ຂັບງື່ມ

ຈາກ ວິກິພີເດຍ
Jump to navigation Jump to search

ຕົ້ນກຳເນີດຂັບງື່ມ

ປະຊາຊົນພົນລະເມືອງລາວເຮົາ ນັບເປັນພັນກວ່າປີກ່ອນນີ້ ພາກັນຖືຜີໃນຫລາຍຮູບແບບເພື່ອເປັນທີ່ເພິ່ງທາງໃຈ ເນື່ອງຈາກແຕ່ກ່ອນລະດັບທາງດ້ານວິທະຍາສາດຂອງຄົນເຮົາຍັງບໍ່ທັນສູງ ແລະບໍ່ຮູ້ຈັກວິເຄາະເຖິງປະກົດການທາງທໍາມະຊາດ, ຈາກນັ້ນຈຶ່ງພາກັນງຶດງໍ້ອັດສະຈັນປະກົດການຕ່າງໆ, ທັງຄິດວ່າຜີສາງ ຫລື ເທວະດາຟ້າແຖນເປັນຜູ້ກໍ່ຂຶ້ນເພື່ອສ້າງກໍາທຳເວນໃຫ້ຄົນເຮົາ, ສິ່ງເຫລົ່ານັ້ນຈຶ່ງເປັນສາເຫດພາໃຫ້ຄົນເຮົາໄດ້ພາກັນຖືສາສະໜາຜີ ແລະ ຕໍ່ມາຈຶ່ງພາກັນຖືສາສະໜາພາມ(ຮິນດູ)ແລະ ຖັດຈາກນັ້ນມາຈຶ່ງພາກັນຖືສາສະໜາພຸດ (ໃນປີ ຄສ 1353).

    ໃນພິທີກໍາຕ່າງໆກ່ຽວກັບການຖືຜີນັ້ນ, ລ້ວນແລ້ວແຕ່ໄດ້ເອີ່ຍຄໍາວິງວອນຮ້ອງ​ຂໍໂດຍໄດ້ສະແດງອອກເປັນສຽງ ຫລື ສໍານຽງເກາະກ່າຍກັນ ເຊິ່ງມາໃນທໍານອງຮ້ອຍກອງ ຫລື ຮ້ອຍແກ້ວເພື່ອເປັນການຂໍຂະມາລາໂທດຫລື ຂໍຄວາມຊ່ວຍເຫລື​ອຈາກຟ້າແຖນເຊັ່ນ: ການເຢົາຜີເພື່ອໄຖ່ຖອນເອົາຜູ້ເຈັບປ່ວຍໃຫ້​ເ​ຊົາດີ, ເຂົ້າໃຈວ່າຜີສາງເປັນຜູ້ລົງໂທດຈຶ່ງເຮັດໃຫ້ປ່ວຍໂຊ.
     ພຶດຕິກໍາທີ່ເຮັດກັບຜີດັ່ງກ່າວນີ້ລ້ວນແລ້ວແຕ່ອ່ອນນ້ອມ, ພຽບພ້ອມໄປດ້ວຍກິລິຍາທີ່ດີງາມ.

ຍ້ອນຄວາມວິ​ງວອນທີ່ສະທ້ອນອອກມາພ້ອມກັບບຸກຄະລິກກະພາບອັນອ່ອນນ້ອມນັ້ນເອງເປັນເງື່ອນໄຂ ​ແລະ ພື້ນຖານທາງດ້ານສິລະປະວັນນະຄະດີ, ໂດຍສະເພາະແມ່ນສຽງ ຫລື ສໍານຽງໄດ້ກາຍມາ​ເປັນ​ຈຸດ​ເລີ່​ມຕົ້ນສູ່ການຕັ້ງສັນຊາດທະຍານ ແລ້ວກ້າວໄປສູ່ການປະດິດຄິດຄົ້ນຂຶ້ນມາອີກຫລາຍຮູບແບບຂອງສໍານຽງ

ສຽງຂັບລໍາໃຫ້ອຸດົມສົມບູນຂຶ້ນໃນປັດຈຸບັນ. ສະນັ້ນ, ຂັບງື່ມ ຫລື ສຳານຽງສຽງຂັບງື່ມກໍໄດ້ຖືເອົາການກໍາເນີດມາຈາກການໄຫວ້ວອນຜີດັ່ງດຽວກັນກັບຂັບລໍາອື່ນໆພາຍໃນປະເທດຂອງພວກເຮົາ.

