ການສະແດງຄວາມເຄົາຣົບ

ຈາກ ວິກິພີເດຍ
Jump to navigation Jump to search

ວັທນະທັມການສະແດງຄວາມເຄົາຣົບ

ຄວາມເຄົາຣົບແມ່ນການສະແດງອອກເຊິ່ງຄວາມຮູ້ສຶກທີ່ບົ່ງບອກໃຫ້ເຫັນວ່າສິ່ງນັ້ນບຸກຄົນນັ້ນມີຄວາມສໍາຄັນຄຸນຄ່າມີຄຸນຄວາມດີທີ່ເຮົາຍອມຮັບແລະນັບຖືແລ້ວຈຶ່ງສະແດງອອກຜ່ານຄວາມ

ເວົ້າແລະການທໍາອັນອ່ອນນ້ອມເພື່ອໃຫ້ເກີດຄວາມຮູ້ສຶກທີ່ດີແກ່ອີກຝ່າຍໜຶ່ງ, ກິຣິຍາມາຣະຍາດທີ່ສະແດງອອກຢ່າງມີສັມມາຄາຣະວະນີ້ນອກຈາກຈະແດງໃຫ້ຮູ້ແລະໃຫ້ເຫັນເຖິງຄວາມເຄົາຣົບນັບຖື

ແລ້ວຍັງເປັນການຍົກຍ້ອງໃຫ້ກຽດ ການຂອບໃຈຮູ້ບຸນຄຸນ ການລະນຶກເຖິງເປັນການຂໍໂທດກັນ ເປັນການທັກທາຍກັນແລະອີກຫຼາຍຄວາມໝາຍອີງຕາມໂອກາດທີ່ສະແດງອອກນັ້ນອີກດ້ວຍ.

ບໍ່ມີຂໍ້ມູນຂອງຊົນຊາດໃດອ້າງອີງວ່າວັທນະທັມການສະແດງຄວາມເຄົາຣົບນີ້ເກີດມາແຕ່ເມື່ອໃດແລະໄດ້ແບບແຜນມາຈາກໃສ ແຕ່ລະຊົນຊາດມີຄວາມເຫັນຢ່າງດຽວກັນວ່າການສະແດງຄວາມ

ເຄົາຣົບແມ່ນເກີດມາຈາກທັມມະຊາດຂອງມະນຸດເຮົາທີີ່ຈະສະແດງຄວາມຮັກຄວາມຜູກພັນແລະຄວາມນັບຖືຕໍ່ກັນດ້ວຍການສະແດງອອກທາງວາຈາແລະທາງການກະທໍາເປັນຕົ້ນ, ເພາະການສະ

ແດງຄວາມຮູ້ສຶກດີໆທີ່ມີໃນໃຈຕໍ່ຝ່າຍກົງກັນຂ້າມນັ້ນຈະອອກມາໂດຍທັມມະຊາດຈາກຈິດສໍານຶກບໍ່ວ່າແຕ່ຄົນແມ່ນແຕ່ສັດເຊັ່ນໝາແມວທີ່ເຮົາລ້ຽງມັນກໍຈະສະແດງຄວາມຊາບຊຶ້ງນັ້ນຕໍ່ເຮົາດ້ວຍການ

ເຂົ້າມາສໍາຜັດຮ່າງກາຍເຮົາ ມາໝູບຫຼືເຟືອແຝງເຮົາ, ມະນຸດກໍ່ເຊັ່ນດຽວກັນຈຶ່ງມີຫຼາຍຊົນຊາດທັກທາຍແລະສະແດງຄວາມຮັກແພງນັບຖືຕໍ່ກັນດ້ວຍການຈັບມືກັນ ກອດກັນ  ແກ້ມຈຸກັນແລະອື່ນໆ ສໍາຫຼັບຊົນຊາດໃນພູມີພາກອາຊີບໍ່ມັກຖືກເນື້ອຕ້ອງຕົວກັນຈຶ່ງມັກສະແດງອອກທາງກິຣິຍາອາການເຊັ່ນດ້ວຍການກົ້ມຫົວ ການຍົກມືຫຼືການນົບໄຫວ້ກັນເປັນຕົ້ນ.

