ກຸ່ມນາໂຕ

ຈາກ ວິກິພີເດຍ
Jump to navigation Jump to search
      ພາຍຫລັງ ສະຫະພາບ ເອີລົບຕາເວັນຕົກ ໄດ້ຮັບການສ້າງຕັ້ງຂຶ້້ນແລ້ວ, ອາເມລິກາ ຢາກໃຫ້ດຳເນີນການເຈລະຈາຄັ້ງໃໝ່ເພື່ອສ້າງຕັ້ງກຸ່ມການທະຫານ ທີ່ກວ້າງໃຫຍ່ກວ່າເກົ່າຕາມແຜນການກຽມສົງຄາມ ຄັ້ງໃໝ່ຂອງເຂົາ.
      ໃນວັນທີ 11 ເມສາ 1948, ມາກຊານ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດອາເມລິກາ ໄດ້ປຸກລະດົມ ສະມາຊິກສະພາອາເມລິການ ຈົ່ງໃຫ້ການສະໜັບສະໜູນບັນຫາການປອ້ງກັນຄວາມປອດໄພ

ຢູ່ຂົງເຂດມະຫາສະໝຸດອັດລັງຕິກເໜືອ. ໃນວັນທີ 28 ເມສາ 1948, ໂລແຣນ (Saint Laurrent ) ໄດ້ກ່າວຕໍ່ສະພາ ການາດາ ໂດຍສະເໜີໃຫ້ສ້າງຕັ້ງລະບົບປອ້ງກັນທີ່ກວ້າງຂວາງກວ່າລະບົບຂອງ ສົນທິສັນຍາ ບຣຸກແຊນ. ຫລັງຈາກອາທິດໜຶ່ງ ແວັດສມິນເຕີ (ສະມາຊິກສະພາອັງກິດ) ອອກສຽງເຫັນພອ້ມກັບຂໍ້ສະເໜີດັ່ງກ່າວ. ໃນໄລຍະດຽວກັນນັ້ນ, ວານເດັນເບີກ (Vanden - berg) ສະມາຊິກສະພາ ອາເມລິກາ ພັດ ກະກຽມວາງນະໂຍບາບການຕ່າງປະເທດໃໝ່ຂອງ ອາເມລິກາ ແລະ ຜ່ານຈາກການປຸກລະດົມໄລຍະໜຶ່ງ ສະພາອາເມລິກາ ກໍ່ໄດ້ຜ່ານມະຕິສະບັບໜຶ່ງ ໃນວັນທີ 11 ມິຖຸນາ 1948 ຊຶ່ງເອີ້ນວ່າ ມະຕິວານເດັນເບີກ. ມະຕິດັ່ງກ່າວມີຈຸດປະສົງດັ່ງນີ້:

 1. ລົບລ້າງ ສິດຢັບຢັ້ງຢູ່ ສະພາຄວາມໝັ້ນຄົງໃນທຸກບັນຫາ (ນັບທັງບັນຫາສາກົນ ແລະ ການຮັບເອົາສະມາຊິກໃໝ່ ເຂົ້າອົງການສະຫະປະຊາຊາດ).
 2. ຕັ້ງໜ້າວາງວິທີການຕ່າງໆໃຫ້ແກ່ການປອ້ງກັນລວມ ແລະ ສະເພາະ. ໃນຍາມສັນຕິພາບ ລັດຖະບານ ອາເມລິກາມີສິດເຊັນສັນຍາສ້າງສຳພັນການທະຫານກັບບັນດາປະເທດຕັ້ງຢູ່ນອກ ທະວີບອາເມລິກາ.
 3. ອາເມລິກາ ຈະໃຫ້ຄວາມຊວ່ຍເຫລືອລວມ ແລະ ສະເພາະ ແກ່ບັນດາປະເທດທີ່ຮວ່ມມືກັບ ອາເມລິກາ,
 4. ພະຍາຍາມໃຫ້ມີການເຊັນສົນທິສັນຍາ ກັບບັນດາກຳລັງທະຫານທີ່ນິຍົມ ອາເມລິກາ.
 5. ປັບປຸງ ກົດບັດ ສະຫະປະຊາຊາດຄືນໃໝ່.
      ຫລັງຈາກນັ້ນ, ໃນວັນທີ 6 ກໍລະກົດ 1948, ອາເມລິກາ ກໍເລີ່ມຈັດໃຫ້ມີການເຈລະຈາເພື່ອການກະກຽມຢູ່ ວໍຊິງຕັນ ໂດຍມີຜູ້ຕ່າງໜ້າຂອງ ກະຊວງການຕ່າງປະເທດ ອາເມລິກາ ແລະ ເອກອັກຄະລັດຖະທູດ ການາດາ, ອັງກິດ, ຝຣັ່ງ, ບຣາຊິນ, ຣອກແລນ ແລະ ລຸກຊຳບວກ ເຂົ້າຮວ່ມ.
      ໃນວັນທີ 25 - 26 ຕຸລາ 1948, ສະພາທີ່ປືກສາຂອງກຸ່ມສະຫະພັນເອີລົບຕາເວັນຕົກເຫັນພອ້ມນຳການສ້າງຕັ້ງສຳພັນທີ່ມີລັກສະນະ "ປອ້ງກັນຕົວ" ຢູ່ມະຫາສະໝຸດອັດລັງຕິກເໜືອ. ໃນວັນທີ 29 ຕຸລາ 1948, ການາດາ ກໍອອກສຽງສະໜັບສະໜູນ.
      ໃນໄລຍະທີ່ມີການຂົນຂວາຍບັນດາປະເທດຢູ່ ເອີລົບຕາເວັນຕົກ ເຂົ້າຮວ່ມກຸ່ມນາໂຕນັ້ນ, ສະຫະພາບໂຊວຽດ ແລະ ປະຊາຊົນບັນດາປະເທດໃນເອີລົບ ໄດ້ຕໍ່ສູ້ຢ່າງແຂງແຣງເພື່ອສະກັດຂັດຂວາງການຕັ້ງ ກຸ່ມທະຫານດັ່ງກ່າວ. ໃນວັນທີ 29 ມັງກອນ 1949, ກະຊວງການຕ່າງປະເທດຂອງໂຊວຽດ ໄດ້ອອກຖະແຫລງການຊີ້ໃຫ້ເຫັນວ່າ ສົນທິສັນຍາ ບຣຸກແຊນ ແລະ ສົນທິສັນຍາອັດລັງຕິກເໜືອ ແມ່ນສົນທິສັນຍາ

