ສັບປາຍະສະພາສະຖານ

ຈາກ ວິກິພີເດຍ

ສັບປາຍະສະພາສະຖານ (ໄທ: สัปปายะสภาสถาน, ສັປປາຍະສພາສຖານ) ແມ່ນອາຄານລັດຖະສະພາ ຕັ້ງຢູ່ຮິມແມ່ນ້ຳເຈົ້າພະຍາ ບໍລິເວນມຸມຕະເວັນຕົກຊຽງໃຕ້ຂອງແຍກກຽກກາຍ ຮະຫວ່າງຖະໜົນທະຫານກັບຖະໜົນສາມເສນ ໃນພື້ນທີ່ແຂວງຖະໜົນນະຄອນໄຊສີ ເຂດດຸສິດ ບາງກອກ ປັດຈຸບັນໃຊ້ເປັນທີ່ປະຊຸມສະພາຜູ້ແທນລາຊະດອນໄທ ແລະວຸທິສະພາໄທແທນອາຄານລັດຖະສະພາເດີມ ດ້ວຍພື້ນທີ່ໃຊ້ສອຍ 424,000 ຕາລາງແມັດ ທຳໃຫ້ສັບປາຍະສະພາສະຖານແມ່ນອາຄານລັດຖະສະພາທີ່ໃຫຍ່ທີ່ສຸດໃນໂລກແທນທີ່ອາຄານລັດຖະສະພາແຫ່ງໂຣມາເນຍ ຊຶ່ງມີພື້ນທີ່ໃນອາຄານ 365,000 ຕາລາງແມັດ ແລະແມ່ນອາຄານຂອງລັດທີ່ໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກ ໂດຍເປັນຮອງພຽງເດອະເພນຕາກອນຂອງສະຫະລັດທີ່ມີພື້ນທີ່ 600,000 ຕາລາງແມັດເທົ່ານັ້ນ

ໂຄງການເລີ່ມຕົ້ນໃນເດືອນກໍລະກົດ ຄ.ສ. 2008 ໂດຍມີການຈັດການປະກວດແບບແລະໄດ້ຜູ້ຊະນະອອກແບບຄືກຸ່ມ ສະຫງົບ ໑໐໕໑ ພາຍໃຕ້ການນຳຂອງ ທ່ານ ທີຣະພົນ ນິຍົມ ສະຖາປະນິກແລະສິນລະປິນແຫ່ງຊາດສາຂາທັດສະນະສິນ (ສະຖາປັດຕະຍະກຳ) ປະຈຳປີ ຄ.ສ. 2013 ຈາກນັ້ນທາງກຸ່ມຜູ້ຊະນະຈຶງໄດ້ມີການທຳສັນຍາກໍ່ສ້າງຂຶ້ນເມື່ອເດືອນເມສາ ຄ.ສ. 2013 ໂດຍມີ ບໍລິສັດ ຊິໂນ-ໄທ ເອັນຈີເນຍຣິ່ງແອນຄອນສະຕັກຊັ່ນ ຈຳກັດ (ມະຫາຊົນ) ເປັນຜູ້ຮັບເໝົາຫຼັກ ໂຄງການໄດ້ເລີ່ມວາງເສົາເຂັມຕັ້ງແຕ່ວັນທີ 8 ມິຖຸນາ ຄ.ສ. 2013 ແລະເປີດໃຊ້ງານຢ່າງເຕັມຮູບແບບເມື່ອວັນທີ່ 1 ພຶດສະພາ ຄ.ສ. 2021