ການສູ່ຂວັນ

ຈາກ ວິກິພີເດຍ
Jump to navigation Jump to search

ສູ່­ຂວັນ ແລະ ບາ­ສີ ແມ່ນ​ພິ­ທີ­ກຳ​ທາງ​ຮີດ­ຄອງ​ປະ­ເພ­ນີ​ລາວ​ ເຊິ່ງ​ມີ​ມາ​ແຕ່ບູ­ຮານ​ນະ​ການ ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ ແຕ່​ໃຊ້​ບໍ່​ເໝືອນ​ກັນ ເພາະ​ຄຳ​ວ່າ​ສູ່­ຂວັນ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ທຳ​ມະ​ດາ​ສາ­ມັນ​ທົ່ວ​ໄປ ແຕ່​ຄຳ​ວ່າ​ບາ­ສີ ແມ່ນ​ໃຊ້​ກັບ​ບຸກ­ຄົນ​ຊັ້ນ​ສູງ​ທີ່​ມີ​ຖາ­ນະ​ຕຳ­ແໜ່ງ ເປັນ​ເຈົ້າ​ຄົນ​ນາຍ​ຄົນ ຫຼື ມີ​ຖາ­ນັນ­ດອນ​ສັກ​ເປັນ​ຜູ້​ໃຫຍ່​ໄມ້​ສູງ

ແຕ່​ມາ​ຮອດ​ປັດ­ຈຸ­ບັນ ຄຳ​ສັບ​ດັ່ງ­ກ່າວ​ສັບ­ປົນ​ຄົນ​ເລ ຖືກ​ບຸກ­ຄົນ​ຈຳ­ນວນ​ໜຶ່ງ​ໃຊ້​ຄວບ​ກັນ​ໂດຍ​ຮ້ອງ​ວ່າ ພິ­ທີ​ບາ­ສີ­ສູ່­ຂວັນ​ນຳ​ກັນ​ໄປ​ເລີຍ ໂດຍ​ສະ­ເພາະ​ໃນ​ບັດ​ເຊີນ​ກິນ​ດອງ​ຂອງ​ຄົນ​ຍຸກ​ນີ້ ມັກ​ຈະ​ໃຊ້​ຄຳ​ວ່າ “ບາ­ສີ­ສູ່­ຂວັນ ຈະ​ໄດ້​ຈັດ​ຂຶ້ນ...” ໝາຍ​ຄວາມ​ວ່າ ໃຊ້​ພ້ອມ​ກັນ​ທັງ​ສອງ​ໄປ​ເລີຍ ແລະ ກາຍ​ເປັນ­ຄວາມ​ເວົ້າ​ຍາວ​ຕື່ມ​ອີກ​ຄຳ​ໜຶ່ງ. ໃນ​ຄວາມ​ເປັນ​ຈິງ​ແລ້ວ ການ​ສູ່­ຂວັນ-ບາ­ສີ ແມ່ນ​ການ​ມັດ​ແຂນ​ດ້ວຍ​ຝ້າຍ​ສີ­ຂາວ​ບໍ­ລິ­ສຸດ ເປັນ​ຮີດ­ຄອງ​ປະ­ເພ­ນີ​ແຫ່ງ​ການ​ອວຍ­ພອນ​ທີ່​ບໍ່​ມີ​ຕົວ​ຕົນ ເພື່ອ​ໃຫ້​ຄວາມ​ມີ​ສີ​ລິ​ມົງ​ຄຸນ​ແກ່​ຜູ້​ທີ່​ຖືກ​ອວຍ­ພອນ ໄດ້​ບັນ­ລຸ​ຈຸດ­ປະ­ສົງ​ຕາມ​ທີ່​ປາດ​ຖະ​ໜາ ເຊັ່ນ: ຜູ້​ຈະ​ເດີນ­ທາງ​ໄປ​ຄ້າ ກໍ​ໃຫ້​ຊື້​ໄດ້​ຂາຍ​ໝານ ຜູ້​ເຈັບ​ໄຂ້ ກໍ​ໃຫ້​ສວ່າງ​ຫາຍ ຜູ້​ເປັນ​ນັກ­ຮຽນ-ນັກ​ສຶກ​ສາ ກໍ​ໃຫ້​ເສັງ​ໄດ້ ແລະ ອື່ນໆ.

