວົນ​ໄປ​ວຽນ­ມາ​ຈາກ​ຂ້າງ​ນີ້​ໄປຫາ​ຂ້າງ​ນັ້ນ ນັບ​ວ່າ​ເປັນ​ການ​ຜະຈົນ​ໄພ​ທີ່​ສຽວ​ທີ່​ສຸດພໍ​ໄປ​ຮອດ​ຕໍ່ຫນ້າ​ຂອງ​ນ້ຳ­ຕົກ​ດົງ​ຫົວ​ສາວທ່ານ​ຮູ້­ສຶກ​ຫນາວ ເພາະ​ອາຍ​ນ້ຳມັນ​ຟົ້ງ​ອອກ​ມາ​ເປັນ​ບາດໆ, ນອກ​ນັ້ນຈະ​ເຫັນ​ພາບ​ທິວ​ທັດຂອງ​ຮຸ້ງ​ກິນ​ນ້ຳ ແລະ ສຽງ​ນ້ຳຕົກ​ຄ້າຍ­ຄື​ກັນ​ກັບ​ຟ້າ­ຮ້ອງ​ທ່ານ ຈະ​ຮູ້­ສຶກ​ມ່ວນ­ຊື່ນ​ກັບ​ທິວ​ທັດ​ທຳມະ​ຊາດ​ບວກ​ກັບ​ຜູ້​ເຝົ້າ​ຄອຍ​ເບິ່ງແຍງ​ຂອງ​ຜູ້­ນຳ​ທ່ຽວ​ທີ່​ຊຳ­ນານງານ​ຢ່າງ​ຮອບ​ຄອບ.

ເຮົາ​ເດີນ­ທາງ​ໄປ​ບ່ອນ​ນັ້ນ​ກໍ່ບໍ່​ໄກ​ຈາກ​ຕົວ​ເມືອງ​ປາກ​ເຊ ຫລາຍ​ປານ­ໃດ ພຽງ​ຂີ່​ລົດ​ໄປ ທາງ​ເຂດ​ພູ​ພຽງ​ບໍ­ລິ­ເວນ ເຂດ​ກາເຟ​ບ່ອນ​ທີ່​ມີ​ຊື່​ສຽງ​ທາງ​ພາກ​ໃຕ້ ໃນ​ເມື່ອ​ກ່ອນ​ເຂດ​ນີ້​ເປັນ​ເຂດ​ພູ ໄຟ​ເກົ່າ ແຕ່​ໃນ​ປະ­ຈຸ​ບັນ​ໄດ້​ກາຍເປັນ​ເຂດ​ປູກ​ກາ­ເຟ​ສ້າງ​ລາຍ​ໄດ້ ເປັນ​ກອບ​ເປັນ​ກຳ​ຂອງ​ແຂວງຈຳ­ປາ​ສັກ, ຫົວ​ລົດ​ເລີ່ມ​ຕັ້ງ­ຫນ້າຂຶ້ນ​ຕາມ​ເນີນ​ພູ​ຂຶ້ນ​ບໍ່​ຮອດ 50 ກິ­ໂລ­ແມັດ​ຊ້ຳ, ເກືອບ​ໄປ​ຮອດເມືອງ​ປາກ​ຊ່ອງ​ແລ້ວ​ລ້ຽວ​ຂວາລົງ​ຕາມ​ທາງ​ດິນ​ແດງ​ເຂົ້າ​ຫາບ້ານ​ຫນອງ​ຫລວງ ພ້ອມ​ກັບ​ໄດ້ເຫັນ​ຫມູ່​ບ້ານ​ຂອງ​ປະ­ຊາ­ຊົນລາວ​ລຸ່ມ​ທີ່​ຕັ້ງ​ລຽບ​ຕາມ​ແຄມສາຍ​ທາງ​ເຂົ້າ​ນັ້ນ ແລະ ກໍ່​ມີ​ຜູ້­ນຳ ທ່ຽວ​ລໍ­ຖ້າ, ກ່ອນ​ຈະ​ເຂົ້າ​ປ່າ​ຜູ້­ນຳທ່ຽວ​ໄດ້​ແນະ­ນຳ​ໃຫ້​ຮູ້​ກ່ອນ​ລ່ວງຫນ້າ ແລະ ຕ້ອງ​ກຽມ​ອຸ­ປະ­ກອນທີ່​ຈຳ­ເປັນ, ຕ້ອງ​ປອດ​ໄພ​ໄວ້​ກ່ອນ ສ່ວນ​ການ​ເດີນ­ທາງ​ຈະ​ໄດ້​ຂຶ້ນໂນນ​ພູ​ຜ່ານ​ສວນ​ຜັກ​ຕ້ອງ​ກຽມ​ອຸປະ­ກອນ​ທີ່​ຈຳ­ເປັນ, ຕ້ອງ​ປອດໄພ​ໄວ້​ກ່ອນ ສ່ວນ​ການ​ເດີນ­ທາງຈະ​ໄດ້​ຂຶ້ນ​ໂນນ​ພູ​ຜ່ານ​ສວນ​ຜັກ ແລະ ປ່າ​ກາ­ເຟ​ທີ່​ຖືກ​ບົວ­ລະ­ບັດເປັນ​ຢ່າງ​ດີ​ຂອງ​ຊາວ​ສວນ​ໃນເຂດ​ນັ້ນ, ນອກ­ຈາກ​ນັ້ນ ຍັງ​ຈະໄດ້​ພົບ​ກັບ​ນ້ຳ­ຕົກ­ຕາດ, ຜາ​ຊັນ, ປ່າ­ຕຶບ​ຫນາ ແລະ ຊີ­ວະ​ນາໆພັນຢ່າງ​ເຕັມ​ອີ່ມ.