ໂຣບລັອກຊ໌

ຈາກ ວິກິພີເດຍ
ໂຣບລັອກຊ໌
ໂລໂກ້ໂຣບລັອກຊ໌ ຕັ້ງແຕ່ປີ 2022
ຜູ້ພັດທະນາໂຣບລັອກຊ໌ ຄໍປໍເຣຊັນ
ຜູ້ວາງຈຳໜ່າຍໂຣບລັອກຊ໌ ຄໍປໍເຣຊັນ
ຜູ້ກຳກັບເດວິດ ບາສຊຸກີ, ເອຣິກ ແຄສເຊລ[1]
ເຄື່ອງຫຼິ້ນໄມໂຄຣຊອບວິນໂດ, ແມກໂອເອສ, ໄອໂອເອສ, ແອນດຣອຍ, ເອກຊ໌ບອກວັນ
ວັັນວາງຈຳໜ່າຍຄອມພິວເຕີສ່ວນຕົວ
1 ກັນຍາ 2006[2][3]
ໄອໂອເອສ
11 ທັນວາ 2012[4]
ແອນດຣອຍ
16 ກໍລະກົດ 2014[5]
ເອກຊ໌ບອກວັນ
20 ພະຈິກ 2015[6]
ເພລສະເຕຊັນ 4
10 ຕຸລາ 2023[7]
ແນວເກມເອນຈິນ, ເກມອອນລາຍຫຼາຍຜູ້ຫຼິ້ນ
ຮູບແບບຜູ້ຫຼິ້ນດ່ຽວ, ຫຼາຍຜູ້ຫຼິ້ນ
ໂລໂກ້ແອັບເກມໂຣບລັອກຊ໌ ຕັ້ງແຕ່ປີ2022

ໂຣບລັອກຊ໌ (ອັງກິດ: Roblox /ˈrblɒks/) ແມ່ນແພລັດຟອມເກມອອນລາຍ ແລະ ໂປຣແກຣມພັດທະນາເກມທີ່ພັດທະນາໂດຍໂຣບລັອກຊ໌ ຄໍປໍເຣຊັນ, ເຊິ່ງໃຫ້ຜູ້ໃຊ້ຕິດຕັ້ງໂປຣແກຣມເກມ ແລະ ຫຼິ້ນເກມທີ່ສ້າງໂດຍຜູ້ໃຊ້ຄົນອື່ນໆ. ສ້າງຂຶ້ນໂດຍເດວິດ ບາສຊຸກິ ແລະ ເອຣິກ ຄັສເສລ ໃນປີ 2004 ແລະ ເປີດຕົວໃນປີ 2006, ຕົວແພລັດຟອມມີເກມຢູ່ຫຼາກຫຼາຍປະເພດທີ່ສ້າງໂດຍຜູ້ໃຊ້ເອງ ແລະ ຖືກຂຽນໂຄດຂຶ້ນດ້ວຍພາສາລວາ (Lua). ຕະຫຼອດປະຫວັດສາດຂອງໂຣບລັອກຊ໌ທີ່ຜ່ານມາ, ສ່ວນຫຼາຍແລ້ວແມ່ນຖືວ່າເປັນແພລັດຟອມທີ່ຄ່ອນຂ້າງນ້ອຍ, ນີ້ກໍລວມເຖິງຕົວບໍລິສັດເອງນຳ. ແຕ່ໂຣບລັອກຊ໌ກໍເລີ່ມເຕີບໂຕຂຶ້ນຢ່າງວ່ອງໄວໃນຊ່ວງເຄິ່ງຫຼັງຂອງຍຸກ2010, ແລະ ເຕີບໂຕຂຶ້ນຢ່າງກ້າວກະໂດດໃນຊ່ວງການແຜ່ລະບາດຂອງໂຄວິດ-19.[8][9]

ໂຣບລັອກຊ໌ແມ່ນເກມຫຼິ້ນຟຣີ, ທີ່ປະກອບໂດຍລະບົບຊື້ເຄື່ອງໃນເກມທີ່ໃຊ້ສະກຸນເງິນສະເໝືອນທີ່ເອີ້ນວ່າ ໂຣບັກຊ໌. ອີງຕາມເດືອນສິງຫາປີ2020, ໂຣບລັອກຊ໌ມີຜູ້ໃຊ້ງານຫຼາຍກວ່າ164ລ້ານຄົນຕໍ່ເດືອນ, ເຊິ່ງລວມເອົາປະຊາກອນເດັກອາເມຣິກາທີ່ມີອາຍຸຕໍ່າກວ່າ16ປີຫຼາຍກວ່າເຄິ່ງ.[10][11] ເຖິງແມ່ນວ່າໂຣບລັອກຊ໌ຈະໄດ້ຮັບຄຳວິຈານທີ່ດີຈາກນັກວິຈານ, ແຕ່ກໍມີຄຳວິຈານແງ່ລົບຈຳນວນໜຶ່ງທີ່ເວົ້າເຖິງການກັ່ນກອງທີ່ບໍ່ມີປະສິດຕິພາບ, ໄມໂຄຣທານເສັກຊັນສ(ຮູບແບບທຸລະກິດຂະໜາດຜ່ານວີດີໂອເກມ)ໃນເກມເດັກນ້ອຍ ແລະ ການສະແຫວງຫາຜົນປະໂຫຍດຂອງຄົນກຸ່ມໜຶ່ງ, ເຊິ່ງອາດສົ່ງຜົນກະທົບຕໍ່ເດັກໄດ້.