ການສະແດງຄວາມເຄົາຣົບນັ້ນມີຫຼາຍປະເພດຈຶ່ງມີຫຼາຍຄໍາເອີ້ນຕ່າງກັນເຊັ່ນການເຄົາຣົບ ການຄາຣະວະ ການຄໍ່ານັບ ການຖວາຍບັງຄົມແລະອື່ນໆ ດັ່ງນັ້ນເພິ່ນຈຶ່ງສ້າງເປັນແບບແຜນໄວ້

ໃຫ້ເໝາະສົມກັບແຕ່ລະປະເພດ ເຊັ່ນ:ການເຄົາໃນຣົບຊາດ ການເຄົາຣົບໃນສາສນາ ການເຄົາຣົບໃນພຣະມະຫາກະສັດຫຼືຜູ່ນໍາຜູ່ປົກຄອງປະເທດ ແລະເຄົາຣົບໃນບຸກຄົນທົ່ວໄປ ນັບແຕ່ຂັ້ນຕໍ່າໄປຮອດ

ຂັ້ນສູງນັບຕັ້ງແຕ່ສັງຄົມນ້ອຍໆໃນຊີວິດປະຈໍາວັນຂອງເຮົາເຊັ່ນໃນຄອບຄົວຂອງເຮົາໜ່ວຍງານຂອງເຮົາກໍຕ້ອງນັບຖືກັນ ທັກທາຍຖາມຂ່າວກັນ ການອໍາລາກັນ “ການໄປລາ ມາຄອບ” ແລະການ

ສະແດງຄວາມເຄົາຣົບນັ້ນຍັງຕ້ອງຮູ້ພິຈາຣະນານໍາໃຊ້ຕາມເງື່ອນໄຂ ຕາມສະຖານະການ ຕາມຄວາມຜູກພັນສ່ວນຕົວຂອງແຕ່ລະຄົນອີກດ້ວຍ, ນທີ່ນີ້ຈະໄດ້ນໍາສະເໜີແຕ່ລະອິຣິຍະບົດທີ່ສະແດງ

ອອກໃນແຕ່ລະຂັ້ນຕອນແລະປະເພດຂອງການສະແດງຄວາມເຄົາຣົບຕາມປະເພນີລາວເຮົາໃນສ່ວນທີ່ເປັນພື້ນຖານທົ່ວໄປແລະຂໍ້ສໍາຄັນທີ່ເຮົາຕ້ອງຮູ້ຕ້ອງເຂົ້າໃຈເພື່ອນໍາໄປປະຕິບັດເຊິ່ງມີຫຼາຍ

ຂັ້ນຕອນຕັ້ງແຕ່ຕໍ່າຫາສູງໂດຍລໍາດັບດັ່ງຕໍ່ໄປນີ້


໑-ສາມີຈິກັມ, ການສະແດງອັດຖະຍາໄສອ່ອນນ້ອມເຄົາຣົບ

໒-ອຸດຖານະ, ລຸກຂຶ້ນຢືນເຄົາຣົບຫຼືຢືນຕ້ອນຮັບ

໓-ອັນຊະລີ, ຫຼືການນົບ ບາງທີ່ກໍເອີ້ນວ່າປະນົມມື

໔-ວັນທາ, ຫຼືການໄຫວ້ ສະແດງຄວາມເຄົາຣົບອອກເປັນລັກສະນະຕ່າງໆ

໕-ອະພິວາດ, ຫຼືການຂາບ(ພາໄທເອີ້ນວ່າກຣາບ) ເປັນການສະແດງເຖິງການເຄົາຣົບຢ່າງສູງ

໖-ຄໍານັບ, ການສະແດງອອກເຊິ່ງຄວາມເຄົາຣົບອີກຢ່າງໜຶ່ງທີ່ບໍ່ທໍາການໄຫວ້ຫຼືຂາບ

໗-ການຮັບຄວາມເຄົາຣົບ ເປັນການສະແດງຕອບຕໍ່ຜູ່ທີ່ທໍາການເຄົາຣົບ

໘-ການສະແດງຄວາມເຄົາຣົບສົບ (ຍົກເອົາໄປກ່າວໃນພິທີອະວະມຸງຄຸນ)


໑ ສາມີຈິກັມ ເປັນການສະແດງອັດຖະຍາໄສອ່ອນນ້ອມເຊັ່ນ ຢ່າງຕາມຫຼັງ, ນັ່ງຂ້າງຫຼັງ, ຫຼີກທາງໃຫ້, ໃຫ້ທີ່ນັ່ງ, ປົດຄັນຮົ່ມ,ຖອດໝວກ,ຖອດເກີບ, ເປີດຜ້າບັງໜ້າຜ້າປົກຫົວ ການກົ້ມ ການໝອບ ການຄານ ໃນເວລາຜ່ານໜ້າເພິ່ນຫຼືເວລາຜ່ານກາງພິທີກັມຕ່າງໆເປັນຕົ້ນ ມັກຈະເຫັນໃນພິທີກັມຂອງສົງ ສ່ວນຄາລະວາດກໍໃຊ້ຄືກັນ.

