ການບັນເທີງ

ຈາກ ວິກິພີເດຍ

ການບັນເທີງ (ຄຳເຄົ້າ: ກາຣບັນເທີງ[໑]) ແມ່ນກິຈະກຳຮູບແບບໜຶ່ງທີ່ດຶງດູດຄວາມສົນໃຈຈາກຜູ້ຊົມ ຫຼືໃຫ້ຄວາມມ່ວນຊື່ນສະໜຸກສະໜານ. ສາມາດເປັນໃນທາງຄວາມຄຶດຫຼືໃນທາງປະຕິບັດ ແຕ່ສ່ວນຫຼາຍຈະເປັນໜຶ່ງໃນກິຈະກຳເຊິ່ງມີພັດທະນາການມາເປັນພັນໆ ປີ ໂດຍຄິດຄົ້ນມາເພື່ອດຶງດູດຄວາມສົນໃຈຜູ້ຊົມໂດຍສະເພາະ. [໒]ແມ້ນວ່າມີຫຼາຍສິ່ງຫຼາຍຢ່າງທີ່ສາມາດເປັນແຮງດຶດດູດຄວາມສົນໃຈຂອງຜູ້ຄົນ ຍ້ອນແຕ່ລະບຸກຄົນມີຄວາມມັກໃນການບັນເທີງແຕກຕ່າງກັນ ການບັນເທີງສ່ວນຫຼາຍມັກຢູ່ໃນຮູບແບບທີ່ຜູ້ຊົມຄຸ້ນເຄີຍແລ້ວ. ທຸກວັດທະນາທຳໃນໂລກຕ່າງມີການເລົ່ານິທານ ການຫຼິ້ນດົນຕີ ການສະແດງລະຄອນ ການຟ້ອນ ແລະ ການສະແດງອື່ນໆ ເຊິ່ງມີຕົ້ນກຳເນີດມາຈາກລາຊະສຳນັກ ອັນເປັນບ່ອນທີ່ການສະແດງເຫຼົ່ານີ້ໄດ້ຮັບພັດທະນາເປັນເວລາດົນນານ ຈົນແພ່ກະຈາຍມາຮອດປະຊາກອນທຳມະດາ. ປັດຈຸບັນການບັນເທີງໄດ້ຮັບການພັດທະນາຈາກວົງການບັງເທີງ ເຊິ່ງອັດສຽງແລະຈຳໜ່າຍພະລິຕະພັດບັນເທີງຕ່າງໆ. ການບັນເທີງມີການວິວັດທະນາການມາຍາວນານແລະປັດຈຸບັນສາມາດແປຮູບເປັນຮູບແບບໃດກໍໄດ້ ເພື່ອທີ່ຈະຮັບຮອງຜູ້ຊົມທຸກຮູບແບບທຸກຂະໜາດ ຕັ່ງແຕ່ບຸກຄົນກຸ່ມນ້ອຍທີ່ຊົມຢູ່ໃນເຮືອນຂອງເຂົາເຈົ້າ ຈົນຮອດ ບຸກຄົນກຸ່ມໃຫຍ່ທີ່ຊົມຢູ່ໃນບ່ອນໃຫຍ່ເຊັ່ນໂຮງຮູບເງົາ. ການບັງເທີງບາງຮູບແບບສາມາດມີຜູ້ຊົມໄປເຖິງທົ່ວໂລກ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. The Oxford English Dictionary (Oxford University Press, 1971, Vol 1 pp. 213–4) gives Latin and French origins for the word, including inter (among) + tenir (to hold) as derivations, giving translations of "to hold mutually" or "to hold intertwined" and "to engage, keep occupied, the attention thoughts or time (of a person)". It also provides words like "merry-making", "pleasure", "delight", as well as "to receive as a guest and show hospitality to". It cites a 1490 usage by William Caxton.