ວິກິພີເດຍ

ຈາກ ວິກິພີເດຍ
ວິກິພີເດຍ
ຈັບ​ພາບ​ໜ້າ​ຈໍ
ໜ້າລວມໂຄງການທຸກພາສາໃນວິກິພີເດຍ
(ເທິງ) ໂລໂກ້ຂອງວິກິພີເດຍ ເປັນຮູບລູກໂລກທີ່ມີອັກຂະຫຼະຈາກລະບົບການຂຽນຕ່າງໆ
(ລຸ່ມ) ໜ້າຈໍເວັບໄຊລວມທຸກພາສາ
ປະເພດສາລານຸກົມອິນເຕີເນັດ
ພາສາທີ່ໃຊ້ໄດ້339 ພາສາ
ປະເທດຕົ້ນທາງສະຫະລັດອາເມຣິກາ
ເຈົ້າຂອງ
ສ້າງໂດຍ
ຍູອາຣ໌ແອລwikipedia.org
ການ​ຄ້າບໍ່ແມ່ນ
ລົງທະບຽນບໍ່ຈຳເປັນ
ເປີດໂຕ15 ມັງກອນ 2001
(22 ປີກ່ອນ)
ສະຖານະປັດຈຸບັນເປີດໃຫ້ບໍລິການ
ລິຂະສິດເນື້ອຫາCC Attribution / Share-Alike 3.0
Most text is also dual-licensed under GFDL; media licensing varies
ຂຽນດ້ວຍແລມປ໌[1]
ໝາຍເລກ OCLC52075003

ວິກິພີເດຍ (/ˌwɪkɪˈpdiə/ (ກ່ຽວກັບສຽງນີ້ ຟັງສຽງ) wik-ih-PEE-dee ຫຼື /ˌwɪki-/ (ກ່ຽວກັບສຽງນີ້ ຟັງສຽງ) wik-ee--) ເປັນສາລານຸກົມເນື້ອຫາເສລີຫຼາຍພາສາໃນເວັບໄຊ ເຊິ່ງໄດ້ຮັບການສະໜັບສະໜູນຈາກມູນນິທິວິກິມີເດຍ ອົງກອນບໍ່ສະແຫວງຫາຜົນກຳໄລ ເນື້ອຫາກວ່າ 35 ລ້ານບົດຄວາມ (ສະເພາະວິກິພີເດຍພາສາອັງກິດມີເນື້ອຫາກວ່າ 4.9 ລ້ານບົດຄວາມ) ເກີດຂຶ້ນຈາກການຮ່ວມຂຽນຂອງອາສາສະໝັກທົ່ວໂລກ ທຸກຄົນທີ່ສາມາດເຂົ້າເຖິງວິກິພີເດຍສາມາດຮ່ວມແກ້ໄຂເກືອບທຸກບົດຄວາມໄດ້ຢ່າງເສລີ ໂດຍມີຜູ້ຂຽນປະມານ 100,000 ຄົນ[2] ຈົນເຖິງເດືອນເມສາ ຄ.ສ. 2013 ວິກິພີເດຍມີ 286 ຮຸ່ນພາສາ ແລະ ໄດ້ກາຍມາເປັນງານອ້າງອີງທົ່ວໄປທີ່ໃຫຍ່ທີ່ສຸດ ແລະ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຢູ່ອິນເຕີເນັດ[3][4] ຈົນຖືກຈັດເປັນເວັບໄຊ ອັນດັບທີ 6 ທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ສຸດໃນໂລກ ຕາມການຈັດອັນດັບຂອງອາເລັກຊ້າ ດ້ວຍຈຳນວນຜູ້ອ່ານກວ່າ 365 ລ້ານຄົນ[5][6] ມີການປະເມີນວ່າວິກິພີເດຍມີການຄົ້ນຫາຂໍ້ມູນໃນວິກິພີເດຍກວ່າ 2,700 ລ້ານເທື່ອຕໍ່ເດືອນໃນສະຫະລັດອາເມຣິກາ[7]