໒ ອຸດຖານະ ການລຸກຂຶ້ນຢືນເຄົາຣົບ ລຸກຂຶ້ນຢືນເຄົາຣົບເວລາເພິ່ນເຂົ້າມາ, ຢືນກົງຫັນໜ້າໄປທາງເພິ່ນ,ເປັນການສັງຮວມກາຍວາຈາ(ບໍ່ສະແດງອາການຄະນອງລົບລູ່ນການສະແດງຄວາມເຄົາຣົບຕໍ່

ພຣະສົງແລະຜູ່ໃຫຍ່ຫຼືໃນພິທີທາງຣາຊການ ໃນກໍລະນີແລະສະຖານທີ່ທີ່ບໍ່ໄດ້ນັ່ງກັບພື້ນເປັນຕົ້ນ.

໓ ອັນຊະລີກັມ ແມ່ນການນົບຫຼືການປະນົມມື ດ້ວຍການໃຊ້ສອງຝ່າມືແນບຕິດເຂົ້າກັນ ໃຫ້ຫົວໂປ້ມືທັງສອງຮຽງຕິດກັນແລະປາຍນິ້ວທັງສີ່ແນບຕິດກັນຕັ້ງຂຶ້ນຄືດອກບົວຈູມແລ້ວວາງໄວ້ໜ້າເອິກ

ໃຫ້ສອກທັງສອງແນບຕິດລໍາຄີງ, ການນົບນີ້ມັກສະແດງອອກເວລາສູດມົນ ຟັງເທດ ອະຖິດຖານ ເວລາໃຫ້ພອນ ຮັບພອນ ເວົ້າກັບພຣະສົງ ຟັງຄໍາສອນ ແລະເວລາຮັບໄຫວ້ຕອບຜູ່ນ້ອຍເປັນຕົ້ນ.

໔-ວັນທາ ຫຼືການໄຫ້ວແມ່ນການສະແດງຄວາມເຄົາຣົບທີ່ສູງຂຶ້ນກວ່າລະດັບການນົບ ແລະການວັນທາຫຼືການໄຫວ້ນີ້ກໍຍັງແບ່ງອອກເປັນຫຼາຍລະດັບເຊັ່ນ:

(໔-໒) ການໄຫວພໍ່ແມ່ ປູ່ ຍ່າ ຕາຍາຍ ຜູ່ມີພຣະຄຸນ ໃຫ້ນົບຫຼືປະນົມມືຍົກຂຶ້ນພ້ອມທັງກົ້ມຫົວລົງໃຫ້ຫົວໂປ້ມືຈຸດັງແລະປາຍນິ້ວຈຸຫວ່າງຄິ້ວ, ສໍາຫຼັບຜູ່ຍິງໄຫວ້ພ້ອມທັງໂຢະຫົວເຂົ່າລົງໜ້ອຍໜຶ່ງໂດຍຖອຍ

ຂາຂ້າງໜຶ່ງໄປທາງຫຼັງຈະເຮັດໃຫ້ເປັນການໄຫວ້ທີ່ງົດງາມ.

(໔-໓) ການໄຫວ້ຄູບາອາຈານໃຫ້ນົບຫຼືປະນົມມືຍົກຂຶ້ນພ້ອມທັງກົ້ມຫົວລົງໃຫ້ຫົວໂປ້ມືຈຸປາກແລະໃຫ້ປາຍນິ້ວຈຸດັງສໍາຫຼັບຜູ່ຍິງໄຫວ້ພ້ອມທັງໂຢະຫົວເຂົ່າລົງໜ້ອຍໜຶ່ງໂດຍຖອຍຂາຂ້າງໜຶ່ງໄປທາງຫຼັງ

ຈະເຮັດໃຫ້ເປັນການໄຫວ້ທີ່ງົດງາມ.

