ລະເບີດເຖິດເທິງ

ຈາກ ວິກິພີເດຍ
ລະເບີດເຖິດເທິງ
ປະເພດວາໄຣຕີ້ໂຊ (7 ມັງກອນ 1996 - 31 ມີນາ 1996)
ຊິດຄອມ / ເກມໂຊ (7 ເມສາ 1996-27 ກັນຍາ 2009)
ກຳກັບໂດຍສິລະໂລດ ບຸນໄຊ
(1999-2009)
ປະເທດແຫຼ່ງກຳເນີດໄທ
ພາສາຕົ້ນສະບັບໄທ
ການຜະລິດ
ຜູ້ອຳນວຍການສ້າງບລິສັດ ເວີກພ້ອຍ ເອັນເທີເທນເມັ້ນຕ໌ ຈຳກັດ (ມະຫາຊົນ)
ສະຖານທີ່ຖ່າຍທຳສະຕູດິໂອກຸງເທບ(1996-2006)
ສະຕູດິໂອເວີຣ໌ກພອຍທ໌(2006-2009)
ຄວາມຍາວຂອງຕອນ60 ນາທີ ,70 ນາທີ ,90 ນາທີ ,120 ນາທີ
ອອກອາກາດ
ເຄືອຂ່າຍທທບ.5 (1996-2009)
ເວີຣ໌ກພອຍທ໌ທີວີ (2012-ປັດຈຸບັນ)(classic)
ອອກອາກາດ7 ມັງກອນ ຄ.ສ. 1996
ລຳດັບເຫດການ
ການສະແດງທີ່ກ່ຽງຂ້ອງລະເບີດເຖິດເທິງ ລຸ້ນ 3
ລະເບີດເຖິດເທິງລັ່ນທຸ່ງ
ລະເບີດທ່ຽງແຖວຕົງ
ລະເບີດເຖິດເທິງສິງໂຕທອງ
ລະເບີດເຖິດເທິງແດນເຊີທະລວງໄສ້
ລະເບີດເຖິດເທິງ ແດັກຄູລ່າຫາຮັກ
ລະເບີດເຖິດເທິງຊອຍຂ້າໃຄຢ່າແຕະ

ລະເບີດເຖິດເທິງ ແມ່ນລາຍການຊິດຄອມຄວບຄູ່ກັບເກມໂຊ ເຊິ່ງຜະລິດໂດຍບໍລິສັດ ເວີຣ໌ກພອຍທ໌ ເອັນເຕີເທນເມນທ໌ ຈຳກັດ (ມະຫາຊົນ) ອອກອາກາດທາງສະຖານີໂທລະພາບກອງທັບບົກຊ່ອງ 5 ທຸກວັນອາທິດ ໂດຍໃນໄລຍະທຳອິດມີຮູບແບບແມ່ນລາຍການວາໄຮຕີ້ ອີກ 3 ເດືອນຕໍ່ມາໄດ້ປ່ຽນຮູບແບບມາເປັນລະຄອນຊິດຄອມຄວບຄູ່ກັບເກມໂຊ ອັນເປັນຮູບແບບປະຈຸບັນຂອງລາຍການ ລາຍການລະເບີດເຖິດເທິງອອກອາກາດຄັ້ງທຳອິດເມື່ອວັນທີ 7 ມັງກອນ ພ.ສ. 2539 (ຄ.ສ. 1996) ຕະຫຼອດໄລຍະເວລາທີລາຍການລະເບີດເຖິດເທິງອອກອາກາດຈົນຮອດປະຈຸບັນ ຊ່ວງຊິດຄອມລະເບີດເຖິດເທິງໃນຍຸກຕໍ່ໆມາ (ຄ.ສ. 2010-ປະຈຸບັນ) ໄດ້ມີການປັບປ່ຽນເນື້ອຫາແລະໂຕລະຄອນຢູ່ເຮື່ອຍໆ ນັບວ່າເປັນຊິດຄອມທີມີການອອກອາກາດຍາວນານທີສຸດໃນປະເທດໄທ

ຊື່ລາຍການ[ດັດແກ້]

ລະເບີດເຖິດເທິງມີການປ່ຽນຊື່ລາຍການເຖິງ 7 ຄັ້ງ ແລະຍັງຄົງຊື່ ລະເບີດເຖິດເທິງ ໄວ້ສະເໝີ (ຍົກເວັ້ນ ລະເບີດທ່ຽງແຖວຕົງ)

ໄລຍະເວລາໃນການອອກອາກາດ[ດັດແກ້]

ສະຖານີໂທລະພາບທີອອກອາກາດ ວັນ ເວລາ ຊ່ວງລະຫວ່າງ
ສະຖານີວິທະຍຸໂທລະພາບກອງທັບບົກຊ່ອງ 5 ອາທິດ 10.00 ນ. - 11.00 ນ. 7 ມັງກອນ 1996 - 31 ມີນາ 1996
ອາທິດ 16.00 ນ. - 17.00 ນ. 7 ເມສາ 1996 - 28 ທັນວາ 1999
ຈັນ 22.00 ນ. - 23.00 ນ. 5 ມັງກອນ 1998 - 30 ມີນາ 1998
ເສົາ 15.00 ນ. - 16.00 ນ. 4 ເມສາ 1998 - 26 ກັນຍາ 1998
ອາທິດ 14.00 ນ. - 15.00 ນ. 4 ຕຸລາ 1998 - 26 ທັນວາ 2004
ອາທິດ 14.00 ນ. - 16.00 ນ. 2 ມັງກອນ 2005 - 25 ທັນວາ 2005
ອາທິດ 14.00 ນ. - 15.30 ນ. 1 ມັງກອນ 2006 - 31 ທັນວາ 2006
ອາທິດ 14.00 ນ. - 15.10 ນ. 7 ມັງກອນ 2007 - 28 ທັນວາ 2007
ອາທິດ 14.00 ນ. - 15.00 ນ. 4 ມັງກອນ 2009 - 27 ທັນວາ 2009
Workpoint TV|(classic) ເສົາ-ອາທິດ ເສົາ ເວລາ 11.00-12.00 ນ. (ວັນເສົາ (ຮີຮັນ) 21.00-22.00 ນ. ວັນຈັນ ເວລາ 11.00-12.00 ນ.) 2012 - 2014
ຈັນ - ສຸກ 14.05 ນ. - 15.00 ນ. (ສະເພາະຊ່ວງຊິດຄອມ) 2015 - ປັດຈຸບັນ

ຮູບແບບລາຍການ[ດັດແກ້]

ວາໄຮຕີ້ໂຊ[ດັດແກ້]

ໃນໄລຍະເລິ່ມທຳອິດ ລະເບີດເຖິດເທິງມີຮູບແບບແມ່ນລາຍການວາໄຮຕີ້ ເຊິ່ງອອກອາກາດລະຫວ່າງວັນທີ 7 ມັງກອນ ຄ.ສ. 1996 ເຖິງ 31 ມີນາ ຄ.ສ. 1996 ມີພິທີກອນຫຼັກຄື ມະຍຸລາ ສະເຫວດສິລາ ແລະ ໜູ ຄອງເຕີຍ (ພາຍຫຼັງໄດ້ເພີ່ມ ໝ່ຳ ຈົ໊ກມົກ ແມ່ນພິທີກອນຫຼັກນຳ ຈາກເດີມທີເປັນພຽງພິທີກອນປະຈຳຊ່ວງ ຮາລະເບີດ) ມີຊ່ວງຕ່າງໆ ດັ່ງນີ້

  • ຮາລະເບີດ ແມ່ນການສະແດງຕະຫຼົກຂອງຄະນະຕະຫຼົກ ເຊິ່ງມີຄະນະຕະຫຼົກຫຼັກແມ່ນຄະນະຂອງໝ່ຳ ຈົ໊ກມົກ ທີ່ນອກຈາກຈະຫຼີ້ນຕະຫຼົກໃນຊ່ວງນີ້ແລ້ວ ຍັງມີໜ້າທີ່ເປັນພິທີກອນປະຈຳຊ່ວງນຳ
  • ດັງລະເບີດ ແມ່ນການສະແດງດົນຕີຂອງວົງດົນຕີ ຫຼື ແມ່ນການສະແດງຈາກດາລາເຊິ່ງແມ່ນລະເບີດຮັບເຊີນໃນສັບດານັ້ນ ຊ່ວງທຳອິດນີ້ ມີທົງໄຊ ປະສົງສັນຕິ ແລະວົງສາມໂທນເປັນພິທີກອນປະຈຳຊ່ວງ
  • ລະເບີດຮັບເຊີນ ແມ່ນຊ່ວງການສັມພາດແຂກຮັບເຊີນທີຮ່ວມຫຼີ້ນລະຄອນໃນແຕ່ລະສັບດາ ພ້ອມກັບຕອບຈົດໝາຍຈາກທາງບ້ານ ໂດຍຈະປາກົດຫຼັງຈາກລະຄອນໄດ້ຫຼີ້ນຈົບຕອນລົງ

ຊິດຄອມເກມໂຊ[ດັດແກ້]

ເມື່ອລາຍການລະເບີດເຖິດເທິງອອກອາກາດໄດ້ພຽງໄລຍະເວລາ 3 ເດືອນ ລະເບີດເຖິດເທິງໄດ້ປ່ຽນຮູບແບບມາເປັນລະຄອນຊິດຄອມຄວບຄູ່ໄປກັບເກມໂຊໃນຊ່ວງທ້າຍລາຍການ ເຊິ່ງຖືເປັນຮູບແບບປັດຈຸບັນຂອງລະເບີດເຖິດເທິງໃນຍຸກນີ້ແລະຕໍ່ໆມາ ໂດຍພິທີກອນຫຼັກນັ້ນ ແມ່ນມະຍຸລາ ສະເຫວດສິລາພຽງຄົນດຽວ ແຕ່ໜູ ຄອງເຕີຍ ແລະໜ່ຳ ຈົ໊ກມົກ ໄດ້ປ່ຽນມາເຮັດໜ້າທີ່ແມ່ນຜູ້ຫຼີ້ນລະຄອນຊິດຄອມແລະຮ່ວມຫຼີ້ນເກມໂຊນຳນັ້ນເອງ (ແຕ່ມະຍຸລາກໍໄດ້ຮ່ວມຫຼີ້ນລະຄອນຊິດຄອມນຳ ແຕ່ເປັນພຽງບົດສົມທົບເທົ່ານັ້ນ) ເຊິ່ງເລິ່ມອອກອາກາດເປັນຄັ້ງທຳອິດເມື່ອວັນທີ 7 ມັງກອນ ພ.ສ. 2539 ຈົນຮອດລະເບີດເຖິດເທິງໃນຍຸກປັດຈຸບັນຕໍ່ໆມາ

ສຳລັບຊ່ວງຊິດຄອມນັ້ນ ມີເນື້ອຫາກ່ຽວກັບຊຸມຊົນຂອງຄົນໃນຊອຍເຖິດເທິງ ຊຸມຊົນແຫ່ງໜຶ່ງໃນປະເທດໄທ ທີມີ ເທັ່ງ (ເທັ່ງ ເຖິດເທິງ) ກັບ ໂໜ່ງ (ໂໜ່ງ ຊະຊະຊ່າ) ແມ່ນນັກເລງຄຸມຊອຍ ຍຸກທຳອິດ ມີທຸ໊ຍ (ກຽດ ກິດຈະເລີນ) ທຶ້ງ (ເອກະພັນ ບັນລືລິດ) ແລະ ເທັ່ງ ແມ່ນນັກເລງຄຸມຊອຍ ແລະໂຕລະຄອນຕ່າງໆ ເຊັ່ນ ເຈ໊ໝ່ຳ (ໝ່ຳ ຈົ໊ກມົກ) ອາໂກ (ເປີ໋ ຈົ໊ກມົກ) ຄຸນນາຍສະອາດ (ໜູ ຄອງເຕີຍ) ພໍ່ມະຫາ (ເດີ໋ ດອກສະເດົາ) ຕຸ່ມ (ແດນນີ້ ສີພິນໂຍ) ແລະນັກສະແດງຄົນອື່ນໆທີເຂົ້າມາຮ່ວມສະແດງໃນພາຍຫຼັງອີກ ໂດຍທຸກສັບດາຈະມີເນື້ອຫາຂອງແຕ່ລະຕອນທີບໍ່ຊ້ຳກັນ ຄືແບບຕອນດຽວຈົບ (ຍົກເວັ້ນບາງຕອນ ທີອາດມີໄລຍະເວລາອອກອາກາດຫຼາຍກວ່າ 1 ເທບ ແລະໃນຊ່ວງຫຼັງຂອງລະເບີດເຖິດເທິງ ຈະມີເນື້ອຫາທີຕໍ່ເນື່ອງກັນ) ແລະແຕ່ໃນລະຕອນຈະມີດາລາຮັບເຊີນຂອງລະເບີດເຖິດເທິງຄົນທຳອິດກໍຄື ສົມບັດ ເມທະນີ ທັງນີ້ຕະຫຼອດໄລຍະເວລາທີລະເບີດເຖິດເທິງອອກອາກາດຮອດປັດຈຸບັນ ຊ່ວງຊິດຄອມໄດ້ມີການປັບປ່ຽນເນື້ອຫາແລະໂຕລະຄອນຢູ່ເຮື່ອຍໆ ຕາມແຕ່ສະພາບໃນຍຸກນັ້ນໆ ແລະຕັ້ງແຕ່ລະເບີດທ່ຽງແຖວຕົງ ເປັນຕົ້ນມາ ຈົນຮອດລະເບີດເຖິດເທິງຍຸກປັດຈຸບັນ ມີເນື້ອຫາທີບໍ່ຕໍ່ເນື່ອງຫຼືບໍ່ກ່ຽວຂ້ອງກັບເທັ່ງໂໜ່ງແລະຊອຍເຖິດເທິງອີກເລີຍ