ຕາມ​ປະ­ເພ­ນີ​ລາວ​ ການ​ສູ່­ຂວັນ​ຍັງ​ໃຊ້​ໃນ​ຫຼາຍ​ກໍ­ລະ­ນີ​ທີ່​ຕິດ​ພັນ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ລາວ ເປັນ­ຕົ້ນ ການ​ສູ່­ຂວັນ​ຂຶ້ນ​ເຮືອນ​ໃໝ່ ການ​ສູ່­ຂວັນ​ແຕ່ງ­ດອງ​ໃໝ່ ການ​ສູ່­ຂວັນ​ອອກ​ກຳ​ໃໝ່ ຄົນ​ເຈັບ​ໜັກ​ທີ່​ເຊົາ​ໃໝ່ ການ​ສູ່­ຂວັນ​ເລົ້າ​ເຂົ້າ ການ​ສູ່­ຂວັນ​ກວຽນ ການ​ສູ່­ຂວັນ​ງົວ-ຄວາຍ ການ​ສູ່­ຂວັນ​ຜູ້​ເຖົ້າ ການ​ສູ່­ຂວັນ​ໃນ​ໂອ­ກາດ​ວັນ​ຂຶ້ນ​ປີ​ໃໝ່ ການ​ບາ­ສີ​ພຣະ​ສົງ​ອົງ­ຄະ​ເຈົ້າ ການ​ບາ­ສີ​ແຂກ​ມາ​ຢ້ຽມ­ຢາມ ການ​ບາ­ສີ​ເຈົ້າ­ເມືອງ ເຈົ້າ­ແຂວງ-ລັດ­ຖະ­ມົນ­ຕີ ແລະ ຂັ້ນ​ສູງ​ອື່ນໆ​ມາ​ຢ້ຽມ­ຢາມ ເປັນ­ຕົ້ນ.

ການ​ສູ່­ຂວັນ-ບາ­ສີ ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ມີ​ການ​ເລົ່າ​ເອີ້ນ​ເຊີນ​ແຂກ ແລະ ຜູ້​ຄົນ​ເຂົ້າ​ຮ່ວມ​ຕາມ​ຈຳ­ນວນ​ພໍ​ເໝາະ ມີ​ພາ​ຂວັນ​ທີ່​ປະ­ກອບ​ດ້ວຍ​ໝາກ­ເບັງ​ທຳ​ຈາກ​ໃບ​ກ້ວຍ ທີ່​ພັບ​ໃຫ້​ເປັນ​ຈວຍ​ສິ­ລະ​ປະ​ງົດ​ງາມ ເອ້​ຢ້ອງ​ດ້ວຍ​ດອກ​ໄມ້​ສົດ​ທີ່​ຊອກ​ຫາ​ມາ​ໄດ້​ໃນ​ທ້ອງ­ຖິ່ນ ມີ​ຝ້າຍ­ຜູກ­ແຂນ​ສີ­ຂາວ​ບໍ­ລິ­ສຸດ​ສອດ​ໃນ​ໄມ້​ກ້ານ​ພ້າວ ສຽບ​ສັບ­ຫວ່າງ​ກັບ​ດອກ​ໄມ້ ເຮັດ​ໃຫ້​ເກີດ​ຄວາມ​ສວຍ​ງາມ ບຸກ­ຄົນ​ສຳ­ຄັນ ນອກ­ຈາກ​ເປັນ​ແຂກ​ເປົ້າ​ໝາຍ​ແລ້ວ ໝໍ­ພອນ​ກໍ​ເປັນ​ບຸກ­ຄົນ​ສຳ­ຄັນ​ໃນ​ການ​ສູດ​ພອນ ທຳ​ການ​ມັດ​ແຂນ​ເປັນ​ສີ​ລິ​ມຸງ­ຄຸນ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ ຕິດ­ຕາມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຕ່າງ​ກໍ​ມັດ​ແຂນ​ໃຫ້​ແກ່​ແຂກ​ເປົ້າ​ໝາຍ. ໃນ​ຍຸກ​ປັດ­ຈຸ­ບັນ ຫຼັງ​ຈາກ​ມັດ​ແຂນ​ແລ້ວ ເພິ່ນ​ນິ­ຍົມ​ເຮັດ​ພາ­ເຂົ້າ​ສາ­ມັກ­ຄີ ແລະ ມີ​ການ​ມ່ວນ­ຊື່ນ​ຕາມ​ມາ ແຕ່​ຄາວ​ອະ­ດີດນັ້ນ ສູ່­ຂວັນ​ມັດ​ແຂນ​ແລ້ວ​ກໍ​ຖື​ວ່າ​ສິ້ນ​ພິ­ທີ ຢ່າງ​ດີ​ກໍ​ກິນ​ເຂົ້າ­ໜົມ​ເຂົ້າ​ຕົມ ຫຼື ຕົ້ມ​ໄກ່​ໃນ​ພາ​ຂວັນ​ນັ້ນ​ກໍ​ພໍ.

