ການວິໄຈການຕະຫລາດ

ຈາກ ວິກິພີເດຍ

ການວິໃຈການຕະຫລາດແມ່ນການດຳເນີນງານຫລືການກຳນົດການດຳເນີນງານເຊິ່ງພົວພັນກັບຜູ້ບໍລິໂພກ, ລູກຄ້າແລະຜູ້ບໍລິໂພກສິນຄ້າສະເພາະຕໍ່ຜູ້ຊື້ຂາຍໃນທອ້ງຕະຫລາດໂດຍຜ່ານຂໍ້ມູນ

— ຂໍ້ມູນໄດ້ນຳໃຊ້ເພື່ອຢັ້ງຢືນແລະກຳນົດນິຍາມຂອງໂອກາດການຕະຫລາດແລະບັນຫາຕ່າງໆ,ການສ້າງ,

ການປັບປຸງແລະການປະເມີນການເຄື່ອນໄຫວທາງດ້ານການຕະຫລາດ,ການຕິດຕາມກວດກາການເຮັດວຽກຂອງການຕະຫລາດ ແລະການປັບປຸງຄວາມເຂົ້າໃຈການຕະຫລາດໃຫ້ເປັນຄືດັ່ງຂັ້ນຕອນໜຶ່ງ. ການວິໄຈການຕະຫລາດລະບຸຂໍ້ມູນທີ່ກຳນົດເພື່ອຈັດການບັນຫາເຫລົ່ານີ້,ການອອກແບບວິທີການເພື່ອເກັບກຳຂໍ້ມູນ,ການຈັດການຂໍ້ມູນ ປະຕິບັດຂັ້ນຕອນການເກັບກຳຂໍ້ມູນໃຫ້ສຳເລັດຜົນ,ວິເຄາະຜົນທີ່ໄດ້ຮັບແລະ ສົນທະນາຜົນທີ່ໄດ້ຮັບຈາກການຊອກຄົ້ນແລະຄວາມໝາຍທີ່ແອບຊອ້ນຂອງພວກມັນ.