ເທວາທິປະໄຕ

ຈາກ ວິກິພີເດຍ

ເທວາທິປະໄຕ (ອັງກິດ: theocracy, ຝຣັ່ງ: théocratie) ແມ່ນລະບອບການປົກຄອງເຊິ່ງມີພະເຈົ້າຫຼືເທບເປັນປະມຸກ ຫຼືໃນຄວາມໝາຍກວ້າງ ໆ ແມ່ນລະບອບການປົກຄອງເຊິ່ງລັດປົກຄອງໂດຍອຳນາດຈາກເທບ (divine guidance) ຫຼືໂດຍຜູ້ທີ່ຖືກັນວ່າໄດ້ຮັບອຳນາດຫຼືການດົນໃຈໂດຍກົງຈາກເທບ. ໃນພາສາກະເລັກກອຍເນ (Koine Greek) ຫຼືພາສາກະເລັກສາມັນຄຳວ່າ “theocracy” ມາຈາກຄຳວ່າ “kra′tos” ໂດຍ “the.os” ຫຼື “ປົກຄອງໂດຍພະເຈົ້າ”. ສຳລັບຜູ້ມີຄວາມເຊຶ່ອຖືແລ້ວ ລະບົບນີ້ກໍແມ່ນລະບອບການປົກຄອງເຊິ່ງໃຊ້ອຳນາດຈາກເທບໃນການປົກຄອງມວນມະນຸດໃນໂລກ ບໍ່ໂດຍຜູ້ທີ່ເປັນເທບຄືນຊາດມາເກີດ (incarnation) ກໍມັກຈະໂດຍຜູ້ແທນຂອງສາສະນະຈັກເຊິ່ງມີອຳນາດເໜືອອານາຈັກ. ລັດຖະບານຜູ້ປົກຄອງໂດຍລະບົບເທວາທິປະໄຕປົກຄອງໂດຍເທພະທຳມະນູນ (theonomy).