(໔-໔) ການໄຫວ້ຜູ່ອາວຸດໂສ ໃຫ້ນົບຫຼືປະນົມມືຍົກຂຶ້ນພ້ອມທັງກົ້ມຫົວລົງໃຫ້ຫົວໂປ້ມືຈຸຄາງແລະໃຫ້ປາຍນິ້ວຈຸດັງສໍາຫຼັບຜູ່ຍິງໄຫວ້ພ້ອມທັງໂຢະຫົວເຂົ່າລົງໜ້ອຍໜຶ່ງໂດຍຖອຍຂາຂ້າງໜຶ່ງໄປທາງຫຼັງ

ຈະເຮັດໃຫ້ເປັນການໄຫວ້ທີ່ງົດງາມ.

(໔-໕) ການໄຫວ້ຄົນລະດັບດຽວກັນຫຼືບຸກຄົນທົ່ວໄປໃຫ້ນົບຫຼືປະນົມມືຍົກຂຶ້ນໄວ້ລະຫວ່າງເອິກແລ້ວກົມຫົວລົງໜ້ອຍໜຶ່ງ.

໕-ອະພິວາດ, ຫຼືການຂາບເປັນການສະແດງຄວາມເຄົາຣົບຢ່າງສູງສຸດໂດຍຮວມເອົາທຸກຂັ້ນຕອນຂອງການສະແດງອອກເຊິ່ງຄວາມເຄົາຣົບທີ່ກ່າວມາຂ້າງເທິງນັ້ນມາຮວມເຂົ້າກັນເປັນຂັ້ນຕອນສູງສຸດ ການຂາບແບ່ງຕາມປະເພດມີ ໒ປະເພດດັ່ງນີ້:

(໕-໑) ການຂາບເປັນຈາງຄະປະດິດ ແມ່ນການຂາບໂດຍການນ້ອມຫຼືໝອບໂຕລົງຕິດພື້ນໃຫ້ຄົບທັງອົງຫ້າເຊ່ັນເຂົ່າທັງສອງ ສອກທັງສອງ ແລະຫົວ(ໜ້າຜາກ) ກົ້ມລົງຈຸກັບພື້ນ, ເພິ່ນມັກໃຊ້ເພື່ີອ

ຂາບພຣະແລະສິ່ງສັກສິດໂດຍທໍາເປັນ ໓ ຂັ້ນຕອນຄືດັ່ງນີ້

(໕-ກ) ທ່າຕຽມຕົວ ຜູ່ຊາຍນັ່ງຂຸກເຂົ່າຕັ້ງສົ້ນຕີນຕິດກັນແລ້ວນັ່ງທັບສົ້ນວາງມືທັງສອງຂວໍ້າໄວ້ເທິງຕົ້ນຂາ, ຜູ່ຍິງນັ່ງຮາບກັບພື້ນຄືໃຫ້ສອງເຂົ່າພັບຕິດກັນແລ້ວນັ່ງທັງສົ້ນຕີນສອງຂ້າງ ມືທັງສອງ

ຂວໍ້າໄວ້ເທິງຕົ້ນຂາ(ບໍ່ຕັ້ງເຂົ່າ).

(໕-ຂ) ທໍາອັນຊະລີໂດຍຍົກມືຂຶ້ນໃນທ່ານົບຢູ່ລະຫວ່າງເອິກ.

(໕-ຄ) ວັນທາ(ໄຫວ້) ໃຫ້ເອົາມືທີ່ນົບຫຼືປະນົມນັ້ນຍົກຂຶ້ນພ້ອມທັງກົ້ມຫົວລົງໃຫ້ຫົວໂປ້ມືຈຸຫວ່າງຄິ້ວແລະປາຍນິ້ວມືຈຸໜ້າຜາກ ແລ້ວໂນ້ມໂຕລົງພ້ອມທັງວາງມືທັງສອງທີ່ນົບຢູ່ນັ້ນຂວໍາລົງ ໃຫ້ຝ່າ

ມືທັງສອງແລະແຂນສອກທັງສອງລົງຈຸກັບພື້ນໂດຍຫ່າງກັນພໍປະມານແລ້ວກົ້ມລົງຈົນໃຫ້ໜ້າຜາກຕິດກັບພື້ນລະຫວ່າງມືທັງສອງນັ້ນ, ແລ້ວຈຶ່ງເງີຍຂຶ້ນຍົກມືຂຶ້ນໃນທ່າໄຫວ້(ໂປ້ມືຈຸຫວ່າງຄິ້ວແລະ

ປາຍນິ້ວມືຈຸໜ້າຜາກ) ຫຼັງຈາກນັ້ນວາງມືທັງສອງລົງໄວ້ເທິ່ງຂາ ທໍາ ໓ ຄັ້ງ.