ວິກິພີເດຍໄດ້ຮັບການຍ້ອງຍໍສໍາລັບການເຮັດໃຫ້ຄວາມຮູ້ທາງດ້ານປະຊາທິປະໄຕ ຂອບເຂດຂອງການຄຸ້ມຄອງ ໂຄງສ້າງທີ່ເປັນເອກະລັກ ວັດທະນະທໍາ ແລະ ການຫຼຸດຜ່ອນຄວາມລໍາອຽງທາງການຄ້າ ແຕ່ການວິພາກວິຈານສໍາລັບການສະແດງຄວາມລໍາອຽງທາງດ້ານລະບົບ ໂດຍສະເພາະແມ່ນຄວາມລໍາອຽງທາງເພດຕໍ່ແມ່ຍິງແລະຄວາມລໍາອຽງທາງດ້ານອຸດົມການທີ່ຖືກກ່າວຫາ ຄວາມໜ້າເຊື່ອຖືຂອງມັນໄດ້ຖືກວິພາກວິຈານເລື້ອຍໆໃນປີ 2000 ແຕ່ໄດ້ປັບປຸງໃນໄລຍະເວລາ ແລະ ໄດ້ຮັບການຍ້ອງຍໍໂດຍທົ່ວໄປໃນທ້າຍປີ 2010 ແລະ ຕົ້ນປີ 2020 ການຄຸ້ມຄອງຫົວຂໍ້ທີ່ມີການໂຕ້ແຍ້ງຂອງມັນເຊັ່ນ: ການເມືອງອາເມຣິກາ ແລະ ເຫດການໃຫຍ່ເຊັ່ນ: ພະຍາດລະບາດ COVID-19 ໄດ້ຮັບຄວາມສົນໃຈຈາກສື່ມວນຊົນຢ່າງຫຼວງຫຼາຍ ມັນໄດ້ຖືກ censored ໂດຍລັດຖະບານໂລກ ຕັ້ງແຕ່ໜ້າສະເພາະໄປຫາເວັບໄຊທັງໝົດ ມັນໄດ້ກາຍເປັນອົງປະກອບຂອງວັດທະນະທໍາທີ່ນິຍົມ ມີການອ້າງອີງໃນໜັງສື ຮູບເງົາ ແລະ ການສຶກສາທາງວິຊາການ ໃນປີ 2018 ເຟສບຸກ ແລະ ຢູທູບໄດ້ປະກາດວ່າພວກເຂົາຈະຊ່ວຍໃຫ້ຜູ້ໃຊ້ກວດພົບຂ່າວປອມໂດຍການແນະນໍາການເຊື່ອມຕໍ່ການກວດສອບຄວາມຈິງກັບບົດຄວາມວິກິພີເດຍທີ່ກ່ຽວຂ້ອງ

ປະຫວັດ

ວິກິພີເດຍເປີດຕົວໃນ ຄ.ສ. 2001 ໂດຍ ຈິມມີ ເວວ ແລະ ແລຣີ ແຊງເຈີ[8] ຄຳວ່າ "ວິກິພີເດຍ" ເປັນຄຳທີ່ສ້າງຂຶ້ນໂດຍ ແລຣີ ແຊງເຈີ ມາຈາກການປະສົມຄຳວ່າ "ວິກິ" (wiki) ເຊິ່ງເປັນລັກສະນະຂອງການສ້າງເວັບໄຊທີ່ແບບມີສ່ວນຮ່ວມ ເປັນຄຳໃນພາສາຮາວາຍທີ່ແປວ່າ "ໄວ" ແລະ ຄຳວ່າ ເອນໄຊໂຄລພີເດຍ" (encyclopedia) ທີ່ແປວ່າ ສາລານຸກົມ

