ລະບອບປະຊາທິປະໄຕ

ຈາກ ວິກິພີເດຍ

ກະລຸນາຊ່ວຍ ປັບປຸງ ບົດຄວາມ ຫຼື ພາກນີ້ ໂດຍ ການຂະຫຍາຍມັນອອກຕື່ມ.
ການສົນທະນາກັນ ອາດຈະມີ ຢູ່ ໜ້າສົນທະນາ ຫຼື ຢູ່ ຂໍໃຫ້ຂະຫຍາຍ.

ປະຊາທິປະໄຕ (democracy) ແມ່ນແນວຄິດທີ່ເຊື່ອວ່າປະຊາຊົນມີສິດທີ່ຈະປົກຄອງຕົນເອງ ເຊິ່ງແຕກຕ່າງຈາກແນວຄິດກ່ອນໜ້າ ທີ່ເຊື່ອວ່າປະຊາຊົນມີຊີວິດເພື່ອການຮັບໃຊ້ພະມະຫາກະສັດ ຫຼືອ ມີຊິວິດຕາມຄວາມຕ້ອງການຂອງພະເຈົ້າ ການປ່ຽນກະບວນທັດນີ້ ແມ່ນຜົນຈາກຍຸກແສງສະຫວ່າງ

ປະຊາທິປະໄຕນັ້ນ ກ່າວໄດ້ວ່າ ມີຄວາມໝາຍທັງໃນແງ່ອຸດົມການຫຼືອລັດທິຄວາມຄິດທາງການເມືອງ ແລະ ຄວາມໝາຍໃນເຊິງລະບອບການປົກຄອງ ໂດຍແມ່ນທີ່ປະຈັກກັນທົ່ວໄປວ່າ ລະບອບການປົກຄອງທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ຢ່າງມີປະສິດພາບແລະປະສິດຜົນ ໂດຍມີກົນໄກ ເງື່ອນໄຂຮອງຮັບສັກສີ ສິດທິເສລີພາບ ແລະ ຄວາມເທົ່າທຽມກັນຂອງບຸຄຄົນ ໃນສັງຄົມ ແມ່ນການປົກຄອງໃນລະບອບປະຊາທິປະໄຕ ເຊິ່ງເປັນລະບອບການປົກຄອງທີ່ຖືວ່າປະຊາຊົນແມ່ນອຳນາດອະທິປະໄຕ ແລະທຶກຄົນບໍ່ເວັ້ນພະມະຫາກະສັດຈະຕ້ອງຢູ່ພາຍໃຕ້ລັດຖະທຳມະນູນ

ຄຳວ່າ ປະຊາທິປະໄຕ ມາຈາກພາສາເກຣັກບູຮານວ່າ “Democratia” ແມ່ນຄຳຜະສົມລະຫວ່າງຄຳວ່າ “Demo” ໝາຍເຖິງປະຊາຊົນຫຼືອສາທາລະນະຊົນທົ່ວໄປ ແລະຄຳວ່າ cratia ເຊິ່ງໝາຍເຖິງລະບອບການປົກຄອງ

ເຄື່ອງມືສ່ວນຕົວ