ພາບລວມ[ດັດແກ້]

ໂຣບລັອກຊ໌ ສະຕູດີໂອ[ດັດແກ້]

Two blue polygons with a gap in between them.
ກາຂອງໂຣບລັອກຊ໌ ສະຕູດີໂອ

ໂຣບລັອກຊ໌ ອະນຸຍາດໃຫ້ຜູ້ຫຼິ້ນສ້າງເກມຂອງຕົນເອງໂດຍໃຊ້ເອນຈິ້ນ(ໂປຣແກຣມພັດທະນາເກມ)ຂອງທາງໂຣບລັອກຊ໌ເອງເອີ້ນວ່າ ໂຣບລັອກຊ໌ ສະຕູດີໂອ, ເຊິ່ງຜູ້ຫຼິ້ນຄົນອື່ນສາມາດເຂົ້າມາຫຼິ້ນໄດ້.[12] ເກມ (ທາງການເອີ້ນວ່າ ເອັກຊ໌ເປີຣຽນສ໌(experience))ແມ່ນສ້າງຂຶ້ນໂດຍພາສາໂປຣແກຣມລວາ.[13][14] ຜູ້ສ້າງສາມາດສ້າງເນື້ອຫາທີ່ສາມາດຊື້ໄດ້ຄັ້ງດຽວທີ່ເອີ້ນວ່າ ເກມພາສ.[15][16] ເກມສ່ວນຫຼາຍຖືກພັດທະນາໂດຍເດັກນ້ອຍ ແລະ ໄວຮຸ່ນ, ແລະ ມີປະມານ20ລ້ານເກມທີ່ຖືກສ້າງຂຶ້ນໃນປີໜຶ່ງໂດຍໃຊ້ໂປຣແກຣມນີ້ .[17][10]

ໄອເທັມ ແລະ ສະກຸນເງິນ[ດັດແກ້]

ກາສະກຸນເງິນສະເໝືອນ "ໂຣບັກຊ໌"

ໂຣບລັອກຊ໌ ອະນຸຍາດໃຫ້ຜູ້ຫຼິ້ນຊື້, ຂາຍ ແລະ ສ້າງໄອເທັມສະເໝືອນທີ່ສາມາດນຳມາຕົກແຕ່ງຕົວລະຄອນ ຫຼື ອາວະຕາຣຂອງຜູ້ຫຼິ້ນເທິງແພລັດຟອມໄດ້.[10] ແຕ່ກ່ອນ, ມີພຽງແຕ່ຜູ້ດູແລຂອງໂຣບລັອກຊ໌ເທົ່ານັ້ນທີ່ສາມາດຂາຍເຄື່ອງຕົກແຕ່ງເສີມ, ພາກສ່ວນຮ່າງກາຍ ແລະ ອຸປະກອນ ພາຍໃຕ້ບັນຊີທາງການຂອງໂຣບລັອກຊ໌,[18] ໂດຍໝວກ ແລະ ເຄື່ອງຕົກແຕ່ງເສີມຍັງພໍສາມາດຂາຍເອງໄດ້ໂດຍຜູ້ໃຊ້ທີ່ມີປະສົບການເຮັດວຽກນຳບໍລິສັດໂຣບລັອກຊ໌.[19][20] ນະໂຍບາຍນີ້ດຳເນີນໄປຈົນກະທັ່ງມີການເປີດຕົວຄະຕະລັອກຢູຈີຊີ(UGC),[21][22] ເຊິ່ງອະນຸຍາດໃຫ້ບຸກຄົນທີ່ໄດ້ຮັບອະນຸຍາດໃນຊຸມຊົນໂຣບລັອກຊ໌ສາມາດສ້າງ ແລະ ຂາຍເຄື່ອງຕົກແຕ່ງອາວະຕາຣ ຫຼື ເອີ້ນວ່າ ຢູຈີຊີ (UGC, ເນື້ອຫາທີ່ສ້າງໂດຍຜູ້ໃຊ້)ພາຍໃຕ້ໂຄງການຢູຈີຊີ.[23][24][25] ຫຼາຍຄົນໄດ້ເຮັດວຽກອອກແບບໄອເທັມເຫຼົ່ານີ້ເປັນງານຫຼັກຂອງຕົນ, ໂດຍສາມາດສ້າງລາຍໄດ້ໆຫຼາຍກວ່າ100,000ໂດລາສະຫະລັດຕໍ່ປີຈາກການຂາຍໄອເທັມ.[26]