ມີການກ່າວເຖິງວິກິພີເດຍຢູ່ຕະຫຼອດຫຼາຍເມື່ອ ໃນແງ່ຄວາມຄວາມແຕກຕ່າງກັບຮູບແບບການຈັດທຳສາລານຸກົມແບບເກົ່າທີ່ມີສະເພາະຜູ້ຊ່ຽວຊານເປັນຜູ້ຈັດທຳຂຶ້ນ ແລະ ການລວບລວມເນື້ອຫາທີ່ບໍ່ເປັນວິຊາການໄວ້ເປັນຈຳນວນຫຼາຍ ເມື່ອຕອນທີ່ວາລະສານທາມ ຈັດໃຫ້ ຄຸນ(You) ເປັນບຸກຄົນແຫ່ງປີຂອງວາລະສານທາມປີ ຄ.ສ. 2006 ທີ່ເປັນການຍອມຮັບຄວາມສຳເລັດທີ່ເກີດຂຶ້ນຢ່າງວ່ອງໄວຈາກຄວາມຮ່ວມມື ແລະ ປະຊາສຳພັນອອນລາຍຂອງຜູ້ໃຊ້ຫຼາຍລ້ານຄົນທົ່ວໂລກ ກໍໄດ້ອ້າງອີງເຖິງວິກິພີເດຍວ່າເປັນຕົວຢ່າງໜຶ່ງຂອງບໍລິການ ເວັບ 2.0 ເຊັ່ນດຽວກັບຢູທູບ, ມາຍສ໌ເປສ ແລະ ເຟສບຸກ[9] ບາງຄົນລົງຄວາມເຫັນວ່າວິກິພີເດຍບໍ່ໄດ້ມີຄວາມສຳຄັນແຕ່ພຽງສາລານຸກົມອ້າງອີງເທົ່ານັ້ນ ແຕ່ຍັງເປັນແຫຼ່ງຂ່າວທີ່ອັບເດດຢ່າງວ່ອງໄວອີກດ້ວຍ ເພາະມັກພົບເຫດການປັດຈຸບັນທີ່ຖືກສ້າງເປັນບົດຄວາມໃນວິກິພີເດຍຢ່າງວ່ອງໄວ[10][11] ນັກຮຽນ-ນັກສຶກສາຍັງໄດ້ຮັບຄຳສັ່ງໃຫ້ຂຽນບົດຄວາມວິກິພີເດຍເພື່ອເຝິກຝົນໃນການອະທິບາຍແນວຄິດທີ່ເຂົ້າໃຈຍ ຢາກໃຫ້ຜູ້ອ່ານທີ່ບໍ່ເຄີຍສຶກສາມາກ່ອນເຂົ້າໃຈໄດ້ຊັດເຈນ

ເຖິງວ່າວິກິພີເດຍສິມີນະໂຍບາຍຄືການພິສູດຢືນຢັນໄດ້ຂອງຂໍ້ມູນ ແລະ ມຸມມອງທີ່ເປັນກາງ ແຕ່ກໍ່ຍັງຖືກວິຈານຢູ່ຕະຫຼອດ ທັງໃນດ້ານຄວາມລຳອຽງຢ່າງເປັນລະບົບ ແລະ ຄວາມບໍ່ສອດຄ່ອງກັນຂອງບົດຄວາມ ທັງການໃຫ້ນ້ຳໜັກແກ່ວັດທະນະທຳສະໄໝນິຍົມຫຼາຍເກີນໄປຈົນບໍ່ເໝາະສົມ[12] ແລະ ລະບຸວ່າ ວິກິພີເດຍມັກໃຊ້ໃນຂະບວນການມະຕິເອກະສັນໃນການປັບປຸງ[13] ຄວາມໜ້າເຊື່ອຖື ແລະ ຄວາມຖືກຕ້ອງຂອງຂໍ້ມູນກໍຕົກເປັນເລື່ອງທີ່ວິຈານຢ່າງຕໍ່ເນື່ອງ[14] ນອກຈາກນີ້ ການວິຈານຍັງໃສ່ປະເດັນໄປຍັງການກໍ່ກວນ ແລະ ການເພີ່ມຂໍ້ມູນທີ່ບໍ່ເປັນຄວາມຈິງ, ຫຼວກລວງ ຫຼື ພິສູດບໍ່ໄດ້[15] ເຖິງຈະເປັນຈັ່ງໃດກໍ່ຕາມ ຜົນງານວິຊາການສະເໜີວ່າການກໍ່ກວນໃນວິກິພີເດຍເກີດຂຶ້ນໃນເວລາສັ້ນໆເທົ່ານັ້ນ[16][17] ແລະ ຈາກການວິໄຈຂອງວາລະສານເນເຈີໃນປີ ຄ.ສ. 2005 ພົບວ່າ ບົດຄວາມວິທະຍາມາຈາກວິກິພີເດຍທີ່ນຳມາປຽບທຽບນັ້ນມີລະດັບຄວາມຖືກຕ້ອງໃກ້ຄຽງກັບສາລານຸກົມບິຕານິກາ ແລະ ທັງສອງມີອັດຕາ "ຂໍ້ຜິດພາດຮ້າຍແຮງ" ໃກ້ຄຽງກັນ[18]