ໂຕລະຄອນ[ດັດແກ້]

ເບິ່ງບົດຄວາມທີ ລາຍຊຶ່ໂຕລະຄອນໃນລະເບີດເຖິດເທິງ

12 ປີລະເບີດເຖິດເທິງ[ດັດແກ້]

ສະຫຼອງຄົບຮອບ 12 ປີ ຂອງລາຍການລະເບີດເຖິດເທິງດ້ວຍຄວາມພິເສດ ຄືມີ 12 ນາງ ນາງເອກມາຮ່ວມສະແດງໃນແຕ່ລະຕອນ ເລິ່ມ 1 ກຸມພາ 2009 ແລະສິ້ນສຸດໃນວັນທີ 12 ເມສາ 2009 ໂດຍໃນແຕ່ລະຕອນຈະມີ 1 ນາງເອກ ມາຮ່ວມລາຍການ ແຕ່ມີຕອນທ້ອງສອງທ້ອງພຽງຕອນດຽວ ທີມີເຖິງ 2 ນາງເອກ ແລະຕັ້ງແຕ່ວັນທີ 26 ເມສາ ໄດ້ຕື່ມແມ່ນ 12 ໜຸ່ມສຸດຮັອດ ສິ້ນສຸດວັນທີ 12 ກໍລະກົດ 2009

ວັນທີ ຊື່ຕອນ ນັກສະແດງຮັບເຊີນ
1 ກຸມພາ 2009 2 ເພັດຊະຄາດດາວໄຖ (ໄຖດາວ) ມາຊ່າ ວັດທະນະພານິດ
ອະດິເຫຼກ ວັດຕະລີລາ
8 ກຸມພາ 2009 ນາຍແບບແສບທະລວງໄສ້ ຊອນຍ່າ ຄູລິ້ງ
ອອນນະພາ ກິດສະດີ
15 ກຸມພາ 2009 ໜີ້ນີ້ຕ້ອງຊຳຮະ ນັດ ມີເຣຍ
ຕູມຕາມ ເຊີນຍິ້ມ
22 ກຸມພາ 2009 ນາງຟ້າຊຸດຂາວກັບຊາວດິນ ນ້ຳທິບ ຈົງລັດຊະຕະວິບູນ
ນັດຖະນີ ສິດທິສະໝານ
1 ມີນາ 2009 ຫວານມັນສ໌ ພັນເຖິດເທິງ ຈິນຕະຫລາ ສຸຂະພັດ
ຣອນ ບັນຈົງສ້າງ
8 ມີນາ 2009 ຄູ່ຊີ້ ດີເຈຊ່າ ນັດຖາວີລະນຸດ ທອງມີ
ປະກາສິດ ໂບສຸວັນ
ພູມໃຈ ຕັ້ງສະຫງ່າ
15 ມີນາ 2009 ທ້ອງສອງ ສອງທ້ອງ ພັດສະຍາ ເຄືອສຸວັນສິລິ
ອະພິນຍາ ສະກຸນຈະເລີນສຸກ
22 ມີນາ 2009 ຕົ້ມຍຳຊັອກໂກແລັດ ຍານິນ ວິສະມິຕານັນ
29 ມີນາ 2009 ປົ້ນ ປົ໊ນ ປົ້ນ ບົງກົດ ຄົງມາໄລ
5 ເມສາ 2009 ຄະລຶຫາດ ຄະລຶໂຫດ ອະເລັກຊານດ້າ ທິດາວັນ ບຸນຊ່ວຍ
ເດືອນເຕັມ ສາລິຕຸນ
12 ເມສາ 2009 ຫາດຊາຍ ສາມລົມ ສາມເຮົາ ເວໂຣນິກ້າ ໂຫງວ
ມໍລິດ ເຄ
19 ເມສາ 2009 ເຈ໊ໝ່ຳ ຄັມແບັກ ໝ່ຳ ຈົ໊ກມົກ
ສິລຽມ ພັກດີດຳລົງລິດ
ຫຍອງ ລູກຫຍີ
ຕູມຕາມ ເຊີນຍິ້ມ
ສິວະດົນ ຈັນທະເສວີ
26 ເມສາ 2009 ຝັນໃຫ້ໄກ ໄປໃຫ້ເຖິງ ຊະຍະທອນ ເສດຖະຈິນດາ
3 ພຶດສະພາ 2009 ຕາມຫົວໃຈ ພະລັນຍູ ໂລດຈະນະວຸດທິທຳ
10 ພຶດສະພາ 2009 ໃສ່ຄວາມ....ຄວາມໃສ່ ນັດ ເທບຫັດສະດິນ ນະ ອະຍຸດທະຍາ
17 ພຶດສະພາ 2009 ແຜນຕົ້ນຕຸ໋ນ ເປມ ບຸດສະລາຄຳວົງ
ອາພາພອນ ນະຄອນສະຫວັນ
24 ພຶດສະພາ 2009 ໜັງສັ້ນແຕ່ເບື້ອງຫຼັງຍາວ ວິທະວັດ ສິງລຳພອງ
31 ພຶດສະພາ 2009 ແຜນລົ້ມຊ້າງ ນະວັດ ກຸນລັດຕະນະຮັກ
7 ມິຖຸນາ 2009 ມັນມາຈາກໄໜ ຮັງສິດ ສິລະນານົນ
14 ມິຖຸນາ 2009 ນັກສືບ ນັກຊຸ່ມ ສະເຫຼີມພົນ ຄຳພອນທີລະວົງ
21 ມິຖຸນາ 2009 ຟຸ໊ກຈິງໆ ເກີກພົນ ມັດສະຍະວະນິດ
28 ມິຖຸນາ 2009 ຮູບເຈົ້າປັນຫາ ດາວິເດ ໂດຣິໂກ້
5 ກໍລະກົດ 2009 ລິເກ ແກ້ບົນ ຊິນນະວຸດ ອິນທອນຄູສິນ
ອິນທິລາ ເກດວໍລະສຸນທອນ
ຍາວ ອະຍຸດທະຍາ
12 ກໍລະກົດ 2009 ກົດຕິດຜີ ນັດ ທິວໄຜ່ງາມ

ລະເບີດເຖິດເທິງ ວັນຫຍຸດ[ດັດແກ້]

ແມ່ນລາຍການພິເສດຂອງລະເບີດເຖິດເທິງ ອອກອາກາດຕັ້ງແຕ່ປີ ຄ.ສ. 2002 - ຄ.ສ. 2005 ໂດຍຈະສະເໜີເລື່ອງລາວໃນຕອນພິເສດທີເພີ່ມເຕີມຈາກເລື່ອງລາວປົກກະຕິ ຫຼື ສະເໜີພາບເຫດການທີ່ນ່າສົນໃຈຂອງຕອນທີອອກອອກອາກາດໄປແລ້ວນຳສະເໜີອີກເທື່ອໜຶ່ງ ແລະຕັດຊ່ວງເກມອອກ

ພິທີກອນ[ດັດແກ້]

ຜູ້ດຳເນິນລາຍການ[ດັດແກ້]

  • ຊາວຊອຍເຖິດເທິງ

ແມ່ນນັກສະແດງຫຼັກແລະນັກສະແດງສົມທົບປະຈຳລະເບີດເຖິດເທິງທີມາຮ່ວມຫຼີ້ນເກມໃນຊ່ວງທ້າຍລາຍການ ແຕ່ບໍ່ໄດ້ເປັນຜູ້ດຳເນິນລາຍການຫຼັກຫຼືຮ່ວມແຕ່ຢ່າງໃດ ເຊິ່ງພາຍຫຼັງຊາວຊອຍເຖິດເທິງບາງຄົນ (ດີໃຈ , ລິຊ່າ , ສົ້ມເຊັ້ງແລະທີນ ສະລາວຸດ) ໄດ້ໄປເປັນຜູ້ດຳເນິນລາຍການຮ່ວມຕາມລຳດັບ


ໝາຍເຫດ 1: ມາແທນ ເດີ໋ ດອກສະເດົາ
ໝາຍເຫດ 2: ມາແທນ ໝ່ຳ ຈົ໊ກມົກ

ເກມໂຊ[ດັດແກ້]

ພາຍຫຼັງຊ່ວງຊິດຄອມຈົບ ດາລາຮັບເຊີນທີ່ສະແດງໃນຊ່ວງຊິດຄອມຕອນນັ້ນ ໆ ຈະຕ້ອງມາຫຼີ້ນເກມໃນຊ່ວງທ້າຍຂອງລາຍການ

ວາງລະເບີດ (6 ຕຸລາ ຄ.ສ. 1996 - 13 ກັນຍາ ຄ.ສ. 2009)[ດັດແກ້]

ມີກະຕິກາການຫຼີ້ນຢູ່ 2 ຮູບແບບຫຼັກ ໆ

ຮູບແບບທຳອິດ ແມ່ນຮູບແບບຂອງເກມວາງລະເບີດທີ່ໃຊ້ໃນລາຍການມາຕະຫຼອດ ຄືຈະມີແຜ່ນປ້າຍລູກລະເບີດ ເຊິ່ງແຜ່ນປ້າຍທັງໝົດຂຶ້ນຢູ່ກັບຈຳນວນຂອງຜູ້ຫຼີ້ນຄືແຂກຮັບເຊີນ ແລະພິທີກອນຮ່ວມ (ຍົກເວັ້ນພິທີກອນຫຼັກ) ແຕ່ລະແຜ່ນປ້າຍຈະມີລູກລະເບີດແຕກຕ່າງກັນໄປ (1996 - 1997 ມີ 4 ແຜ່ນປ້າຍ ,1997- 1999 ມີ 5 ແຜ່ນປ້າຍ 1999 - 2003 ມີ 6 ແຜ່ນປ້າຍ 2005 - 2009 ມີ 8 ແຜ່ນປ້າຍ) ເມື່ອນຳຈຳນວນລູກລະເບີດທຸກປ້າຍກັບຈຳນວນລູກລະເບີດຂອງພິທີກອນຫຼັກ (1 ລູກ) ມາຮວມກັນກໍຈະໄດ້ເທົ່າກັບຈຳນວນແຜ່ນປ້າຍ (ລູກລະເບີດ) ທັງໝົດໃນຮອບເກມຖອດສະລັກລະເບີດ ຄື 18 ລູກ (ຕັ້ງແຕ່ໃນປີ 1998 - 1999 ມີພຽງ 15 ລູກ) ຈະມີກະຕິກາການເລືອກໂດຍແຂກຮັບເຊີນ ຈະຕ້ອງເລືອກແຜ່ນປ້າຍໃຫ້ກັບໂຕເອງ ແລະພິທີກອນຮ່ວມທັງໝົດ ຍົກເວັ້ນພິທີກອນຫຼັກເຊິ່ງມີລູກລະເບີດຢູ່ແລ້ວ 1 ລູກ (ໃນຍຸກທຳອິດຄືໃນຊ່ວງວັນທີ 7 ເມສາ - 10 ພະຈິກ 1996 ພິທີກອນຫຼັກຄືມະຍຸລາຈະບໍ່ມີລູກລະເບີດ) ເມື່ອເລືອກໄດ້ຄົບທຸກຄົນແລ້ວ ຈະທຳການເປີດເບິ່ງແຕ່ລະແຜ່ນປ້າຍເຊິ່ງແມ່ນປ້າຍດຶງແບບຍາງຍືດ (ໃນຊ່ວງວັນທີ 5 ກໍລະກົດ - 25 ຕຸລາ 1997 ໄດ້ປ່ຽນຮູບແບບຈາກການເປີດປ້າຍຍາງຍືດມາເປັນດຶງແທ່ນລະເບີດແທນຊົ່ວຄາວ) ເພື່ອເບິ່ງວ່າລູກລະເບີດທີ່ຊ່ອນໄວ້ມີທັງໝົດຈັກລູກ (ຈຳນວນລູກລະເບີດເທົ່າກັບຈຳນວນແຜ່ນປ້າຍໃນຮອບຖອດສະລັກລະເບີດ) ແລະໃນວັນທີ 7 ມັງກອນ 2007 - 13 ກັນຍາ 2009 ໄດ້ດັດແປງກະຕິກາເລັກນ້ອຍຄືຖ້າດາລາຮັບເຊີນເລືອກແຜ່ນປ້າຍໃຫ້ພິທີກອນຮ່ວມແລະໂຕເອງໝົດແລ້ວ ຈະເຫຼືອຢູ່ 1 ແຜ່ນປ້າຍ ໂດຍແຜ່ນປ້າຍນັ້ນຈະເປັນບອມໝູ່ຄືຜູ້ຫຼີ້ນທຸກຄົນຈະເຂົ້າໂດມລະເບີດທັງໝົດ ຍົກເວັ້ນພິທີກອນຫຼັກ