ຄຳ​ສູ່­ຂວັນ ຫຼື ເຊີນ​ຂວັນ​ຂອງ​ໝໍ­ພອນ ເບິ່ງ​ຕາມ​ເນື້ອ​ໃນ​ແລ້ວ ແມ່ນ​ການ​ປະ­ສົມ​ປະ­ສານ​ຄຳ​ເວົ້າ​ທີ່​ມາ​ຈາກ​ສາ­ສະ­ໜາ​ພຸດ ແລະ ສາ­ສະ­ໜາ​ພາມ ເປັນ​ຄຳ​ເວົ້າ​ທຳ​ມະ​ດາ​ແຕ່​ຈົບ­ງາມ ເພື່ອ​ອວຍ­ພອນ​ໃຫ້​ຄວາມ​ເປັນ​ສີ​ລິ​ມຸງ­ຄຸນ​ແກ່​ຊີ­ວິດ ກາຍ­ເປັນ​ຈິດ­ຕະ­ສາດ​ໜຶ່ງ​ທີ່​ເຮັດ​ໃຫ້​ຜູ້​ຖືກ​ໃຫ້​ພອນ​ມີ​ຄວາມ​ເຂັ້ມ­ແຂງ​ທາງ​ຈິດ­ໃຈ ແລະ ຕັ້ງ­ໜ້າ​ຕັ້ງ​ຕາ​ເອົາ­ໃຈ­ໃສ່​ກະ­ທຳ​ສິ່ງ​ທີ່​ດີ​ໃຫ້​ກັບ​ຕົນ​ເອງ ແລະ ສັງ­ຄົມ.

ປະຫວັດ[ແກ້ໄຂ]

ມີບາງທ່ານກ່າວວ່າພິທີການບາສີ-ສູ່ຂວັນນີ້ໄດ້ຮັບອິດທິພົນມາຈາກຄະຕິຄວາມເຊື່ອຂອງພຼາມ, ເຊິ່ງຂໍ້ນີ້ບໍ່ເປັນຄວາມຈິງ, ເພາະມີຫຼັກຖານຈາກນັກຊ່ຽວຊານຢັ້ງຢືນວ່າການສູ່ຂັວນ-ບາສີນີ້ເປັນຮິດຄອງອັນ

ດັ້ງເດີມຂອງຊົນຊາດໄຕ-ລາວ ທີ່ມີມາຕັ້ງແຕ່ປະຫວັດຂຸນບູຣົມພຸ້ນ ສະໄໝອານາຈັກອ້າຍລາວໜອງແສແລະນິທານນໍ້າເຕົ້າປຸງກໍໄດ້ກ່າວເຖິ່ງການສູ່ຂວັນ-ການຜູກແຂນເຊິ່ງມັນເກີດມາກ່ອນທີ່ສາດສະ

