ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ

ຈາກ ວິກິພີເດຍ
ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ
ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ: imago
ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ: imago
ເກີດ: 1 ມັງກອນ 1864; ພະບໍລົມມະຫາລາຊະວັງ
ເຖິງແກ່ກຳ: 20 ຕຸລາ 1919; ພະບໍລົມມະຫາລາຊະວັງ
ປະເທດ: ປະເທດໄທ

ຂໍ້​ມູນຢ່າງເປັນທາງການ

ອາຊີບ: queen consort

ພັນເອກຍິງ ສົມເດັດພະສີພັດຊະຣິນທຣາບໍຣົມຊິນີນາດ ພຣະບໍຣົມລາຊະຊົນນະນີພັນປີຫຼວງ ມີພະນາມເດີມວ່າ ພະອົງເຈົ້າເສົາວະພາຜ່ອງສີ( ໄທ: พันเอกหญิง สมเด็จพระศรีพัชรินทราบรมราชินีนาถ พระบรมราชชนนีพันปีหลวง), (ໄທ: พระองค์เจ้าเสาวภาผ่องศรี) ຊົງເປັນພຣະຣາຊທິດາໃນພະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວ ໍປະສູດແຕ່ສົມເດັດພຣະປິຍະມາວະດີ ສີພັດຊະຣິນມາຕາ (ເຈົ້າຈອມມານດາປ່ຽມ) ເມື່ອວັນທີ່ 1 ມັງກອນ ຄ.ສ.1861 ພະອົງຊົງເປັນພະເຈົ້າລູກເທີຊັ້ນນ້ໍອຍ ໂດຍຮັບຣາຊການສະໜອງພຣະເດດພຣະຄຸນເປັນພຣະມະເຫສີໃນພຣະບາດສົມເດັດພຣະຈຸລະຈອມເກົ້າເຈົ້າຢູ່ຫົວ ພ້ອມດ້ວຍພຣະເຊດພະຄິນີ (ເອື້ອຍ) ອີກ 2 ພະອົງ ໄດ້ແກ່ ພຣະອົງເຈົ້າສຸນັນທາກຸມາຣີຣັດ(ສົມເດັດພຣະນາງເຈົ້າສຸນັນທາກຸມາຣີຣັດ ພະບໍຣົມຣາຊະເທວີ) ແລະພຣະອົງເຈົ້າສະຫວ່າງວັດທະນາ (ສົມເດັດພຣະສີສະວະຣິນທິຣາບໍຣົມຣາຊະເທວີ ພະພັນວັດສາໄອຍິກາເຈົ້າ) ເມື່ອພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດປະພາດເອີລົບ ພະອົງຊົງດຳລົງຕຳແໜ່ງຜູ້ສຳເລັດລາຊະການແທນພະອົງ ແລະໄດ້ຮັບການສະຖາປະນາຂຶ້ນເປັນສົມເດັດພະບໍຣົມລາຊິນີນາດ ເຮັດໃຫ້ພະອົງຊົງເປັນປະຖົມບໍຣົມລາຊິນີຂອງປະເທດໄທ ມີຕຳແໜ່ງເປັນສົມເດັດພະອັກຄະລະມະເຫສີ ຊົງເປັນພະບໍຣົມລາຊະຊົນນີ (ແມ່) ໃນພຣະບາດສົມເດັດພຣະມຸງກຸດເກົ້າເຈົ້າຢູ່ຫົວແລະພຣະບາດສົມເດັດພຣະປົກເກົ້າເຈົ້າຢູ່ຫົວ ນອກຈາກນີ້ຍັງຊົງດຳລົງຕຳແໜ່ງເປັນອົງສະພານາຍິກາ ສະພາກາຊາດໄທ ພຣະອົງທຳອິດອີກດ້ວຍ

ພະປະຫວັດ[ດັດແກ້]

ພະເຈົ້າລູກເທີໃນລາຊະການທີ່ 4[ດັດແກ້]

ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ແມ່ນພະເຈົ້າລູກເທີພະອົງທີ່ 66 ໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ແລະເປັນລຳດັບທີ່ 4 ເຊິ່ງປະສູດແຕ່ເຈົ້າຈອມມານດາປ່ຽມ (ພາຍຫຼັງໄດ້ຮັບການສະຖາປະນາຂຶ້ນເປັນ ສົມເດັດພະປິຍະມາວະດີ ສີພັດຊະຣິນມາຕາ ຊົງພະລາຊະສົມພົບໃນພະບໍລົມມະຫາລາຊະວັງ ເມື່ອວັນສຸກ ເດືອນອ້າຍ ແຮມ 7 ຄ່ຳ ປີກຸນ ເບນຈະສົກ ຈ.ສ. 1225 ເຊິ່ງກົງກັບວັນທີ່ 1 ມັງກອນ ຄ.ສ. 1861 ພະອົງໄດ້ຮັບພະລາຊະທານພະນາມຈາກສົມເດັດພະບໍລົມລາຊະບິດາເມື່ອວັນອັງຄານ ເດືອນຍີ່ ແຮມ 10 ຄ່ຳ ໂດຍມີລາຍລະອຽດ ດັງນີ້[1]

