ເສດຖະສາດ

ຈາກ ວິກິພີເດຍ

ຄຳວ່າ ເສດຖະສາດ (ຄຳເຄົ້າ: ເສຣສຖສາສຕຣ໌[໑], ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ [oikos] ໃນ ພາສາເກຣັກ ເຊິ່ງ ແປວ່າ 'ເຮືອນ', ແລະ [nomos] ເຊິ່ງ ແປວ່າ 'ປົກຄອງ' ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services).

ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງ(Political Economy) ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ. ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ. ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ, ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ, ອາດຊະຍາກຳ, ສາທາລະນະສຸກ , ກົດໝາຍ, ການເມືອງ ແລະອື່ນໆອີກ.

ເນື້ອໃນ

ເສດຖະສາດຈຸນລະພາກ[ດັດແກ້]

ແມ່ນສາຂາເສດຖະສາດໜຶ່ງ ທີ່ ສຶກສາ ການເຄື່ອນໄຫວທາງເສດຖະກິດ ຂອງ ໂຕແທນທາງເສດຖະກິດ ທີ່ນ້ອຍກວ່າ ເຊັ່ນ ບຸກຄົນ ແລະ ບໍລິສັດ ເຊິ່ງຈະແຕກຕ່າງກັບ ເສດຖະສາດມະຫາພາກ ທີ່ສຶກສາ ກ່ຽວກັບ ພາບລວມທີ່ໃຫຍ່ກວ່າ ຂອງ ເສດຖະກິດ ເຊັ່ນ ໄພຫວ່າງງານ, ໄພເງິນເຟີ້, ນະໂຍບາຍເງິນ, ນະໂຍບາຍການເງິນແລະອື່ນໆ. ເສດຖະສາດຈຸນລະພາກ ຈະຄົ້ນຄວ້າ ກ່ຽວກັບ ປະຕິກິລະຍາທາງເສດຖະກິດ ໃນ ແຕ່ລະຕະຫຼາດ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ເບິ່ງວ່າ ລະດັບ ຄວາມຕ້ອງການ (ເສດຖະສາດ) ແລະ ການສະໜອງ (ເສດຖະສາດ) ຈະມີການປ່ຽນແປງ ແນວໃດ ໃນແຕ່ລະ ລະດັບລາຄາ. ເສດຖະສາດຈຸນລະພາກ ຈະພະຍາຍາມຊອກຫາຄຳຕອບວ່າ ບັນດາໂຕແທນທາງເສດຖະກິດເຫຼົ່ານີ້ ຈະບັນລຸ ຈຸດດຸນຍະພາບທາງເສດຖະກິດໄດ້ຄືແນວໃດ.

ຕະຫຼາດ[ດັດແກ້]

ຄວາມອາສາມາດຜະລິດ, ຕົ້ນທຶນໂອກາດ[ດັດແກ້]

ໃນ ເສດຖະສາດຈຸນລະພາກ, ການຜະລິດ ແມ່ນການປ່ຽນແປງ ປັດໃຈເຂົ້າ ໃຫ້ເປັນ ຜົນອອກ ຫຼື ເວົ້າອີກແບບໜຶ່ງ ແມ່ນ ຂະບວນການທາງເສດຖະກິດ ທີ່ ໃຊ້ ຊັບພະຍາກອນ ເພື່ອສ້າງ ຜະລິດຕະພັນ ທີ່ຈະສາມາດ ຊື້ຂາຍ ຫຼື ແລກປ່ຽນໄດ້. ອັນນີ້ ຈະລວມ ທັງ ການປຸງແຕ່ງ ຫຼື ການແປຮູບ, ການເກັບຮັກສາ, ການຫຸ້ມຫໍ່, ແລະ ການຂົນສົ່ງ. ບາງນັກເສດຖະສາດ ນິຍາມ ຄຳວ່າການຜະລິດ ແບບກວ້າງໆ ວ່າ ແມ່ນທຸກໆກິດຈະກຳທາງເສດຖະກິດ ນອກຈາກ ການຊົມໃຊ້.