ເຄື່ອງທີ່ເປັນຮຸ່ນຈຳນວນຈຳກັດ ຫຼື ໄອເທັມລີມີເຕັດສາມາດແລກປ່ຽນ ຫຼື ຂາຍໄດ້ໂດຍຜູ້ໃຊ້ທີ່ສະໝັກສະມາຊິກໂຣບລັອກຊ໌ພຣີມຽມເທົ່ານັ້ນ.[27] ໄອເທັມລີມີເຕັດເຫຼົ່ານີ້ມີລາຄາສະເລ່ຍຫຼ້າສຸດ(ຄ່າອາຣເອພີ) ແລະ ມູນຄ່າຂອງໄອເທັມຈະຜັນຜວນໄປຕາມຄວາມຕ້ອງການ ແລະ ຄວາມຫາຍາກຂອງມັນ. ເຖິງເມ່ນວ່າການຂາຍເຄື່ອງເຫຼົ່ານີ້ດ້ວຍສະກຸນເງິນແທ້ຈະຖືເປັນການລະເມີດຂໍ້ກຳນັດໃນການໃຫ້ບໍລິການຂອງໂຣບລັອກຊ໌, ແຕ່ກໍບໍ່ອາດຢຸດກຸ່ມຄົນກຸ່ມໜຶ່ງຈາກການກະທຳນັ້ນໄດ້ ໂດຍຂາຍຜ່ານເວັບໄຊຕະຫຼາດມືດ ແລະ ຊຸມຊົນຂອງຕົນ, ບາງອັນກໍຖືກລັກ, ສ່ວນຫຼາຍແລກປ່ຽນຊື້ຂາຍກັນຜ່ານຄຣິບໂຕເຄີເຣນຊີ ຫຼື ເພພາວລ໌.[28] ແຕ່ກ່ອນ, ມີພຽງແຕ່ທາງໂຣບລັອກຊ໌ເທົ່ານັ້ນທີ່ສາມາດຂາຍເຄື່ອງລີມີເຕັດໄດ້ຈົນກະທັ່ງການເປີດຕົວ"ຢູຈີຊີ ລີມີເຕັດ"ໃນເດືອນເມສາປີ2023,[29] ເຊິ່ງໃຫ້ອະນຸຍາດຄົນທີ່ຢູ່ໂຄງການຢູຈີຊີສາມາດຂາຍໄອເທັມຂອງພວກເຂົາໃນຮູບແບບຈຳນວນຈຳກັດໄດ້.[30][31] ແຕ່ກໍບໍ່ຄືກັບເຄື່ອງລີມີເຕັດຂອງທາງໂຣບລັອກຊ໌, ໄອເທັມຢູຈີຊີບໍ່ສາມາດແລກປ່ຽນໄດ້. ແຕ່ຈັ່ງໃດກໍຕາມ, ພວກເຂົາກໍຍັງສາມາດຂາຍຕໍ່ໄດ້ຫຼັງຈາກ30ມື້ຫຼັງການຊື້.[32]

ຜູ້ຫຼິ້ນສາມາດໃຊ້ໂຣບັກຊ໌ຊື້ເຄື່ອງຕ່າງໆພາຍໃນແພລັດຟອມ, ສາມາດຮັບເອົາໄດ້ຜ່ານການຊື້ດ້ວຍເງິນແທ້, ໄດ້ຈາກຄ່າຕອບແທນປະຈຳເດືອນຂອງການເປັນສະມາຊິກໂຣບລັອກຊ໌ພຣີມຽມ ແລະ ຈາກການສ້າງ ແລະ ຂາຍເນື້ອຫາໃດໜຶ່ງພາຍໃນໂຣບລັອກຊ໌.[33][34] ກ່ອນເຖິງປີ2016, ໂຣບລັອກຊ໌ຍັງເຄີຍມີອື່ນສະກຸນໜຶ່ງຄື ຕິກຊ໌ (ຫຍໍ້ຈາກ ທິກເກັດ), ແຕ່ກໍຖືກຍົກເລີກໄປໃນເດືອນເມສາຂອງປີດຽວກັນນັ້ນ.[35] [ຕ້ອງການແຫຼ່ງອ້າງອີງທີ່ດີກວ່ານີ້] ໂຣບັກຊ໌ທີ່ໄດ້ຮັບຈາກຂາຍເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນສາມາດແລກປ່ຽນເປັນສະກຸນເງິນແທ້ຜ່ານເວັບໄຊ.[36]

ປະຫວັດສາດຄວາມເປັນມາ ແລະ ການພັດທະນາ[ດັດແກ້]

ວິວັດທະນາການຂອງກາໂຣບລັອກຊ໌. ນັບຈາກຊ້າຍເທິງຫາຂວາເທິງລົງໄປ: ກາແຮກຂອງ"ໂຣບລັອກຊ໌"ອອກແບບໃນປີ2004, (2004–05), (2005–06), (2006–17), (2017–18), (2018–22).[37][38]

ເວີຊັນເບຕ້າຂອງໂຣບລັອກຊ໌ຖືກສ້າງຂຶ້ນໂດຍຜູ້ສ້າງຕັ້ງລວມເດວິດ ບາສຊຸກິ ແລະ ເອຣິກ ຄັສເສລໃນປີ2004ພາຍໃຕ້ຊື່ໄດນາບລັອຊ໌ກສ.[39] ບາສຊຸກິເລີ່ມທົດສອບຕົວເກມເວີຊັນນີ້ໃນປີດຽວກັນ.[40] ໃນປີ2005, ກໍໄດ້ປ່ຽນຊື່ທັງຊື່ບໍລິສັດ ແລະ ເກມເປັນໂຣບລັອກຊ໌,[40] ແລະ ເປີດຕົວຢ່າງເປັນທາງການເມື່ອວັນທີ1, ກັນຍາປີ2006. ໃນປີ2007, ໂຣບລັອກຊ໌ໄດ້ປະຕິບັດຕາມຂໍ້ກຳນັດຄວາມເປັນສ່ວນຕົວຂອງເດັກຂອງສະຫະລັດດ້ວຍການເພີ່ມຄວາມປອດໄພຂອງການແຊັດ, ປ່ຽນໃຫ້ຜູ້ໃຊ້ທີ່ມີອາຍຸ13ປີຂຶ້ນໄປສາມາດໃຊ້ແຊັດສົນທະນາໄດ້.[41] ໃນເດືອນສິງຫາ, ໂຣບລັອກຊ໌ ໄດ້ປັບປຸງເຊັບເວີຣ໌ ແລະ ເປີດຕົວບໍລິການສະໝັກສະມາຊິກພິເສດ "ບິວລດ໌ເດີຣ໌ສ ຄລັບ".[42] ຕໍ່ມາ, ຖືກປ່ຽນໃໝ່ເປັນລະບົບ ໂຣບລັອກຊ໌ ພຣີມຽມໃນເດືອນກັນຍາປີ2019.[43]