ໜາພຸດຈະເຂົ້າມາລາວຫຼາຍສັດຕະວັດ ແລະປັດຈຸບັນຍັງກໍມີຫຼາຍຊົນຊາດທີ່ຍັງປະຕິບັດຕາມແບບດັ້ງເດີິມຢູ່ເຊັ່ນເຜົ່າໄຕດໍາໄຕແດງໄຕສຸງແລະອື່ນໆ ເພາະຊົນເຜົ່າເຂົາເຈົ້າຍັງເຊື່ອຜີຟ້າຜີແຖນຢູ່ ເຮົາຈະ

ເຫັນໄດ້ໃນຊົນນະບົດທີ່ມີບັນດາຊົນຊາດເຫຼົ່ານີ້ດໍາລົງຊີວິດຢູ່, ສໍາຫຼັບຊົນເຜົ່າລາວລຸ່ມແມ່ນຊົນຊາດທີ່ຢູ່ໃນເມືອງມີຄວາມຈະເລີນມີການປ່ຽນແປງຕລອດເວລາຈຶ່ງມີການປະຍຸກແລະມີການພັດທະນາມາ

ຕລອດ ໂດຍສະເພາະໃນຍຸກຫ້າຫົກຮ້ອຍປີມານີ້ທີ່ລາວເຮົາໄດ້ຮັບອິດທິພົນທາງສາດສະໜາພຼາມແລະສາດສະໜາພຸດເຂົ້າມາຈຶີງມີການນໍາເອົາຄວາມເຊື່ອໃໝ່ນີ້ມາປະສົມໃສ່, ເຊິ່ງການສູ່ຂວັນແຕ່ກ່ອນ

ນັ້ນມີແຕ່ພາເຂົ້າທີ່ໃສ່ຂອງກິນແລະໝາກໄມ້ ດອກໄມ້ແນວທີ່ເຫັນແລ້ວພາໃຫ້ຈະເລິນຕາຈະເລີນໃຈ ພາໃຫ້ເກີດຄວາມຮູ້ສິກທີ່ດີ ເພື່ອເປັນເຄື່ອງເອີ້ນເຄື່ອງອອຍເອົາຂັວນມາສູ່ຄີງ ແລະການມັດແຂນຫຼື

ວ່າການຜູກແຂນນີ້ກໍແມ່ນເກີດມາແຕ່ກ່ອນພຸ້ນຄືກັນຕໍ່ມາຈຶ່ງມີການພັດທະນາມາສອງຍຸກຄື (1) ຍຸກສະໄໝຂອງເຈົ້າຟ້າງຸມນໍາເອົາພຣະພຸດທະສາດສະໜາເຂົ້າມາລາວຈິ່ງມີຄວາມເຊື່ອທາງພຸດສາດສະ

ໜາເຂົ້າມາປະສົມ (2)ຍຸກຕໍ່ມາແມ່ນສະໄໝຂອງພຣະເຈົ້າວິຊຸນນະລາດ (ພຣະເຈົ້າວິຊຸນຣາຊ) ພຣະອົງເປັນກະສັດທີ່ມີສັດທາແລະຄວາມຮູ້ທາງທັມສູງ ຈຶ່ງໄດ້ພັດທະນາພິທີການໃຫ້ງົດງາມຂຶ້ນແລະມີລັກສະ

ນະເຂັດຢໍາຂຶ່ນເຊັ່ນແຕ່ງແລະແປງຄໍາສູດຂວັນໃໝ່ໂດຍການແກ້ໄຂປັບປຸງຂອງທີ່ໃຊ້ໃນຍຸກຂອງເຈົ້າຟ້າງຸມໃຫ້ມ່ວນຂຶ້ນໃຫ້ດີຂຶ້ນແລະໃຫ້ສ້າງພາຂວັນທີ່ມີໝາກເບັງຂຶ່ນໂດຍເອົາຄະຕິຄວາມເຊ່ື່ອທາງພຣະ