ປັດໃຈການຜະລິດ[ດັດແກ້]

ແມ່ນ ປັດໃຈເຂົ້າ ຫຼື ຊັບພະຍາກອນ ທີ່ຖືກໃຊ້ ໃນຂະບວນການການຜະລິດ ແລະ ໂດຍທົ່ວໄປ ຈະສາມາດຈັດແບ່ງອອກໄດ້ ເປັນ 4 ຈຳພວກ ເຊັ່ນ:

ປະສິດທິພາບທາງເສດຖະກິດ[ດັດແກ້]

ປະສິດທິພາບທາງເສດຖະກິດ ປະສິດທິພາບ ຂອງ ລະບົບໃດໜຶ່ງ ໃນການສ້າງຜົນອອກສູງສຸດ ໂດຍ ປັດໃຈເຂົ້າ ແລະ ເຕັກໂນໂລຢີໃດໜຶ່ງ. ຈະສາມາດເວົ້າໃດ້ວ່າ ປະສິດທິພາບສູງຂຶ້ນ ຖ້າຫາກສາມາດ ຜະລິດໄດ້ຫຼາຍກວ່າ ໂດຍ ປັດໃຈເຂົ້າຄືເກົ່າ.

ການແບ່ງງານ, ຜົນໄດ້ຮັບຈາກການຄ້າ[ດັດແກ້]

ການແບ່ງງານ ແມ່ນ ແນວຄວາມຄິດຫຼັກໜຶ້່ງ ໃນ ປະສິດທິພາບທາງເສດຖະກິດ ເພາະຖືກັນວ່າ ບຸກຄົນ, ວິສາຫະກິດ ຫຼື ປະເທດໃດໆໜຶ່ງນັ້ນ ຈະມີ ຄວາມໄດ້ປຽບທຽບຖານ ທີ່ບໍ່ຄືກັນ.

ການສະໜອງ ແລະ ຄວາມຕ້ອງການ, ລາຄາ ແລະ ປະລິມານ[ດັດແກ້]

ຢູ່ໃນຕະຫຼາດໃດໜຶ່ງ , ຄວາມຕ້ອງການ ແມ່ນ ປະລິມານ ທີ່ ຜູ້ຊົມໃຊ້ຢາກຊື້ ໃນ ລະດັບລາຄາໃດໜຶ່ງ. ຜູ້ຊົມໃຊ້ໃດໜຶ່ງ ຈະພະຍາຍາມ ເລືອກຊົມໃຊ້ ກຸ່ມຜະລິດຕະພັນ ເພື່ອເຮັດແນວໃດ ໃຫ້ໄດ້ ເສດຖະສາດສູງສຸດ ພາຍໃຕ້ ຂໍ້ຈຳກັດ ທາງ ລາຍຮັບ, ລາຄາ, ລົດນິຍົມແລະອື່ນໆ. ການສະໜອງ ແມ່ນ ຄວາມສຳພັນລະຫວ່າງ ລາຄາ ແລະ ປະລິມານການສະໜອງ ຂອງ ຜູ້ຜະລິດ ເພື່ອເຮັດແນວໃດໃຫ້ໄດ້ຜົນກຳໄລສູງສຸດ.

ຄວາມລົ້ມເຫຼວຂອງຕະຫຼາດ[ດັດແກ້]

ໝາຍເຖິງ ຫຼາຍບັນຫາ ທີ່ ສົມມຸດຕິຖານຂອງທິດສະດີເສດຖະສາດ ບໍ່ເປັນຈິງ ເຊັ່ນ ວ່າ (1) ລາຄາແມ່ນຕະຫຼາດເປັນຜູ້ກຳໜົດ ເພາະໃນສະພາບທີ່ມີການຜູກຂາດ ຫຼື ເຄິ່ງຜູກນັ້ນ ສ່ວນຫຼາຍແມ່ນຜູ້ຜະລິດຈະເປັນຜູ້ ກຳໜົດລາຄາ, (2) ຜູ້ຊົມໃຊ້ມີຄວາມສະເໝີພາບ ເພາະໃນໂຕຈິງ ຜູ້ຊົມໃຊ້ມີກຳລັງຕໍ່ລອງທີ່ບໍ່ເທົ່າທຽມກັນ, (3) ຕະຫຼາດສົມບູນ (4) ສາທາລະນູປະໂພກ (5) ຜົນກະທົບທາງນອກ (6) ອັດຕາສ່ວນກົງຂອງຜົນໄດ້ຮັບ ແລະ ຂະໜາດ (7) ຄວາມສົມບູນຂອງຂໍ້ມູນ

