ກອບ

ຈາກ ວິກິພີເດຍ
Jump to navigation Jump to search

ຄຳ “ກອບ” ​ໃນ​ພາສາລາ​ວ

ຄັງສາງຄຳສັບໃນພາສາລາວ ກໍ່ຄືພາສາອື່ນໆ ຂອງໂລກມີການຂະຫຍາຍຕົວ ໄປຕາມຈັງຫວະ ການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະ, ຕາມຄວາມຮຽກຮ້ອງຕ້ອງການຂອງການ ຄົບຄ້າສະມາຄົມ ຂອງຄົນໃນສັງຄົມ ກໍ່ຄືຕໍ່ ການຄົ້ນຄວ້າ-ຮໍ່າຮຽນ.


ກ່ຽວຂ້ອງກັບ ຫົວບົດ, ຄຳ “ກອບ” ໃນພາລາລາວ ເປັນໄດ້ ຫລື ເຮັດໜ້າທີ່ ໄດ້ທັງຄຳນາມ, ກຳມະຫລື ກິລິຍາ ແລະ ຄຳຄຸນນາມ ຫລື ວິເສດ ຕາມແຕ່ລະບໍລິບົດ ຂອງການສື່ຄວາມໝາຍ. ໃນພົດຈະນານຸກົມ ພາສາລາວຂອງທ່ານ ດຣ. ທອງຄຳ ອ່ອນມະນີສອນ ພິມປີ 2008 ໄດ້ບັນຈຸຄຳ “ກອບ” ເອົາໄວ້ໃນໜ້າທີ 84-85 ຄື:

ກອບ(1) ໃນຄວາມໝາຍ ທີ່ເປັນຄຳນາມ, ໝາຍເຖິງມາດຕາຕວງ ຄື ສອງກຳເປັນໜຶ່ກອບ;

ກອບ(2) ໃນຄວາມໝາຍ ຄຳກຳມະ, ໝາຍເຖິງຕັກ ຫລື ກຳ ດ້ວຍມືທັງສອງຂ້າງ ລວມກັນ ເອີ້ນວ່າ ກອບ;

ກອບ(3) ໃນຄວາມໝາຍ ຄຳຄຸນນາມ ຫລື ວິເສດ, ໝາຍເຖິງຂອບ ເຊັ່ນ ຕາກຢາໃຫ້ກອບ ຫລື ຂອບກໍ່ວ່າ.


ໃນຄວາມໝາຍ ທາງວັດຈະນະ ຕາມການສຶກສາ, ຄຳ “ກອບ” ທີ່ເຮັດໜ້າທີ່ ເປັນຄຳນາມ, ໝາຍເຖິງ ລັກສະນະນາມ, ນິຍົມໃຊ້ໃນວະລີ, ປະໂຫຍກດັ່ງວ່າ: ເຂົ້າເປືອກໜຶ່ງ ກອບກັບເຂົ້າຝ້າງໜຶ່ງກຳ, ໃນກະບຸງເຫລືອ ເຂົ້າສານແຕ່ສອງ ກອບ…ດັ່ງນີ້ເປັນຕົ້ນ. ຄຳ “ກອບ” ເຮັດໜ້າທີ່ເປັນກຳມະ, ໝາຍເຖິງອາການ ຂອງຄົນໃຊ້ມືສອງເບື້ອງແບອອກ ແລ້ວເອົາມາ ຕິດໂກບກັນ ໃນລັກສະນະ ເປັນຄືໂອ່ງ ເພື່ອໂຕ່ງ, ຊວ້ານ, ຕັກເອົາວັດຖຸໃດໜຶ່ງ ທີ່ມີລັກສະນະເປັນຝຸ່ນ, ເມັດ, ແກ່ນ, ນໍ້າ… ສ່ວນຄຳ “ກອບ” ເຮັດໜ້າທີ່ ເປັນຄຸນນາມ, ໝາຍເຖິງຄຸນລັກສະນະ ຂອງນາມໃດໜຶ່ງ ເປັນຕົ້ນຈຳພວກອາຫານປີ້ງ, ຈີ່, ຈືນ ຈົນພ່ອຍ ເອີ້ນວ່າ ກອບ ຫລື ຂອບ ເຊິ່ງອາດຈະເກີດ-ກຳນົດ ຄຳຕາມສຽງ ຫລື ຄ້າຍຄື ຈຳພວກ ຄຳສອນສຽງ(ສັດ), ເວລາຫຍໍ້າອາຫານປີ້ງ, ຈີ່, ຈືນທີ່ ແຫ້ງຜ່ອຍ(ແຕກ, ຫັກ, ຫຍໍ້າງ່າຍ) ສຽງດັງກອບ, ຂອບ…(ມະໂນ ຕາມສຽງ) ຫລື ຈຳພວກໃບ, ກ້າງ-ກິ່ງໄມ້, ໃບຢາ… ແຫ້ງດ້ວຍການ ຕາກແດດ, ຢ້າງໄຟ…ແຫ້ງຫລາຍ ໃຊ້ວ່າ “ກອບ” ເຊັ່ນ: ຕາກຢາຈົນ ແຫ້ງກອບດັ່ງນີ້ເປັນຕົ້ນ.