(໕-໒) ການຂາບຜູ່ອາວຸດໂສແລະຜູ່ມີພຣະຄຸນ ເຊັ່ນພໍ່ແມ່ ປູ່ຍາຕາຍາຍ ຄູບາອາຈານທີ່ເຮົາເຄົາຣົບ ທັງຊາຍແລະຍິງນັ່ງໃນທ່າພັບພຽບ ປະນົມມືໂດຍບໍ່ຍົກໃສ່ໜ້າຜາກ ແລ້ວວາງມືແລະແຂນທັງສອງ

ລົງຕິດພື້ນ ໃຫ້ມືທັງສອງວາງລົົງຈຸກັບພື້ນໂດຍບໍ່ແບມືອອກ ແລ້ວກົ້ມຫົວລົງໃຫ້ໜ້າຜາກຈຸກັບສັບມືທີ່ປະນົມຢູ່ນັ້ນ, ເມືອຂາບແລ້ວຈຶ່ງເງີຍໂຕຂຶ້ນ ຍົກມືວາງເທິງຂາ, ຂາບພຽງຄັ້ງດຽວ ແລ້ວກໍປ່ຽນ

ອິຣິຍະບົດຕາມສົມຄວນ

໖-ການຄໍ່ານັບ ການຄໍ່ນັບແມ່ນການສະແດງອອກເຊິ່ງຄວາມເຄົາຣົບອີກຢ່າງໜຶ່ງທີ່ບໍ່ທໍາການໄຫວ້ຫຼືຂາບ ເປັນການການສະແດງຄວາມເຄົາຣົບແບບສາກົນນິຍົມ ແຕ່ກໍອີງຕາມວັດທະນະທັມ

ຂອງແຕ່ລະຊົນຊາດເຊິ່ງມີຄວາມຕ່າງກັນເຫຼັກໜ້ອຍການຄໍ່ານັບແບ່ງອອກເປັນ ໒ ປະເພດດັ່ງນີ້ :

໖-໑) ການສະແດງຄໍ່ານັບແບບສາກົນທົ່ວໄປ ຜູ່ຄໍ່ານັບຢືນກົງສົ້ນຕີນຈຸກັນໂດຍໃຫ້ປາຍຕີນຫ່າງກັນເຫຼັກໜ້ອຍແລ້ວວາງແຂນທັງສອງຂ້າງຢຽດແນບລໍາໂຕ ໂນ້ມລໍາໂຕສ່ວນເທິ່ງໃຫ້ຫົວບ່າກົ້ມ

ເຫຼັກໜ້ອຍແລ້ວກົມຫົວລົງພໍງາມ, ການຄໍ່ານັັບທ່ານີ້ໃຊ້ໄດ້ທັງໃນທ່າເຄື່ອງແບບແລະເສື້ອຜ້າທໍາມະດາ, ຫາກຖືໝວກຢູ່ຄວນປົດໝວກໃນຂະນະທີ່ທຳການຄໍ່ານັບ, ຖ້າຢູ່ໃນເຄື່ອງແບບທີ່ຕ້ອງ

ໃສ່ໝວກກໍຍົກມືຄໍ່ານັບທີ່ເອີ້ນວ່າວັນທາຫັດຕາມລະບຽບຂອງເຄື່ອງແບບນັ້ນໆ.

໖-໒) ການສະແດງຄໍານັບຕໍ່ພຣະມາຫາກະສັດແລະເຊື້ອພຣະວົງຫຼືເອີ້ນວ່າການຖວາຍບັງຄົມ ເຊິ່ງເປັນປະເພນີວັດທະນະທັມຂອງລາວແຕ່ກ່ອນ ເຖິງແມ່ນວ່າປັດຈຸບັນລາວເຮົາບໍ່ມີລະບົບ

ພຣະມະຫາກະສັດແລ້ວກໍຄວນຮູ້ໄວ້ ບາງທີກໍອາດມີໂອກາດໄດ້ໃຊ້ໃນສັງຄົມສາກົນເພື່ອຮັກສາມາລະຍາດແລະມິດຕະພາບອັນດີໄວ້, ເຊິ່ງຈະກ່າວໂດຍຫຍໍ້ໄວ້ດັ່ງນີ້