ວິສາຫະກິດ[ດັດແກ້]

ສົມມຸດຕິຖານໜຶ່ງ ຂອງ ຕະຫຼາດແຂ່ງຂັນສົມບູນ ແມ່ນສິ່ງທີ່ວ່າ ຢູ່ຕະຫຼາດມີຜູ້ຜະລິດເປັນຈຳນວນຫຼວງຫຼາຍ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງລາຄາ ແບບອິດສະຫຼະຈາກ ກຳລັງຂອງຕະຫຼາດໄດ້. ໂດຍທົ່ວໄປ ຜູ້ຊົມໃຊ້ ຫຼື ໂຕແທນທາງເສດຖະກິດຢູ່ຕະຫຼາດ ຈະບໍ່ຕິດຕໍ່ົພົວພັນກັນໂດຍກົງຢູ່ຕະຫຼາດ ແຕ່ຈະ ຜະລິດສິນຄ້າທີ່ຈະຖືກແລກປ່ຽນຊື້ຂາຍກັນຢູ່ຕະຫຼາດ ຢູ່ ວິສາຫະກິດ. ໂດຍທົ່ວໄປ ຜູ້ຄົນຮ່ວມກັນທຳການຜະລິດຢູ່ ວິສາຫະກິດ ຍ້ອນວ່າ ຕົ້ນທຶນຈະຕໍ່າລົງ.

ພາກສ່ວນລັດ[ດັດແກ້]

ການເງິນລັດຖະບານ ແມ່ນ ຂະແໜງໜຶ່ງໃນເສດຖະສາດ ທີ່ສຶກສາກ່ຽວກັບ ງົບປະມານ, ລາຍຮັບ ແລະ ລາຍຈ່າຍ ຂອງ ອົງກອນລັດ. ສ່ວນຫຼາຍມັນໃຫ້ຄວາມສົນໃຈ ບັນຫາ ການແບກຫາບ ແລະ ໄດ້ຮັບຜົນປະໂຫຍດ ຈາກ ການເກັບສ່ວຍສາອາກອນ, ຕົ້ນທຶນແລະຜົນປະໂຫຍດຂອງໂຄງການລັດຖະບານ ແລະອື່ນໆ.

ເສດຖະສາດມະຫາພາກ[ດັດແກ້]

ເສດຖະສາດມະຫາພາກ ສຶກສາ ເສດຖະກິດ ໂດຍລວມ ແບບ ແຕ່ເທິງລົງລຸ່ມ ໂດຍໃຊ້ ຮູບແບບງ່າຍດາຍ ຂອງ ທິດສະດີ ດຸນຍະພາບທົ່ວໄປ. ມັນສຶກສາກ່ຽວກັບ ອັດຕາຫວ່າງງານ, ອັດຕາເງິນເຟີ້ ແລະອື່ນໆ. ນອກຈາກນີ້​ ມັນຍັງສຶກສາກ່ຽວກັບ ຜົນຂອງ ນະໂຍບາຍເງິນຕາ, ນະໂຍບາຍການເງິນແລະອື່ນໆອີກ.

ການຂະຫຍາຍໂຕ[ດັດແກ້]

ເສດຖະສາດການຂະຫຍາຍໂຕ ສຶກສາ ປັດໃຈ ທີ່ອະທິບາຍ ການຂະຫຍາຍໂຕທາງເສດຖະກິດ ຫຼື ການເພີ່ມຂຶ້ນ ຂອງ ຜົນອອກຕໍ່ຫົວຄົນ ຂອງ ປະເທດໃດໜຶ່ງ ໃນ ໄລຍະເວລາໃດໜຶ່ງ.