ເຊິ່ງເກມວາງລະເບີດຮູບແບບນີ້ ໄດ້ກັບມາໃຊ້ອີກຄັ້ງໃນ ລະເບີດເຖິດເທິງແຖວຕົງຍຸກຫຼັງ ແລະລະເບີດເຖິດເທິງສິງໂຕທອງຍຸກທຳອິດ ແຕ່ໄດ້ປ່ຽນແມ່ນ ເກມລຸ້ນລະເບີດ

  • ຮູບແບບທີສອງ ຮູບແບບນີ້ໃຊ້ຫຼີ້ນກ່ອນແຄັບຊູນລະເບີດ ເຊິ່ງມາແທນຊ່ວງຖອດສະລັກຊົ່ວຄາວ ໃນຮອບນີ້ຈະມີແຜ່ນປ້າຍທັງໝົດ 6 ແຜ່ນປ້າຍ ດ້ານຫຼັງຈະມີລະເບີດ 1 ລູກ 2 ແຜ່ນປ້າຍ ແລະລະເບີດ 2-5 ລູກຢ່າງລະ 1 ແຜ່ນປ້າຍ ທັງນີ້ ແຜ່ນປ້າຍແຕ່ລະປ້າຍຈະມີຄ່າເປັນຈຳນວນແຄັບຊູນທີ່ຈະລະເບີດໃນຮອບຖັດໄປ (ເຊັ່ນເປີດໄດ້ 1 ລູກ ແຄັບຊູນຈະລະເບີດ 1 ແຄັບຊູນ ຮູບແບບນີ້ໃຊ້ໃນຊ່ວງວັນທີ 2 ກຸມພາ 2003 - 26 ທັນວາ 2004

ໃນຊ່ວງປີ 1996 - 1997 ຈະມີການຫຼອກປ້າຍລະເບີດເຊັ່ນຜູ້ທີ່ເລືອກປ້າຍແລ້ວໄດ້ລະເບີດ 1-2 ລູກແຕ່ພິທີກອນຜິດສັງເກດວ່າລູກລະເບີດທັງໝົດຍັງບໍ່ຄົບຈຳນວນແລະພິທີກອນກວດເບິ່ງແລະປາກົດວ່າພາຍໃນແຜ່ນປ້າຍມີສະຕິ໊ກເກີ້ຕິດຢູ່ເຊິ່ງຈະມີລູກລະເບີດທີ່ມີຈຳນວນຫຼາຍເຊັ່ນຜູ້ທີ່ຫຼີ້ນເກມໄດ້ 1 ລູກເມື່ອພິທີກອນເປີດສະຕິ້ກເກີ້ພໍ້ລະເບີດທັງ 11 ລູກໝາຍຄວາມວ່າຜູ້ຫຼີ້ນໄດ້ຈຳນວນລະເບີດເຖິງ 12 ລູກນັ້ນເອງ ແຕ່ໃນບາງຄັ້ງຈະໃຊ້ໂລໂກ້ສັນຍາລັກຂອງລາຍການເຄິ່ງຮູບເປັນລູກລະເບີດຫຼອກນຳ

ໃນວັນທີ 1 ກຸມພາ ເຖິງ 12 ກໍລະກົດ 2009 ໃນຊ່ວງ 12 ປີລະເບີດເຖິດເທິງ ພິທີກອນໃນລາຍການ (ສິລຽມ) ຈຳເປັນຈະຕ້ອງເລືອກແຜ່ນປ້າຍນຳ (ໃນແຜ່ນປ້າຍທັງ 8 ແຜ່ນປ້າຍຈະມີລູກລະເບີດຢູ່ທັງໝົດ 18 ລູກ) ແລະໄດ້ຕາມຈຳນວນລະເບີດໃນແຜ່ນປ້າຍນັ້ນ (ຈາກເດີມມີ 1 ລູກແນ່ນອນ) ຮວມເຖິງມີຮູບພາບຂອງຄຸນສິລຽມໃນແຜ່ນປ້າຍບອມໝູ່ນຳ ແຕ່ຢ່າງໃດກໍຕາມກົດກະຕິກາກໍຍັງຄົງເດີມຢູ່

ຖອດສະລັກລະເບີດ (7 ເມສາ 1996 - 26 ມັງກອນ 2003) (2 ມັງກອນ 2005 - 20 ກັນຍາ 2009)[ດັດແກ້]

ເກມຖອດສະລັກລະເບີດນີ້ຈະມີແຜ່ນປ້າຍທັງໝົດ 18 ແຜ່ນປ້າຍ (ປີ 1997 - 1999 ມີພຽງ 15 ແຜ່ນປ້າຍ) ໂດຍຍຸກທຳອິດຈະແບ່ງແຜ່ນປ້າຍໃຫ້ດາລາຮັບເຊີນ 9 ແຜ່ນປ້າຍ ແລະພິທີກອນຮ່ວມ (ໝ່ຳ ໜູ ກິ໊ກ) ຄົນລະ 3 ແຜ່ນປ້າຍໂດຍທີ່ພິທີກອນຫຼັກ (ມະຍຸລາ) ບໍ່ມີແຜ່ນປ້າຍ

ຕັ້ງແຕ່ວັນທີ 6 ຕຸລາ 1996 ເປັນຕົ້ນມາ ເລິ່ມມີເກມວາງລະເບີດກ່ອນຊ່ວງເກມຖອດສະລັກ ເຊິ່ງຈະແບ່ງລູກລະເບີດແຕກຕ່າງກັນໄປກ່ອນແລ້ວ ຈຶ່ງປ່ຽນການແບ່ງແຜ່ນປ້າຍໃໝ່ ຄືມີແຜ່ນປ້າຍທັງໝົດ 18 ແຜ່ນປ້າຍ ເຊິ່ງໃນແຕ່ລະແຜ່ນປ້າຍ ເຊິ່ງໃນແຕ່ລະແຜ່ນປ້າຍຈະເປັນຮູບພາບຂອງຜູ້ຫຼີ້ນເກມຄົນນັ້ນ ໆ ຕາມຈຳນວນລູກລະເບີດທີ່ແຕ່ລະຄົນສະສົມໄວ້ໃນເກມວາງລະເບີດເຊັ່ນ ພິທີກອນ ມີລະເບີດ 1 ລູກ ຈະມີ 1 ແຜ່ນປ້າຍ, ດາລາຮັບເຊີນມີລະເບີດ 2 ລູກ ຈະມີ 2 ແຜ່ນປ້າຍ ເປັນຕົ້ນກະຕິກາໃນຮອບຖອດສະລັກລະເບີດຄື ຈະໃຫ້ດາລາຮັບເຊີນເລືອກມາ 1 ແຜ່ນປ້າຍ ແລ້ວເມື່ອເປີດປ້າຍແລ້ວເປັນຮູບໜ້າຂອງໄຜ ຄົນນັ້ນຈະຕ້ອງເຂົ້າໄປພາຍໃນຕູ້ຫຼືໂດມລະເບີດ ແລະພາຍໃນຕູ້ຈະມີສະລັກລະເບີດທັງໝົດ 5 ສະລັກ (ປີ 2009 ລົດສະລັກເຫຼືອພຽງ 3 ສະລັກ) ໃຫ້ດາລາຮັບເຊີນເລືອກມາ 1 ສະລັກລະເບີດ ເພື່ອທຳການຖອດຫຼືດືງສະລັກອອກມາ ຫາກບໍ່ລະເບີດ (ຄືບໍ່ມີອີ່ຫຍັງເກີດຂຶ້ນ ຫຼືມີດອກໄມ້ ເຈ້ຍຮ່ວງລົງມາ) ເກມກໍຈະດຳເນິນການໃນລັກສະນະດຽວກັນຕໍ່ໄປ ຈົນກວ່າຜູ້ຫຼີ້ນຄົນສຸດທ້າຍຈະໂດນລະເບີດ (ຜູ້ຫຼີ້ນພາຍໃນຕູ້ຈະຖືກຄວັນຂາວພົ່ນໃສ່ພ້ອມກັບແປ້ງທີ່ຮ່ວງລົງມາໂດນຕົວຜູ້ຫຼີ້ນຄົນນັ້ນ) ເປັນອັນຈົບເກມ ເຊິ່ງການເປີດແຜ່ນປ້າຍນັ້ນຈະມີສັນຍາລັກແລະເຄື່ອງໝາຍດັ່ງນີ້

  • ຫາກດາລາຮັບເຊີນເລຶອກແຜ່ນປ້າຍແລ້ວເປີດອອກມາເປັນຮູບໜ້າຜູ້ຫຼີ້ນພ້ອມກັບເຄື່ອງໝາຍບວກ "+" (ໃນປີ 1996 -1997 ຈະມີໂລໂກ້ທະເວວພລັສມານຳ)

ດາລາຮັບເຊີນກໍຈະຕ້ອງເລືອກອີກ 1 ແຜ່ນປ້າຍ ເມື່ອເປີດມາພໍ້ຮູບໜ້າໄຜຄົນນັ້ນຈະຕ້ອງເຂົ້າຕູ້ລະເບີດອີກຄົນ ເມື່ອເປີດມາພໍ້ບວກອີກດາລາຮັບເຊີນກໍຈະເລືອກແຜ່ນປ້າຍໄປອີກຈົນກວ່າຈະພໍ້ຮູບຜູ້ຫຼີ້ນທີ່ບໍ່ມີເຄື່ອງໝາຍບວກ ຫຼັງຈາກນັ້ນກໍຈະເຂົ້າໄປໃນຕູ້ຕາມຈຳນວນຄົນທີ່ຖຶກເປີດແຜ່ນປ້າຍທີ່ມີເຄຶ່ອງໝາຍບວກຕິດຕໍ່ກັນ ທັງນີ້ ຫາກເປີດໄດ້ແຜ່ນປ້າຍຜູ້ຫຼີ້ນທີ່ມີເຄຶ່ອງໝາຍບວກແລ້ວແຜ່ນປ້າຍຕໍ່ມາຍັງເປັນຜູ້ຫຼີ້ນເກມຄົນເດີມຜູ້ຫຼີ້ນເກມຄົນນັ້ນຈະຕ້ອງເຂົ້າຕູ້ລະເບີດຄົນດຽວບໍ່ວ່າຈະເປີດໄດ້ຮູບບວກໂຕເອງຈັກເທຶ່ອກໍຕາມເຊິ່ງແຜ່ນປ້າຍເຄື່ອງໝາຍບວກຈະມີຢູ່ໃນແຜ່ນປ້າຍຂອງຜູ້ຫຼີ້ນເກມທຸກຄົນ ຄົນລະ 1 ແຜ່ນປ້າຍແນ່ນອນ ຕໍ່ມາ (1999) ໄດ້ປ່ຽນໃຫ້ມີແຜ່ນປ້າຍເຄຶ່ອງໝາຍບວກໃຫ້ຜູ້ຫຼີ້ນທີ່ມີລູກລະເບີດ 2 ລູກຂຶ້ນໄປ ກະຕິການີ້ໃຊ້ໃນຊ່ວງວັນທີ 1 ກັນຍາ 1996 - 26 ມັງກອນ 2003

ເມື່ອມີການນຳເກມຖອດສະລັກລະເບີດກັບມາໃຊ້ອີກຄັ້ງໃນປີ 2005 ເມື່ອເປີດປ້າຍພໍ້ຜູ້ຫຼີ້ນທີ່ມີເຄື່ອງໝາຍບວກ ແຂກຮັບເຊີນຈະຕ້ອງເລືອກ 1 ໃນ 6 ແຜ່ນປ້າຍຮູບໂລໂກ້ລະເບີດເຖິດເທິງອີກຝັ່ງໜຶ່ງ ເຊິ່ງແຜ່ນປ້າຍຈະມີຮູບໃບໜ້າຂອງນັກສະແດງຊາວຊອຍເຖິດເທິງ (ທອມມີ້ , ກອບໂຊກ , ຖະໜອມ , ທີນ , ເກັ່ງ ຕໍ່ມາໄດ້ເປັນພິທີກອນຮ່ວມ) ເພື່ອໃຫ້ເຂົ້າໄປໃນໂດມລະເບີດພ້ອມກັບຜູ້ຫຼີ້ນທີ່ຖືກເປີດປ້າຍພໍ້ກ່ອນໜ້າກະຕິການີ້ໃຊ້ໃນວັນທີ 2 ມັງກອນ 2005 - 31 ທັນວາ 2006