ພຸດທະສາດສະໜາເຂົ້າມາປະສົມໃສ່ ໝາກເບັງເປັນສັນຍາລັກຖືເປັນແກນກາງຂອງຈັກກະວານທີ່ມີຊື່ວ່າພຣະເຂົາສຸເມນ(ສຸເມຣຸຣາຊ) ແລ້ວມີພູເຂົາບໍລິວານອ້ອມ 7 ຊັ້ນທີ່ເອີ້ນວ່າເຂົາສັດຕະບໍລິພັນ ແວດລ້ອມ, ທັງ4ທິດຂອງຈັກກະວັນມີ 4 ທະວີບອ້ອມພູເຂົາສູເມນຢູ່ ມີລະບົບສຸລິຍາອັນດຽວທີ່ຖືກຈໍາລອງມາເປັນທຽນໄຊປັກໄວ້ຍອດໝາກເບັງ, ສ່ວນຂອງກິນໃສ່ພາຂວັນເພິ່ນກໍພາໃຫ້ໃສ່ແຕ່ໄກ່ກັບໄຂ່

ໝາກໄມ້ເປັນຫຼັກ ເຫຼົ້າກ້ອງໄຂ່ໜ່ວຍ ເພາະບໍ່ຢາກໃຫ້ຂ້າສັດໃຫຍ່ສັດສີ່ຕີນເຊັ່ນວ່າງົວຄວາຍເປັນຕົ້ນ, ແລະເນື່ອງດ້ວຍວ່າສັງຄົມຊົນຊາດລາວລຸ່ມເປັນຊົນຊັ້ນນໍາໃນສັງຄົມແລະມີການແບ່ງຊັ້ນຄົນມີການ

ແບ່ງຖານະເຊັ່ນກະສັດ ເຈົ້ານາຍດັ່ງນັ້ນ ຄໍາວ່າ“ບາສີ”ກໍຈຶ່ງເກີດຂຶ້ນເພື່ອເປັນການໃຫ້ກຽດໃຫ້ຄວາມນັບຖືຈຶ່ງເປັນພິທີທີ່ເລີດກວ່າຄົນທົ່ວໄປ ສໍາຫຼັບໝໍພອນກໍຈະຕ້ອງເປັນພຼາມທີ່ເປັນຄົນດີມີຄົນນັບຖື

ມີສິນມີທໍາຄໍາປາກຄໍາພອນກໍຈຶ່ງຈະເຂັດຈະຢໍາດັ່ງນີ້ເປັນຕົ້ນ, ສ່ວນປະຊາຊົນທໍາມະດາກໍເອີ້ນວ່າ“ສູ່ຂວັນ-ຜູກແຂນ”ແຕ່ກໍມີພາຂວັນຄືກັນ ໝໍພອນກໍອຸປະໂຫຼກເອົາເຖົ້າຫຼືໜຸ່ມກໍໄດ້, ສໍາຫຼັບບັນດາຊົນ

ເຜົ່າທີ່ຍັງເຮັດຕາມຮີດຄອງແຕ່ເກົ່າຢູ່ນັ້ນກໍຈະບໍມີໝາກເບັງ ມີແຕ່ພາຂັວນແລະຕົ້ມໄກ່ ຫົວໝູ, ຜູ່ສູດຂວັນຫຼືຮ້ອງຂວັນນັ້ນກໍບໍ່ຈໍາກັດຈະເປັນຍິ່ງຫຼືຊາຍກໍໄດ້, ແຕ່ສັງຄົມປັດຈຸບັນ ການບາສີ-ສູຂວັນ

ບໍ່ຄ່ອຍແບ່ງແຍກກັນປານໃດທັງຄົນທໍາມະດາສາມັນແລະເຈົ້ານາຍກໍເອີ້ນວ່າເຮັດບາສີຄືກັນໄດ້. ( ໂດຍ: ລ໑໑ ) ( 14-ຕລ. 2019 )