ຫ້ຽນ

ຈາກ ວິກິພີເດຍ

ຫ້ຽນ ເປັນຄໍາທີ່ດັດແປງມາຈາກຄໍາວ່າ ກຣຽນ (เกรียน) ໃນພາສາໄທ ໂດຍທົ່ວໄປແລ້ວ ຈະຫມາຍເຖິງບຸກຄົນທີ່ມັກກໍ່ກວນໃນອິນເຕີເນັດ ບໍ່ວ່າຈະເປັນກະດານສົນທະນາ ຫຼືໃນເວັບໄຊຕ໌ຕ່າງ ໆ ເປັນຕົ້ນ

ຄໍາວ່າຫ້ຽນນີ້ມີຕົ້ນກໍາເນີດມາຈາກສະມາຊິກຄົນຫນຶ່ງໃນກະດານສົນທະນາ LaoZaa.com ເຊິ່ງໄດ້ດັດແປງຄຳສັບ ກຣຽນ ໃນພາສາໄທມາເປັນພາສາລາວ

ຢ່າງໃດກໍ່ຕາມ ວິວັດທະນາການຂອງຄໍາວ່າ ຫ້ຽນ ນີ້ ກໍ່ໄດ້ປ່ຽນແປງໄປຕາມການໃຊ້ງານທີ່ຫລາກຫລາຍຂຶ້ນ ຈະສັງເກດໄດ້ວ່າ ໃນປັດຈຸບັນ ມີຫລາຍ ໆ ຄົນໃນກຸ່ມຄົນແວດວົງໄອທີ ແລະອິນເຕີເນັດຈະເລີ່ມເວົ້າຄໍາວ່າ “ຫ້ຽນ” ກັນຢ່າງຕິດປາກ ບໍ່ສະເພາະແຕ່ໃນອິນເຕີເນັດເທົ່ານັ້ນແຕ່ໃນໂລກນອກອິນເຕີເນັດ ກໍ່ຍັງໃຊ້ຄຳວ່າ “ຫ້ຽນ” ກັບບຸກຄົນທີ່ມີພາວະ “ຫ້ຽນ” ອີກນຳ

ຕົວຢ່າງຂອງບຸກຄົນຜູ້ມີ “ພາວະຫ້ຽນ” ໄດ້ແກ່

  ໑. ປອມຊື່ເປັນຄົນອື່ນເພື່ອກໍ່ກວນເຈົ້າຂອງຊື່ທີ່ແທ້ຈິງ.
  ໒. flood ຫຼືພິມຂໍ້ຄວາມຊໍ້າ ໆ ກັນເພື່ອເຫດຜົນດ້ານມືດ.
  ໓. ກັອບປີ້ເນື້ອຫາຈາກເວັບໄຊອື່ນ ໄປໃສ່ໃນເວັບໄຊຂອງຕົນ ໂດຍບໍ່ລະບຸທີ່ມາໃດ ໆ ເລີຍ.
ເຄື່ອງມືສ່ວນຕົວ