  • ຫາກດາລາຮັບເຊີນເລືອກແຜ່ນປ້າຍແລ້ວເປີດອອກເປັນບອມໝູ່ ຄືໃນປ້າຍຈະມີຮູບຂອງຜູ້ຫຼີ້ນທັງໝົດຍົກເວັ້ນພິທີກອນຫຼັກດາລາຮັບເຊີນແລະພິທີກອນຮ່ວມທຸກຄົນ (ຍົກເວັ້ນພິທີກອນຫຼັກ) ຈະຕ້ອງເຂົ້າໄປໃນຕູ້ລະເບີດ ເຊິ່ງປ້າຍບອມໝູ່ນັ້ນແມ່ນ 1 ໃນລູກລະເບີດຂອງດາລາຮັບເຊີນພຽງເທົ່ານັ້ນກະຕິການີ້ໃຊ້ໃນວັນທີ 3 ຕຸລາ 1999 - 8 ເມສາ 2001

ຕໍ່ມາເມື່ອມີການນຳປ້າຍບອມໝູ່ກັບມາໃຊ້ອີກຄັ້ງໃນປີ 2007 ຈຳນວນຂອງປ້າຍບອມໝູ່ຈະຂຶ້ນນັ້ນຢູ່ກັບ ລູກລະເບີດທີ່ສະສົມໄວ້ໃນຊ່ອງວາງລະເບີດ (ຫາກສະສົມໄດ້ 2 ລູກ ກໍຈະມີປ້າຍບອມໝູ່ 2 ປ້າຍ) ກະຕິການີ້ໃຊ້ໃນວັນທີ 7 ມັງກອນ 2007 - 20 ກັນຍາ 2009

  • ຫາກດາລາຮັບເຊີນເລືອກແຜ່ນປ້າຍແລ້ວເປີດອອກມາເປັນຮູບດາລາຮັບເຊີນພ້ອມກັບຮູບເງົາສີດຳແລະມີເຄື່ອງໝາຍຄຳຖາມ ດາລາຮັບເຊີນຈະສາມາດເລືອກພິທີກອນເພື່ອເຂົ້າໄປໃນຕູ້ລະເບີດດ້ວຍໄດ້ອີກ 1 ອີກໜຶ່ງຄົນຕາມໃຈຊອບບໍ່ເວັ້ນແມ້ແຕ່ພິທີກອນຫຼັກ ໂດຍບໍ່ຕ້ອງເລືອກແຜ່ນປ້າຍຄືເຄື່ອງໝວຍບວກກະຕິການີ້ໃຊ້ໃນ 3 ຕຸລາ 1999 - 26 ມັງກອນ 2003

ຫາກດາລາຮັບເຊີນເລືອກແຜ່ນປ້າຍແລ້ວເປີດອອກມາເປັນຮູບໜ້າຂອງໂຕເອງກໍຈະຕ້ອງເຂົ້າໄປໃນຕູ້ລະເບີດເຊັ່ນກັນ ຫາກເຂົ້າໄປແລ້ວບໍ່ລະເບີດ ຈະໄດ້ຮັບທອງຄຳ 1 ບາດ (ຕໍ່ມາປ່ຽນເປັນທອງຄຳມູນຄ່າ 10,000 ບາດແທນ) ທຸກຄັ້ງທີ່ດາລາຮັບເຊີນເຂົ້າໄປໃນຕູ້ລະເບີດຍົກເວັ້ນໃນຊ່ວງທຳອິດ (7 ເມສາ - 29 ກັນຍາ 1996) ທີ່ບໍ່ມີການໃຫ້ທອງຄຳ ຫຼືຖ້າດາລາຮັບເຊີນບໍ່ໂດນລະເບີດ ບໍ່ວ່າຈະເຂົ້າໄປແລ້ວຫຼືບໍ່ກະຕາມ ກໍຈະໄດ້ຮັບຮາງວັນພິເສດ ເຊັ່ນ ບັດທີ່ພັກລີສອດຫຼືບໍ່ກໍເປັນເຄື່ອງໃຊ້ໄຟຟ້າໄປ ແຕ່ຖ້າດາລາຮັບເຊີນໂດນລະເບີດ ກໍຈະບໍ່ໄດ້ຮາງວັນພິເສດອີ່ຫຍັງໄປ ນອກຈາກນີ້ທາງລາຍການໄດ້ເປີດໃຫ້ຜູ້ຊົມທາງບ້ານສົ່ງໄປສະນີຍະບັດທາຍຜົນວ່າດາລາຮັບເຊີນຫຼືພິທີກອນຄົນໃດຈະໂດນລະເບີດເຊັ່ນກັນ ໂດຍມີເງື່ອນໄຂວ່າຄົນທີ່ທາຍນັ້ນ "ຈະຕ້ອງໂດນລະເບີດຄົນດຽວ" (ຫາກເຂົ້າໄປຫຼາຍຄົນເພາະປ້ວຍບວກຫຼືບອມໝູ່ ແລ້ວໂດນລະເບີດຈະຖືວ່າບໍ່ໄດ້ຮາງວັນ Jackpot) ຫາກທາຍຖືກຈະໄດ້ຮັບເງິນຮາງວັນ 500,000 ບາດ ຫາກທາຍບໍ່ຖືກຈະໄດ້ຮັບເງິນຮາງວັນ 10,000 ບາດແທນ (ໃນຊ່ວງທຳອິດຈະມອບທອງຄຳໜັກ 1 ບາດແລະຖ້າທາຍຜົນຖືກຕ້ອງ ຈະໄດ້ຮັບທອງຄຳໜັກ 12 ບາດ) (ກະຕິການີ້ໃຊ້ໃນປີ 1996 -2001) ແຕ່ໃນຊ່ວງ 12 ປີລະເບີດເຖິດເທິງນັ້ນທາງລາຍການອະນຸໂລມໃຫ້ການທີ່ບອມໝູ່ໂດນລະເບີດຖືວ່າທາຍຖືກນຳ (ເຊິ່ງກະມີຄັ້ງພຽງຄັ້ງດຽວເທົ່ານັ້ນໃນຊ່ວງ 12 ປີລະເບີດເຖິດເທິງທີ່ທາງບ້ານທາຍຜົນໄດ້ຖືກຕ້ອງ ເຊິ່ງຄັ້ງນັ້ນບອມໝູ່ກໍໂດນນຳ) (ກະຕິການີ້ໃຊ້ໃນປີ 2009)

ສະຖິຕິໃນຊ່ວງຖອດສະລັກລະເບີດ[ດັດແກ້]

  • ສະລັກລະເບີດທີ່ລະເບີດບ່ອຍຄັ້ງທີ່ສຸດ: ໝາຍເລກ 1
  • ສະລັກລະເບີດທີ່ລະເບີດນ້ອຍຄັ້ງທີ່ສຸດ: ໝາຍເລກ 4 (ຍຸກທີ່ມີ 5 ສະລັກ)

ສະຖິຕິແຫ່ງປີ 1996

ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ (ຄັ້ງ)
1. ໝ່ຳ ຈົ໊ກມົກ 32 10
2. ໜູ ຄອງເຕີຍ 25 9
3. ດາລາຮັບເຊີນ 29 9
4. ກຽດ ກິດຈະເລີນ 20 7
5. ຕັ໊ກ ມະຍຸລາ 2 0
ດາລາຮັບເຊີນ ? 3 ?
ສະຖິຕິແຫ່ງປີ 1997[ດັດແກ້]

[1]

ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ (ຄັ້ງ)
1 ໝໍ່າ ຈົ໊ກມົກ 37 15
2 ດາລາຮັບເຊີນ 35 9
3 ໜູ ຄອງເຕີຍ 24 9
4 ເດີ໋ ດອກສະເດົາ 16 5
5 ກຽດ ກິດຈະເລີນ 8 5
6 ໄທ້ ເອກະພັນ 4 3
7 ຕັ໊ກ ມະຍຸລາ 5 2
8 ເທັ່ງ ເຖິດເທິງ 4 2
9 ຜູ້ຊົມໃນຫ້ອງສົ່ງ 2 1
ສະຖິຕິແຫ່ງປີ 1997[ດັດແກ້]

[2]

ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ
1 ເທັ່ງ ເຖິດເທິງ 42 17
2 ໝ່ຳ ຈົ໊ກມົກ 34 17
3 ເດີ໋ ດອກສະເດົາ 31 15
4 ດາລາຮັບເຊີນ 45 13
5 ແດນນີ້ ສີພິນໂຍ 22 12
6 ຜູ້ຊົມໃນຫ້ອງສົ່ງ 8 6
7 ຕັ໊ກ ມະຍຸລາ 8 1
ໜູ ຄອງເຕີຍ ? ?
ສະຖິຕິແຫ່ງປີ 1999 - 2001[ດັດແກ້]
ສະຖິຕິແຫ່ງປີ 2002[ດັດແກ້]
ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ
1 ໝ່ຳ ຈົ໊ກມົກ 31 19
2 ໂໜ່ງ ຊະຊະຊ່າ 28 19
3 ເທັ່ງ ເຖິດເທິງ 24 10
4 ເດີ໋ ດອກສະເດົາ 23 9
5 ດາລາຮັບເຊີນ 13 7
6 ແດນນີ້ ສີພິນໂຍ 14 2
7 ແອນ ສິລຽມ 2 2
ສະຖິຕິແຫ່ງປີ 2005 - 2006[ດັດແກ້]
ສະຖິຕິແຫ່ງປີ 2008[ດັດແກ້]
ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ
1 ເທັ່ງ ເຖິດເທິງ 28 11
2 ເພັດ ພຸດທິພົງ 19 9
3 ໂໜ່ງ ຊະຊະຊ່າ 34 8
4 ທີນ ສະລາວຸດ 17 7
5 ເດີ໋ ດອກສະເດົາ 16 6
6 ດາລາຮັບເຊີນ 19 5
7 ບອມໝູ່ 18 3
8 ແອນ ສິລຽມ 3 2
9 ສົ້ມເຊັ້ງ ສາມຊ່າ 9 0
ສະຖິຕິແຫ່ງປິ 2008[ດັດແກ້]
ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ
1 ທີນ ສະລາວຸດ 22 10
2 ເພັດ ພຸດທິພົງ 27 9
3 ດາລາຮັບເຊີນ 14 6
4 ໂໜ່ງ ຊະຊະຊ່າ 22 5
5 ເທັ່ງ ເຖິດເທິງ 19 3
6 ສົ້ມເຊັ້ງ ສາມຊ່າ 17 3
ເດີ໋ ດອກສະເດົາ 17 3
7 ແອນ ສິລຽມ 2 1
8 ບອມໝູ່ ? 1
ສະຖິຕິແຫ່ງປີ 2009[ດັດແກ້]
ອັນດັບ ຜູ້ທີ່ເຂົ້າຕູ້ລະເບີດ ເຂົ້າຕູ້ລະເບີດ (ຄັ້ງ) ໂດນລະເບີດ
1 ເພັດ ພຸດທິພົງ ? 9
2 ທີນ ສະລາວຸດ ? 7
3 ສົ້ມເຊັ້ງ ສາມຊ່າ ? 6
4 ເທັ່ງ ເຖິດເທິງ ? 6
5 ໂໜ່ງ ຊະຊະຊ່າ ? 5
6 ເດີ໋ ດອກສະເດົາ ? 5
7 ດາລາຮັບເຊີນ 4 3
8 ແອນ ສິລຽມ ? 2


ໝາຍເຫດ 3: ບໍ່ໄດ້ມີການສະລຸບອອກມາ

ແຄັບຊູນລະເບີດ (2 ກຸມພາ 2003 - 26 ທັນວາ 2004)[ດັດແກ້]

ຮູບແບບເກມນີ້ໄດ້ໃຊ້ແທນເກມຖອດສະລັກຊົ່ວຄາວໂດຍໃນຮອບນີ້ຈະມີແຜ່ນປ້າຍທັງໝົດທັງໝົດ 18 ແຜ່ນປ້າຍ ເຊິ່ງຈະມີຮູບພາບໃບໜ້າຂອງພິທີກອນ, ດາລາຮັບເຊີນຮວມໄປເຖິງນັກສະແດງຊາວຊອຍເຖິດເທິງ (ເປີ໋, ທອມມີ້, ກອບໂຊກ, ຜັດໄທ, ລິຊ່າ, ໂຊເລ່, ສົ້ມເຊັ້ງ, ກີ່ເພົ້າ, ອຸ໋ຍ) ໂດຍດາລາຮັບເຊີນຈະຕ້ອງເລືອກແຜ່ນປ້າຍທັງໝົດ 6 ແຜ່ນປ້າຍເພື່ອໃຫ້ເລືອກຄົນເຂົ້າໄປໃນແຄັບຊູນ ຈາກທັງໝົດ 6 ຕູ້ ໂດຍແຜ່ນປ້າຍທຳອິດຈະເຂົ້າແຄັບຊູນທຳອິດ ແຜ່ນປ້າຍທີ 2 ຈະເຂົ້າແຄັບຊູນທີ 2 ໄປເລື້ອຍໆ ຈົນຄົບ 6 ແຜ່ນປ້າຍ ຫຼັງຈາກເລືອກແຜ່ນປ້າຍເສັດແລ້ວ ພິທີກອນຫຼືຜູ້ຫຼີ້ນເກມຈະສັບຄັດເອາທ໌ທີຢູ່ກາງເວທີ ແລະແຄັບຊູນຈະລະເບີດຕາມທີ່ໄດ້ມີການວາງລະເບີດຊ່ວງກ່ອນໜ້ານີ້