໖-ກ) ການຖວາຍບັງຄົມ ແມ່ນການຄໍານັບໃນງານພຣະຣາຊພິທີຕ່າງໆໂດຍແບ່ງອອກເປັນ ໓ ຈັງຫວະຄື

      - ຍົກມີຂຶ້ນນົບໄວ້ລະຫວ່າງເອິກ

      - ຍົກມືທີ່ນົບຂຶ້ນໃຫ້ຫົວໂປ້ມີຈຸໜ້າຜາກພ້ອມທັງເງີຍໃບໜ້າຂຶ້ນເຫຼັກໜ້ອຍ

      - ແລ້ວເອົາມືລົງມານົມໄວ້ຫວ່າງເອິກດັ່ງຈັງຫວະທໍາອິດ, ທໍາແບບນີ້ ໓ ຄັ້ງ.

໖-ຂ) ການໝອບຂາບແມ່ນໃຫ້ສະແດງແບບການຂາບຜູ່ອາວຸດໂສ( ຕົວຢ່າງໃນຂໍ້ ໕-໒ )

໖-ຄ) ການຖວາຍບັງຄົມໃນທ່າຢືນ ໃຫ້ຢືນກົງແລ້ວຍ້າຍຂາກ້າວໜຶ່ງໄປໜ້າ ຫັນໜ້າໄປທາງເພິ່ນໃຫ້ຂາຂ້າງໜຶ່ງຖອຍຫຼັງເຫຼັກນ້ອຍພ້ອມທັງໂຢະໂຕລົງເຫຼັກນ້ອຍ ເອົາມືທັງສອງປະສານ

ກັນວາງໄວ້ເທິງຂາໂຄ້ງໂຕເຫຼັກໜ້ອຍ ກົ້ມຫົວທອດສາຍຕາລົງຕໍ່າ,  ແລ້ວຈຶ່ງກັບຂຶ້ນຢືນໃນທ່າເດີມ ທໍາພຽງຄັ້ງດຽວ.

໗-ການຮັບຄວາມເຄົາຣົບ ເມື່ອຜູ່ນ້ອຍກວ່າມາທຳຄວາມເຄົາຣົບ ຜູ່ອາວຸດໂສກວ່າຄວນຮັບຄວາມເຄົາຣົບນັ້ນຕາມສະຖານະພາບຂອງທັງສອງຝ່າຍ ເຊັ່ນປະນົມມືຮັບໄວ້ວ່າງເອິກ ຫຼືກົ້ມຫົວຮັບ

ທັ້ງນີ້ຈະຕອບຮັບແນວໃດດີນັ້ນແມ່ນອີງໃສສະຖານະການອີກດ້ວຍ.

ບົດສະຫຼຸບ ການສະແດງຄວາມເຄົາຣົບທີ່ກ່າວມາທັງໝົດຂ້າງເທິງນັ້ນຈະເຫັນວ່າທຸກຫົວຂໍ້ຈະມີການຈັດແບບແຜນໂດຍການກ່າວເປັນພາສາບາລີ ເຫດຜົນນີ້ກໍເນື່ອງຈາກວ່າປະເພນີລາວເຮົາໄດ້ຮັບ

ອິດທິພົນຈາກພຣະພຸທສາສນາມາດົນແລະຕລອດເຖີງຮີດຄອງປະເພນີວິຖີຊີວິດຂອງຊົນຊາດລາວເຮົາກໍຕິດພັນກັບພິທີກັມຄວາມເຊື່ອທາງພຣະພຸທສາສນາເກືອບທັງໝົດ, ແຕ່ກໍບໍ່ແມ່ນເອົາພິທີການ

ເຄົາຣົບທາງພຸທສາສນາມາໃຊ້ທຸກຢ່າງ ເພາະການເຄົາຣົບໃນວິຖີຂອງພຣະກໍມີຫຼາຍຢ່າງທີ່ເລິກເຊິ່ງກວ່າການຂາບໄຫ້ວໃນສັງຄົມທົ່ວໄປເຊັ່ນ ຄາຣະວະ ໖ ທີ່ເອີ້ນວ່າ“ຊັກກະ” ແລະກໍບໍ່ແມ່ນລາວເຮົາໄດ້