ສຳພັນທາງການທະຫານທີ່ມີລັກສະນະຮຸກຮານ ແລະຝືນກັບກົດບັດສະຫະປະຊາຊາດ. ໃນວັນທີ 31 ມີນາ 1949, ລັດຖະບນາໂຊວຽດ ໄດ້ສົ່ງຈົດໝາຍບັນທຶກໃຫ້ແກ່ບັນດາປະເທດທີ່ກຽມຈະເຂັົ້າເປັນສະມາຊິກ ຂອງ ສອງກຸ່ມດັ່ງກ່າວ ໂດຍເນັ້ນໃສ່ 5 ຈຸດດັ່ງນີ້

 1. ກຸ່ມສົນທິສັນຍານາໂຕ ມີແຕ່ຈຸດປະສົງຮຸກຮານຕ້ານ ໂຊວຽດ ຢ່າງດຽວ.
 2. ການເຊັນສົນທິສັນຍານາໂຕ ເປັນການລະເມີດ ກົດບັດສະຫະປະຊາຊາດຢ່າງຮ້າຍແຮງ.
 3. ວັດຖຸປະສົງຂອງສົນທິສັນຍານາໂຕ ຝືນກັບສົນທິສັນຍາມິດຕະພາບ ແລະ ການຊວ່ຍເຫລືອກັນທີ່ເຊັນກັນລະຫວ່າງ ອັງກິດ ກັບ ໂຊວຽດ ໃນປີ 1942.
 4. ສົນທິສັນຍານາໂຕ ຂັດແຍ່ງກັບ ສົນທິສັນຍາຊວ່ຍເຫລືອເຊີ່ງກັນ ແລະ ກັນ ລະຫວ່າງ ໂຊວຽດ ກັບ ຝຣັ່ງ ທີ່ເຊັນກັນໃນປີ 1944.
 5. ສົນທິສັນຍາດັ່ງກ່າວກົງກັນຂ້າມກັບມາດຕາຕ່າງໆ ແລະ ນະໂຍບາຍສັນຕິພາບທີ່ ໂຊວຽດ, ອາເມລິກາ ແລະ ອັງກິດ ຕົກລົງຢູ່ ຢານຕາ ແລະ ປົດສະດາມ.
      ແຕ່ວ່າ, ໃນທີສຸດ ອາເມລິກາ, ອັງກິດ ກໍຍັງຄົງດຶງເອົາ ຝຣັ່ງ, ບຣາຊິນ, ຣອກແລນ, ລຸກຊຳບວກ, ນໍເວ, ເດນມາກ, ໄອແລນ, ອີຕາລີ, ໂປສຕຸເກດ ໄປປະຊຸມຢູ່ ວໍຊິງຕັນ ເພີື່ອເຊັນສົນທິສັນຍາ ສ້າງຕັ້ງ

ກຸ່ມທະຫານ ອັດລັງຕິກເໜືອ ຂຶ້ນຢ່າງເປັນທາງການໃນວັນທີ 04 ເມສາ 1949.