ຄັນດາລາຮັບເຊີນເປີດເຈີຮູບພາບຂອງຕົວເອງ ກໍຕ້ອງເຂົ້າໄປຢູ່ໃນແຄັບຊູນ ແລະຖ້າຫາກແຄັບຊູນບໍ່ລະເບີດຈະໄດ້ຮັບທອງຄຳໜັກ 1 ບາດ ແລະຈະໄດ້ຮັບຂອງລາງວັນເປັນເຄື່ອງຊັກຜ້າຈາກອີຟ ແຕ່ຖ້າຫາກໂດນລະເບີດຈະບໍ່ໄດ້ຮັບລາງວັນພິເສດໃດໆ ເລີຍ (ຫາກດາລາຮັບເຊີນບໍ່ໄດ້ເຂົ້າຢູ່ໃນແຄັບຊູນ ຈະໄດ້ຮັບເຄື່ອງຊັກຜ້າໂດຍອັດຕະໂນມັດ ແຕ່ບໍ່ໄດ້ທອງຄຳໜັກ 1 ບາດ ຖ້າບໍ່ໄດ້ເຂົ້າແຄັບຊູນລະເບີດ)

ສະຖິຕິການເຂົ້າແຄັບຊູນລະເບີດ (2003-2004)[ດັດແກ້]

ສະຖິຕິທີ່ປາກົດນີ້ໄດ້ສະລຸບມາຈາກວີດີໂອບາງເທປຂອງລະເບີດເຖິດເທິງຊ່ວງປີ 2003-2004 ທີ່ໄດ້ໂພສຕ໌ເທິງເວັບໄຊຕ໌ youtube[1] ແລະຂໍ້ມູນກ່ອນໃນ ວິກິພີເດຍ[2]

ອັນດັບ ຜູ້ທີ່ເຂົ້າແຄັບຊູນລະເບີດ ເຂົ້າແຄັບຊູນລະເບີດ (ຄັ້ງ) ໂດນລະເບີດ (ຄັ້ວ)
1 ກອບໂຊກ ຄ້າຍສຳລິດ 15 11
2 ໂຊເລ່ ດອກກະໂດນ 11 8
3 ເທັ່ງ ເຖິດເທິງ 14 7
4 ແດນນີ້ ສີພິນໂຍ 13 6
5 ດາລາຮັບເຊີນ 20 5
ລິຊ່າ ໄປລະພິດ 12 5
ເດີ໋ ດອກສະເດົາ 9 5
6 ທອມມີ້ ເຖິດເທິງ 11 4
ກີ່ເພົ້າ ພັນຊິຕາ 11 4
ໂໜ່ງ ຊະຊະຊ່າ 10 4
ຜັດໄທ ດີໃຈ 10 4
ອຸ໋ຍ ນັດທະມົນ 8 4
7 ສົ້ມເຊັ້ງ ສາມຊ່າ 8 3
8 ແອນ ສິລຽມ 7 2
ໝ່ຳ ຈົ໊ກມົກ 4 2
9 ເປີ໋ ຈົ໊ກມົກ 2 1
  • ໝາຍເຫດ
    • ໝ່ຳ ຈົ໊ກມົກ ແລະ ເປີ໋ ຈົ໊ກມົກ ໄດ້ລາອອກຈາກລະເບີດເຖິດເທິງໄປກ່ອນ

ເຖິດເທິງອະວອດ[ດັດແກ້]

ເປັນຊ່ວງທີ່ປ່ຽນມາຈາກ ລະເບີດຮັບເຊີນ ຕັ້ງແຕ່ປີ 1998 ໂດຍເປັນການຮ່ວມສະໜຸກໂດຍໃຫ້ຜູ້ຊົມທາງບ້ານຂຽນຊື່ນັກສະແດງຮັບເຊີນແລະຊື່ຕອນທີ່ຊື່ນຊອບລົງບົນໄປສະນີຍະບັດພ້ອມສະໂລແກນຂອງນົມສົດຍີ່ຫໍ້ໜອງໂພ ໂດຍຈະແບ່ງການຈັບລາງວັນເປັນ 3 ແບບ

  • ແບບທີ 1 ຈັບລາງວັນທຸກສັບດາຈະເປັນການຈັບລາງວັນເພື່ອຮັບຜະລິດຕະພັນ
  • ແບບທີ 2 ຈັບລາງວັນທຸກສິ້ນເດືອນ ເພື່ອຮັບລາງວັນທອງຄຳມູນຄ່າ 1 ບາດ
  • ແບບທີ 3 ຈັບລາງວັນທຸກ 6 ເດືອນ ໂດຍຈະນຳກ່ອງເປລ່າທີຂຽນລາຍຊື່ນັກສະແດງແລະຊື່ຕອນ ມາຮວບຮວມແລະແບ່ງປະເພດຕາມຊື່ນັກສະແດງທີໂຫວດ ໂດຍດາລາຮັບເຊີນທີມີຄະແນນໂຫວດສູງສຸດຈະເຮັດການຈັບລາງວັນ ເຊິ່ງດາລາທີໄດ້ຮັບການໂຫວດ ແລະຜູ້ໂຊກດີທີ່ຮ່ວມໂຫວດຈະໄດ້ຮັບເງິນລາງວັນ 100,000 ບາດ ຢ່າງໃດກໍດີ ລາງວັນເຖິດເທິງອະວອດ ໄດ້ປ່ຽນການມອບລາງວັນ ເປັນເງິນລາງວັນ 10,000 ບາດ ໃຫ້ກັບຜູ້ໂຊກດີໃນທຸກສັບດາແທນ ແລະຜູ້ໂຊກດີທີ່ໄດ້ຮັບເງິນລາງວັນ 100,000 ບາດ ອາດຈະບໍ່ໄດ້ໂຫວດເລື່ອງທີ່ໄດ້ຄະແນນສູງທີ່ສຸດສະເໝີໄປແລະໃນຊ່ວງເຄິ່ງຫຼັງຂອງປີ ພ.ສ. 2550 ໄດ້ປ່ຽນຊື່ຊ່ວງເປັນ "ເຖິດເທິງໂດນໃຈ ສະໄຕລ໌ກາເເຟມັອກໂຄນ່າ ທຣີໂອ" ໂດຍໃຫ້ຜູ້ຊົມທາງບ້ານຂຽນຊື່ນັກສະແດງຮັບເຊີນແລະຊື່ຕອນທີ່ຊື່ນຊອບ ລົງບົນໄປສະນີຍະບັດພ້ອມສະໂລແກນຂອງກາແຟມັອກໂຄນ່າ ທຣີໂອ ໂດຍຈະຈັບລາງວັນທຸກສັບດາ ຜູ້ໂຊກດີຈະໄດ້ຮັບທອງຄຳມູນຄ່າ 10,000 ບາດພ້ອມກິ໊ບເຊັດຈາກຜະລິດຕະພັນ ເມື່ອຄົບ 6 ເດືອນຈະເຮັດການປະກາດຜົນ ແລະມອບລາງວັນທອງຄຳມູນຄ່າ 100,000 ບາດໃຫ້ກັບດາລາທີ່ໄດ້ການໂຫວດສູງສຸດແລະຜູ້ໂຊກດີທາງບ້ານ ເຊິ່ງຫຼັງຈາກປະກາດຜົນການໂຫວດໃນປີ 2550 ກໍບໍ່ມີຊ່ວງການໂຫວດເຖິດເທິງອະວອດອີກເລີຍ
ວັນທີ່ອອກອາກາດ/ປະກາດຜົນ ດາລາຮັບເຊີນທີ່ຊະນະເລີດ ຊື່ຕອນ
? ? 1997 ຄູນສາມຊູເປີແກ໊ງ ຫຼານຕົວແສບ
27 ທັນວາ 1997 ສອນຣາມ ເທບພິທັກ ມົ່ວນິ່ມ
27 ມິຖຸນາ 1999 ອຳມະລິນ ນິຕິພົນ ??
19 ທັນວາ 1999 ດອມ ເຫຕະກູນ ພີ່ມາກຂາ
25 ມິຖຸນາ 2000 ລັກສະໝີ ຊັບປຸງ ເດັກເຣ່ຣ່ອນ[1]
24 ທັນວາ 2000 ສິລຽມ ພັກດີດຳລົງລິດ ເທັ່ງທຳທ້ອງ[2]
1 ກໍລະກົດ 2001 ສິລິພອນ ຢູ່ຍອດ ສື່ຮັກຈາກໄອທີ[3]
23 ທັນວາ 2001 ປິຍະ ສະເຫວດພິກຸນ ລົມໆ ແລ້ງໆ[4]
23 ມິຖຸນາ 2002 ການຈະນາ ຈິນດາວັດ ຮັກຕ່າງວັຍ[5]
29 ທັນວາ 2002 ໂກ໊ະຕີ໋ ອາລາມບອຍ ຝັນທີ່ເປັນຈິງ[6]
? ? 2003 ຄ່ອມ ຊວນຊື່ນ ຝົນດາວຕົກ[7]
11 ມັງກອນ 2004 ມໍລິດ ເຄ ແປງເພດ (2003)
4 ກໍລະກົດ 2004 ອາລະຍາ ເອ ຮາຣ໌ເກັດ ອິນຈັດ
9 ມັງກອນ 2005 ບອລ ເຊີນຍິ້ມ ຣປພ. ພັນດຸ (2004)
3 ກໍລະກົດ 2005 ທະນະພົນ ສັມມາພາດ ຈັບຂະໂມຍ
15 ມັງກອນ 2006 ແຊ່ມ ແຊ່ມລຳ ໄປສະນີສື່ຮັກ (2005)
2 ກໍລະກົດ 2006 ຈິນຕະຫລາ ພູນລາບ ວາລະສຸດທ້າຍ
14 ມັງກອນ 2007 ເອກກະພັນ ບັນລືລິດ ຄຸນຄູຄົນໃໝ່ (2006)
17 ມິຖຸນາ 2007 ສຸມົນລັດ ວັດທະນາເສລາລັດ ສະຫວັດດີຄຸນຄູ
30 ທັນວາ 2007 ກຽດຕິກະມົນ ລ່າທາ ລື້ຕ້ອງຊ່ອມ[8]

ລະຄອນຊິດຄອມສັ້ນໃນລາຍການ[ດັດແກ້]

ແມ່ນຊິດຄອມສັ້ນຄັ່ນເວລາຂອງລາຍການ ຫຼັງຊ່ວງຊິດຄອມລະເບີດເຖິດເທິງໃນຕອນນັ້ນຈົບລົງ ຫຼືເປັນຊ່ວງຕໍ່ຈາກເກມລະເບີດ ເລິ່ມອອກຄັ້ງທຳອິດເມື່ອປີ ຄ.ສ. 2002 ຊິດຄອມສັ້ນຊ່ວງທຳອິດຂອງລະເບີດເຖິດເທິງ ມີຊື່ວ່າ ວອລລ໌ ເພື່ອນກັນ ອະໄຣເອີ່ຍ