ໃນເດືອນທັນວາປີ2011, ໂຣບລັອກຊ໌ໄດ້ຈັດງານແຮັກວີກຄັ້ງແຮກ, ເຊິ່ງແມ່ນງານປະຈຳປີທີ່ໃຫ້ເຫຼົ່ານັກພັດທະນາມາຊ່ວຍກັນຊອກຫາແນວຄິດນອກຂອບສຳລັບການພັດທະນາໃໝ່ໆ, ເພື່ອນຳມາສະເໜີໃຫ້ແກ່ບໍລິສັດນຳເປັນພັດທະນາ.[44][45] ໃນວັນທີ11, ທັນວາປີ2012, ເວີຊັນໄອໂອເອັສຖືກເຜີຍແຜ່ ແລະ ເວີຊັນແອນດອຍດ໌ເມື່ອວັນທີ1, ຕຸລາປີ2014.[46] ໃນວັນທີ1, ຕຸລາປີ2013, ໂຣບລັອກຊ໌ໄດ້ເປີດຕົວໂຄງການແລກປ່ຽນລາຍໄດ້ນັກພັດທະນາ, ຊ່ວຍໃຫ້ນັກພັດທະນາສາມາດແລກປ່ຽນໂຣບັກຊ໌ທີ່ໄດ້ຈາກເກມຂອງຕົນແປງເປັນສະກຸນເງິນແທ້.[47]

ໃນວັນທີ31, ພຶດສະພາປີ2015, ໄດ້ມີການເພີ່ມລະບົບ"ພູມສັນຖານຮຽບ", ເຊິ່ງເພີ່ມຄວາມສະເໝີພາບຂອງຕົວກຣາຟິກຂອງພື້ນດິນ ແລະ ປ່ຽນກົນໄກເອນຈິ້ນຟີຊິກຈາກຮູບແບບເປັນບລັອກລ່ຽມໆເປັນຮູບແບບມົນໆຮາບພຽງ ແລະ ສົມຈິງຂຶ້ນ.[48] ໃນວັນທີ20, ພະຈິກ, ໂຣບລັອກຊ໌ໄດ້ເປີດຕົວເຖິງເຄື່ອງເກມເອັກຊບັອກຊ໌ ວັນ, ໂດຍມີເກມໃຫ້ຫຼິ້ນ15ເກມໃນເບື້ອງຕົ້ນໂດຍເລືອກໂດຍທີມງານໂຣບລັອກຊ໌.[6] ເກມໂຣບລັອກຊ໌ທີ່ຈະລົງໃຫ້ກັບເຄື່ອງເອັກຊບັອກຊ໌ຕ້ອງຜ່ານຂະບວນການອະນຸມັດພາຍໃຕ້ມາດຕະຖານຂອງຄະນະກຳມະການຈັດເຣດຊອບແວບັນເທິງ.[49]

ໃນເດືອນເມສາປີ2016, ໂຣບລັອກຊ໌ໄດ້ເປີດຕົວ ໂຣບລັອກຊ໌ ວີອາຣ ສຳລັບເຄື່ອງອັອກຄຸລັສ ຣິຟຕ໌. ເຊິ່ງໃນເວລານັ້ນມີປະມານສິບລ້ານກວ່າເກມທີ່ໃຫ້ຫຼິ້ນໃນແບບສາມມິຕິ.[50] ນອກນີ້ຍັງມີການລົບລະບົບແຊັດທ໌ປອດໄພອອກແລ້ວແທນທີ່ດ້ວຍລະບົບລາຍຊື່ຄຳທີ່ອະນຸຍາດໃຫ້ຜູ້ໃຊ້ທີ່ມີອາຍຸຕໍ່າກວ່າ13ປີພິມໄດ້ ແລະ ລາຍຊື່ຄຳທີ່ບໍ່ສາມາດພິມໄດ້ສຳລັບຜູ້ໃຊ້ຄົນອື່ນໆແທນ.[51] [ການກວດສອບຄວາມຖືກຕ້ອງຂອງຂໍ້ມູນລົ້ມແຫຼວ] ໃນເດືອນມິຖຸນາ, ທາງບໍລິສັດໄດ້ເປີດຕົວເວີຊັນສຳລັບເຄື່ອງຄອມພິວເຕີວິນໂດ 10. ເຖິງແມ່ນວ່າຕົວແພລັດຟອມເກມຈະເຮັດຂຶ້ນສຳລັບເຄື່ອງພີຊີ(ຄອມພິວເຕີສ່ວນບຸກຄົນ)ມາຕັ້ງແຕ່ປີ2004, ແຕ່ຫາກນັບຕັ້ງແຕ່ສະໄໝທີ່ຍັງເປັນເກມເວັບ, ນີ້ຖືເປັນຄັ້ງທຳອິດທີ່ຕົວແພລັດຟອມໄດ້ມີການອັບເກຣດປັບປຸງດ້ວຍການໃຊ້ໂປຣແກຣມຕົວຫຼິ້ນແບບດ່ຽວ, ເຊິ່ງສ້າງຂຶ້ນສຳລັບລະບົບປະຕິບັດການວິນໂດ.[52]

