ກີ່ຕ່ຳສາດ

ຈາກ ວິກິພີເດຍ

ກີ່ ປຽບສະເໝືອນເຄື່ອງຜະລິດຈັກອັນໜຶ່ງເຊິ່ງໃຊ້ແຮງງານຄົນເປັນໂຕຂັບເຄື່ອນ. ກີ່ຕໍ່າສາດ ແມ່ນມີສຳລັບໄວ້ຕໍ່າສາດ, ລັກສະນະຂອງມັນແມ່ນເຮັດຈາກໄມ້. ກີ່ຕໍ່າສາດຈະກວ້າງ 2 ແມັດ, ຍາວ 3 ແມັດ ເປັນກອບ 4 ລ່ຽມ ເຮັດຖານດ້ວຍໄມ້ສູງປະມານ 1 ຄືບ ວາງຕິດກັບພື້ນດິນ. ກີ່ຕໍ່າສາດ ຈະຄ້າຍກັນກັບ ກີ່ຕໍ່າຫູກ. ກີ່ຕໍ່າສາດຈະມີສ່ວນປະກອບຄີຟືມຕໍ່າສາດ ເພື່ອໄວ້ແງ່ເຄືອສາດແຕ່ຈະມີລັກສະນະຮູທີ່ໃຫຍ່ກວ່າກີ່ຕໍ່າຫູກ. ເວລາຕໍ່າສາດຈະມີໄມ້ແປ້ນມາຮອງນັ່ງເຕັງກັບຜີນສາດ. ໄມ້ແງ່ຜືເປັນສິ່ງທີ່ຂາດບໍ່ໄດ້ໃນການຕໍ່າສາດໃນການນຳເອົາເສັ້ນຜືສອດເຂົ້າໃນເຄືອສາດ.