ຊິດຄອມ ອອກອາກາດ ລາຍລະອຽດ
ວອລລ໌ ເພື່ອນກັນ ອະໄຣເອີ່ຍ
ຄຳຖາມຄູ່ຫູກັບ Qoo ອະໄຣເອີ່ຍ
ຄຳຖານອະໄຣເອີ່ຍກັບນ້ຳສົ້ມສະແປດ
(2002 - 2003)
(2003 - 2005)
(2005 - 2008)
ເປັນຊ່ວງຕໍ່ຈາກການວາງລະເບີດ ໂດຍເຫດການຈະຢູ່ໃນຮ້ານນ້ຳສົ້ມສະແປດ (ໃນອະດີດຄື Qoo ແລະກະແລ່ມ ວອລລ໌) ເຊິ່ງມີອາມ (ພິພັດ ວິທະຍາປັນຍານົນ) ເຊຟ ແລະອິ້ງເປັນຄົນໃນຮ້ານນີ້ ມີລູກຄ້າເຈົ້າປະຈຳກໍຄື ເທັ່ງ ກັບ ໂໜ່ງ (ແຕ່ບາງຕອນຈະມີເອກ, ໄຂ່, ແມັກ ມາຢູ່ໃນເຫດການນີ້ດ້ວຍ) ໂດຍມັກຈະຖາມຄຳຖາມອະໄຣເອີ່ຍດ້ວຍກັນສະເໝີ ຄອຍຫາທາງຕັ້ງຄຳຖາມເພື່ອຫວັງຈະດື່ມນ້ຳສົ້ມສະແປດຟຣີ ແລະກວນປະສາດພະນັກງານ ແຕ່ມັກລົງທ້າຍດ້ວຍຄວາມລົ້ມແຫຼວຂອງເທັ່ງແລະໂໜ່ງເປັນປະຈຳ
ສາມຕໍເມົ້າທ໌ແຕກ (2005) ເປັນຊ່ວງທີ່ຕໍ່ຈາກລະຄອນ ເປັນລະຄອນຊິດຄອມສັ້ນ ໆ ກ່ຽວກັບເຫດການຕົວລະຄອນ 3 ຄົນຄື ຕຸ່ມ (ແດນນີ້ ສີພິນໂຍ) ເຕົ່າ (ດີໃຈ ດີດີດີ) ແລະ ເຕ້ຍ (ວະນິດາ ແສງສຸກ) ທີ່ພົບປະພໍ້ກັນເປັນປະຈຳທີ່ຮ້ານເສີມສວຍແຫ່ງນຶ່ງ
ເພື່ອນຊີ້ຕີສອງ (2005 - 23 ພະຈິກ 2008) ເປັນຊ່ວງທີ່ຕໍ່ຈາກລະຄອນ ເປັນລະຄອນຊິດຄອມສັ້ນໆ ກ່ຽວກັບເຫດການຂອງຕົວລະຄອນ 3 ຄົນ ຄື ຖົ່ວ (ຖົ່ວແຣະ ເຊີນຍິ້ມ) ຄົນເກັບຂອງເກົ່າ ນົກ (ວະນິດາ ແສງສຸກ) ນັກຮ້ອງຄາເຟ່ທີ່ເພິ່ງເລີກງານ ກັບ ຫວ່າງ (ເຕີ໋ ເຊີນຍິ້ມ) ຍາມ ທີ່ພົບປະພໍ້ກັນເປັນປະຈຳທີ່ປ້າຍລົດເມຕອນຕີ 2 ໂດຍເນື້ອເລື່ອງມັກຈະຈົບລົງທີ່ການຫັກມຸມ ຕໍ່ມາເພີ່ມແລະປັບຕົວລະຄອນອີກຄື ອ່າງ (ອ່າງ ເຖິດເທິງ) ຄົນຂາຍໂລຕີທີ່ຈະພັກຢູ່ໃນຊອຍເຖິດເທິງ, ປູ (ປູ ພັນໜ້າ) ຄົນຂາຍອາຫານຕິ່ມຊຳ, ສຸຣະເຊດ ເອກ ໄຂ່, ຍາມໂທນີ່ (ສິວະດົນ ຈັນທະເສວີ) ຍາມທີ່ເຮັດໜ້າທີ່ແທນຫວ່າງຊົ່ວຄາວ, ຈ່າພັນ (ພານຸພັນ ຄຸດໂຕ) , ແລະ ເທັ່ງ ກັບ ໂໜ່ງ ໂດຍເຮັດໜ້າທີ່ໂຊລິເກກາງປ້າຍລົດເມ
ແຜງລອຍຄອຍເກີ້ (30 ພະຈິກ 2008 - 27 ກັນຍາ 2009) ເປັນຊ່ວງທີ່ຕໍ່ຈາກລະຄອນ ເປັນລະຄອນຊິດຄອມສັ້ນໆ ກ່ຽວກັບເຫດການຂອງຕົວລະຄອນ 4 ຄົນຄື ບົວໄລ (ຣຸ້ງລະດາ ເບນຈະມາທິກຸນ) ເຊິ່ງຄ້າຂາຍແຜງລອຍ ຈ່າພັນ (ພານຸພັນ ຄຸດໂຕ) ທີ່ຕຣວດຕຣາແຫ່ງນີ້ ມະຫາ (ເດີ໋ ດອກສະເດົາ) ແລະຕຸ໊ກກີ້ຈັງ (ຕຸ໊ກກີ້ ສາມຊ່າ) ໄຮໂຊຂີ້ໂອ່ຊອບຂາຍຂອງທີ່ແພງແລະຊອບໂກງລູກຄ້າທີ່ພົບປະພໍ້ກັນທີ່ປ້າຍລົດເມຕອນກາງວັນຈົບທີ່ຄວາມລົ້ມແຫຼວຂອງຕຸ໊ກກີ້ຈັງ ຕໍ່ມາໄດ້ປັບເພີ່ມຕົວລະຄອນອີກຄື ຕູ່ (ນຸ້ຍ ເຊີນຍິ້ມ) ໝໍດູປະຈຳປ້າຍລົດເມ

ຮູບແບບສາກແລະແຜ່ນປ້າຍ[ດັດແກ້]

ສາກຊ່ວງຊິດຄອມ[ດັດແກ້]

ສາກໃນຊ່ວງຊິດຄອມລະເບີດເຖິດເທິງໄດ້ສ້າງຂຶ້ນພາຍໃນສະຕູດິໂອທີ່ຖ່າຍທຳ ສາກຊ່ວງຊິດຄອມນີ້ເປັນການຈຳລອງເຖິງບັນຍາກາດຂອງຊອຍເຖິດເທິງ ຊຸມຊົນແຫ່ງນຶ່ງໃນປະເທດໄທ ມີລັກສະນະເປັນຊອຍ ມີທັງບ້ານເຊົ່າ ຕຶກແຖວ ຮ້ານຄ້າຕ່າງ ໆ ເຊິ່ງພາຍຫຼັງທາງລາຍການໄດ້ປັບປ່ຽນສາກແລະເພີ່ມສາກໃໝ່ເພີ່ມທັງຍັງໃຫ້ມີຊາວບ້ານຫຼືບຸກຄົນຕ່າງ ໆ ຮວມໄປເຖິງນັກສະແດງສົມທົບ ຢ່າງໄປຢ່າງມາຫຼືຂາຍຂອງຢູ່ບໍລິເວນສາກເພື່ອເພີ່ມຄວາມສົມຈິງ ເຊິ່ງສາກຂອງລະເບີດເຖິດເທິງໃນຍຸກນີ້ (1996 - 2011) ມີສາກຕ່າງ ໆ ດັງເຊັ່ນ

  • ສາກບໍລິເວນປາກຊອຍເຖິດເທິງ (2539-2552)

ເປັນສາກທຳອິດທີ່ໃຊ້ຖ່າຍທຳ ເປັນສາກຫຼັກໆ ທີ່ເຮັດໃຫ້ເກີດເຫດການຕ່າງໆ ຂອງລະເບີດເຖິດເທິງຂຶ້ນ ມີສ່ວນປະກອບເຊັ່ນ

    • ຮ້ານເຈ໊ໝ່ຳ (2539-2552) ເປັນຮ້ານຂາຍຂອງຊຳ ຂາຍເຝີແລະໂອລ້ຽງ ມີເຈ໊ໝ່ຳແລະອາໂກເປັນເຈົ້າຂອງຮ້ານ ຕໍ່ມາເມື່ອເຈ໊ໝ່ຳແລະອາໂກອອກຈາກຊອຍເຖິດເທິງໄປ ເພື່ອໄປທ່ຽວຮອບໂລກ ຫົງຫຼານສາວເຈ໊ໝ່ຳກໍມາດູແລກິດຈະການຮ້ານແທນ (ພາຍຫຼັງແກ້ວກໍມາເປັນລູກຈ້າງຂອງຫົງ) ພາຍຫຼັງທີ່ຫົງໄດ້ແຕ່ງງານກັບເຮຍເລັ້ງ ກໍໄດ້ອອກຈາກຊອຍເຖິດເທິງໄປທັງຄູ່ ເຮຍຊົ້ງກໍມາໄດ້ເຊົ່າຮ້ານເຈ໊ໝ່ຳຕໍ່ ປັດຈຸບັນແກ້ວເປັນເຈົ້າຂອງຮ້ານເຈ໊ໝ່ຳ ແລະໃນປັດຈຸບັນ (ລະເບີດເຖິດເທິງ ລຸ້ນ 3) ຮ້ານເຈ໊ໝ່ຳເດີມເຊິ່ງເປັນອາຄານໄມ້ໄດ້ຖືກລື້ແລ້ວ ເພື່ອສ້າງເປັນຮ້ານແບບສະໄໝໃໝ່ແລະປ່ຽນມາເປັນຮ້ານກາເຟໂດຍມີແກ້ວເປັນເຈົ້າຂອງຮ້ານ
    • ຮ້ານຂອງເສື່ອຍ (2542-2552) ມີເສື່ອຍເປັນເຈົ້າຂອງຮ້ານ ຕອນທຳອິດເສື່ອຍເຮັດຮ້ານຂາຍປື້ມຈຳພວກນິດຕະຍະສານ ໜັງສືພິມລາຍວັນວາງແຜງຂາຍຕັ້ງຢູ່ໜ້າຮ້ານຕັດຜົມຂອງໂໜ່ງ ຂ້າງຮ້ານທະຫາຍາດອງຂອງພໍ່ມະຫາ ເສື່ອຍມີຄວາມສາມາດໃນເລື່ອງການຊ່າງ ຊ່ອມອຸປະກອນ ເຄື່ອງມື ເຄື່ອງໃຊ້ໄຟຟ້າຕ່າງໆ ເຊິ່ງເສື່ອຍຊ່ອມຢູ່ໜ້າຮ້ານໜັງສືຂອງຕົວເອງຈົນຂອງທີ່ຊ່ອມຫຼາຍເກື່ອນຊອຍ ຈຶ່ງປ່ຽນຮ້ານຕັດຜົມຂອງໂໜ່ງ (ຂະນະນັ້ນໂໜ່ງເລີກເຮັດຮ້ານຕັດຜົມແລ້ວ) ເປັນຮ້ານຊ່ອມຂອງຊື່ວ່າຮ້ານເສື່ອຍການຊ່າງຄວບຄູ່ກັບເຮັດຮ້ານຂາຍປື້ມ ຕໍ່ມາໄດ້ຍ້າຍຮ້ານຂອງເສື່ອຍມາຢູ່ຂ້າງຮ້ານເຈ໊ໝ່ຳບໍລິເວນບ້ານເຊົ່າເດີມປັດຈຸບັນ (ລະເບີດເຖິດເທິງ ລຸ້ນ 3) ຮ້ານຂອງເສື່ອຍໄດ້ປ່ຽນມາເປີດຮ້ານຂາຍຂອງຊຳຄວບຄູ່ກັບການຮັບຊ່ອມເຄື່ອງໃຊ້ໄຟຟ້າ
    • ຮ້ານມະຫາຍາດອງ (2540-2549) ຕັ້ງຢູ່ຂ້າງຄອງພາຍໃນຊອຍເຖິດເທິງ (ບໍລິເວນຂົວໄມ້) ຕໍ່ມາໄດ້ຍ້າຍມາຍັງໜ້າຮ້ານຕັດຜົມຂອງໂໜ່ງ (ຮ້ານເສື່ອຍການຊ່າງໃນປັດຈຸບັນ) ມີພໍ່ມະຫາເປັນເຈົ້າຂອງຮ້ານ ຂາຍກ່ຽວກັບຍາດອງປະເພດຕ່າງໆ
    • ຕຶກໄມ້ຫຼັງນຶ່ງ (2541-2552) ເປັນຕຶກເຊົ່າສອງຊັ້ນທາສີຟ້າແລະສີຊົມພູ (ພາຍຫຼັງທາສີຊົມພູລ້ວນ) ຊັ້ນລຸ່ມຂອງຕຶກ ເລິ່ມແຮກເປັນຮ້ານຕັດຜົມຂອງໂໜ່ງຊື່ວ່າ ຕຸ່ມບາຣ໌ເບີຣ໌ ຕໍ່ມາໂໜ່ງໄດ້ເລີກຕັດຜົມເພາະຖືກຫວຍລັອດເຕີລີ້ ຈຶ່ງປ່ຽນມາເປັນຮ້ານເສື່ອຍການຊ່າງ ຫຼັງຈາກຮ້ານເສື່ອຍການຊ່າງໄດ້ຍ້າຍໄປຢູ່ຂ້າງຮ້ານເຈ໊ໝ່ຳ ຈຶ່ງປ່ຽນມາເປັນບ້ານຂອງຈ່າພັນ ປັດຈຸບັນ (ລະເບີດເຖິດເທິງ ລຸ້ນ 3) ຕຶກໄມ້ດັງກ່າວໄດ້ຖືກລື້ແລ້ວແລະສ້າງເປັນຮ້ານມິນິມາດແລ້ວ
    • ລົດເຂັນຂາຍກ້ວຍທອດຂອງຍາຍຊາ (2541-2552) ຢູ່ໜ້າບ້ານເຊົ່າຫຼັງນຶ່ງ (ຕໍ່ມາປ່ຽນເປັນຮ້ານຂອງເສື່ອຍ) ຂ້າງຮ້ານຂອງເຈ໊ໝ່ຳ
    • ບ້ານເຊົ່າຫຼັງນຶ່ງ (2541-2549) ຢູ່ລະຫວ່າງຮ້ານເຈ໊ໝ່ຳກັບຕຶກໄມ້ເຊິ່ງເປັນຮ້ານຂອງໂໜ່ງແລະເສື່ອຍ ເປັນເຮືອນໄມ້ຍົກໃຕ້ຖຸນໃຕ້ຖຸນເຄິ່ງປູນເຄິ່ງໄມ້ ເຮັດຮົ້ວແລະປະຕູລ້ອມຮອບ ກົງປະຕູມີປ້າຍບອກບ້ານເລກທີ່ 25/1 ມີບັນໄດຂຶ້ນໄປປະຕູບ້ານ ກໍຈະມີໂປດເຕີຮູບດາລາສາວຕິດຢູ່ຫຼັງປະຕູສາມາດເຂົ້າໄປພາຍໃນບ້ານໄດ້ ເປັນບ້ານທີ່ມີຄົນມາເຊົ່າຢູ່ຕໍ່ກັນຫຼາຍຄົນ ລວມໄປເຖິງຄູນ້ຳຫວານ ຄູໂຮງຮຽນເຖິດເທິງວິທະຍາ ແລະບໍລິເວນຫຼັງບ້ານດັງກ່າວຈະເປັນບ້ານສັງກະສີໃນຮົ້ວດຽວກັນອີກຫຼັງ ເຊິ່ງອາດຈະເປັນບ້ານຂອງຍາຍຊາ ປັດຈຸບັນບ້ານທັງສອງຫຼັງນີ້ຖືກລື້ແລະກາຍເປັນຮ້ານຂອງເສື່ອຍການຊ່າງແລ້ວ