ຮັບອິດພົນເຫຼົ່ານີ້ມາຈາກອິນເດຽທຸກດ້ານດັ່ງບາງຄົນເຂົ້າໃຈ ເພາະວ່າປະເພນີການສະແດງຄວາມເຄົາຣົບຂອງຄົນອິນເດຽນັ້ນຕ່າງກັບບັນດາຊົນຊາດໃນອາຊີອາຄະເນຫຼາຍ ຄົນອິນເດຽມີການສະແດງ

ຄວາມເຄົາຣົບກ່ຽວກັບ“ຕີນ”ຫຼາຍແບບເຊັ່ນກົ້ມລົງເອົາມືແຕະຫຼັງຕີນແລ້ວມາແຕະຫົວຂອງຕົນ ການຂາບຕີນ ການຂາບເອົາຫົວແຕະຫຼັງຝ່າຕີນ ຂາບກົ້ມລົງຈູບຕີນ ການນອນລົງໝົດໂຕແລ້ວເອົາມື

ແຕະຕີນ ແລະການຂາບແລ້ວເອົາຝຸ່ນຂີ້ຕີນ(ຝ່າທຸລີ)ມາໃສຫົວເປັນຕົ້ນ ສ່ວນການປະນົມມືຫຼືນົບທີ່ເອີ້ນວ່າ“ອະພິວັນທະນາ” ແລະການປະນົມມືແລ້ວກ່າວຄໍາວ່າຂໍນອບນ້ອມທີ່ເອີ້ນວ່າ“ນະມັດສະການ”

ນັ້ນຄ້າຍຄືກັນກັບທາງລາວເຮົາ ນອກນັ້ນຍັງມີການສະແດງຄວາມເຄົາຣົບແບບເບັນຈາງຄະປະດິດອີກທີ່ຄືກັນ.

      ສໍາຫຼັບການສະແດງຄວາມເຄົາຣົບແບບດັ້ງເດີມແລະທົ່ວໄປແບບລາວໆນັ້ນກໍມີມາແຕ່ເຫິງນານ ເຊັ່ນການໄປລາ-ມາຄອບ ສາມວາໃຫ້ໝອບ-ສາມສອກໃຫ້ຄານ ແລະອື່ນໆອີກ ພຽງແຕ່ບໍ່ມີ

ແບບແຜນຕາຍຕົວເຊັ່ນ ການກົ້ມຫົວຮັບແຂກ ການກົ້ມຫົວຮັບສົ່ງຫຼືຂອບໃຈລູກຄ້າ ການຄໍານັບໃນເວທີຕ່າງໆເຫຼົ່ານັ້ນແມ່ນມີປະຕິບັດມາແຕ່ບູຮານ ອີງຕາມຄວາມເໝາະສົມ, ຕໍ່ມາຈຶ່ງມີການຈັດ

ເປັນແບບແຜນເພື່ອໃຫ້ເປັນໄປຕາມປະເພນີທີ່ນິຍົມກັນແລະເປັນເອກະລັກຊົງໄວ້ເຊິ່ງຄວາມງົດງາມແບບລາວໆ, ສະນັ້ນຄົນລາວເຮົາແມ່ນຈະໄປຢູ່ໃສກໍຈຶ່ງພາກັນຮັກສາວັທນະທັມອັນດີງາມນີ້ໄວ້ແລະ

ປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂແລະກາລະເທສະຢູ່ສະເໝີ ເປັນຕົວຢ່າງໃຫ້ແກ່ລູກຫຼານຕໍ່ໄປ ເພາະການມີສໍາມາຄາຣະວະແລະກິຣິຍາມາລະຍາດອັນດີງາມນັ້ນຍັງເປັນສະເໜ່ເປັນທີ່ມາຂອງ

ມິດຕະພາບແລະຄວາມຮັກແພງອີກດ້ວຍ ເພິ່ນຈຶ່ງມີຄໍາເວົ້າວ່າ “ພາສາບອກຊາດ ມາລະຍາດບອກຕະກຸນ” ເປັນຜູ່ຮູ້ຕໍ່າຮູ້ສູງແລະເປັນທີ່ຮັກແກ່ຄົນທັງຫຼາຍດັ່ງນີ້ແລ.

(ໂດຍ : ລ໑໑ ) (14 ຕລ 2019)