ເສດຖະກິດຕົກຕໍ່າ ແລະ ໄພຫວ່າງງານ[ດັດແກ້]

ໄພເງິນເຟີ້ ແລະ ນະໂຍບາຍເງິນຕາ[ດັດແກ້]

ເງິນ ແມ່ນ ສິ່ງທີ່ໃຊ້ເພື່ອຊຳລະ ຕໍ່ກັບ ສິນຄ້າ ໃນເກືອບທຸກໆ ເສດຖະກິດ. - ເຫດທີ່ພາໃຫ້ເງິນເຟີ້ ມີຫຼາຍປັດໄຈ ຄື ກ. ສິນຄ້າຂາດແຄນ. ຂ. ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ຄ. ການຄວບຄຸມລະດັບເງິນຂອງລັດບໍໄດ້ປະສິດທິພາບ. ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. ຈ. ຈິດຕະວິທະຍາທາງການເງິນບໍ່ສ້າງຄວາມໝັ້ນໃຈ ຕໍ່ສະກຸນເງິນ. ຍ. ລັດທະບານປະກາດລົດອັດຕາເງິນລົງ. ຈ. ການກູ້ຢືມເງິນນອກລະບົບຈາກຕ່າງປະເທດ ໂດຍບໍ່ຜ່ານລົດຖະບານ ກໍເປັນເຫດ ໃຫ້ເງິນ ເຂົ້າມາໃນປະເທດໂດຍທີ່ກຳນົດປະລິມານເງິນໃນທ້ອງຕະຫຼາດບໍ່ໄດ້. ສ. ການໃຊ້ເງິນລົງທຶນຈາກຕ່າງໂດຍບໍ່ມີປະສິດທິພາບ ກໍເປັນເຫດໃຫ້ເງິນຮົ່ວໄຫຼ ກາຍເປັນການຜັກດັນໃຫ້ເງິນເຟີ້ໄດ້. ຊ. ການນຳເງິນອອກນອກປະເທດ ໂດຍບໍ່ຜ່ານລະບົບ ກໍເປັນເຫດໃຫ້ເງິນເຟີ້ໄດ້, (ເຊັ່ນການນຳເງິນສົດອອກໄປຊື້ຂອງນອກປະເທດ)

- ອະທິບາຍແຕ່ ຂໍ້ ຂ. ຄື ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ໝາຍຄວາມວ່າ ເມື່ອລັດຖະບານຈໍລະຈອນເງິນອອກສູ່ຕະຫຼາດແລ້ວ ຄົນກັກເງິນໄວ້ໃນຄົວເຮືອນ ໂດຍບໍ່ກັບໄປຝາກທະນາຄານຄືນ ເມື່ອເຖິງເທດສະການ ຄົນເອົາເງິນອອກມາກຈາກຄົວເຮືອນ ມາຈ່າຍໃນທ້ອງຕະຫຼາດ ເຮັດໃຫ້ປະລິມານເງິນ ຫຼາຍ ໃນທ້ອງຕະຫຼາດ ເຖິງຕອນນັ້ນ ເມື່ອຄົນມີເງິນຫຼາຍ ຄວາມຕ້ອງການຕໍ່ສິນຄ້າເພິ່ມຂື້ນ ເອກະຊົນ ຫຼືປັດເຈກຊົນ ຕ້ອງການສິ້ນຄ້າ ກໍສາມາດເອົາເງິນທີີ່ຕົນມີໄປແລກປ່ຽນສິນຄ້ານັ້ນໆ ຕາມຄວາມພໍໃຈຂອງຕົນ ເຮັດໃຫ້ປະລິມານເງິນ ບໍ່ດູນຍະພາບກັບປະລິມານສິຄ້າ ລັກສະນະນີກໍເປັນຕົ້ນເຫດຂອງເງິນເຟີ້ (ວຽກງານນີ້ ປະຊາຊົນຊ່ວຍປະເທດຊາດໄດ້ ໂດຍການເອົາເງິນເຂົາທະນາຄານ-ສ່ວນທະນາຄານເອງ ກໍຕ້ອງບໍລິການລົງໃກ້ຊິດກັບປະ ຊາຊົນ ແລະສ້າງຄວາມໝັ້ນໃຈກັບລະບົບທະນາຄານ ໂດຍເອົາດອກເບັ້ຍ ເປັນຕົວປະກັນ)

