ກາຊາບັງກາ

ຈາກ ວິກິພີເດຍ

ກາຊາບັງກາ (ແອັດສະປາຍ: Casablanca; ˈka.sa.ˈblaŋ.ka) ຫຼື ອັດດາລັນໄບດໍ (ອາຣັບ: الدار البيضاء, ad-Dār al-Bayḍāʼ) ແມ່ນເມືອງທາງທິດຕາເວັນຕົກຂອງປະເທດມາລົກແລະແມ່ນນະຄອນຫຼວງຂອງແຄວ້ນກະລັງກາຊາບັງກາ ຕັ້ງຢູ່ແຄມຝັ່ງມະຫາສະໝຸດອັດລັງຕິກ ຫ່າງຈາກເມືອງລາບັດນະຄອນຫຼວງຂອງປະເທດໄປທາງທິດໃຕ້ປະມານ 80 ກິໂລແມັດ. ກາຊາບັງກາແມ່ນເມືອງທ່າຫຼັກແລະເມືອງທີ່ໃຫຍ່ທີ່ສຸດຂອງມາລົກ ແລະຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນພູມິພາກມາກະເລັບ (ອາຟະລິກຕາເວັນຕົກສຽງເໜືອ) ອີກນຳ. ຈາກການສຳຫຼວດສຳມະໂນຄົວໃນປີ ຄ.ສ. 2004 ພົບວ່າມີປະຊາກອນປະມານ 2,946,440 ຄົນອາໄສຢູ່ໃນເມືອງນີ້.[1] ກາຊາບັງກາຖືເປັນສູນກາງທາງເສດຖະກິດແລະທຸລະກິດຂອງປະເທດ. ນອກຈາກນີ້ຍັງເປັນບ່ອນຕັ້ງຖານທັບຫຼັກຂອງກອງທັບເຮືອມາລົກອີກນຳ.

ອ້າງອີງ[ດັດແກ້]

  1. Haut-commissariat au Plan, Recensement général de la population et de l'habitat de 2004 : Population légale du Maroc, lire en ligne (page consultée le 14 août 2012) population.pdf Archived 2019-04-08 at Wikiwix, p. 20