ຕະຫຼອດປີ2017, ໂຣບລັອກຊ໌ ມີການປັບປຸງເຊີບເວີຣ໌ຢູ່ຫຼາຍຄັ້ງ, ເນື່ອງຈາກເຕັກໂນໂລຊີຂອງຕົວເຊີບເວີຣ໌ທີ່ເຮັດວຽກຢູ່ນັ້ນມາເຖິງຈຸດສຸດຍຸກຂອງມັນແລ້ວ ຫຼື ເວົ້າໄດ້ວ່າຫຼ້າສະໄໝແລ້ວ, ເຮັດໃຫ້ນຳໄປສູ່ການລົ້ມຂອງເຊີບເວີຣ໌ຫຼາຍເທື່ອ.[53] ນອກຈາກນີ້ໃນປີດຽວກັນ, ໂຣບລັອກຊ໌ໄດ້ປິດຕົວຟໍຣໍ່າທາງການຂອງໂຣບລັອກຊ໌.[54] ໃນເດືອນພະຈິກປີ2018, ລະບົບທີ່ຄົນສາມາດຫຼິ້ນເກມໄດ້ບໍ່ຈຳເປັນຕ້ອງສ້າງບັນຊີ ຫຼື ຫຼິ້ນເປັນ"ເກສັຕ໌ (ແຂກ)", ໄດ້ຖືກທາງໂຣບລັອກຊ໌ຈຳກັດອອກຢ່າງຕໍ່ເນື່ອງໃນໄລຍະທີ່ຜ່ານມາສອງປີກໍໄດ້ຖືກລົບອອກຢ່າງສົມບູນ.[55] ໃນເດືອນກໍລະກົດປີ2020, ໂຣບລັອກຊ໌ ໄດ້ປະກາດການສ້າງ"ສະຖານທີ່ປາຣຕີ້", ເຊິ່ງແມ່ນສ້າງເພື່ອເປັນສະຖານທີ່ພົບປະກັນທາງອອນລາຍ. ລະບົບນີ້ສ້າງຂຶ້ນໂດຍເຕັກໂນໂລຊີໃໝ່ທີ່ເຄີຍໃຊ້ໃນງານບລັອກຊີ້ ອາວອດສປີ2020 ແລະ ໄດ້ຮັບການອອກແບບໃໝ່ເພື່ອຕອບສະໝອງຕໍ່ການລະບາດຂອງໂຄວິດ19.[56] ໂຮບລັອກຊ໌ ໄດ້ຮັບອະນຸຍາດໃນການເຜີຍແຜ່ໃນປະເທດຈີນເມື່ອວັນທີ3, ທັນວາປີ2020.[57] ໃນເດືອນຕຸລາປີ2021, ໂຣບລັອກຊ໌ ປະສົບການລົ້ມຂອງລະບົບເຊີບເວີຣ໌ທີ່ຍາວນານທີ່ສຸດເທົ່າທີ່ເຄີຍມີມາ, ໂດຍລະບົບ ແລະ ບໍລິການຕ່າງໆບໍ່ສາມາດໃຊ້ງານໄດ້ເປັນເວລາສາມມື້.[58][59][60]

ໃນເດືອນທັນວາປີ2021, ໂຣບລັອກຊ໌ໄດ້ປິດເຊີບເວີຣ໌ຈີນ, ໂດຍໄດ້ລະບຸວ່າພວກເຂົາກຳລັງສ້າງຕົວເກມທີ່ອະນຸຍາດໃຫ້ຜູ້ຫຼິ້ນຈີນສາມາດເຂົ້າເຖິງຕົວເກມໄດ້.[61] ໃນເດືອນກໍລະກົດປີ2022, ເອກະສານພາຍໃນທີ່ກ່ຽວຂ້ອງກັບກິດຈະກຳຂອງແພລັດຟອມຈີນຖືກເປີດໂປງຂຶ້ນໂດຍແຮັກເກີນິລະນາມ. ເອກະສານນີ້ເປີດເຜີຍວ່າ ທາງໂຣບລັອກຊ໌ ຄັອບໂປເຣຊັນໄດ້ມີການດັດແກ້ຫຼາຍໆຕໍ່ແພລັດຟອມ ເພື່ອໃຫ້ສອດຄ່ອງກັບກົດໝາຍເຊັນເຊີສື່ອິນເຕີເນັດຈີນ, ແລະະະ ກ່ອນທິ່ຈະປິດໃຫ້ບໍລິການໃນປະເທດຈີນ, ພວກເຂົາຍັງມີຄວາມກັງວົນວ່າເທັນເຊັນຕ໌ຈະແຮັກແພລັດຟອມ ແລະ ກາຍເປັນຄູ່ແຂ່ງ.[62]

ໃນເດືອນກັນຍາປີ2022, ທາງໂຣບລັອກຊ໌ໄດ້ປະກາດວ່າຈະມີການເພີ່ມລະບົບຈັດເຣດຕິ່ງອາຍຸ, ເຊິ່ງຈະຊ່ວຍແບ່ງແຍກປະເພດເກມຕ່າງໆໃຫ້ມີຄວາມເໝາະສົມກັບໄວອາຍຸຂອງຜູ້ຫຼິ້ນ ແລະ ແບ່ງເກມທີ່ມີການສະແດງຄວາມຮຸນແຮງໃຫ້ສະແດງໃຫ້ຫຼິ້ນສະເພາະຜູ້ຫຼິ້ນທີ່ມີອາຍຸ13ປີຂຶ້ນໄປ ຫຼື ຫຼາຍກວ່າ. ທາງບໍລິສັດລະບຸວ່າພວກເຂົາມີຄວາມຕ້ອງການເພີ່ມຄວາມໜ້າສົນໃຈຂອງແພລັດຟອມຕໍ່ໃຫ້ກັບຖານຜູ້ຫຼິ້ນຜູ້ໃຫຍ່ໜຸ່ມ ຫຼື ທີ່ມີອາຍຸ17ຫາ24ປີ, ເຊິ່ງແມ່ນກຸ່ມຜູ້ຫຼິ້ນທີ່ເພີ່ມຂຶ້ນໄວທີ່ສຸດເທິງໂຣບລັອກຊ໌.[63] ໃນວັນທີ20, ເດືອນມິຖຸນາປີ2023, ໂຣບລັອກຊ໌ໄດ້ອະນຸຍາດໃຫ້ສ້າງເກມເຣດ17ປີ, ເຊິ່ງຈະມີເນື້ອຫາທີ່ຮຸນແຮງ, ໂຣແມນຕິກ ແລະ ສິ່ງເສບຕິດແອວກໍຮໍ ແລະ ອື່ນໆ.[64]