ສ່ວນບໍລິເວນຫຼັງຮ້ານເຈ໊ໝ່ຳແລະຮ້ານຂອງເສື່ອຍເດີມເປັນສາກຫຼັງບ້ານໄມ້ຮົ້ວສັງກະສີທຳມະດາ ຕໍ່ມາ (2548) ໄດ້ປັບບໍລິເວນດັງກ່າວເປັນຕຶກແຖວຮ້ານມິນິມາດ ຮ້ານມໍເຕີໄຊ ຮ້ານຊັກອົບຮີດ ຮ້ານຂອງຜູ້ສະນັບສະໜຸນລາຍການ ນະ ຂະນະນັ້ນ ແລະຍັງໃຫ້ຊາວບ້ານໄປຢູ່ເທິງຊັ້ນສອງຂອງບ້ານໄມ້ຫຼັງສາກ (ທ້າຍຊອຍເຖິດເທິງ)ແລ້ວຫັນໜ້າບໍລິເວນຫຼັງໜ້າຕ່າງເຊິ່ງເປີດອອກມາ ເພື່ອໃຫ້ຮັບກັບມຸມກ້ອງແລະເຮັດໃຫ້ສາກສົມຈິງຫຼາຍຂຶ້ນ

    • ສາກຂົວໄມ້ຂ້າມຄອງ (2539-2541)

ມີຝັ່ງທັງສອງຝັ່ງແລະຫຼັງສາກເປັນບ້ານເຮືອນໄມ້ ຮົ້ວສັງກະສີ ຝັ່ງທາງດ້ານຊ້າຍຂອງຂົວເປັນຮ້ານມະຫາຍາດອງຂອງພໍ່ມະຫາ

    • ສາກບ້ານຄຸນນາຍສະອາດ (2540-2541)

ເປັນບ້ານທີ່ຢູ່ອາໄສຂອງຄຸນນາຍສະອາດເມື່ອຍັງຢູ່ໃນຊອຍເຖິດເທິງ

    • ສາກຮ້ານເຕົ່າຊາລອນ (2543-2552)

ເປັນບ້ານເຊົ່າຂອງພໍ່ມະຫາ ເປີດເປັນຮ້ານເສີມສວຍປະຈຳຊອຍເຖິດເທິງ ມີຕຸ່ມແລະເຕົ່າ ເປັນເຈົ້າຂຮ້ານ ມີແຈ໊ດແລະນິ່ມເປັນລູກຈ້າງຮ້ານ (ຕໍ່ມາໄດ້ລາອອກທັງຄູ່) ແລະຍັງເປີດເປັນຮ້ານຂາຍເຄື່ອງສຳອາງ ເປັນສະຖານທີ່ທີ່ລວມຄົນໃນຊອຍເມື່ອມີງານສັງສັນຫຼືມີເລື່ອງເມົ້າທ໌ຕ່າງໆ ຕໍ່ມາແກ້ວໄດ້ມາເຝົ້າຮ້ານເຕົ່າຊາລອນ ເພາະຕຸ່ມແລະເຕົ່າໄດ້ອອກຈາກຊອຍໄປຢູ່ຕ່າງປະເທດ ເມື່ອແກ້ວແລະໂໜ່ງແຕ່ງງານກັນແລ້ວຈຶ່ງໄດ້ປ່ຽນແປງຈາກຮ້ານຊາລອນມາເປັນຫໍພັກຊື່ວ່າ ຫໍພັກຄູ່ຮັກໃໝ່ ຕໍ່ມາເຮຍຊົ້ງໄດ້ມາຍຶດຫໍພັກຄູ່ຮັກໃໝ່ຂອງແກ້ວແລະໂໜ່ງ ເພາະໂໜ່ງກູ້ເງິນກັບເຮຍຊົ້ງແລ້ວບໍ່ເອົາມາຄືນ ແລະໝົດສັນຍາເຊົ່າຮ້ານເຈ໊ໝ່ຳ ຫໍພັກນັ້ນຈຶ່ງປ່ຽນມາເປັນຮ້ານຂາຍຂອງຊຳ (ຕໍ່ມາເຮັດຮ້ານອິນເທີເນັດຄວບຄູ່ກັບຮ້ານຂາຍຂອງຊຳ)

    • ສາກບ້ານພໍ່ມະຫາແລະເທັ່ງ (2548-2552) ຕັ້ງຢູ່ກົງຂ້າມກັບວັດເຖິດເທິງ ວັດປະຈຳຊອຍເຖິດເທິງຂ້າງບ້ານຈະເປັນຂົວໄມ້ຂ້າມຄອງ ເດີມເຄີຍເປັນຮ້ານຕັດຜົມ ບຸນຍອດເກສາ ຂອງຍອດ ຕໍ່ມາປ່ຽນເປັນຄ່າຍມວຍ ສ. ເຖິດເທິງ ປັດຈຸບັນເປີດເປັນຮ້ານເຮັດກອບພຣະ ແລະເປັນທີ່ຢູ່ອາໄສຂອງພໍ່ມະຫາ ເທັ່ງ (ເດີມພັກຢູ່ທີ່ຮ້ານເຕົ່າຊາລອນຕອນແຕ່ງງານຢູ່ກັບຕຸ່ມ) ແລະລູກກ້ຽງລູກຊາຍຄົນດຽວຂອງເທັ່ງແລະຕຸ່ມ ຕໍ່ມາໂໜ່ງໄດ້ມາອາໄສຢູ່ດ້ວຍເພາະເລີກກັບແກ້ວ

ແຕ່ເດີມໃນສະຕູດິໂອໃນການຖ່າຍທຳລະເບີດເຖິດເທິງນັ້ນຈະມີຄົນເບິ່ງໃນສະຕູດິໂອ (ຄ້າຍໆ ເປັນໂຊການສະແດງເໝືອນລະຄອນສາມຊ່າໃນຊິງຮ້ອຍຊິງລ້ານ) ແລະໃນຊ່ວງຖອດສະລັກລະເບີດ ພິທີກອນທີ່ຈະເຂົ້າຕູ້ລະເບີດຍັງດຶງເອົາຜູ້ຊົມໃນຫ້ອງສົ່ງບາງຄົນເຂົ້າໄປໃນຕູ້ລະເບີດດ້ວຍ ແຕ່ພາຍຫຼັງນັ້ນຈະບໍ່ມີຄົນເບິ່ງໃນຫ້ອງສົ່ງເນື່ອງຈາກເພື່ອບໍ່ໃຫ້ຮູ້ເລື່ອງຄວາມລັບກ່ຽວກັບເນື້ອຫາແລະການບັນທຶກຖ່າຍທຳເທປລາຍການເຊິ່ງອາດຈະໃຊ້ເວລານານຈຶ່ງມີການປ່ຽນຈາກສຽງຫົວເຣາະຂອງຜູ້ຊົມໃນສະຕູດິໂອມາເປັນຊາວສຽງຫົວເຣາະເຊິ່ງໄດ້ຕັດຕໍ່ເພີ່ມຫຼັງການຖ່າຍທຳເສັດ ແລະໃນຊ່ວງປີ 2539 - 2547 ຈະມີສຽງດົນຕີສົດປະກອບໃນຊ່ວງຊິດຄອມເພື່ອສົ່ງມຸກຕ່າງໆ ແລະສ້າງສີສັນໃຫ້ຜູ້ຊົມໃນຊ່ວງນັ້ນອີກດ້ວຍ

ຮູບແບບຂອງໂດມຫຼືຕູ້ລະເບີດ[ດັດແກ້]

  • ແບບທຳອິດ ເປັນຮູບແບບຕູ້ຫ່ຽມໆ ໃສຄ້າຍກັບຕູ້ໂທລະສັບ ມີປະຕູດຶງເປີດປິດຢູ່ທາງຂ້າງຊ້າຍຂອງຕູ້ພາຍໃນມີສະລັກລະເບີດເປັນຊົງກະບອກໃສມີໝາຍເລກສະລັກກຳກັບຢູ່ມີ 5 ສະລັກ ເທິງເພດານຕູ້ລະເບີດມີຮູສີ່ຫ່ຽມສຳລັບເທແປ້ງແລະມີເຄື່ອງພົ່ນຄວັນພາຍໃນຕູ້ອີກດ້ວຍ (ໃຊ້ພົ່ນໃສ່ຜູ້ທີ່ໂດນລະເບີດພ້ອມກັບເທແປ້ງລົງໄປພ້ອມກັນເພື່ອໃຫ້ແປ້ງກະຈາຍທົ່ວຕົວຜູ້ທີ່ໂດນລະເບີດແລະເປັນວິທີທີ່ໃຊ້ມາຕະຫຼອດຈົນຮອດລະເບີດເຖິດເທິງຍຸກປັດຈຸບັນ) ກົງດ້ານບົນໂດມຈະເປັນໂລໂກ້ຜູ້ສະໜັບສະໜຸນຫຼັກຂອງລາຍການ (ທະເວວ ພລັສ) (ຕອນທຳອິດບໍ່ມີໂລໂກ້) ຕູ້ລະເບີດແບບທຳອິດໃຊ້ມາຕັ້ງແຕ່ 7 ເມສາ 2539 - 9 ພຶດສະພາ 2541
  • ແບບທີ່ສອງ ເນື່ອງຈາກຕູ້ລະເບີດຮູບແບບທຳອີດມີລັກສະນະທີ່ຄັບແຄບ ບໍ່ເໝາະສຳລັບເຂົ້າໄປໃນຕູ້ຫຼາຍຄົນ ຈຶງໄດ້ປ່ຽນມາເປັນໂດມຊົງກົມທິດທາງ ພາຍໃນມີສະລັກລະເບີດ 5 ສະລັກ ຄ້າຍກັບສະລັກຮູບແບບເດີມແຕ່ຍາວກວ່າ ແລະເພີ່ມຖັງອອກຊິເຈນເພື່ອບໍ່ໃຫ້ຄົນທີ່ຖືກລະເບີດແປ້ງຫາຍໃຈບໍ່ອອກ ມີປະຕູເລື່ອນເປີດປິດຢູ່ທາງຂ້າງຊ້າຍຂອງໂດມ ແລະດ້ານບົນຂອງໂດມຈະເປັນໂລໂກ້ຜູ້ສະໜັບສະໜຸນຫຼັກຂອງລາຍການ (2541-2542 -ທະເວວ ພລັສ ,2542-2546 -ໄອສະຄີມວອລລ໌) ໃນຕອນທຳອິດ (16 พ.ค. - 13 มิ.ย. 2541)ໂດມສາມາດໝຸນໄດ້ແລະມີສະລັກລະເບີດຮອບຕົວຜູ້ທີ່ເຂົ້າຕູ້ ໂດມຮູບແບບທີສອງ ໃຊ້ຕັ້ງແຕ່ 16 ພຶດສະພາ 2541 - 26 ມັງກອນ 2546
  • ແບບທີ່ສາມ ຈະເປັນຮູບວົງກົມສີນ້ຳເງິນມີໜາມ ຄ້າຍກັບໂລໂກ້ລາຍການ ມີປະຕູເລື່ອນເປີດປິດຢູ່ທາງດ້ານຂວາຂອງໂດມແລະເພີ່ມການລົ້ມລຸກດ້ວຍ ໃຊ້ຕັ້ງແຕ່ 2 ມັງກອນ 2548 - 27 ກັນຍາ 2552 (ໂດຍໃນແບບທີສາມນີ້ໃນປາຍປີ 2552 ຄືໃນຍຸກລະເບີດເຖິດເທິງ ລຸ້ນ 3 ໄດ້ດັດແປງໂດມດັງກ່າວໃຫ້ປ່ຽນລັກສະນະຄ້າຍເຮືອດຳນ້ຳ ແລະໃນຍຸກລະເບີດເຖິດເທິງທ່ຽງແຖວຕົງໄດ້ດັດແປງເປັນລວດລາຍພາງທະຫານ ແລະໃຊ້ຈົນເຖິງຕົ້ນປີ 2558)
  • ສ່ວນແຄັບຊູນລະເບີດນັ້ນຈະເປັນລັກສະນະເປັນຕູ້ຮູບຮ່າງຄ້າຍກັບຈະຫຼວດມີຈຳນວນ 6 ແຄັບຊູນຮຽງກັນຝັ່ງລະ 3 ແຄັບຊູນໂດຍມີປ້າຍຜູ້ສະໜັບສະໜຸນຫຼັກຂອງລາຍການຢູ່ກົງກາງລະຫວ່າງ (2546 - ໄອສະຄີມວອລລ໌, 2547 - ນ້ຳໝາກໄມ້ Qoo) ມີບັນໄດ 3 ຂັ້ນຂຶ້ນໄປຍັງປະຕູເຊິ່ງຢູ່ໜ້າແຄັບຊູນ ແລະດ້ານບົນປະຕູຈະມີເລກກຳກັບຂອງແຕ່ລະແຄັບຊູນ ໃຊ້ຕັ້ງແຕ່ວັນທີ 2 ກຸມພາ 2546 - 26 ທັນວາ 2547

