ການສະໜອງ ແລະ ຄວາມຕ້ອງການ

ຈາກ ວິກິພີເດຍ
ລາຄາ ຂອງ ຜະລິດຕະພັນ ຊິຖືກຕັດສິນໂດຍ ດຸນຍະພາບ ລະຫວ່າງ ປະລິມານການຜະລິດ ໃນແຕ່ລະ ລະດັບລາຄາ (ການສະໜອງ) ແລະ ຄວາມຕ້ອງການຊື້ ໃນແຕ່ລະລະດັບລາຄານັ້ນ (ຄວາມຕ້ອງການ). ເສັ້ນສະແດງ ສະແດງໃຫ້ເຫັນວ່າ ຖ້າຄວາມຕ້ອງການ ເພີ່ມຂຶ້ນແຕ່ D1 ຫາ D2, ລາຄາ ແລະ ປະລິມານການຜະລິດກໍ່ຊິເພີ່ມຂຶ້ນ.

ແບບຈຳລອງ ການສະໜອງ ແລະ ຄວາມຕ້ອງການອະທິບາຍປະຕິກິລິຍາລະຫວ່າງ ຜູ້ຜະລິດ ແລະ ຜູ້ຊົມໃຊ້ທີ່ກ່ຽວຂ້ອງກັບ ລາຄາ ແລະ ຍອດຂາຍ ຂອງ ສິນຄ້າໃດໜຶ່ງ ໃນ ຕະຫຼາດ. ມັນແມ່ນ ແບບຈຳລອງພື້ນຖານ ໃນ ເສດຖະສາດມະຫາພາກ, ແລະ ຖືກນຳໃຊ້ເພື່ອອະທິບາຍ ຫຼາຍໆສົມມຸດຕິຖານ ໃນ ເສດຖະສາດມະຫາພາກ. ທິດສະດີດັ່ງກ່າວ ຄິດຄົ້ນຂຶ້ນໂດຍ Antoine Augustin Cournot, ແລະ ເຜີຍແຜ່ໃຫ້ເປັນທີ່ຮູ້ຈັກທົ່ວໄປ ໂດຍ Alfred Marshall.