- ແລະຂໍ້ ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. (ເອົາສະເພາະ ພາສີນຳເຂົ້າສິນຄ້າ ຫາກສິນຄ້າຕົວໃດ ມີລາຄາແພງ ແຕ່ຄົນຕ້ອງການຫຼາຍ, ກໍເຊັ່ນດຽວກັບ ຂໍ້ ຂ. ຄົນມີເງິນກໍພໍໃຈຊື້ສິນຄ້ານັ້ນ ໃນລາຄາທີ່ເຂົາຮຍກຂາຍ ເປັນເຫດໃຫ້ເງິນເຟິ້ໄດ້)

- ມາດຕະການຄວບຄຸມເງີນເຟີ້ ໂດຍທົ່ວໄປມາດຕະການທີ່ດີທີ່ສຸດ ແລະມັກນິຍົມໃຊ້ແຜ່ຫຼາຍທີ່ສຸດໂດຍລັດຖະບານຂອງແຕ່ລະປະເທດແມ່ນການຄວບຄຸມອັດຕາດອກເບັ້ຍນະໂຍບາຍໂດຍທະນາຄານກາງເປັນຜູ້ຄວບຄຸມ ຕົວຢ່າງ: ການປັບຂຶ້ນອັດຕາ ດອກເບັ້ຍເພື່ອຄວບຄຸມບໍ່ໃຫ້ມີເງີນສົດອອກໄປຈໍລະຈອນໃນຕະລາດຫຼາຍເກີນຄວາມຕ້ອງການ.

ນະໂຍບາຍການເງິນ ແລະ ລະບຽບການ[ດັດແກ້]

ເສດຖະສາດສາກົນ[ດັດແກ້]

ຄວາມໄດ້ປຽບທຽບຖານ[ດັດແກ້]

ການຄ້າສາກົນ[ດັດແກ້]

ຄວາມທຸກຍາກ ແລະ ການພັດທະນາ[ດັດແກ້]

ການເງິນສາກົນ[ດັດແກ້]

ປະຫວັດສາດ ທິດສະດີເສດຖະສາດ[ດັດແກ້]

ເສດຖະກິດການເມືອງດັ້ງເດີມ[ດັດແກ້]

ເສດຖະສາດມາກ ແລະ ທິດສະດີດັ້ງເດີມໃໝ່ (ເນໂອຄະລາຊິກ)[ດັດແກ້]

ເສດຖະສາດເຄນ[ດັດແກ້]

ທິດສະດີອື່ນໆ[ດັດແກ້]

ເສດຖະສາດ ໃນ ໂຕຈິງ[ດັດແກ້]

ການເປັນນັກເສດຖະສາດ[ດັດແກ້]

ເຄື່ອງມືຂອງນັກເສດຖະສາດ[ດັດແກ້]

ເສດຖະຄະນິດສາດ ທີ່ລວມເຖິງ ຈຸນລະຄະນິດ, ພຶດຊະຄະນິດເສັ້ນຊື່, ສະຖິຕິສາດ, ທິດສະດີເກມ, ແລະ ວິທະຍາສາດຄອມພິວເຕີ. ນັກເສດຖະສາດອາຊີບ ສ່ວນຫຼາຍ ຈະມີຄວາມຊຳນານ ໃນ ການໃຊ້ບັນດາເຄື່ອງມື້ເຫຼົ່ານີ້ ແຕ່ກໍ່ມີ ສາຂາເສດຖະສາດ ເຊັ່ນ ປະຫວັດສາດເສດຖະກິດ ທີ່ຈະບໍ່ໃຊ້ຄະນິດສາດຫຼາຍປານໃດ.

ທິດສະດີ[ດັດແກ້]

ທິດສະດີຂອງທ່ານ

ການວິເຄາະຢັ້ງຢືນ[ດັດແກ້]

ທິດສະດີເກມ[ດັດແກ້]

ເສດຖະສາດ ແລະ ວິທະຍາສາດສາຂາອື່ນ[ດັດແກ້]

ການວິພາກວິຈາກຕໍ່ເສດຖະສາດ[ດັດແກ້]

ການວິພາກວິຈາກຕໍ່ສົມມຸດຕິຖານ[ດັດແກ້]

Commons:Category
Commons ມີພາບກ່ຽວກັບ:
ເສດຖະສາດ

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.