ກະຊວງສຶກສາ
ກະຊວງສຶກສາທິການ ແລະ ກິລາ (ຊື່ເກົ່າ ກະຊວງສຶກສາ )ແມ່ນ ໜຶ່ງໃນອົງກອນລັດຖະບານທີ່ມີ ລັດຖະມົນຕີເປັນຫົວໜ້າ. ກະຊວງສຶກສາທິການ ແລະ ກິລາ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ລັດຖະມົນຕີ ໃນການຄຸ້ມຄອງ-ບໍລິຫານຫ້ອງການ, ວຽກງານປະຊາສໍາພັນ, ເລຂານຸການ, ພິທີການ, ຄົ້ນຄວ້າ-ສັງລວມ, ການເງິນ, ຄຸ້ມຄອງຊັບສິນ, ວຽກງານຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ, ການສົ່ງເສີມ ການລົງທຶນພາກເອກະຊົນ, ການຕິດຕາມ, ກວດກາ ແລະ ປະເມີນຜົນພາຍໃນຫ້ອງການ, ອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງຄະນະນໍາກະຊວງ ແລະ ພາກສ່ວນຕ່າງໆ ໃນສໍານັກກະຊວງ 1 ສຶກສາທິການ ແລະ ກິລາ ແລະ ເປັນໃຈກາງພົວພັນປະສານງານຢູ່ພາຍໃນ ແລະ ນອກຂະແໜງການສຶກສາ ທິການ ແລະ ກິລາ.
ໜ້າທີ່ຮັບຜິດຊອບ
[ດັດແກ້]ຫ້ອງການກະຊວງສຶກສາທິການ ແລະ ກິລາ ມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງຂອງ ພັກ, ກົດໝາຍຂອງລັດ, ທິດທາງແຜນການ ແລະ ຍຸດທະສາດຂອງກະຊວງສຶກສາທິການ ແລະ ກີລາ ເພື່ອສ້າງເປັນແຜນພັດທະນາວຽກງານຂອງຫ້ອງການກະຊວງໃນແຕ່ລະໄລຍະ;
2. ຄົ້ນຄວ້າ, ສ້າງ ແລະ ປັບປຸງບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງບໍລິຫານຂອງຫ້ອງການ;
3. ຊຸກຍູ້ ແລະ ສົ່ງເສີມ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕາມການແບ່ງຂັ້ນຄຸ້ມຄອງ; 4. ຄົ້ນຄວ້າ ແລະ ສະເໜີຂັ້ນເທິງເພື່ອປະຕິບັດນະໂຍບາຍ, ສະຫວັດດີການ, ການຍ້ອງຍໍ ແລະ ການປະຕິ ບັດວີໄນໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຫ້ອງການ;
5. ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ມະຕິ, ຄໍາສັ່ງ, ດຳລັດ ຂອງລັດຖະບານ, ມະຕິກອງປະ ຊຸມລັດຖະມົນຕີ ແລະ ຮອງລັດຖະມົນຕີປະຈຳອາທິດ ແລະ ກອງປະຊຸມຄະນະນໍາບໍລິຫານລັດລະດັບ ກະຊວງປະຈໍາເດືອນ;
6. ສັງລວມສະພາບການເຄື່ອນໄຫວທີ່ພົ້ນເດັ່ນ ແລະ ແຜນວຽກຈຸດສຸມປະຈໍາເດືອນຂອງບັນດາຫ້ອງການ, ກົມ, ສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ສູນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ ເພື່ອລາຍງານຕໍ່ຄະນະນໍາກະຊວງ ແລະ ພາກສ່ວນກ່ຽວຂ້ອງ;
7. ຄຸ້ມຄອງລະບົບເອກະສານຂາເຂົ້າ, ຂາອອກ, ກວດກາ, ກັ່ນຕອງ, ການຈໍລະຈອນເອກະສານພາຍໃນ ແລະ ພາຍນອກຂອງຂະແໜງການສຶກສາທິການ ແລະ ກິລາ, ເກັບຮັກສາສໍານວນເອກະສານ, ຄຸ້ມຄອງ ຕາປະທັບຂອງກະຊວງ ແລະ ຫ້ອງການກະຊວງ;
