ສັດທະອັກສອນສາກົນ
ຈາກ ວິກິພີເດຍ
ສັດທະອັກສອນສາກົນ (ອັງກິດ: International Phonetic Alphabet) ຫຼື ໄອພີເອ(IPA) ແມ່ນສັດທະອັກສອນຊຸດໜື່ງທີ່ພັດທະນາໂດຍສະມາຄມສັດທະສາດສາກົນ ໂດຍໃຫ້ເປັນເຄື່ອງໝາຍມາດຄາຖານເພື່ອການແທນສຽງພູດໃນທຸກພາສາ ນັກພາສາສາດໃຊ້ສັດທະອັກສອນສາກົນເພື່ອແທນໜ່ວຍສຽງຕ່າງໆ ທີ່ມະນຸດສາມາດອອກສຽງໄດ້ ໂດຍແທນແຕ່ລະໜ່ວຍສຽງດ້ວຍເຄື່ອງໝາຍສະເພາະທີ່ບໍ່ຄືກັນ ເຄື່ອງໝາຍທີ່ມາໃຊ້ຫຼືດັດແປງມາຈາກ ອັກສອນລາແຕັງ ບາງໂຕມາຈາກ ອັກສອນເກຣັກ ແລະບາງໂຕຄິດຂຶ້ນໃໝ່ໂດຍໄມ່ຄືກັບພາສາໃດເລີຍ