"ສຸພະມັດສະດຸ ສົມເດັດພະປໍຣະເມນມະຫາມຸງກຸດພະຈອມເກົ້າເຈົ້າກຸງສະຫຍາມຜູ້ພະບິດາ ຂໍຕັ້ງນາມບຸດຕີຍິງເຊິ່ງປະສູດແຕ່ປ່ຽມເປັນມານດາໃນວັນສຸກ ເດືອນອ້າຍ ແຮມ 7 ຄ່ຳ ປີກຸນ ເບນຈະສົກນັ້ນວ່າດັງນີ້ ພະເຈົ້າລູກເທີ ພະອົງເຈົ້າເສົາວະພາຜ່ອງສີ ວັກບໍລິວານນາມເດີມເປັນອາທິແລະອັນຕະອັກສອນ ຂໍພອນຄຸນພະລັດຕະນະໄຕແລະພອນເທວະດາຮັກສາພະນະຄອນແລະພະລາຊະວັງ ຈົງໄດ້ໂປດໃຫ້ຈະເລີນຊົນມາຍຸພັນສຸກຜົນປະຕິພານສານສິຣິສົມບັດສີສະຫວັດພິພັດມົງຄົນ ສຸພະຜົນພິບູນທຸກປະການ ເທີນ"

ນອກຈາກນີ້ ພະອົງຍັງໄດ້ຮັບພະລາຊະທານພອນເປັນພາສາມະຄົດຈາກພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ເຊິ່ງສົມເດັດພະມະຫາສະມະນະເຈົ້າ ກົມພະຍາວະຊິລະຍານວະໂລລົດໄດ້ຊົງພະນິພົນແປເປັນພາສາໄທໄວ້ວ່າ[2]

"ຂໍທິດາຂອງເຮົາ ເຊິ່ງເປັນບຸດຕີອັນດີຂອງປ່ຽມຄົນນີ້ ຈົງປາກົດໂດຍນາມວ່າໂສພາສຸດທະສິຣິມຕີ (ເສົາວະພາຜ່ອງສີ) ເຖີດ ຂໍເຈົ້າຈົງມີຄວາມສຸກແລະບໍ່ມີໂຮກ ມີອິສະລິຍະຍົດປະເສີດສຸດປາດສະຈາກໂທດ ທີ່ຜູ້ໃດ ຢ່າຄຸມເຫງທຸກເມື່ອ ຈົງເປັນຄົນມັ່ງຄັ່ງ ມີຊັບໃຫຍ່ ມີໂພກສົມບັດຫຼາຍ ຖ້າຄົນເປັນອັນຫຼາຍນິຍົມນັບຖື ຂໍເຈົ້າຈົງຮັກສາກຽດຕິຍົດຂອງບິດາມານດາໄວ້ທຸກເມື່ອ ຈົງທຳນຸບຳລຸງພີ່ນ້ອງຊາຍຍິງອັນດີ ຂໍເປັນອານຸພາບພະລັດຕະນະໄຕມີພະພຸດທະເຈົ້າເປັນຕົ້ນຈົງຮັກສາເຈົ້າທຸກເມື່ອເທີນ"

ພະອົງມີພະເຊດຖາແລະພະຂະນິດຖາຮ່ວມພະມານດາທັງສິ້ນ 6 ພະອົງ ໄດ້ແກ່ ພະອົງເຈົ້າອຸນາກັນອະນັນຕະນໍລະໄຊ ພະອົງເຈົ້າເທວັນອຸໄທວົງ ພະອົງເຈົ້າສຸນັນທາກຸມາຣີຣັດ ພະອົງເຈົ້າສະຫວ່າງວັດທະນາ ພະອົງເຈົ້າເສົາວະພາຜ່ອງສີ ແລະ ພະອົງເຈົ້າສະຫວັດດິໂສພົນ

ອ້າງອີງ[ດັດແກ້]

  1. พระบาทสมเด็จพระจอมเกล้าเจ้าอยู่หัว,คาถาพระราชนิพนธ์ในพระบาทสมเด็จพระจอมเกล้าเจ้าอยู่หัว พระราชทานพระนามพระราชโอรสธิดา, โรงพิมพ์โสภณพิพรรฒธนากร, พ.ศ. 2472
  2. แสงเทียน ศรัทธาไทย, หน้า 238