ອູດແກະໃຫຍ່

ຈາກ ວິກິພີເດຍ

ອູດແກະໃຫຍ່ [1]ຫຼື ລາມາ (ຝະລັ່ງ: Lama) ເປັນສັດລ້ຽງລູກດ້ວຍນ້ຳນົມໃນຕະກູນອູດ (camelid) ມີຖິ່ນກຳເໜີດໃນທະວີບອາເມລິກາໃຕ້.

ລັກສະນະ[ດັດແກ້]

ອູດແກະໃຫຍ່ມີສ່ວນສູງໃນຊ່ວງໂຕເຕັມໄວຢູ່ຫວ່າງ 1.70 ແມັດ (5.5 ຟຸດ) ຫາ 1.80 ແມັດ (6 ຟຸດ) ໂດຍວັດແທກຈາກສ່ວນເທິງສຸດຂອງຫົວ. ມີນ້ຳໜັກໂຕຢູ່ຫວ່າງ 130-200 ກິໂລ (280-450 ປອນ). ໃນຍາມເກີດໃໝ່ ໆ ລູກອູດແກະໃຫຍ່ຈະມີນ້ຳໜັກຢູ່ຫວ່າງ 9-14 ກິໂລ (20-30 ປອນ). ມີຊ່ວງຊີວິດຢູ່ປະມານ 20-30 ປີ ອັນຂຶ້ນຢູ່ກັບການເບິ່ງແຍງ. ອູດແກະໃຫຍ່ເປັນສັດສັງຄົມແລະຢູ່ອາໄສຮ່ວມກັບອູດແກະໃຫຍ່ໂຕອື່ນ ໆ ໃນລັກສະນະຂອງຝູງສັດ. ຂົນສັດທີ່ຜະລິດຈາກອູດແກະໃຫຍ່ຈະມີຄວາມນຸ່ມອ່ອນລະມຸນຫຼາຍແລະບໍ່ມີລາໂລນິນ (ໄຂຈາກຂົນສັດ). ອູດແກະໃຫຍ່ເປັນສັດທີ່ສະຫຼາດຫຼັກແຫຼມແລະສາມາດຮຽນຮູ້ວຽກງານງ່າຍ ໆ ໄດ້ຫຼັງຈາກເຮັດຊ້ຳ ໆ ພຽງບໍ່ຈັກເທື່ອ. ເມື່ອແບກຫາມສິ່ງຂອງ ອູດແກະໃຫຍ່ສາມາດແບກຫາມສິ່ງຂອງໄດ້ປະມານຮ້ອຍລະ 25-30 ຂອງນ້ຳໜັກໂຕໃນການທຽວໃນໄລຍະ 8-13 ກິໂລແມັດ (5-8 ໄມ).

ເບິ່ງຕື່ມ[ດັດແກ້]

ອ້າງອີງ[ດັດແກ້]

  1. ຈາກພາສາຈີນ 大羊駝