ຂັນ5

ຈາກ ວິກິພີເດຍ

ຂັນ5 ແມ່ນຫຍັງ

ຂັນ5(ເບັນຈະຂັນ) ເປັນຫຼັກທັມໃນສາສະໜາພຸດທີ່ສ້ອດຄ້ອງກັບເລື່ອງຂອງ ທຸກ ຕາມຫຼັກອະລິຍະສັດ4 ໂດຍໝາຍເຖິງກອງແຫ່ງຮູບມະທັມແລະນາມມະທັມທັງ5ທີ່ເຮັດໃຫ້ເກີດຕົວຕົນຫຼືຊີວິດຂື້ນມາ ຫຼືອາດເວົ້າໃຫ້ເຂົ້າໃຈໃດ້ງ່າຍວ່າ ສ່ວນປະກອບ5ຢ່າງທີ່ຮວມກັນແລ້ວກໍ່ໃຫ້ເກີດເປັນຄົນແລະສັດຂື້ນມານັ້ນເອງ

ຂັນ5 ປະກອບດ້ວຍ:

ຂັນ5 ປະກອບດ້ວຍກອງຮູບມະທັມແລະນາມມະທັມທັງ5ຄື: ຮູບ,ເວທະນາ,ສັນຍາ,ສັງຂານ,ແລະວິຍານ ເຊິ່ງສາມາດແຍກອອກເປັນ 1ຮູບ ແລະ 4ນາມ ດັ່ງຕໍ່ໄປນີ້

1. ຮູບຂັນ: ຫມາຍເຖິງກອງຮູບສ່ວນທີ່ເປັນຮ່າງກາຍ,ພຶດຕິກຳ,ຄຸນສົມບັດຕ່າງໆຂອງຮ່າງກາຍແລະສ່ວນປະກອບທີ່ເປັນຮູບທັມທັງໝົດ

2. ເວທະນາຂັນ: ຫມາຍເຖິງກອງເວທະນາ ສ່ວນທີ່ເປັນຄວາມຮູ້ສືກ: ທຸກ,ສຸກ,ດີໃຈ,ພໍໃຈ

3. ສັນຍາຂັນ: ຫມາຍເຖິງກອງສັນຍາສ່ວນທີ່ເປັນການຈໍາສິງທີ່ໃດ້ຮັບ

4. ສັງຂານຂັນ: ຫມາຍເຖິງກອງສັງຂານ ສ່ວນທີ່ເປັນການຄິດປຸງແຕ່ງໂດຍສາມາດແຍກແຍະສິງທີ່ຮູ້ສືກ ຫຼື ຈົດຈຳໃດ້

5. ວິນຍານຂັນ: ຫມາຍເຖິງກອງວິຍານ ຫຼື ຈິດ ເປັນການຮູ້ແຈ້ງເຖິງສິງຕ່າງໆ ຜ່ານທາງຕາ,ຫູ,ດັງ,ລິນ,ກາຍ,ແລະໃຈ.

ໂດຍຮູບຂັນຈະຈັດເປັນຮູບ ເພາະກ່ຽວກັບສ່ວນທີ່ມີຕົວຕົນ ສ່ວນເວທະນາຂັນ,ສັນຍາຂັນ,ສັງຂານຂັນ,ແລະວິຍາຍຂັນ ຈັດເປັນ4ນາມຂັນ ເຊິ່ງເປັນປະຣະມັດທັມ4 ເຊິ່ງເປັນສ່ວນທີ່ເປັນຄວາມຄິດແລະຄວາມຮູ້ສືກນັ້ນເອງ

ຂັນ5ກ່ຽວຂ້ອງກັບຊີວິດປະຈຳວັນແນວໃດ

ເຊິ່ງຫຼັກທັມຄຳສອນເລື່ອງ ຂັນ5 ຈະມຸ້ງຫມັນເນັ້ນສອນໃນເລື່ອງສັງຂານເປັນຫຼັກ ໂດຍໃຫ້ແນມເຫັນຄວາມເປັນຈິງຂອງສັງຂານວ່າ ນັ້ນເປັນສິ່ງທີ່ປຸງແຕ່ງຂື້ນມາ ບໍ່ມີຄວາມທ່ຽງແລະກໍ່ໃຫ້ເກີດທຸກຫຼາຍຢ່າງ ບໍ່ວ່າຈະເປັນຄວາມຢາກ ຄວາມຍິດຫມັ້ນຖືຫມັ້ນໃນຕົນເອງ ດັ່ງນັ້ນເມຶ່ອສັ່ງຂານເກີດຂື້ນມາກໍ່ຍ້ອມມີວັນສູນສະຫຼາຍໄປຕາມການເວລາ

ດັ່ງນັ້ນຂັນ5 ຈຶ່ງຫມາຍເຖິງກອງນາມມະທັມແລະຮູບມະທັມ5 ຢ່າງທີ່ກໍ່ໃຫ້ເກີດຊີວິດທີ່ຮ້ອງວ່າ ສັ່ງຂານຂື້ນມາ ໂດຍປະກອບດ້ວຍຮູບ ເວທະນາ ສັນຍາ,ສັງຂານ ແລະວິຍານ ທີ່ຮວມກັນກາຍເປັນ ຊີວິດ ສາມາດແຍກອອກໃດ້ເປັນສ່ວນ ທີ່ເປັນ ຮູບ ຄືຮ່າງກາຍ ແລະ ສ່ວນທີ່ເປັນນາມ ຄືສ່ວນທີ່ເປັນຄວາມຄິດ ແລະ ຄວາມຮູ້ສືກທີ່ກໍ່ໃຫ້ເກີດທຸກນັ້ນເອງ