Jump to content

ການຄ້າ

ຈາກ ວິກິພີເດຍ


ຮ້ານຂາຍ ໝາກໄມ້ ຢູ່ ຕະຫຼາດແຫ່ງໜຶ່ງ.


ການຄ້າ (Trade) ແມ່ນ ການແລກປ່ຽນ ສິນຄ້າ, ການບໍລິການ ຫຼື ທັງສອງ. ກົນໄກ ທີ່ ເຮັດໃຫ້ສາມາດ ເຮັດການຄ້າໄດ້ ເອີ້ນວ່າ ຕະຫຼາດ (Market). ຮູບແບບດັ້ງເດີມ ຂອງ ການຄ້າ ແມ່ນ ການປ່ຽນເຄື່ອງດ້ວຍເຄື່ອງ (barter) , ຫຼື ການ ແລກປ່ຽນໂດຍກົງ ດ້ວຍ ສິນຄ້າ ຫຼື ການບໍລິການ. ແຕ່ ການຄ້າໃນຍຸກໃໝ່ ໂດຍທົ່ວໄປ ຈະເຮັດ ດ້ວຍ ສິ່ງແລກປ່ຽນ ທີ່ເປັນຕົວກາງ ເຊັ່ນ ເງິນ. ອັນນີ້ ສົ່ງຜົນເຮັດໃຫ້ ການຊື້ ສາມາດຖືກແຍກອອກຈາກ ການຂາຍ ໄດ້. ການ ນຳໃຊ້ ເງິນ ( ຫຼື ສິນເຊື່ອ, ເງິນເຈ້ຍ ແລະ ເງິນບໍ່ມີຕົວຕົນ ໃນຕໍ່ມາ) ທັງ ສົ່ງເສີມ ແລະ ເຮັດໃຫ້ ການຄ້າສະດວກຂຶ້ນ.