ສັດລ້ຽງລູກດ້ວຍນ້ຳນົມ

ຈາກ ວິກິພີເດຍ
ສັດລ້ຽງລູກດ້ວຍນ້ຳນົມ

ສັດລ້ຽງລູກດ້ວຍນ້ຳນົມ (ອັງກິດ: Mammalia) ຈັດຢູ່ໃນຟີລຳສັດມີແກນສັນຫຼັງ ໂດຍຄຳວ່າ Mammalia ມາຈາກຄຳວ່າ Mamma ອັນແປວ່າ "ໜ້າເອິກ" ແມ່ນກຸ່ມຂອງສັດລ້ຽງລູກດ້ວຍນ້ຳນົມ ທີ່ມີການວິວັດທະນາການແລະພັດທະນາຮ່າງກາຍທີ່ດີຫຼາກຫຼາຍປະການ ລວມທັງມີລະບົບປະສາດອັນກ້າວໜ້າ ສາມາດໃຊ້ຊີວິດໄດ້ໃນທຸກສະພາບແວດລ້ອມ. ມີຂະໜາດຂອງຮ່າງກາຍແລະຮູບຮ່າງທີ່ແຕກຕ່າງກັນອອກໄປ ລວມເຖິງການເຮັດວຽກຂອງລະບົບຕ່າງໆ ພາຍໃນຮ່າງກາຍ ອັນມີການປັບປ່ຽນໄປຕາມລັກສະໜະຂອງສາຍພັນ. ມີຮູບຮ່າງເດັ່ນແມ່ນມີຕ່ອມນ້ຳນົມອັນມີສະເພາະໃນເພດເມຍເທົ່ານັ້ນ ເພື່ອສ້າງນ້ຳນົມເພື່ອໃຊ້ລ້ຽງລູກຕອນເກີດໃໝ່ ແມ່ນສັດເລືອດອຸ່ນ ມີຂົນເປັນເສ້ນໆ (hair) ຫຼືຂົນອ່ອນ (fur) ປົກຄຸມທົ່ວທັງຮ່າງກາຍ ເພື່ອເປັນການຮັກສາອຸນະຫະພູມໃນຮ່າງກາຍ ເວ້ນແຕ່ສັດນ້ຳທີ່ບໍ່ມີຂົນ.


ອ້າງອີງ[ດັດແກ້]