8. ເກັບກຳສະພາບ, ສັງລວມບັນຫາທີ່ໄດ້ຜ່ານໂທລະສັບສາຍດ່ວນຈາກສະພາແຫ່ງຊາດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ແລະ ສາຍດ່ວນຂອງກະຊວງສຶກສາທິການ ແລະ ກິລາ ເພື່ອລາຍງານ ຂໍ ທິດຊີ້ນໍາຈາກລັດຖະມົນຕີ ເປັນປົກກະຕິ;
9. ຈັດຕັ້ງປະຕິບັດວຽກງານເລຂານຸການ-ພິທີການ ແລະ ຕິດຕາມຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບາາມຂອາຫ້ອາປະຂມ. ຫ້ອາເຮັດວຽກການນໍາ ແລະ ສຳນັກາານກະຂວາສຶກສາທິການແລະ ກິລາ;
10. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດລະບົບການຄຸ້ມຄອງບໍລິຫານຫ້ອງການຕາມ ທິດຫັນເປັນທັນສະໄໝ ພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ;
11. ໂຄສະນາປະຊາສໍາພັນຂໍ້ມູນຂ່າວສານການເຄື່ອນໄຫວຂອງຫ້ອງການ ແລະ ຄະນະນໍາກະຊວງສຶກສາ ທິການ ແລະ ກິລາ;
12. ຂຶ້ນແຜນ, ຄຸ້ມຄອງ, ຈັດສັນ, ຕິດຕາມ, ກວດກາ, ຊຸກຍູ້ການນໍາໃຊ້ ແລະ ສະຫຼຸບລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ ແລະ ກອງທຶນສະຫວັດດີການຄູຂອງສຳນັກກະຊວງສຶກສາທິການ ແລະ ກິລາ ໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ;
13. ຄຸ້ມຄອງຊັບສົມບັດ, ການກໍ່ສ້າງ, ສ້ອມແປງ, ອາຄານ, ສະຖານທີ່, ທີ່ດິນ, ສະໜາມກິລາ, ພາຫະນະ, ອຸປະກອນຮັບໃຊ້ ແລະ ອຳນວຍຄວາມສະດວກດ້ານຕ່າງໆພາຍໃນສໍານັກກະຊວງ;
14. ວາງແຜນ ແລະ ຈັດຕັ້ງປະຕິບັດ ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ແມ່-ເດັກ ໃນ ຂະແໜງການສຶກສາທິການ ແລະ ກິລາ;
15. ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານສາມສ້າງໃນຂະແໜງສຶກສາທິການ ແລະ ກິລາ;
16. ວາງແຜນ ແລະ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ໃນຂະແໜງສຶກສາທິການ ແລະ ກິລາ;
17. ເປັນໃຈກາງໃນການສົ່ງເສີມການລົງທຶນພາກເອກະຊົນ ໃນຂະແໜງການສຶກສາທິການ ແລະ ກິລາ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມທັງ ຄຸ້ມຄອງສະມາຄົມການສຶກສາພາກເອກະຊົນ;
18 . ສ້າງຖານຂໍ້ມູນການຄຸ້ມຄອງບໍລິຫານ ຂອງວຽກງານຕ່າງໆຂອງຫ້ອງການ ໂດຍອີງໃສ່ມາດຕະຖານ ການຄຸ້ມຄອງຂໍ້ມູນຂະແໜງການສຶກສາທິການ ແລະ ກິລາ;
19. ພົວພັນ ແລະ ປະສານງານກັບຫ້ອງການ, ກົມ, ອົງການທຽບເທົ່າກົມ, ສະຖາບັນ, ສູນ, ອົງການຈັດຕັ້ງ ສາກົນ ແລະ ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ຕາມພາລະບົດບາດ;
20. ກວດກາ, ຕິດຕາມ ແລະ ປະເມີນຜົນ ພ້ອມທັງສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງຕົນ ໃຫ້ຂັ້ນເທິງ ເປັນປົກກະຕິ;
21. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ.
ລິ້ງຄ໌ພາຍນອກ
[ດັດແກ້]ກະຊວງສຶກສາທິການ ແລະ ກິລາ Archived 2023-03-24 at the Wayback Machine