ວິກິພີເດຍເຮັດວຽກດ້ວຍຊອບແວຊື່ມີເດຍວິກິ ແລະ ຈັດເກັບໃນເຊີບເວີສາມແຫ່ງທົ່ວໂລກ ໂດຍມີເຊີບເວີໃຫຍ່ຢູ່ທີ່ຟຼໍ່ລີດ້າສະຫະລັດອາເມຣິກາ ແລະ ເຊີບເວີຍ່ອຍຕັ້ງຢູ່ໃນອຳສະເຕີດຳ,ປະເທດໂຮນລັງ ແລະ ເມືອງໂຊລ,ປະເທດເກົາຫຼີໃຕ້ ໃນຂະນະທີ່ມູນນິທິສຳນັກງານໃຫຍ່ຕັ້ງຢູ່ຊານຟຣານຊິດໂກ ແຄລິຟໍຣ໌ເນຍ[19]

ອ້າງອີງ

  1. Chapman, Roger (September 6, 2011). "Top 40 Website Programming Languages". rogchap.com. Archived from the original on September 22, 2013. Retrieved September 6, 2011.
  2. http://m.smh.com.au/technology/technology-news/technology-can-topple-tyrants-jimmy-wales-an-eternal-optimist-20111107-1n387.html
  3. "Archive copy". Archived from the original on 2022-01-24. Retrieved 2018-10-07.{{cite web}}: CS1 maint: archived copy as title (link)
  4. "Archive copy". Archived from the original on 2018-12-26. Retrieved 2018-10-29.{{cite web}}: CS1 maint: archived copy as title (link)
  5. "Archive copy". Archived from the original on 2022-01-24. Retrieved 2018-10-07.{{cite web}}: CS1 maint: archived copy as title (link)
  6. "Archive copy" (PDF). Archived from the original (PDF) on 2016-04-09. Retrieved 2018-10-07.{{cite web}}: CS1 maint: archived copy as title (link)
  7. http://techcrunch.com/2011/02/05/wikipedia-affiliate-links/
  8. http://www.cityweekly.net/utah/article-5129-feature-wikipediots-who-are-these-devoted-even-obsessive-contributors-to-wikipedia.html
  9. http://www.time.com/time/magazine/article/0,9171,1569514[dead link]
  10. http://www.nytimes.com/2007/07/01/magazine/01WIKIPEDIA-t.html
  11. Andrew Lih (2004-04-16). "Wikipedia as Participatory Journalism: Reliable Sources? Metrics for Evaluating Collaborative Media as a News Resource" (PDF). 5th International Symposium on Online Journalism. University of Texas at Austin. Archived from the original (PDF) on 2007-10-29. Retrieved 2007-10-13.
  12. http://www.kuro5hin.org/story/2004/12/30/142458/25
  13. http://many.corante.com/archives/2005/01/04/academia_and_wikipedia.php
  14. http://www.guardian.co.uk/technology/2004/oct/26/g2.onlinesupplement
  15. https://www.washingtonpost.com/wp-dyn/content/article/2006/07/08/AR2006070800135.html
  16. Fernanda B. Viégas, Martin Wattenberg, and Kushal Dave (2004). "Studying Cooperation and Conflict between Authors with History Flow Visualizations" (PDF). Proceedings of the ACM Conference on Human Factors in Computing Systems (CHI). Vienna, Austria: ACM SIGCHI: 575–582. doi:10.1145/985921.985953. ISBN 1-58113-702-8. Archived from the original (PDF) on 2018-11-11. Retrieved 2007-01-24.{{cite journal}}: CS1 maint: multiple names: authors list (link)
  17. Reid Priedhorsky, Jilin Chen, Shyong (Tony) K. Lam, Katherine Panciera, Loren Terveen, and John Riedl (GroupLens Research, Department of Computer Science and Engineering, University of Minnesota) (2007-11-04). "Creating, Destroying, and Restoring Value in Wikipedia" (PDF). Association for Computing Machinery GROUP '07 conference proceedings. Sanibel Island, Florida. Retrieved 2007-10-13.{{cite journal}}: CS1 maint: multiple names: authors list (link)
  18. Jim Giles (December 2005). "Internet encyclopedias go head to head". Nature. 438 (7070): 900–901. Bibcode:2005Natur.438..900G. doi:10.1038/438900a. PMID 16355180.
  19. http://blog.wired.com/business/2007/10/wikimedia-found.html