ໃນວັນທີ27, ເດືອນກໍລະກົດປີ2023, ໂຣບລັອກຊ໌ໄດ້ເປີດຕົວເກມເວີຊັນເບຕ້າສາທາລະນະສຳລັບເຄື່ອງເມຕ້າ ເຄດສຕ໌ 2 ແລະ ເມຕ້າ ເຄດສຕ໌ ໂປຣ. ຕົວເບຕ້າຖືກດາວໂຫຼດຫຼາຍກວ່າໜຶ່ງລ້ານເທື່ອພາຍໃນຫ້າມື້.[65]

ໃນເດືອນກັນຍາປີ2023, ມີການປະກາດວ່າໂຣບລັອກຊ໌ຈະເຜີຍແຜ່ວາງຈຳໜ່າຍເກມເທິງເພລສະເຕຊັນໃນເດືອນໜ້າ, ແລະ ຍັງໄດ້ເປີດຕົວເວີຊັນເຕັມສຳລັບເມຕ້າ ເຄດສຕ໌ຢ່າງເປັນທາງການໃນປາຍເດືອນດຽວກັນ. ນອກນີ້ຍັງມີການຮ່ວມມືກັບບໍລິສັດສະຕາດອັບເອໄອທີ່ມີສຳນັກງານຫຼັກຢູ່ເມືອງເຮວຊິນກິ(ນະຄອນຫຼວງປະເທດແຟງລັງ)ໃນການພັດທະນາລະບົບສື່ສານດ້ວຍສຽງພາຍໃນເກມ.[66]

ຜົນຕອບຮັບ ແລະ ລາຍໄດ້[ດັດແກ້]

ຜົນຕອບຮັບທີ່ສຳຄັນ[ດັດແກ້]

ໂຮບລັອກຊ໌ ໄດ້ຮັບຜົນຕອບຮັບສ່ວນຫຼາຍໃນແງ່ບວກ. ຄອມມອນ ເຊັນສ໌ ມິເດຍໄດ້ໃຫ້ຄະແນນ4/5ດາວ, ໂດຍຊົມເຊີຍຄວາມຫຼາກຫຼາຍຂອງເກມເທິງແພລັດຟອມ ແລະ ຄວາມສາມາດໃນການຊ່ວຍເສີມສ້າງຄວາມຄິດສ້າງສັນຂອງເດັກ ໃນຂະນະທີ່ພົບວ່າລັກສະນະໃນການຈັດແຍກເກມຂອງແພລັດຟອມເຮັດໃຫ້ຄຸນນະພາບເກມມີຄວາມຫຼາກຫຼາຍໆ ແລະ ຍັງແນະນຳໃຫ້ປິດລະບົບແຊັດທ໌ສຳລັບຜູ້ຫຼິ້ນໄວນ້ອຍເພື່ອປ້ອງກັນອັນຕະລາຍທີ່ອາດເກີດຂຶ້ນ.[67] ແພັດທຣິເຊຍ ອີ. ແວນຊ໌ຈາກສະຖາບັນຄວາມປອດໄພອອນລາຍຂອງຄອບຄົວແນະນຳໃຫ້ຜູ້ປົກຄອງຕິດຕາມປະຕິສຳພັນຂອງລູກຫຼານຕໍ່ເກມເທິງແພລັດຟອມ ແຕ່ລາວກໍຍ້ອງຍໍຕົວແພລັດຟອມນີ້ວ່າ "...ເຮັດໃຫ້ເຫຼົ່າເດັກນ້ອຍໄດ້ຫຼິ້ນ, ໄດ້ສຳຫຼວດ, ໄດ້ເຂົ້າສັງຄົມ, ໄດ້ສ້າງສັນສິ່ງຕ່າງໆ ແລະ ຮຽນຮູ້ໃນແນວທາງທີ່ຕົນເອງເລືອກ", ແລະ ຍ້ອງຍໍເປັນພິເສດໃຫ້ກັບໂຣບລັອກຊ໌ ສະຕູດີໂອທີ່ໃຫ້ເດັກໄດ້ມີປະສົບການກັບການພັດທະນາເກມ.[68] ທຣັສນທ໌ ຣີວິວສໄດ້ຊົມເຊີຍພາບລວມຂອງແພລັດຟອມ, ແລະ ຍັງຍໍຍ້ອງໂຣບລັອກຊ໌ ສະຕູດີໂອໂດຍລະບຸວ່າ "ສຳລັບໃຜກໍຕາມທີ່ຕ້ອງພັດທະນາທັກສະທາງດ້ານວິທະຍາສາດຄອມພິວເຕີຂອນຕົນ ຫຼຶ ສ້າງໂປຣເຈັກທີ່ໄດ້ຮັບຄວາມຄິດເຫັນຈາກຜູ້ຫຼິ້ນຈຳນວນຫຼາຍໃນທັນທີ, ສິ່ງນີ້ແມ່ນຄຳຕອບທີ່ຊັດເຈນ".[69] ເຄຣັກ ຮູຣ໌ດາ, ຂຽນໃນແອນດອຍດ໌ ກາຍສ, ໃຫ້ຄຳວິຈານໃນລະດັບປານກາງ, ໂດຍຊົມເຊີຍຈຳນວນຫຼາຍທີ່ມີເທິງແພລັດຟອມ ແລະ ພົບວ່າເກມນີ້ໃຫ້ຄວາມບັນເທີງສຳລັບເດັກ, ໂນຂະນະດຽວກໍພົບວ່າລະບົບຂອງເກມນີ້ນັ້ນມີລັກສະນະ"ຖືກ ຫຼື ພາດ" ແລະ ຍັງກ່າວສ່າຕົວເກມນັ້ນມີຄວາມຈຳກັດຫຼາຍສຳລັບຜູ້ຫຼິ້ນທີ່ເປັນຜູ້ໃຫຍ່.[70]