ຮູບແບບຂອງແຜ່ນປ້າຍ[ດັດແກ້]

ແຜ່ນປ້າຍໃນຊ່ວງເກມວາງລະເບີດ[ດັດແກ້]

  • ແບບທຳອິດ ເປັນແຜ່ນປ້າຍແບບຍາງຍືດດຶງ ລູກລະເບີດໃນແຜ່ນປ້າຍຈະເປັນຮູບແບບຈະຫຼວດ ,ປາສະຫຼາມ ແລະປ່ຽນມາເປັນໂລໂກ້ລາຍການແທນ ເປັນແບບທີ່ໃຊ້ມາຕະຫຼອດລາຍການ ແຈ່ໃນປີ 2546-2547 ຈະເປັນແບບເປີດປ້າຍທຳມະດາ ພາຍໃນແຜ່ນປ້າຍຈະເປັນຮູບຈຳນວນຂອງຈະຫຼວດເຊິ່ງໝາຍເຖິງແຄັບຊູນລະເບີດທີ່ຈະລະເບີດຕາມຈຳນວນໃນແຜ່ນປ້າຍນັ້ນ ແລະໃນປີ 2548 ກໍໄດ້ໃຊ້ໃນແບບດຽວກັນແຕ່ປ່ຽນຮູບຈະຫຼວດເປັນຮູບໂລໂກ້ຂອງລາຍການແທນ
  • ແບບທີສອງ ເປັນແບບແທ່ນລະເບີດ ເຊິ່ງແທ່ນລະເບີດນັ້ນຈະຮຽກວ່າຄັງແສງລະເບີດ ມີລູກບານເຕະສີດຳ ທີປຽບສະເໝືອນລູກລະເບີດຢູ່ ແຕ່ໃນບາງຄັ້ງ ໃນແທ່ນລະເບີດອາດຈະມີລູກລະເບີດຫຼອກ ເຊິ່ງເປັນລູກທີ່ບໍ່ໄດ້ເປັນຊົງກົມເຕັມ ແຕ່ເປັນລູກທີ່ມີຮອຍແຕກ (ໃຊ້ເປັນບາງເທປ 2540)

ແຜ່ນປ້າຍໃນຊ່ວງເກມຖອດສະລັກລະເບີດ[ດັດແກ້]

  • ແບບທຳອິດ ຈະເປັນແຜ່ນປ້າຍສີຂາວ ມີໂລໂກ້ຂອງລາຍການແບບທຳອິດຢູ່ກົງກາງແລະມີຮູບໃບໜ້າຂອງຜູ້ຫຼີ້ນເກມຊ້ອນທັບໂລໂກ້ລາຍການ ໃຊ້ຄັ້ງທຳອິດເມື່ອວັນທີ 7 ເມສາ ພ.ສ. 2539
  • ແບບທີສອງ ແຜ່ນປ້າຍຈະມີຮູບແບບຄ້າຍກັບສາກຫຼັງພາບຖ່າຍບັດປະຈຳຕົວປະຊາຊົນ ສ່ວນຮູບຂອງຜູ້ຫຼີ້ນເກມຈະເປັນຮູບເຄິ່ງຕົວ (ຫາກເປັນປ້າຍບວກ ຈະມີເຄື່ອງໝາຍທາງຂວາຂອງແຜ່ນປ້າຍ ພ້ອມກັບຄຳວ່າ "ທະເວວ ພລັສ" ເຊິ່ງເປັນຜູ້ສະໜັບສະໜຸນຫຼັກໃນຊ່ວງນັ້ນ ຄາດທັບຕົວຜູ້ຫຼີ້ນເກມ) ໃຊ້ຄັ້ງທຳອິດ ກາງປີ ພ.ສ. 2539 - 9 ພ.ສ. 2541
  • ແບບທີສາມ ຈະເປັນແຜ່ນປ້າຍສີຂາວ ພ້ອມກັຍລູກລະເບີດສາມລູກທາງຂວາ ແລະຮູບຜູ້ຫຼີ້ນເກມເຄິ່ງຕົວ (ຫາກເປັນປ້າຍບວກ ຈະມີລູກລະເບີດສອງລູກແລະເຄື່ອງໝາຍບວກສີແດງຢູ່ໃນວົງກົມສີນ້ຳເງິນທີ່ຕຳແໜ່ງລຸ່ມສຸດ ໂດຍສະໄໝທີ ທະເວວ ພລັສ ເປັນຜູ້ສະໜັບສະໜຸນຫຼັກຢູ່ນັ້ນ ຈະມີຄຳວ່າ "ທະເວວ ພລັສ" ຢູ່ໃຕ້ຮູບຜູ້ຫຼີ້ນເກມ)(ໃຊ້ຄັ້ງທຳອິດ 16 ພຶດສະພາ 2541 - ກາງປີ 2542) (ຈະສັງເກດວ່າປ້າຍມະຍຸລາຂອງປິ 2541 ຈະມີຜົມສັ້ນແລະປີ 2542 ຈະຜົມຍາວແຕ່ລູກລະເບີດຄົງເດີມ (3 ລູກ)
  • ແບບທີສີ່ ຈະເປັນແຜ່ນປ້າຍສີຂາວ ພ້ອມກັບຄຳວ່າ BOOM! ຂ້າງເທິງ ແລະຕົວກາຕູນດ້ານລຸ່ມ ໂດຍຮູບຜູ້ຫຼີ້ນເກມຈະເຫຼືອພຽງແຄ່ໃບໜ້າເທົ່ານັ້ນ (ຫາກເປັນປ້າຍບວກ ຈະມີເຄື່ອງໝາຍບວກສີມ່ວງພ້ອມກັບຕົວອັກສອນຄຳວ່າ PLUS ສີຂາວຢູ່ທາງຂວາຂອງແຜ່ນປ້າຍ) (ແຕ່ໃນກໍລະນີບອມໝູ່ ຈະມີຮູບຕົວກາຕູນຂອງດາລາຮັບເຊີນຢູ່ຂ້າງລຸ່ມໂດຍມີພິທີກອນຮ່ວມທຸກຄົນ ຍົກເວັ້ນພິທີກອນຫຼັກ ລ້ອມຮອບຢູ່ເຄິ່ງບົນ) ເລິ່ມໃຊ້ຄັ້ງທຳອິດເມື່ອຊ່ວງປາຍປີ ພ.ສ. 2542 ແລະປ້າຍບອມໝູ່ຖືກເປີດພໍ້ຄັ້ງທຳອິດເມື່ອຊ່ວງປາຍປີ 2542
  • ແບບທີຫ້າ ຈະເປັນແຜ່ນປ້າຍສີໝາກກ້ຽງສະລັບຂາວ ພ້ອມກັບຄຳວ່າ "BOOM!" ດ້ານເທິງ ແລະຕົວກາຕູນດ້ານລຸ່ມ ໂດຍຮູບຜູ້ຫຼີ້ນເກມຈະເຫຼືອພຽງແຄ່ໃບໜ້າເທົ່ານັ້ນ (ຫາກເປັນປ້າຍບວກ ຈະມີເຄື່ອງໝາຍເຄື່ອງໝາຍບວກສີຂາວແລະຄຳວ່າ PLUS ສີແດງຢູ່ດ້ານເທິງສັນຍາລັກຂອງລາຍການແບບທີ 2 ເຊິ່ງຈະຢູ່ມຸມລຸ່ມຊ້າຍຂອງແຜ່ນ) (ສຳລັບກໍລະນີປ້າຍບອມໝູ່ນັ້ນ ຮູບແບບການວາງຮູບນັ້ນຖືກປັບປ່ຽນຫຼາຍເທື່ອ ແຕ່ໃນທຸກຮູບແບບຈະມີຮູບໜ້າພິທີກອນແລະດາລາຮັບເຊີນ ຍົກເວັ້ນພິທີກອນຫຼັກ ຢູ່ປ້າຍດຽວກັນໃນລັກສະນະຂອງວົງກົມກະຈາຍຢູ່ເຕັມແຜ່ນປ້າຍ ໂດຍຈະມີພຽງຮູບຂອງດາລາຮັບເຊີນເທົ່ານັ້ນທີ່ເປັນວົງກົມເຕັມວົງ ສ່ວນພິທີກອນຄົນອື່ນໆ ຈະບໍ່ເຕັມວົງ) ໃຊ້ຄັ້ງທຳອິດເມື່ອປີ 2546 (ແຄັບຊູນລະເບີດ) ສ່ວນປ້າຍບອມໝູ່ໃຊ້ຄັ້ງທຳອິດເມື່ອວັນທີ 19 ພະຈິກ ພ.ສ. 2549 ແລະປ້າຍບອມໝູ່ຖືກເປີດພໍ້ຄັ້ງທຳອິດເມື່ອວັນທີ 26 ພະຈິກ ພ.ສ. 2549
  • ແບບສຸດທ້າຍ ຈະຄືກັນກັບແບບທີສີ່ ແຕ່ມີການເພີ່ມຊົງຜົມ (ແອັບໂຟ,ຜມຍາວ,ຊົງຜົມຂອງເອລວິສ ເພຣສລີຍ໌,ຊົງສະຕາຍເກົາຫຼີ) ເພື່ອຫຼອກຄຸນສິລຽມ (ເນື່ອງຈາກໃນຊ່ວງນັ້ນມີພຽງຮູບຄຸນສິລຽມເທົ່ານັ້ນທີ່ມີຜົມໂຜລ່ອອກມາກ່ອນໃບໜ້າ) ໂດຍຊົງຜົມດັງກ່າວຈະມີບໍ່ມີການໃສ່ຊົງຜົມໃນຮູບຂອງຄຸນສິລຽມແລະດາລາຮັບເຊີນ (ແຕ່ໃນກໍລະນີບອມໝູ່ ຈະມີຮູບໜ້າພິທີກອນແລະດາລາຮັບເຊີນ ຍົກເວັ້ນພິທີກອນຫຼັກ ຢູ່ປ້າຍດຽວກັນໃນລັກສະນະຂອງວົງກົມກະຈາຍຢູ່ເຕັມແຜ່ນປ້າຍແຕ່ປ່ຽນຊົງຜົມພິທີກອນ) ໃຊ້ຄັ້ງທຳອິດເມື່ອວັນທີ 22 ມິຖຸນາ ພ.ສ. 2551 ສ່ວນແຜ່ນປ້າຍບອມໝູ່ທີ່ຖືກປ່ຽນຊົງຜົມນັ້ນ ຖືກເປີດພໍ້ຄັ້ງອິດເມື່ອວັນທີ 31 ສິງຫາ ພ.ສ. 2551

ລາງວັນທີ່ໄດ້ຮັບ[ດັດແກ້]

  • Asian Television Awards 2007 ນັກສະແດງລາຍການຕະຫຼົກຝ່າຍຊາຍຍອດຍ້ຽມ (Best Comedy Permance by an Actor) ໂດຍ ເທັ່ງ ເຖິດເທິງ
  • Asian Television Awards 2008 ລາງວັນ Highly Commended ສາຂາ BEST COMEDY PROGRAMME
  • Asian Television Awards 2008 ນັກສະແດງລາຍການຕະຫຼົກຝ່າຍຊາຍຍອດຍ້ຽມ (Best Comedy Permance by an Actor) ໂດຍ ໂໜ່ງ ຊະຊະຊ່າ
  • Asian Television Awards 2009 ນັກສະແດງລາຍການຕະຫຼົກຝ່າຍຊາຍຍອດຍ້ຽມ (Best Comedy Permance by an Actor) ໂດຍ ໂໜ່ງ ຊະຊະຊ່າ

ອ້າງອິງ[ດັດແກ້]

ກ່ອນໜ້າ ລະເບີດເຖິດເທິງ ຖັດໄປ
ຍັງບໍ່ມີ ລະເບີດເຖິດເທິງ
(7 ມັງກອນ 1996 - 27 ກັນຍາ 2009)
ລະເບີດເຖິດເທິງ ລຸ້ນ 3