     ແຂວງວຽຈັນ ເປັນແຂວງທີ່ໃຫຍ່ມີອານາເຂດກວ້າງໄກ, ມີພົນລະເມືອງອາໄສຢູ່ຢ່າງໜາແໜ້ນທີ່ປະກອບດ້ວຍຫລາຍຊົນເຜົ່າ ແລະ ມີຄວາມສາມັກຄີກັນຢ່າງເປັນປຶກແຜ່ນ. ​ເປັນ​ແຂວງທີ່ມີຕົວເມືອງເກົ່າແກ່ຫລາຍຕົວເມືອງ, ມີປະຫວັດສາດຍາວນານທີ່ຍັງປະກົດຕົວເປັນຮູບເປັນຮອຍເຖິງປັດຈຸບັນນີ້ເຊັ່ນ:​ເມືອງເກົ່າປາກແຈ້ງ, ເມືອງວຽງຄໍາ…ຍ້ອນແຂວງວຽງຈັນເປັນເຂດແຄວ້ນແດນອານາ​ເຂດເກົ່າແກ່ ປະຊາຊົນພົນລະເມືອງຈຶ່ງຕິດພັນຢູ່ກັບການເຊື່ອຖືສາສະໜາພຸຸດມາຫລາຍເຊັ່ນຄົນ ລະ ເປັນປັດ​ໄຈເຮັດໃຫ້ແຂວງດັ່ງກ່າວມີມູນມໍລະດົກດ້ານວັດທະນະທໍາຫລາຍອັນທີ່ໄດ້ປະກົດຕົວຈົນເຖິງທຸກວັນນີ້ເຊັ່ນ:​ມີຮີດຄອງປະເພນີອັນດີງາມ, ມີການພົວພັນຊ່ວຍເຫລືອເຊິ່ງກັນ ແລະກັນ, ມີມາລະຍາດສັງຄົມທີ່ດີ, ພ້ອມດຽວກັນນັ້ນ, ເຂົາເຈົ້າຍັງໄດ້ຜູກພັນຢູ່ກັບຮີດ 12 ຢ່າງບໍ່ໄດ້ລົດລະ ເພາະຮີດ 12 ນີ້ ເປັນມໍລະດົກອັນໜຶ່ງທີ່ສໍາຄັນທາງດ້ານວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ. ສັນຍາລັກພິເສດທາງດ້ານວັດທະນະທໍາ ຫລື ບຸກຄະລິກຂອງປະຊາຊົນຊາວແຂວງວຽງຈັນນີ້, ເຂົາເຈົ້າເປັນຄົນຍິ້ມຫວານຂານມ່ວນ, ບໍ່ອວດອົ່ງທະນົງຕົວ, ແຕ່ມີມາລະຍາດທາງສັງຄົມຢ່າງໜ້າຮັກໄຄ່. ສິ່ງດັ່ງກ່າວນັ້ນ, ໄດ້ສະທ້ອນອອກມາທາງດ້ານກາຍະອິນຊີຄື: ກາຍ, ວາຈາ ແລະ ໃຈທີ່ຮຽບຮ້ອຍຢູ່ສະເໝີ, ສັນຍາລັກນີ້ຕົກທອດມາແຕ່ບູຮານນະການຈຶ່ງໄດ້ປູກຈິດສໍານຶກບັນຫາເຫລົ່ານີ້ໄວ້ໃຫ້ລູກໃຫ້ຫລານສືບທອດກັນມາ.
   ລັກສະນະພິເສດທາງດ້ານວັດທະນະທໍາ ທີ່ເປັນອາຫານດ້ານຈິດໃຈທີ່ບໍ່ເຄີຍເຫືອດແຫ້ງໄປຈາກຊາວແຂວງວຽງຈັນນັ້ນກໍຄື: “ຂັບງື່ມ” ​ເຊິ່ງເປັນພື້ນຖານດ້ານສິລະປະວັນນະຄະດີທີ່ມີຄ່ານິຍົມຕະຫລອດມາ ແລະ ເປັນອາຫານດ້ານຈິດໃຈທີ່ໃຫ້ຄວາມບັນເທີງມາຫລາຍເຊັ່ນຄົນແລ້ວ. ແຂວງ​ນີ້ ຈຶ່ງມີໝໍ​ລຳ​ຂັບ​ງື່ມທີ່​ເປັນ​ຕົ້ນ​ຕຳ​ລັບ​ຫລາຍ​ຄະນະ ທີ່​ໄດ້ຮັບ​ເຊີນ​ເຂົ້າ​ຮ່ວມ​ໃນງານປະເພນີ ທີ່ມີການຄົບງັນຕ່າງໆ​ພາຍ​ໃນ​ແຂວງ ​ແລະ ​ແຂວງ​ອື່ນໆ. ຖ້າຫາກຂາດຂັບງື່ມໄປ, ກໍເໝືອນກັບວ່າ ງານນັ້ນກໍຈະງຽບເຫງົາບໍ່ມີບັນຍາກາດ ຂາດຄວາມມ່ວນຊື່ນລື່ນເລິງ. ສະນັ້ນ, ຂັບງື່ມຈຶ່ງເປັນພື້ນຖານແຫ່ງຄວາມບັນເທີງທີ່​ຕ້ອງຕາຕ້ອງໃຈ ແລະ ໂດດເດັ່ນກວ່າລໍາອື່ນໆໃນແຂວງວຽງຈັນ.  ໂດຍ: ຊາຍພະເນຈອນ.