ລາຍໄດ້[ດັດແກ້]

ໂນລະຫວ່າງການປະຊຸມນັກພັດທະນາໂຣບລັອກຊ໌ປີ2017, ທາງໂຣບລັອກຊ໌ກ່າວວ່າ ຜູ້ສ້າງເກມເທິງແພລັດຟອມ, ເຊິ່ງມີປະມານ1.7ລ້ານຄົນໃນປີນັ້ນ,[71] ໄດ້ຮັບລາຍໄດ້ຫຼາຍກວ່າ30ລ້ານໂດລາສະຫະລັດໃນປີ2017.[72] ເວີຊັນໄອໂອເອັສຕະຫຼອດແຕ່ເປີດຕົວມາເຮັດລາຍໄດ້ໆໜຶ່ງພັນລ້ານໂດລາສະຫະລັດໃນເດືອນກັນຍາປີ2019,[73] 1.5ພັນລ້ານໂດລາສະຫະລັດໃນເດືອນມິຖຸນາປີ2020,[74] ແລະ 2ພັນລ້ານໂດລາສະຫະລັດໃນເດືອນຕຸລາປີ2020,[75] ເຮັດໃຫ້ເວີຊັນນີ້ກາຍເປັນແອັບທີ່ເຮັດລາຍໄດ້ສູງທີ່ສຸດເປັນອັນດັບສອງຂອງແອັບ ສະຕໍ.[8] ເກມຫຼາຍເກມເທິງໂຣບລັອກຊ໌ມີລາຍໄດ້ສະສົມລວມຫຼາຍກວ່າສິບລ້ານໂດລາສະຫະລັດ,[76] ໂດຍລາຍໄດ້ລວມທີ່ເຫຼົ່ານັກພັດທະນາເກມເທິງແພລັດຟອມເຮັດມີປະມານ250ລ້ານໂດລາສະຫະລັດໃນປີ2020.[77] ຕົວເກມກາຍເປັນເກມທີ່ເຮັດລາຍໄດ້ສູງທີ່ສຸດເປັນອັນດັບສາມຂອງປີ2020ດ້ວຍລາຍໄດ້ລວມ2.29ພັນລ້ານໂດລາສະຫະລັດ, ເຊິ່ງເປັນຮອງເກມຈາກເທັນເຊັນຕ໌ຢ່າງພັບຈີ (PUBG) ແລະ ຮໍເນີ ອອບ ຄິງສ (ROV).[78]

ອ້າງອີງ[ດັດແກ້]

  1. Knapp, Alex (September 17, 2018). "How Roblox Is Training The Next Generation Of Gaming Entrepreneurs". Forbes. Retrieved April 23, 2019.
  2. "Roblox Company Information". Roblox Support (in ອັງກິດ (ອາເມລິກັນ)). Retrieved September 9, 2019.
  3. Yaden, Joseph (May 4, 2020). "What is Roblox?". Digital Trends. Retrieved June 1, 2020.
  4. Grubb, Jeff (December 12, 2012). "Block-builder Roblox goes mobile in time for the holidays". VentureBeat. Archived from the original on November 29, 2018. Retrieved November 29, 2018.
  5. Haak, Andrew (July 16, 2014). "Roblox Arrives on Android". Roblox Blog. Retrieved June 26, 2020.
  6. 6.0 6.1 Grubb, Jeff (September 24, 2015). "Roblox comes to Xbox One, joins Minecraft in the growing player-made content space on consoles". VentureBeat. Archived from the original on November 30, 2018. Retrieved November 30, 2018. Cite error: Invalid <ref> tag; name "XboxOneRelease" defined multiple times with different content
  7. Lyles, Taylor (8 September 2023). "Roblox Is Coming to PlayStation Next Month". IGN (in ອັງກິດ). Retrieved 18 October 2023.
  8. 8.0 8.1 Levy, Ari. "While parents Zoom, their kids are flocking to an app called Roblox to hang out and play 3D games", April 8, 2020 Cite error: Invalid <ref> tag; name "Levy" defined multiple times with different content
  9. "How Roblox avoided the gaming graveyard and grew into a $2.5B company". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  10. 10.0 10.1 10.2 Browning, Kellen. "You May Not Know This Pandemic Winner, but Your Tween Probably Does", August 16, 2020
  11. "Over half of US kids are playing Roblox, and it's about to host Fortnite-esque virtual parties too". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  12. Dredge, Stuart. "All you need to know about Roblox", September 29, 2019
  13. "The best Roblox games". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  14. "How to Learn Roblox and Roblox Studio". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  15. "Why is kids' video game Roblox worth $38 billion and what do parents need to know?". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  16. Cao, Jing. "Roblox Unearths $92 Million to Challenge Microsoft's Minecraft", March 14, 2017
  17. "Dubit Guide to Roblox for Brands". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  18. "Roblox lets users build their own virtual world", May 17, 2017
  19. "Paving the Road to a User-Generated Catalog". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  20. "UGC Catalog is Now Live!". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  21. "Roblox Venture Capital Investors, listed", 19 September 2023 (in en-CA)
  22. "Roblox CEO says April bookings are starting to turn around after a difficult March", 11 May 2022 (in en)
  23. "Roblox is letting game creators sell 3D virtual goods as it looks for ways to boost revenue", 8 September 2023 (in en)
  24. "Roblox adds avatar bodies and heads to UGC marketplace", 16 August 2023
  25. "Roblox is about to let users sell custom-made avatar bodies and heads", 16 August 2023 (in en)
  26. "Digital fashion surges in a sales downturn". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  27. "Roblox 101: Getting Started With Robux and The Builders Club". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  28. "How Roblox 'Beamers' Get Rich Stealing from Children", February 14, 2022 (in en)
  29. "Roblox is making some changes to how creators can sell limited-run virtual gear", May 25, 2023
  30. "Roblox creators can now make and sell limited-run avatar gear", 14 April 2023 (in en)
  31. "Roblox introduces Limiteds for creators to make, sell limited-run avatar gear", 17 April 2023 (in en)
  32. "Roblox UGC limiteds are now available in the marketplace", 6 April 2023
  33. "Roblox: 5 Fast Facts You Need to Know". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  34. "Roblox 101: How To Avoid Free Robux Scams". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  35. Sidhwani, Priyansh. "The History Of Roblox : From 2004 Until Now", March 12, 2021
  36. "How to make money with DevEx on Roblox". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  37. Baszucki, David (January 10, 2017). "Introducing Our Next-Generation Logo". Roblox Blog. Archived from the original on January 10, 2017. Retrieved July 16, 2020.
  38. Meers, Whitney. "New Roblox logo and tagline show the company is growing up", PCGamesN, August 30, 2022
  39. "David Baszucki : Founder of Roblox, the Biggest Video Game Building Platform". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  40. 40.0 40.1 "How This User-Generated Video Game Is Leading The Way With Innovation and VR". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  41. "SuperAwesome and Roblox join forces on kid-safe advertising". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  42. Basic ROBLOX Lua Programming.
  43. "Roblox Premium is here!". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  44. Milian, Mark. "Hackathons move beyond Silicon Valley", December 2, 2012
  45. Chaykowski, Kathleen. "Lua language helps kids create software", August 31, 2012
  46. Grubb, Jeff (December 12, 2012). "Block-builder Roblox goes mobile in time for the holidays". VentureBeat. Archived from the original on November 29, 2018. Retrieved November 29, 2018.
  47. "Roblox is gaming's quiet giant – and it's only getting bigger". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  48. "Roblox user-generated world moves from blocky terrain to smooth 3D". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  49. "Roblox launches on Xbox One with 15 player-created games – watch us play them". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  50. "This Company Just Introduced 20 Million People to Oculus Rift". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  51. "Roblox". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  52. "After Xbox One success, Roblox now has a dedicated Windows 10 app". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  53. "How Roblox completely transformed its tech stack". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  54. "Roblox is facing accusations of being unsafe for children". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  55. "Roblox guest – what are guests and what happened to them". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  56. "Roblox launches Party Place, a private venue for virtual birthday parties and other meetups". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  57. "Roblox cleared for launch in China". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  58. Plant, Logan. "Roblox's Servers Are Down And Fans Are Blaming Chipotle", October 30, 2021
  59. Finnis, Alex. "Is Roblox down? Why the gaming platform isn't working today with thousands of users reporting login problems", October 29, 2021
  60. "Roblox has been down for more than a day and it's not because of Chipotle". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  61. "Roblox takes down China app, says building another version". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  62. "Revealed: Documents Show How Roblox Planned to Bend to Chinese Censorship". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  63. Liao, Shannon. "Roblox wants to advertise to gamers ages 13 and up in the metaverse", September 9, 2022
  64. "Roblox will allow exclusive experiences for people 17 and over". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  65. "The Meta Quest Roblox Beta Has Over 1 Million Downloads Already". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  66. "Roblox acquires AI voice moderation start-up Speechly". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  67. "Roblox". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  68. "What Parents Need To Know About Roblox". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  69. "What is Roblox? The world's most popular game you might not have heard of". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  70. "Roblox is waaayy more than a game (Review)". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  71. Weinberger, Matt. "This game turned players into $50,000-a-month entrepreneurs – now it has a plan to help them make $1.68 million a year", May 9, 2017
  72. "Hobbyist developers will make $30 million via 'Roblox' this year". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  73. "'Roblox Mobile' Crosses $1B in Lifetime Revenue". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  74. "Roblox Mobile hits $1.5 billion in lifetime revenue". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  75. "Roblox surpasses $2 billion in player spending on mobile". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  76. "Adopt Me: The most popular game you've never played". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  77. "Roblox Developers To Make $250 Million In 2020 Thanks To Explosive Growth". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  78. "Games and interactive media earnings rose 12% to $139.9B in 2020". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)